ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໄບເດັນ ຈະສົ່ງວັກຊີນກັນໂຄວິດ-19 ອີກ 500 ລ້ານໂດສ ໄປໃຫ້ບັນດາປະເທດ ກໍາລັງພັດທະນາ


ປະທານາທິບໍດີໂຈ ໄບເດັນທໍາການປະຊຸມສຸດຍອດ ເພື່ອແກ້ໄຂການແຜ່ລະບາດຂອງ COVID-19 ທາງອອນລາຍ ຢູ່ໃນກອງປະຊຸມພິເສດໃນໂອກາດທີ່ມີກອງປະຊຸມໃຫຍ່ສະຫະປະຊາຊາດ, ວັນທີ 22 ກັນຍາ, 2021 ຂະນະທີ່ທ່ານນັ່ງຢູ່ຫ້ອງປະຊຸມທາງທິດໃຕ້ຂອງທໍານຽບຂາວ
ປະທານາທິບໍດີໂຈ ໄບເດັນທໍາການປະຊຸມສຸດຍອດ ເພື່ອແກ້ໄຂການແຜ່ລະບາດຂອງ COVID-19 ທາງອອນລາຍ ຢູ່ໃນກອງປະຊຸມພິເສດໃນໂອກາດທີ່ມີກອງປະຊຸມໃຫຍ່ສະຫະປະຊາຊາດ, ວັນທີ 22 ກັນຍາ, 2021 ຂະນະທີ່ທ່ານນັ່ງຢູ່ຫ້ອງປະຊຸມທາງທິດໃຕ້ຂອງທໍານຽບຂາວ

ຢາວັກຊີນອີກ 500 ລ້ານໂດສ ແມ່ນໄດ້ນຳອອກຈາກສະຫະລັດ ໄປສູ່ທົ່ວໂລກ - ຫຼື ດັ່ງທີ່ປະທານາທິບໍດີໂຈ ໄບເດັນໄດ້ເວົ້າໃນວັນພຸດວານນີ້ ຂະນະທີ່ທ່ານມີການປະຊຸມສຸດຍອດ ເພື່ອແກ້ໄຂການແຜ່ລະບາດຂອງພະຍາດໃນໂລກນັ້ນວ່າ: ສຳລັບຢາວັກຊີນທຸກໆເຂັມທີ່ຊາວອາເມຣິກັນໄດ້ສັກ, ຊາວອາເມຣິກັນແມ່ນກຳລັງສົ່ງຢານັ້ນ 3 ເຂັມ ໄປໃຫ້ຄົນໃນໂລກສັກ.

"ຂ້າພະເຈົ້າຮັກສາຄຳໝັ້ນສັນຍາວ່າ ອາເມຣິກາຈະກາຍເປັນຄັງອາວຸດວັກຊີນ, ດັ່ງທີ່ພວກເຮົາເປັນຄັງອາວຸດສຳລັບປະຊາທິປະໄຕໃນລະຫວ່າງສົງຄາມໂລກຄັ້ງທີສອງ," ນັ້ນຄືຄໍາເວົ້າຂອງທ່ານໄບເດັນທີ່ກ່າວໃນວັນອັງຄານຜ່ານມາໃນຂະນະທີ່ທ່ານໄດ້ພົບປະກັບບັນດາຜູ້ນໍາຂອງປະເທດອາຟຣິກາໃຕ້, ອິນໂດເນເຊຍ, ການາດາ, ອັງກິດ ແລະສະຫະພາບຢູໂຣບ ແລະຫົວໜ້າອົງການອະນາໄມໂລກ, ​ທ່ານເຕດຣົສ ອາດານອມ ເກເບຣເຢສຊຸສ (Tedros Adhanom Ghebreyesus).

ຢູ່ໃນຄຳປາໄສທີ່ກ່າວໃນວັນອັງຄານຜ່ານມາ ຢູ່ທີ່ອົງການສະຫະປະຊາຊາດນັ້ນ, ທ່ານໄບເດັນໄດ້ກ່າວອ້າງເຖິງວັກຊີນຫຼາຍກ່ວາ 160 ລ້ານໂດສ ທີ່ສະຫະລັດໄດ້ແຈກຢາຍໄປແລ້ວໃຫ້ແກ່ຫຼາຍກວ່າ 100 ປະເທດ, ເຊິ່ງແມ່ນປະລິມານທີ່ຫຼາຍກວ່າວັກຊີນຂອງປະເທດອື່ນທັງໝົດມາລວມເຂົ້າກັນ. ການປະກາດໃນວັນພຸດວານນີ້ ເຮັດໃຫ້ມີຈໍານວນວັກຊີນເພີ່ມຂຶ້ນເປັນ 1 ຕື້ 100 ລ້ານໂດສທີ່ສະ ຫະລັດໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະຊື້ໄປໃຫ້ປະເທດອື່ນ. ການບໍລິຈາກຄັ້ງຫລ້າສຸດແມ່ນວັກຊີນໄຟເຊີ (Pfizer) ທີ່ສັກສອງເຂັມນັ້ນ.

ທ່ານໄບເດັນຍັງໄດ້ປະກາດອີກໃນວັນພຸດວານນີ້ວ່າ ຈະໃຫ້ເງິນອີກ 370 ລ້ານໂດລາ ເພື່ອຈະນໍາເອົາວັກຊີນເຫຼົ່ານັ້ນໄປສັກໃສ່ແຂນຂອງຄົນຢູ່ທົ່ວໂລກໄດ້, ແລະ 380 ລ້ານໂດລາ ໃຫ້ແກ່ພັນທະມິດຢາວັກຊີນທົ່ວໂລກ ຫລື GAVI, ເພື່ອອຳນວຍຄວາມສະດວກໃນການແຈກຢາຍວັກຊີນໃຫ້ຄົນທົ່ວໂລກເພີ້ມອີກ. ສະຫະລັດຍັງໃຫ້ການຊ່ວຍເຫຼືອ 1 ຕື້ 400 ລ້ານໂດລາ ເພື່ອຫຼຸດຜ່ອນການເສຍຊີວິດຍ້ອນໂຄວິດ-19 ແລະຫຼຸດຜ່ອນການຕິດຕໍ່ຂອງພະຍາດນີ້.

ພ້ອມກັນນັ້ນ ໃນວັນພຸດວານນີ້ ຮອງປະທານາທິບໍດີຄາມາລາ ແຮຣີສ ໄດ້ປະກາດຄຳໝັ້ນສັນຍາຂອງສະຫະລັດວ່າ ຈະໃຫ້ເງິນຈຳນວນ 250 ລ້ານໂດລາ ແກ່ກົນໄກການສະໜອງທຶນໃໝ່ຂອງໂລກຢູ່ທີ່ທະນາຄານໂລກ ເພື່ອປ້ອງກັນການລະບາດຢ່າງໜັກຂອງພະຍາດໃນອະນາຄົດ, ໂດຍທີ່ມີເປົ້າໝາຍລວມທັງ ໝົດຢູ່ 10 ຕື້ໂດລາ.

ທ່ານນາງກ່າວວ່າ "ໂຣກລະບາດນີ້ໂຈມຕີເຮົາໄດ້ກໍຍ້ອນພວກເຮົາບໍ່ລະມັດລະວັງ, ແລະມັນບໍ່ຄວນເປັນແນວນັ້ນ," "ພວກເຮົາໄດ້ຮຽນຮູ້ຜົນເສຍຫາຍຕາມມາຂອງການທີ່ບໍ່ໄດ້ກະກຽມ. ໂດຍທີ່ມີການຕາຍເກີດຂຶ້ນທຸກໆຄັ້ງ, ພວກເຮົາໄດ້ຮຽນຮູ້ເຖິງຄວາມຮ້າຍແຮງຂອງຜົນຕາມມາທີ່ບໍ່ມີການກະກຽມນັ້ນຫຼາຍເກີນໄປໂພດ. ແລະເພາະສະນັ້ນຫລະ ມັນເຖິງເວລາແລ້ວທີ່ຈະຕ້ອງໄດ້ເຮັດ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG