ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບເດັນ ເຊັນດຳລັດ ເພື່ອຕ່າວປີ້ນ ນະໂຍບາຍ ຄົນເຂົ້າເມືອງຂອງ ທ່ານ ທຣຳ


ຜູ້ຍົກຍ້າຍຖິ່ນຖານຄົນນຶ່ງນັ່ງກັບລູກຂອລາວ ໃນຂະນະທີ່ເຂົາເຈົ້າລໍຖ້າຟັງເລກຂອງເຂົາເຈົ້າຖືກເອີ້ນ ເພື່ອຂໍລີ້ໄພໃນ ສະຫະລັດ, ຢູ່ເຂດຊາຍແດນໃນເມືອງ ທິຮວານາ, ປະເທດ ເມັກຊິໂກ. 25 ມັງກອນ, 2019.
ຜູ້ຍົກຍ້າຍຖິ່ນຖານຄົນນຶ່ງນັ່ງກັບລູກຂອລາວ ໃນຂະນະທີ່ເຂົາເຈົ້າລໍຖ້າຟັງເລກຂອງເຂົາເຈົ້າຖືກເອີ້ນ ເພື່ອຂໍລີ້ໄພໃນ ສະຫະລັດ, ຢູ່ເຂດຊາຍແດນໃນເມືອງ ທິຮວານາ, ປະເທດ ເມັກຊິໂກ. 25 ມັງກອນ, 2019.

ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໄດ້ເຊັນດຳລັດຫຼາຍສະບັບໃນວັນອັງຄານວານນີ້ ເພື່ອເລີ່ມທີ່ຈະຮື້ຖອນນະໂຍບາຍການຈຳກັດຄົນເຂົ້າເມືອງຂອງອະດີດປະທານາທິບໍດີ ດໍໂນລ ທຣຳ, ລວມທັງການນຳເອົາຄອບຄົວທີ່ຖືກແຍກອອກຈາກກັນຢູ່ເຂດຊາຍແດນ ສະຫະລັດ ກັບເມັກຊິໂກກັບມາໂຮມກັນຄືນ.

ທ່ານ ໄບເດັນ ໄດ້ກ່າວໃນຂະນະທີ່ກຳລັງເຊັນດຳລັດຕ່າງໆວ່າ “ຂ້າພະເຂົ້າບໍ່ໄດ້ເຮັດກົດໝາຍໃໝ່. ຂ້າພະເຈົ້າກຳລັງກຳຈັດນະໂຍບາຍທີ່ບໍ່ດີ.”

ໃນຊົ່ວໂມງຕົ້ນໆຂອງການເປັນປະທານາທິບໍດີຂອງທ່ານເມື່ອສອງອາທິດທີ່ຜ່ານມາ, ທ່ານ ໄບເດັນ ໄດ້ດຳເນີນການຢຸດການກໍ່ສ້າງກຳແພງທີ່ມີມູນຄ່າ 16 ຕື້ ໂດລາຂອງທ່ານ ທຣຳ ຢູ່ຕາມເຂດຊາຍແດນ ແລະ ສົ່ງກົດໝາຍຄົນເຂົ້າເມືອງທີ່ມີຜົນກະທົບຢ່າງກວ້າງຂວາງໄປໃຫ້ລັດຖະສະພາ, ບ່ອນທີ່ບັນດານັກການເມືອງໄດ້ພົບທາງຕັນລະຫວ່າງ ພວກຫົວເສລີນິຍົມກຳລັງພະຍາຍາມທີ່ຈະເຮັດໃຫ້ຊ່ອງທາງການຂໍສັນຊາດ ສະຫະລັດ ງ່າຍຂຶ້ນ ແລະພວກອະນຸລັກນິຍົມພະຍາຍາມທີ່ຈະຍັບຢັ້ງຄົນເຂົ້າເມືອງທີ່ຜິດກົດໝາຍ.

ຈຸດເພັ່ງເລັງໃນປັດຈຸບັນຂອງທ່ານ ໄບເດັນ ແມ່ນເຂດຊາຍແດນຍາວ 2,300 ກິໂລແມັດທາງພາກໃຕ້ທີ່ຕິດກັບ ເມັກຊິໂກ, ບ່ອນທີ່ທ່ານ ທຣຳ ໄດ້ພະຍາຍາມທີ່ຈະປ້ອງກັນບໍ່ໃຫ້ພວກຍົກຍ້າຍຖິ່ນ ຖານຫຼາຍພັນຄົນຈາກປະເທດ ເມັກຊິໂກ, ຮອນດູຣັສ, ແອລ ຊາລວາດໍ ແລະ ກວາເຕມາລາ ເຂົ້າ ມາໃນ ສະຫະລັດ.

ທ່ານ ທຣຳ ໄດ້ນຳພາການສ້ອມແປງ ແລະ ຂະຫຍາຍກຳແພງຊາຍແດນ ແລະ ໄດ້ອອກນະໂຍບາຍການກັກຂັງ ແລະ ເນລະເທດທີ່ຮຸນແຮງສຳລັບຄົນທີ່ໄດ້ຂ້າມພື້ນທີ່ເຂດຊາຍແດນທີ່ໂດດດ່ຽວ ແລະ ເຂົ້າມາໃນ ສະຫະລັດ.

ນຶ່ງໃນດຳລັດທີ່ທ່ານ ໄບເດັນ ໄດ້ເຊັນ ແມ່ນເພື່ອສ້າງຕັ້ງໜ່ວຍປະຕິບັດການພິເສດທີ່ຖືກອອກແບບມາ ເພື່ອເຕົ້າໂຮມເດັກນ້ອຍຍ້າຍຖິ່ນຖານຫຼາຍກວ່າ 600 ຄົນກັບພໍ່ແມ່ຂອງເຂົາເຈົ້າ ຫຼັງຈາກພວກເຈົ້າໜ້າທີ່ລັດຖະບານກາງໄດ້ແຍກພວກເຂົາອອກຈາກກັນຢູ່ເຂດຊາຍແດນໃນປີ 2017 ແລະ 2018. ບັນດາເຈົ້າໜ້າທີ່ເວົ້າວ່າສະຕີໝາຍເລກນຶ່ງທ່ານນາງ ຈິລ ໄບເດັນ ແມ່ນຄາດວ່າຈະເອົາ ບົດບາດທີ່ຂະຫຍັນຂັນແຂງໃນຂະບວນການດັ່ງກ່າວ.

ຢູ່ໃນພິທີເຊັນດຳລັດຕ່າງໆນັ້ນ, ທ່ານ ໄບເດັນ ໄດ້ກ່າວວ່າທ່ານຫວັງທີ່ຈະກຳຈັດ “ຂໍ້ຕຳໜິ” ຂອງການແຍກຄອບຄົວ. ທ່ານ ໄບເດັນ ບໍ່ໄດ້ຕອບຄຳຖາມໃດໆຈາກບັນດານັກຂ່າວໃນວັນອັງຄານວານນີ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG