ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປະທານາທິບໍດີ ໄບເດັນ ລົງນາມ ໃນຮ່າງກົດໝາຍ ວ່າດ້ວຍ ຊິບສ໌ຄອມພິວເຕີ ເພື່ອສົ່ງເສີມຄວາມສາມາດໃນການແຂ່ງຂັນ ຂອງສະຫະລັດ


ປະທານາທິບໍດີ ໂຈ ໄບເດັນ ຈັບຮ່າງກົດໝາຍວ່າດ້ວຍ "ຊິບສ໌ ແລະວິທະຍາສາດ ຂອງປີ 2022" ຂຶ້ນ ຫຼັງຈາກທີ່ໄດ້ລົງນາມຮຽບຮ້ອຍແລ້ວ ໃນລະຫວ່າງພິທີລົງນາມ ຢູ່ໃນສວນກ້ຳໃຕ້ຂອງທຳນຽບຂາວ, ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 9 ສິງຫາ 2022.
ປະທານາທິບໍດີ ໂຈ ໄບເດັນ ຈັບຮ່າງກົດໝາຍວ່າດ້ວຍ "ຊິບສ໌ ແລະວິທະຍາສາດ ຂອງປີ 2022" ຂຶ້ນ ຫຼັງຈາກທີ່ໄດ້ລົງນາມຮຽບຮ້ອຍແລ້ວ ໃນລະຫວ່າງພິທີລົງນາມ ຢູ່ໃນສວນກ້ຳໃຕ້ຂອງທຳນຽບຂາວ, ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 9 ສິງຫາ 2022.

ປະທານາທິບໍດີສະຫະລັດ ໂຈ ໄບເດັນ ໄດ້ລົງນາມໃນກົດໝາຍວ່າດ້ວຍ ຊິບສ໌ (CHIPS) ແລະວິທະຍາສາດ ເຊິ່ງແນໃສ່ເພື່ອສົ່ງເສີມຄວາມສາມາດໃນການແຂ່ງຂັນຂອງສະຫະລັດ ກັບຈີນ ໂດຍການຈັດສັນທຶນຫຼາຍຕື້ໂດລາ ໃສ່ໃນອຸດ ສາຫະກຳການຜະລິດ ຊິບສ໌ຄອມພິວເຕີ ແລະການຄົ້ນຄວ້າດ້ານວິທະຍາສາດ.

ທ່ານໄບເດັນໄດ້ກ່າວໃນການໃຫ້ຄວາມເຫັນລະຫວ່າງພິທີລົງນາມໃນວັນອັງຄານວານນີ້ ວ່າ “ສະຫະລັດ ຕ້ອງນຳໜ້າໂລກໃນການຜະລິດຊິບສ໌ທີ່ລ້ຳ​ໜ້າເຫຼົ່ານີ້. ກົດໝາຍສະບັບນີ້ ຈະເຮັດແນວນັ້ນຢ່າງແທ້ຈິງ.” ທ່ານປະທານາທິບໍດີ ກຳລັງຟື້ນຕົວຈາກພະຍາດໂຄວິດ-19 ແລະໄດ້ໄອຊ້ຳແລ້ວຊ້ຳອີກ ໃນລະຫວ່າງກ່າວໃຫ້ຄວາມເຫັນຢູ່ນັ້ນ.

ທ່ານໄດ້ເອີ້ນຮ່າງກົດໝາຍທີ່ເປັນເອກະສັນຈາກທັງສອງພັກການເມືອງສະບັບນີ້ ວ່າ “ການລົງທຶນຄັ້ງນຶ່ງໃນຍຸກສະໄໝນຶ່ງ” ຂອງປະເທດ ແລະໄດ້ກ່າວວ່າ ມັນຈະສ້າງວຽກເຮັດງານທຳທີ່ດີ ເຮັດໃຫ້ເສດຖະກິດເຕີບໂຕ ແລະປົກປ້ອງຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດ.

ທ່ານໄບເດັນ ໃຫ້ຂໍ້ສັງເກດເຖິງການແຂ່ງຂັນທີ່ແຂງຂັນກັບຈີນ ໃນດ້ານອຸດສາ ຫະກຳຊິບສ໌ ແລະທ່ານໃຫ້ຄຳເຫັນວ່າ “ມັນບໍ່ແປກເລີຍທີ່ພັກຄອມມິວນິສຂອງຈີນພວມວິ້ງເຕັ້ນຢ່າງຫ້າວຫັນໃຫ້ບໍລິສັດສະຫະລັດຕໍ່ຕ້ານຮ່າງກົດໝາຍສະບັບນີ້.”

ເຂົ້າຮ່ວມໃນງານດັ່ງກ່າວ ຢູ່ເທິງເວທີ ກັບທ່ານໄບເດັນ ມີທ່ານນາງແນນຊີ ເພໂລຊີ ປະທານສະພາຕ່ຳ, ທ່ານຊັກ ຊູມເມີ ຜູ້ນຳສຽງສ່ວນຫຼາຍຂອງສະພາສູງ, ທ່ານນາງຈີນາ ເຣມອນໂດ ລັດຖະມົນຕີກະຊວງການຄ້າ ແລະ ທ່ານຈອສຊົວອາ ອາວີບ (Joshua Aviv) ຜູ້ບໍລິຫານໃຫຍ ຫຼື CEO ຂອງບໍລິສັດ Spark Charge ຊຶ່ງເປັນເຄືອຂ່າຍການສາກລົດໄຟຟ້າ.

ທ່ານຊູມເມີ ໄດ້ເອີ້ນຮ່າງກົດໝາຍນີ້ ວ່າ “ການລົງທຶນທີ່ໃຫຍ່ສຸດໃນດ້ານວິທະ ຍາສາດໃນການຜະລິດແລະນະວັດຕະກຳ ໃນຫຼາຍທົດສະວັດ” ແລະເປັນຍ້ອນທ່ານທອດ ຢັງ (Todd Young) ສະມາຊິກສະພາສູງສັງກັດພັກຣີພັບບລີກັນ ສຳລັບການຮ່ວມມືຂອງທ່ານ ຕະຫຼອດໄລຍະເວລາສາມປີທີ່ໄດ້ເຮັດວຽກກ່ຽວກັບຊິບສ໌ຄອມພິວເຕີ ທີ່ກ່ຽວຂ້ອງກັບຮ່າງກົດໝາຍນີ້ ໂດຍເລີ້ມຕົ້ນດ້ວຍອັນທີ່ເອີ້ນໃນຕອນນັ້ນ ວ່າ ຮ່າງກົດໝາຍເຂດແດນທີ່ບໍ່ສິ້ນສຸດ ຫຼື Endless Frontier Act.

ຮ່າງກົດໝາຍນີ້ ທີ່ໄດ້ຖືກນຳສະເໜີໄດ້ຜ່ານຫຼາຍຂັ້ນຕອນຊ້ຳແລ້ວຊ້ຳອີກ ກ່ອນ ທີ່ມັນໄດ້ຖືກຮັບຜ່ານເປັນຮ່າງກົດໝາຍ ຊິບສ໌ ແລະວິທະຍາສາດ ມູນຄ່າ 280 ຕື້ໂດລາ ດ້ວຍການລົງຄະແນນສຽງ 243 ຕໍ່ 187 ສຽງໃນສະພາຕໍ່າ ແລະ 64 ຕໍ່ 33 ສຽງ ໃນສະພາສູງ ເມື່ອເດືອນກໍລະກົດ.

ເມື່ອປີກາຍນີ້ ການຂາດແຄນຊິບສ໌ຄອມພິວເຕີໄດ້ສົ່ງຜົນກະທົບຕໍ່ການສະໜອງແກ່ ອຸດສາຫະກຳລົດຍົນ ເຄື່ອງໃຊ້ອີເລັກໂທຣນິກ ແລະຜະລິດຕະພັນອື່ນໆ ເຮັດໃຫ້ພາວະເງິນເຟີ້ສູງຂຶ້ນກວ່າເກົ່າ ໃນທົ່ວໂລກ ແລະເຮັດໃຫ້ອັດຕາຄວາມເພິ່ງພໍໃຈຂອງມະຫາຊົນພາຍໃນຊາວອາເມຣິກັນຜູ້ທີ່ມີສິດອອກສຽງ ຕໍ່ທ່ານໄບເດັນ ນັ້ນ ຫລຸດລົງຢ່າງຫຼວງຫຼາຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG