ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານາທິບໍດີ ໂຈ ໄບເດັນ ຈະເປັນເຈົ້າພາບ ຕ້ອນຮັບ ບັນດາຜູ້ນຳອັຟການິສຖານ ທ່າມກາງ ການຖອນກຳລັງ ອອກຈາກປະເທດດັ່ງກ່າວ


ປະທານາທິບໍດີ ອັຟການິສຖານ ທ່ານອາສຣັຟ ການີ, ຂວາ, ແລະຄູ່ແຂ່ງດ້ານການເມືອງຂອງທ່ານ ຄື ທ່ານອັບດູລາ ອັບດູລາ ກ່າວຖະແຫລງ ຫຼັງຈາກທີ່ໄດ້ລົງນາມ ໃນຂໍ້ຕົກລົງ ການກຳອຳນາດຮ່ວມກັນ ຢູ່ທີ່ທຳນຽບປະທານາທິບໍດີ ໃນນະຄອນຫຼວງ ກາບູລ ຂອງອັຟການິສຖານ, ວັນທີ 17 ພຶດສະພາ 2020.
ປະທານາທິບໍດີ ອັຟການິສຖານ ທ່ານອາສຣັຟ ການີ, ຂວາ, ແລະຄູ່ແຂ່ງດ້ານການເມືອງຂອງທ່ານ ຄື ທ່ານອັບດູລາ ອັບດູລາ ກ່າວຖະແຫລງ ຫຼັງຈາກທີ່ໄດ້ລົງນາມ ໃນຂໍ້ຕົກລົງ ການກຳອຳນາດຮ່ວມກັນ ຢູ່ທີ່ທຳນຽບປະທານາທິບໍດີ ໃນນະຄອນຫຼວງ ກາບູລ ຂອງອັຟການິສຖານ, ວັນທີ 17 ພຶດສະພາ 2020.

ປະທານາທິບໍດີ ອັຟການິສຖານ ທ່ານອາສຣັຟ ການີ ແລະ ຫົວໜ້າເຈລະຈາສັນຕິພາບ ທ່ານອັບດູລາ ອັບດູລາ ຈະເດີນທາງມາສະຫະລັດເພື່ອພົບປະກັບປະທານາທິບໍດີ ໂຈ ໄບເດັນ ຢູ່ທີ່ທຳນຽບຂາວ ໃນວັນສຸກ ຈະມາເຖິງນີ້.

ການພົບປະກັນແບບເຊິ່ງໜ້າຄັ້ງທຳອິດ ຈະເກີດຂຶ້ນກ່ອນໜ້າການຖອນກຳລັງ ສະຫະລັດແລະອົງການເນໂຕ້ (NATO) ທີ່ຍັງເຫຼືອຢູ່ນັ້ນ ອອກຈາກອັຟການິສຖານ ພາຍໃນວັນທີ 11 ກັນຍາ ຕາມແນວທາງຂອງທ່ານໄບເດັນ ເພື່ອໃຫ້ສອດຄ່ອງກັບສິ່ງທີ່ທ່ານອະທິບາຍວ່າ ເປັນ “ສົງຄາມທີ່ບໍ່ມີວັນສິ້ນສຸດ.”

ໂຄສົກທຳນຽບຂາວ ທ່ານນາງເຈັນ ຊາກີ ໄດ້ກ່າວໃນວັນອາທິດວານນີ້ວ່າ ທ່ານໄບເດັນ “ຍິນດີທີ່ຈະໄດ້ຕ້ອນຮັບ” ບັນດາຜູ້ນຳຂອງອັຟການິສຖານ ແລະຈະໃຫ້ຄວາມໝັ້ນໃຈແກ່ພວກເຂົາເຈົ້າ ການສະໜັບສະໜຸນທາງດ້ານການທູດ ເສດຖະ ກິດ ແລະມະນຸດສະທຳສຳລັບປະເທດທີ່ໄດ້ຮັບຜົນກະທົບຈາກສົງຄາມໃນຂະນະ ທີ່ການຫລຸດກຳລັງທະຫານລົງນັ້ນ ຍັງສືບຕໍ່ໄປ.

ທ່ານນາງໄດ້ເວົ້າວ່າ “ການເດີນທາງມາຢ້ຽມຢາມໂດຍປະທານາທິບໍດີ ການີ ແລະ ດຣ. ອັບດູລາ ຈະເນັ້ນຢ້ຳເຖິງການເປັນຄູພາຄີທີ່ຍືນຍົງລະຫວ່າງ ສະຫະລັດແລະອັຟການິສຖານ ໃນຂະນະທີ່ກຳລັງທະຫານສືບຕໍ່ຫລຸດລົງ.”

ທ່ານນາງຊາກີ ໄດ້ກ່າວຢ້ຳວ່າ ວໍຊິງຕັນ “ສືບຕໍ່ໃຫ້ການສະໜັບສະໜຸນຂະບວນການສັນຕິພາບ ແລະຊຸກຍູ້ໃຫ້ທຸກຝ່າຍຂອງອັຟການິສຖານ ມີສ່ວນຮ່ວມໃນການເຈລະຈາທີ່ມີຄວາມໝາຍ ເພື່ອນຳມາຊຶ່ງການຍຸຕິບັນຫາຂັດແຍ້ງກັນ.”

ສຳນັກງານຂອງທ່ານການີ ບໍ່ໄດ້ໃຫ້ຄຳເຫັນໃນທັນທີ ກ່ຽວການການຢ້ຽມຢາມດັ່ງກ່າວນັ້ນ.

ການຫລຸດກຳລັງທະຫານຕ່າງປະເທດ ຊຶ່ງໄດ້ເລີ້ມຂຶ້ນຢ່າງເປັນທາງການ ໃນວັນທີ 1 ພຶດສະພາ ນັ້ນ ໄດ້ນຳໄປສູ່ການຕໍ່ສູ້ກັນທີ່ທະວີຂຶ້ນຢ່າງບໍ່ເຄີຍມີມາກ່ອນ ລະຫວ່າງກຳລັງຮັກສາຄວາມສະຫງົບ ກັບກຸ່ມກະບົດຕາລີບານ ສົ່ງຜົນກະທົົບຮອບໃໝ່ ຕໍ່ການເຈລະຈາສັນຕິພາບທີ່ສະຫະລັດໄດ້ໄກ່ເກ່ຍ ລະຫວ່າງພັກຝ່າຍທີ່ເປັນປໍລິປັກຂອງອັຟການິສຖານທັງຫຼາຍນັ້ນ ຊັກຊ້າລົງນັບມື້.

ໃນບໍ່ເທົ່າໃດອາທິດມໍ່ໆມານີ້ ພວກກະບົດໄດ້ເຂົ້າຍຶດເອົາຫົວເມືອງໃໝ່ອີກຫຼາຍສິບແຫ່ງ ແລະທັງສອງຝ່າຍໄດ້ຮັບຄວາມເສຍຫາຍຢ່າງໜັກ ໂດຍພົນລະເຮືອນຂອງອັຟການິສຖານ ຍັງສືບຕໍ່ໄດ້ຮັບຜົນກະທົບຫຼາຍທີ່ສຸດ ຈາກສົງຄາມທີ່ຍາວນານຂອງປະເທດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG