ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໄບເດັນ ກ່າວຕ້ອງຕິທ່ານທຣຳ ສຳລັບຄວາມເຫັນກ່ຽວກັບ NATO, ແລະຊຸກຍູ້ພັກຣີພັບບລີກັນ ຈົ່ງໃຫ້ທຶນແກ່ຢູເຄຣນ


ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ກ່າວຖະແຫລງ ກ່ຽວກັບຊຸດການຊ່ວຍເຫຼືອສຳລັບຢູເຄຣນ ຈາກຫ້ອງຮັບປະທານອາຫານຂອງທຳນຽບຂາວ ໃນວໍຊິງຕັນ ເມື່ອ ວັນທີ 13 ກຸມພາ 2024. ທ່ານກ່າວວ່າ "ອາເມຣິການ ສາມາດເພິ່ງພາໄດ້ ແລະອາເມຣິກາຢືນຂຶ້ນເພື່ອເສລີພາບ."
ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ກ່າວຖະແຫລງ ກ່ຽວກັບຊຸດການຊ່ວຍເຫຼືອສຳລັບຢູເຄຣນ ຈາກຫ້ອງຮັບປະທານອາຫານຂອງທຳນຽບຂາວ ໃນວໍຊິງຕັນ ເມື່ອ ວັນທີ 13 ກຸມພາ 2024. ທ່ານກ່າວວ່າ "ອາເມຣິການ ສາມາດເພິ່ງພາໄດ້ ແລະອາເມຣິກາຢືນຂຶ້ນເພື່ອເສລີພາບ."

ປະທານາທິບໍດີ ໂຈ ໄບເດັນ ໃນວັນອັງຄານວານນີ້ ໄດ້ກ່າວປາໄສໂຕ້ແຍ້ງຢ່າງຮຸນແຮງຕໍ່ຄຳວິພາກວິຈານທີ່ໜັກໜ່ວງເຖິງອົງການເນໂຕ້ ຂອງຜູ້ທ້າຊິງ ທ່ານດໍໂນລ ທຣຳ, ທີ່ຫາທາງສ້າງພາບພົດໃນການສະໜັບສະໜຸນສຳລັບອະດີດປະທາ ນາທິບໍດີນັ້ນ ຄືໄພຂົ່ມຂູ່ຕໍ່ຜົນປະໂຫຍດຂອງອາເມຣິກາ.

ສ່ວນບັນດາສະມາຊິກສະພາຕ່ຳຈາກພັກຣີພັບບລີກັນ ຕັດສິນໃຈວ່າ ຈະສະໜັບສະໜຸນມາດຕະການຂອງລັດຖະສະພາ ທີ່ສະໜອງການສະໜັບສະໜຸນສຳລັບການປ້ອງກັນປະເທດຂອງຢູເຄຣນ ຫຼືບໍ່ ທີ່ຕ້ອງເລືອກຈະ “ຢືນຢູ່ກັບອາເມຣິກາ ຫຼື ທ່ານທຣຳ” ທ່ານໄບເດັນ ກ່າວ.

ໃນການກ່າວຖະແຫລງຢູ່ທຳນຽບຂາວ ທ່ານໄບເດັນ ກ່າວຕ້ອງຕິຄວາມເຫັນໃນທ້າຍສັບປະດາ ຊຶ່ງທ່ານທຣຳ ໄດ້ກ່າວວ່າ ເມື່ອຕອນທ່ານເປັນປະທານາທິບໍດີ ທ່ານໄດ້ກ່າວຕໍ່ບັນດາຜູ້ນຳ ຂອງອົງການເນໂຕ້ ທ່ານຈະບໍ່ປ້ອງກັນ ບັນດາສະ ມາຊິກ ຜູ້ທີ່ບໍ່ປະຕິບັດຕາມຂໍ້ຜູກມັດທາງດ້ານການເງິນເພື່ອຄວາມໝັ້ນຄົງຂອງກຸ່ມ - ແລະວ່າ ໃນຄວາມເປັນຈິງ ທ່ານຈະສະໜັບສະໜຸນການບຸກລຸກຂອງຣັດເຊຍຕໍ່ພວກເຂົາເຈົ້າ.

“ຂ້າພະເຈົ້າຈະຊຸກຍູ້ໃຫ້ພວກເຂົາ (ຣັດເຊຍ) ເຮັດຈັ່ງໃດກະໄດ້ຕາມຄວາມຕ້ອງ ການຂອງເຂົາ” ທ່ານທຣຳ ໄດ້ກ່າວ ເມື່ອທ່ານກ່າວຕໍ່ຜູ້ນຳຂອງປະເທດຄົນນຶ່ງ.

“ບໍ່ມີປະທານາທິບໍດີຜູ້ໃດໃນປະຫວັດສາດຂອງພວກເຮົາທີ່ເຄີຍກົ້ມຫົວລົງໃຫ້ແກ່ຜູ້ນຳຜະເດັດການຂອງຣັດເຊຍ” ທ່ານໄບເດັນ ກ່າວໃນວັນອັງຄານວານນີ້. ທ່ານກ່າວຕໍ່ໄປວ່າ “ໃຫ້ຂ້າພະເຈົ້າເວົ້າແບບນີ້ ຢ່າງແຈ່ມແຈ້ງ ຂ້າພະເຈົ້າ ສາ ມາດ: ຂ້າພະເຈົ້າຈະບໍ່ເຮັດຢ່າງເດັດຂາດ. ໂອ້ພະເຈົ້າເອີ້ຍ ມັນເປັນເລື້ອງທີ່ໂງ່ຈ້າ, ມັນເປັນເລື້ອງໜ້າລະອາຍ, ມັນເປັນເລື້ອງທີ່ອັນຕະລາຍ, ມັນບໍ່ແມ່ນຄົນອາເມຣິກັນເລີຍ.”

ທ່ານໄບເດັນກ່າວຖະແຫລງໃນວັນອັງຄານວານນີ້ ເພື່ອຊຸກຍູ້ໃຫ້ບັນດາສະມາ ຊິກສະພາຕ່ຳ ຮັບຜ່ານຊຸດທຶນຊ່ວຍເຫຼືອດ້ານຄວາມໝັ້ນຄົງ ມູນຄ່າ 95 ຕື້ໂດລາສຳລັບ ຢູເຄຣນ ແລະອິສຣາແອລ. ສະພາສູງໄດ້ອະນຸມັດຊຸດງົບປະມານໃຊ້ຈ່າຍ ເມື່ອຕອນເຊົ້າຂອງວັນອັງຄານວານນີ້.

ທ່ານໄບເດັນ ເວົ້າວ່າ “ຮ່າງກົດໝາຍທີ່ທັງສອງພັກການເມືອງອະນຸມັດ ສົ່ງສັນຍານຕໍ່ຊາວຢູເຄຣນທັງຫຼາຍ ແລະຕໍ່ບັນດາຄູ່ພາຄີຂອງພວກເຮົາ ແລະຕໍ່ບັນດາພັນທະມິດຂອງພວກເຮົາຢູ່ທົ່ວໂລກວ່າ ອາເມຣິກາສາມາດເຊື່ອຖືໄດ້.”

ທ່ານກ່າວຕື່ມວ່າ “ອາເມຣິກາສາມາດເພິ່ງພາໄດ້ ແລະອາເມຣິກາຢືນຢັດເພື່ອເສລີພາບ. ພວກເຮົາຢືນຢ່າງເຂັ້ມແຂງ ເພື່ອບັນດາພັນທະມິດຂອງພວກເຮົາ. ພວກເຮົາບໍ່ກົ້ມຫົວລົງໃຫ້ຜູ້ໃດເດັດຂາດ ແລະແນ່ນອນບໍ່ກົ້ມຫົວໃຫ້ ວລາດີເມຍ ປູຕິນ. ສະນັ້ນ ພາກັນເລີ້ມຕົ້ນນຳກັນ. ຈົ່ງຈົດຈຳໄວ້ວ່າ ສະຫະລັດໄດ້ປຸ້ມລຸມກຸ່ມພັນທະມິດເກືອບ 50 ປະເທດ ເພື່ອສະໜັບສະໜຸນຢູເຄຣນ.”

U.S. President Joe Biden on Tuesday delivered a forceful refutation of challenger Donald Trump's harsh criticism of NATO, seeking to portray support for the former president as a threat to American interests.

House Republicans deciding whether to support a congressional measure providing support for Ukraine's defense must choose to "stand with America or Trump," he said.

Speaking at the White House, Biden slammed weekend remarks in which Trump said that when he was president, he told NATO leaders he would not defend members who failed to meet their financial commitments to the security bloc — and that he would, in fact, support Russian aggression against them.

"I would encourage them [Russia] to do whatever the hell they want," Trump said he told another head of state.

"No other president in our history has ever bowed down to a Russian dictator," Biden said Tuesday. "Let me say this as clearly as I can: I never will. For God's sake, it's dumb, it's shameful, it's dangerous, it's un-American."

Biden spoke Tuesday to urge House lawmakers to pass a $95 billion security aid package for Ukraine and Israel. The Senate approved the spending package earlier Tuesday.

"This bipartisan bill sends a clear message to Ukrainians, and to our partners, and to our allies around the world: America can be trusted," Biden said.

"America can be relied upon, and America stands up for freedom. We stand strong for our allies. We never bow down to anyone and certainly not to Vladimir Putin. So let's get on with this. Remember, the United States pulled together a coalition of nearly 50 nations to support Ukraine."

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG