ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ. ໄບເດັນ ພົບປະກັບ ທ. ຊູນາກ ທ່າມກາງຄວາມເຫັນທີ່ແຕກຕ່າງກັນ ກ່ຽວກັບ ກະສຸນລູກຫວ່ານ ສຳລັບ ຢູເຄຣນ


ນາຍົກລັດຖະມົນຕີຂອງອັງກິດ ທ່ານຣີຊີ ຊູນາກ ຈັບມືກັບປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ຫຼັງຈາກທີ່ ພວກເພິ່ນພົບປະກັນ ຢູ່ບ້ານເລກທີ 10 ຖະໜົນດາວນິງ ໃນນະຄອນຫຼວງ ລອນດອນ, ວັນທີ 10 ກໍລະກົດ 2023.
ນາຍົກລັດຖະມົນຕີຂອງອັງກິດ ທ່ານຣີຊີ ຊູນາກ ຈັບມືກັບປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ຫຼັງຈາກທີ່ ພວກເພິ່ນພົບປະກັນ ຢູ່ບ້ານເລກທີ 10 ຖະໜົນດາວນິງ ໃນນະຄອນຫຼວງ ລອນດອນ, ວັນທີ 10 ກໍລະກົດ 2023.

ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ໄດ້ກ່າວວ່າ ຄວາມສຳພັນກັບສະຫະຣາຊະອານາຈັກ ແມ່ນ “ແໜ້ນແກ່ນຄືຫີນ” ຂະນະທີ່ທ່ານໄດ້ໄປຢ້ຽມຢາມບ້ານເລກທີ 10 ຖະໜົນດາວນິງ ໃນນະຄອນຫຼວງ ລອນດອນ ເພື່ອພົບປະ ກັບນາ ຍົກລັດຖະມົນຕີ ຂອງອັງກິດ ທ່ານຣີຊີ ຊູນາກ ກ່ອນໜ້າ ກອງປະຊຸມສຸດຍອດ ອົງການເນໂຕ ຂອງວັນອັງຄານມື້ນີ້ ໃນນະຄອນຫຼວງ ວິລນຽສ ຂອງລີທົວເນຍ.

“ພວກເຮົາມີຫຼາຍສິ່ງຫຼາຍຢ່າງທີ່ຈະສົນທະນາກັນ. ຂ້າພະເຈົ້າຄຶດວ່າ ພວກເຮົາເຮັດໄດ້ດີ. ພວກເຮົາເຄື່ອນໄປໃນທິດທາງທີ່ເປັນບວກ” ທ່ານໄບເດັນ ໄດ້ກ່າວ.

ທ່ານຊູນາກ ກໍໄດ້ກ່າວວ່າ “ດີຍິ່ງສຳລັບພວກເຮົາທີ່ຈະດຳເນີນການສົນທະນາຕໍ່ໄປ, ຊຶ່ງພວກເຮົາມີພຽງນຶ່ງເດືອນ ຫຼື ປະມານັ້ນ ໃນເມື່ອກ່ອນ ມັນຮູ້ສຶກຄື ຢູ່ໃນທຳນຽບຂາວ ບ່ອນທີ່ພວກເຮົາໄດ້ລົງນາມໃນ ຖະແຫລງການແອັດແລນຕິກ ຫຼື Atlantic Declaration” ໂດຍອ້າງເຖິງຂໍ້ຕົກລົງໃນເດືອນມິຖຸນາ ເພື່ອການຮ່ວມມືກ່ຽວກັບດ້ານເທັກໂນໂລຈີທີ່ທັນສະໄໝ, ພະລັງງານສະອາດ ແລະແຮ່ທາດທີ່ສຳຄັນ ເພື່ອຕ້ານຢັນຕໍ່ການມີອິດທິພົນໃນທົ່ວໂລກຂອງຈີນ.

ບັນດາເຈົ້າໜ້າທີ່ລັດຖະບານທ່ານໄບເດັນ ເນັ້ນໜັກວ່າ ອັນນີ້ເປັນການຢ້ຽມຢາມຂອງທັງສອງຜູ້ນຳ ຄັ້ງທີຫົກ ໃນໄລຍະຫົກເດືອນຜ່ານມາ. ການພົບປະກັນນີ້ ເຖິງຢ່າງໃດກໍດີ ເປັນເງົາທີ່ບົດບັງດ້ວຍການປະກາດເມື່ອມໍ່ໆມານີ້ ຂອງວໍຊິງຕັນ ທີ່ວ່າ ຕົນຈະສົ່ງກະສຸນລູກຫວ່ານໄປໃຫ້ຢູເຄຣນ ເຖິງແມ່ນວ່າ ພວກລູກລະເບີດທັງຫຼາຍນັ້ນ ໄດ້ຖືກຫວງຫ້າມໂດຍ 123 ປະເທດກໍຕາມ ໂດຍລວມທັງອັງກິດ ຍ້ອນຄວາມສາມາດໃນການເຂັ່ນຂ້າຂອງມັນຢ່າງບໍ່ເລືອກໜ້າ.

ທ່ານຊູນາກ ບໍ່ທັນໄດ້ໃຫ້ການສະໜັບສະໜຸນຕໍ່ການເຄື່ອນໄຫວດັ່ງກ່າວຢ່າງເປີດເຜີຍ ໂດຍໃຫ້ຂໍ້ສັງເກດໃນວັນເສົາທີ່ຜ່ານມາວ່າ ສະຫະຣາຊະອານາຈັກ ເປັນ “ນຶ່ງໃນຜູ້ລົງນາມສົນທິສັນຍາ ທີ່ຫ້າມການຜະລິດ ຫຼື ນຳໃຊ້ກະສຸນລູກຫວ່ານ ແລະຮຽກຮ້ອງບໍ່ໃຫ້ນຳໃຊ້ພວກມັນ.”

ທ່ານໄດ້ກ່າວຕໍ່ບັນດານັກຂ່າວວ່າ “ພວກເຮົາຈະສືບຕໍ່ເຮັດໃນພາກສ່ວນຂອງເຮົາ ເພື່ອສະໜັບສະໜຸນຢູເຄຣນ ເພື່ອຕໍ່ຕ້ານການບຸກລຸກທີ່ຜິດກົດໝາຍ ແລະບໍ່ມີເຫດຜົນຂອງຣັດເຊຍ, ແຕ່ພວກເຮົາກໍໄດ້ເຮັດໄປແລ້ວນັ້ນ ໂດຍການສະໜອງພວກລົດຖັງຕິດອາວຸດໜັກ ແລະເມື່ອບໍ່ດົນມານີ້ ອາວຸດລັດສະໝີໄກຕ່າງໆ ແລະຫວັງວ່າ ທຸກປະເທດທັງໝົດສາມາດສືບຕໍ່ໃຫ້ການສະໜັບສະໜຸນແກ່ຢູເຄຣນ.”

U.S. President Joe Biden said relations with the U.K are “rock solid” as he visited 10 Downing Street in London to meet with British Prime Minister Rishi Sunak ahead of Tuesday’s NATO summit in Vilnius, Lithuania.

"We’ve got a lot to talk about. I think we’re doing well. We’re moving along in a way that’s positive,” said Biden.

"Great for us to carry on our conversations, which we were having just a month or so ago, it feels like, in the White House, where we signed the Atlantic Declaration,” said Sunak, referring to the June agreement to cooperate on advanced technologies, clean energy, and critical minerals to counter China’s clout around the world.

Biden administration officials underscore that this is the leaders’ sixth visit in six months. However, the meeting is overshadowed by Washington’s recent announcement that it will send cluster munitions to Ukraine, despite the bombs being banned by 123 nations, including Britain, for their indiscriminate killing capability.

Sunak has not publicly backed the move, noting on Saturday that the U.K. is a “signatory to a convention which prohibits the production or use of cluster munitions and discourages their use.”

“We will continue to do our part to support Ukraine against Russia's illegal and unprovoked invasion, but we've done that by providing heavy battle tanks and most recently long-range weapons, and hopefully all countries can continue to support Ukraine,” he told reporters.

XS
SM
MD
LG