ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໄບເດັນ ເຊັນຮັບຮອງເອົາກົດໝາຍ ຕ້ານການ ກໍ່ອາຊະຍາກຳ ຍ້ອນຄວາມກຽດຊັງ


ປະທານາທິບໍດີ ໂຈ ໄບເດັນເອົາບິກຍື່ນໃຫ້ສະມາຊິກສະພາສູງ Mazie Hirono, ສັງກັດພັກເດໂມແຄຣັດຈາກລັດຮາວາຍ ພາຍຫລັງທີ່ໄດ້ເຊັນກົດໝາຍຕ້ານການກໍ່ອາຊະຍາກໍາ ຍ້ອນຄວາມກຽດຊັງທີ່ກ່ຽວຂ້ອງກັບ COVID-19 ຢູ່ຫ້ອງການດ້ານຕາເວັນອອກຂອງທໍານຽບຂາວ ໃນວັນທີ 20 ພຶດສະພາ, 2021
ປະທານາທິບໍດີ ໂຈ ໄບເດັນເອົາບິກຍື່ນໃຫ້ສະມາຊິກສະພາສູງ Mazie Hirono, ສັງກັດພັກເດໂມແຄຣັດຈາກລັດຮາວາຍ ພາຍຫລັງທີ່ໄດ້ເຊັນກົດໝາຍຕ້ານການກໍ່ອາຊະຍາກໍາ ຍ້ອນຄວາມກຽດຊັງທີ່ກ່ຽວຂ້ອງກັບ COVID-19 ຢູ່ຫ້ອງການດ້ານຕາເວັນອອກຂອງທໍານຽບຂາວ ໃນວັນທີ 20 ພຶດສະພາ, 2021

ໃນຂະນະທີ່ຍົກຍ້ອງວ່າມັນເປັນຕົວຢ່າງໃນການຮ່ວມມືກັນຂອງສອງພັກ ທີ່ຫາ ຍາກໃນຍຸກປັດຈຸບັນ ທ່ານປະທານາທິບໍດີ ໂຈ ໄບເດັນ ໃນວັນພະຫັດວານນີ້ ໄດ້ເຊັນຮັບຮອງເອົານິຕິກໍາ ທີ່ມີຈຸດປະສົງຕ້ານການກໍ່ອາຊະຍາກຳ ຕໍ່ຄົນເຊື້ອ ສາຍເອເຊຍ, ເຊິ່ງໄດ້ເພີ່ມຂຶ້ນຢ່າງວ່ອງໄວ ຢູ່ໃນສະຫະລັດໃນໄລຍະທີ່ມີການແຜ່ລະບາດຂອງໄວຣັສໂຄໂຣນາຢູ່ນີ້.

ຄວາມກຽດຊັງ ແລະການຈໍາແນກຜິວພັນ “ເປັນຢາພິດທີ່ຂີ້ຮ້າຍທີ່ໄດ້ຫລອກຫລອນ ແລະເປັນໄພຕໍ່ປະເທດຊາດຂອງພວກເຮົາມາເປັນເວລາດົນນານແລ້ວ,” ນັ້ນຄືຄໍາເວົ້າຂອງທ່ານປະທານາທິບໍດີກ່າວກ່ອນທີ່ຈະລົງນາມໃສ່ຮ່າງກົດໝາຍດັ່ງກ່າວຢູ່ຫ້ອງການທາງທິດຕາເວັນອອກຂອງທຳນຽບຂາວ.

ກົດໝາຍນີ້ໄດ້ສ້າງຕຳແໜ່ງໃໝ່ອັນນຶ່ງຂຶ້ນມາ ຢູ່ໃນກະຊວງຍຸຕິທຳເພື່ອເລັ່ງການທົບທວນຄືນການກໍ່ອາຊະຍາກຳ ທີ່ກ່ຽວຂ້ອງກັບຄວາມກຽດຊັງທີ່ກ່ຽວຂ້ອງກັບພະຍາດໂຄວິດ-19 ແລະໃຫ້ການຊ່ວຍເຫລືອ ແກ່ອົງການບັງຄັບໃຊ້ກົດໝາຍ ທ້ອງຖິ່ນ ເພື່ອຕອບໂຕ້ກັບຄວາມຮຸນແຮງດັ່ງກ່າວ. ມັນຍັງມີຈຸດປະສົງເພື່ອປັບ ປຸງການເກັບກຳຂໍ້ມູນດ້ານການກໍ່ອາຊະຍາກຳ ຍ້ອນຄວາມກຽດຊັງ ແລະສ້າງ ຕັ້ງສາຍດ່ວນທາງໂທລະສັບ ແລະການລາຍງານກ່ຽວກັບການກະທຳດັ່ງກ່າວທາງອອນລາຍ.

"ກົດໝາຍໃໝ່ສະບັບນີ້ ຈະຊ່ວຍເລັ່ງການຮັບມືຂອງພວກເຮົາຕໍ່ການກໍ່ອາຊະຍາກຳຍ້ອນຄວາມກຽດຊັງແລະສະໜອງຊັບພະຍາກອນໃຫ້ແກ່ຂະແໜງການບັງຄັບໃຊ້ກົດໝາຍ ເພື່ອປັບປຸງການລາຍງານ ກ່ຽວກັບການກໍ່ການຮ້າຍ ຍ້ອນຄວາມ ກຽດຊັງ," ນັ້ນຄືຄໍາເວົ້າຂອລັດຖະມົນຕີກະຊວງຍຸຕິທໍາຂອງສະຫະລັດ, ທ່ານ ເມີຣິກ ກາແລນ (Merrick Garland) ກ່າວຢູ່ໃນຖະແຫຼງການສະບັບ ນຶ່ງ. ທ່ານກ່າວຕໍ່ໄປວ່າ "ກົດໝາຍດັ່ງກ່າວຈະຊ່ວຍຂະແໜງບັງຄັບໃຊ້ກົດໝາຍໃນດ້ານແນເປົ້າໝາຍການດໍາເນີນຄວາມພະຍາຍາມຂອງຕົນ, ເຊິ່ງຈະຊ່ວຍປ້ອງກັນບໍ່ໃຫ້ອາຊະຍາກຳທີ່ໂຫດຮ້າຍເຫລົ່ານີ້ເກີດຂຶ້ນ ແລະຕອບໂຕ້ກັບການກໍ່ອາຊະຍາ ກໍາຢ່າງມີປະສິດພາບ ແລະມີປະສິດທິຜົນດີ, ເມື່ອມັນເກີດຂຶ້ນ."

ກ່ອນທີ່ທ່ານປະທານາທິບໍດີອອກຄໍາເຫັນນັ້ນ, ຮອງປະທານາທິບໍດີຄາມາລາ ແຮຣິສ ຊຶ່ງເປັນຄົນອາເມຣິກັນຜິວດຳ ແລະມີເຊື້ອສາຍເອເຊຍຄົນທຳອິດ ທີ່ດຳລົງ ຕຳແໜ່ງຢູ່ໃນຫ້ອງການນັ້ນ ໄດ້ກ່າວຕໍ່ຜູ້ຟັງຢູ່ທີ່ນັ້ນວ່າກົດໝາຍນີ້ "ນໍາ ພາພວກເຮົາຫຍັບເຂົ້າອີກບາດກ້າວນຶ່ງ ໃກ້ກັບການຍຸຕິຄວາມກຽດຊັງບໍ່ພຽງແຕ່ ສຳລັບຊາວອາເມຣິກັນເຊື້ອສາຍເອເຊຍເທົ່ານັ້ນແຕ່ຍັງສຳລັບຊາວອາເມຣິກັນທັງໝົດອີກດ້ວຍ."

ມີແຕ່ສະມາຊິກສະພາສູງສະຫະລັດຄົນດຽວທີ່ໄດ້ລົງຄະແນນສຽງຄັດຄ້ານຮ່າງກົດໝາຍດັ່ງກ່າວ ທີ່ຍັງໄດ້ຮັບການສະໜັບສະໜູນຢ່າງກວ້າງຂວາງຈາກພວກ ສັງກັດພັກເດໂມແຄຣັດ ແລະພັກຣີພັບບລີກັນຢູ່ໃນສະພາຕໍ່ານັ້ນ.

ທ່ານ ໄບເດັນ ກ່າວໃນວັນພະຫັດວານນີ້ວ່າ "ພວກເຮົາບໍ່ໄດ້ເຫັນການເຫັນພ້ອມ ນໍາກັນລະຫວ່າງສອງພັກແບບນີ້ມາເປັນເວລາດົນນານແລ້ວ ໃນນະຄອນຫຼວງວໍຊິງຕັນ,"

ການກໍ່ອາຊະຍາກຳຕ້ານຄົນເຊື້ອສາຍເອເຊຍໄດ້ເພີ່ມຂຶ້ນ 150 ເປີເຊັນໃນຕົວເມືອງໃຫຍ່ຂອງອາເມຣິກາໃນປີ 2020, ອີງຕາມຂໍ້ມູນຂອງຕຳຫຼວດ.

ກົດໝາຍໃໝ່ດັ່ງກ່າວນີ້ພຽງແຕ່ແມ່ນບາດກ້າວນຶ່ງໄປຫາການຍອມຮັບຄົນທີ່ແຕກຕ່າງຈາກຕົນ ຫຼາຍຂຶ້ນກວ່າເກົ່າ ນັ້ນຄືສິ່ງທີ່ທ່ານໄບເດັນໄດ້ຍົກໃຫ້ເຫັນຢູ່ໃນຄຳປາໄສຂອງທ່ານ ໂດຍກ່າວວ່າ “ໃນໄລຍະນຶ່ງປີທີ່ຜ່ານມາ, ຊາວອາເມຣິກັນເຊື້ອສາຍເອເຊຍໃນຈຳນວນຫຼາຍເກີນໄປທີ່ "ມີຄວາມຢ້ານກົວຢ່າງແທ້ຈິງ ໃນ ເລື້ອງຄວາມປອດໄພຂອງພວກເຂົາເຈົ້າ."

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG