ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບເດັນ ປະກາດຄວາມຊ່ວຍເຫຼືອດ້ານອາຫານ ຢູ່ທີ່ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ


Biden to Announce Food Assistance Plan at UN General Assembly
please wait

No media source currently available

0:00 0:02:49 0:00

ລາຍງານກ່ຽວກັບ ການປະກາດແຜນຄວາມຊ່ວຍເຫຼືອຂອງທ່ານ ໄບເດັນ ຢູ່ກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ.

ລັດຖະມົນຕີກະຊວງການຕ່າງປະເທດຂອງສະຫະລັດ ທ່ານແອນໂທນີ ບລິງເກັນ ເປັນເຈົ້າພາບຮ່ວມ ຈັດກອງປະຊຸມສຸດຍອດຄວາມໝັ້ນຄົງທາງດ້ານອາຫານຢູ່ນອກກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດ. ເຈົ້າໜ້າທີ່ຂັ້ນສູງຂອງອົງການສະຫະປະຊາຊາດ ໄດ້ເຕືອນກ່ຽວກັບສະພາບຂອງໄພແລ້ງ, ການເພີ້ມຂຶ້ນຂອງລາຄາສິນຄ້າຢູ່ໃນທົ່ວໂລກ, ຜົນກະທົບຈາກການລະບາດໃຫຍ່ຂອງພະຍາດໂຄວິດ-19, ແລະການເຂົ້າຮຸກຮານຢູເຄຣນຂອງຣັດເຊຍ ອາດຈະເຮັດໃຫ້ຄວາມອຶດຢາກ ເພີ້ມສູງຂຶ້ນຢູ່ໃນຫຼາຍໆປະເທດ. ຊິນດີ ເຊນ, ນັກຂ່າວອະວຸໂສທາງການທູດ ຂອງ VOA ມີລາຍງານກ່ຽວກັບເລື້ອງນີ້, ເຊິ່ງ ທິບສຸດາ ຈະນໍາເອົາລາຍລະອຽດ ມາສະເໜີທ່ານໃນອັນດັບຕໍ່ໄປ.

ອົງການສະຫະປະຊາຊາດ ເປີດເຜີຍວ່າ ປັດຈຸບັນນີ້ ມີປະຊາຊົນຢູ່ໃນທົ່ວໂລກຫຼາຍກວ່າ 800 ລ້ານຄົນກໍາລັງປະສົບກັບຄວາມອຶດຢາກ, ແລະມີຈໍານວນເພີ້ມຂຶ້ນຫຼາຍກວ່າ 150 ລ້ານຄົນນັບຕັ້ງແຕ່ການລະບາດໃຫຍ່ຂອງພະຍາດໂຄວິດ-19 ເລີ້ມຕົ້ນຂຶ້ນ.

ຢູ່ນອກກອງປະຊຸມສະມັດຊາໃຫຍ່ອົງການສະຫະປະຊາຊາດທີ່ຈັດຂຶ້ນໃນວັນອັງ ຄານທີ່ຜ່ານມາ, ລັດຖະມົນຕີກະຊວງການຕ່າງປະເທດ ຂອງສະຫະລັດ ທ່ານແອນໂທນີ ບລິງເກັນ ກ່າວວ່າ ປະທານາທິບໍດີໂຈ ໄບເດັນ ຈະອະນຸມັດຄວາມຊ່ວຍເຫຼືອທີ່ເຂັ້ມແຂງອັນໃໝ່ຈາກສະຫະລັດ.

ທ່ານບລິງເກັນກ່າວວ່າ ອີກຊ່ອງທາງນຶ່ງໃນການຊ່ວຍບັນເທົາທຸກຄວາມອຶດຢາກ ກໍຄື ການຂະຫຍາຍຂໍ້ຕົກລົງ ທີ່ອົງການສະປະຊາຊາດເປັນຜູ້ໄກ່ເກ່ຍ ລະຫວ່າງ ຣັດເຊຍ ແລະ ຢູເຄຣນ, ເຊິ່ງອະນຸຍາດໃຫ້ມີການສົ່ງອອກອາຫານປະເພດເມັດຈາກທ່າກໍາປັ່ນໃນທະເລດໍາ.

ລັດຖະມົນຕີກະຊວງການຕ່າງປະເທດຂອງສະຫະລັດ ທ່ານແອນໂທນີ ບລິງເກັນ ກ່າວວ່າ:

“ແລະ ດັ່ງທີ່ພວກທ່ານໄດ້ຍິນຈາກເພື່ອນຮ່ວມງານຂອງຂ້າພະເຈົ້າ, ເຖິງແມ່ນຈະຍັງຄົງມີຂໍ້ມູນທີ່ບໍ່ຖືກຕ້ອງຈາກລັດຖະບານມົສກູມາຢ່າງຕໍ່ເນື່ອງກໍຕາມ, ອາ ຫານປະເພດເມັດ ແລະບັນດາຜະລິດຕະພັນອາຫານອື່ນໆເຫຼົ່ານັ້ນ ກໍຍັງຄົງຈະຕ້ອງຖືກສົ່ງໄປຫາປະເທດຕ່າງໆທີ່ມີຄວາມຕ້ອງການທີ່ສຸດ, ໂດຍສະເພາະແມ່ນບັນດາປະເທດທີ່ຢູ່ໃນ​ເຂດໃຕ້ຂອງໂລກ. ແລະມັນກໍຍັງຊ່ວຍຫຼຸດລາຄາອາຫານຢູ່ໃນທົ່ວໂລກລົງເຊັ່ນກັນ.”

ປະທານາທິບໍດີ ຣັດເຊຍ ທ່ານວລາດີເມຍ ປູຕິນ ໄດ້ກ່າວວ່າ ຂໍ້ຕົກລົງດັ່ງກ່າວນີ້ບໍ່ມີຜົນຫຍັງ, ແລະທ່ານກໍໄດ້ຕ້ອງຕິຕໍ່ບັນດາປະເທດຕາເວັນຕົກ ທີ່ລົງໂທດທາງເສດຖະກິດຕໍ່ມົສກູ ເຮັດໃຫ້ຂາດແຄນດ້ານອາຫານ ແລະປຸຍ, ແທນທີ່ຈະໂທດການຮຸກຮານຢູເຄຣນ ຂອງທ່ານ.

ນາຍົກລັດຖະມົນຕີຂອງປະເທດສະເປນ ທ່ານເປໂດຣ ຊານເ​ຈສ (Pedro Sánchez) ກ່າວວ່າ ທ່ານປູຕິນ ກໍາລັງພະຍາຍາມຂູ່ເອົາປະໂຫຍດຈາກປະຊາຄົມໂລກດ້ວຍອາຫານ, ເຊິ່ງທ່ານໄດ້ກ່າວວ່າ:

“ພວກເຮົາບໍ່ມີເວລາແລ້ວ. ຖ້າຊາວກະສິກອນຫາກບໍ່ມີປຸຍໃນຊ່ວງເວລາທີ່ຖືກ ຕ້ອງ, ປະເທດທີ່ທຸກຍາກ ຫຼືປະເທດຕ່າງໆທັງຫຼາຍກໍຈະປະສົບກັບສະຖານະການທີ່ຫຍຸ້ງຍາກລໍາບາກຂຶ້ນຕື່ມ? ແລະໃຫ້ຂ້າພະເຈົ້າຊີ້ແຈງໂດຍລະອຽດວ່າ ມັນບໍ່ມີສັນຕິພາບສໍາລັບຄວາມອຶດຫິວ, ແລະພວກເຮົາທັງຫຼາຍກໍບໍ່ສາມາດຕໍ່ສູ້ກັບຄວາມອຶດຢາກຖ້າບໍ່ມີສັນຕິພາບ.”

ລັດຖະມົນຕີພື້ນຖານໂຄງລ່າງຂອງຢູເຄຣນ ທ່ານໂອເລັກຊານເດີ້ ຄູບຣາກອບ (Oleksandr Kubrakov) ກ່າວກັບ VOA ວ່າ ຢູເຄຣນກໍາລັງກັບຄືນມາດໍາເນີນການສົ່ງອອກອາຫານປະເພດ​ເມັດ ໄປປະເທດໂຊມາເລຍ, ເອທິໂອເປຍ, ເຄັນຢາແລະປະເທດອາຟຣິກາອື່ນໆ ທີ່ມີຄວາມຕ້ອງການອາຫານເຫຼົ່ານີ້ທີ່ສຸດ, ໂດຍທ່ານໄດ້ກ່າວວ່າ:

“ສິ່ງສໍາຄັນທີ່ສຸດ ສໍາລັບພວກເຮົາຄື ການເພີ້ມປະລິມານ ໃນການສົ່ງອອກຂອງພວກເຮົາ. ຜົນຮັບໃນຊ່ວງໄລຍະເດືອນສິງຫາທີ່ຜ່ານມາມອງວ່າໄປໃນທິດທາງທີ່ດີ. ພວກເຮົາມີຄວາມສາມາດຜະລິດໄດ້ເກືອບ 5 ລ້ານ, ເຊິ່ງເປັນປະລິມານທີ່ຄ້າຍຄືກັນກັບຂະໜາດການຜະລິດກ່ອນເກີດສົງຄາມ.”

ທ່ານບລິງເກັນກ່າວວ່າ ສະຫະລັດຍັງເພັ່ງເລັງໃສ່ການຊ່ວຍຜັກດັນການກະສິກໍາ ໄລຍະຍາວ ຢູ່ໃນອາຟຣິກາອີກດ້ວຍ, ເຊິ່ງທ່ານໄດ້ກ່າວວ່າ:
“ບັນດາເພື່ອນໆຊາວອາຟຣິກາຂອງພວກເຮົາທັງຫຼາຍໄດ້ຊີ້ແຈງ​ຢ່າງແຈ່ມແຈ້ງ ວ່າ ພວກເຂົາເຈົ້າມີຄວາມຈໍາເປັນຕ້ອງການການຊ່ວຍບັນເທົາທຸກແບບຮີບດ່ວນ, ສິ່ງທີ່ພວກເຂົາເຈົ້າຕ້ອງການຫຼາຍທີ່ສຸດກໍຄືການລົງທຶນກ່ຽວກັບນະວັດຕະກໍາໃໝ່ທາງດ້ານກະສິກໍາ, ການພັດທະນາແບບຍືນຍົງ ແລະການກຸ້ມຕົນເອງໃຫ້ຫຼາຍຂຶ້ນ. ຂ້າພະເຈົ້າມີຄວາມເຊື່ອຕັ້ງແຕ່ຊ່ວງເວລາທີ່ຂ້າພະເຈົ້າໄດ້ເຂົ້າມາເຫັນຫຼາຍໆປະເທດໃນອາຟຣິກາເມື່ອໄວໆມານີ້, ຢູ່ທີ່ນັ້ນ ພວກເຂົາເຈົ້າມີຄວາມສາມາດ, ແຕ່ຈໍາເປັນຕ້ອງໄດ້​ຮັບການຊ່ວຍເຫຼືອ.”

ທ່ານບລິງເກັນ ໄດ້ເດີນທາງໄປຢ້ຽມຢາມປະເທດອາຟຣິກາໃຕ້, ສາທາລະນະລັດປະຊາທິປະໄຕຄອງໂກ ແລະປະເທດຣວັນດາ ໃນເດືອນສິງຫາທີ່ຜ່ານມາ.

U.S. Secretary of State Antony Blinken is co-hosting a food security summit on the sidelines of the United Nations General Assembly. Top U.N. officials have warned that drought, rising global commodity prices, the impacts of COVID-19, and Russia's invasion of Ukraine could trigger famine in many countries. VOA's Senior Diplomatic Correspondent Cindy Saine reports.

The United Nations says more than 800 million people worldwide are suffering from hunger right now, an increase of more than 150 million since the COVID-19 pandemic began.
On the sidelines of the U.N. General Assembly on Tuesday, Secretary of State Antony Blinken said President Joe Biden would announce robust new assistance from the United States.

Blinken said another way to support hunger relief was to push for an extension of the deal the U.N. brokered between Russia and Ukraine, which allows grain to be exported from Black Sea ports.

Antony Blinken, Secretary of State

"And as you heard from my colleagues, despite some of the misinformation that continues to come from Moscow, that grain and other food products are getting where they need to go to the countries most in need, predominantly in the Global South. It's also helped lower food prices around the world."

Russian President Vladimir Putin has said the deal is not working, and he blames Western sanctions on Moscow for food and fertilizer shortages, instead of his own invasion of Ukraine.

Spanish Prime Minister Pedro Sánchez said Putin is trying to blackmail the world with food.

Pedro Sánchez, Spanish Prime Minister

"We're running out of time. If farmers don't get fertilizers at the right moment, poor or even most countries will continue to worsen the situation...? And let me be clear, there is no peace with hunger, and we cannot combat hunger without peace."

Ukrainian Infrastructure Minister Oleksandr Kubrakov told VOA that Ukraine is resuming grain exports to Somalia, Ethiopia, Kenya and other African countries that need it the most.

Oleksandr Kubrakov, Ukraine’s Infrastructure Minister

“The most important for us is just to increase volumes of our exports. Results of August were quite optimistic. We reached almost five million. It's very similar volumes which we had before the war.”

Blinken said the U.S. is also looking to help boost agriculture in Africa in the long term.


Antony Blinken, Secretary of State

"Many of our African colleagues especially made clear that as much as they needed emergency relief, what they really needed was more investment in agricultural innovation, sustainability, self-sufficiency. I am convinced from the time that I've spent recently in a number of countries in Africa, the capacity is there, but it needs help."

Blinken visited South Africa, the Democratic Republic of Congo and Rwanda last month.

XS
SM
MD
LG