ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໒ ພຶດສະພາ ໒໐໒໔

ປະທານາທິບໍດີ ໄບເດັນ ເຊັນຮ່າງກົດໝາຍ ຫ້າມນຳ​ເຂົ້າສິນຄ້າ ທີ່ເຮັດໂດຍແຮງງານແບບຂ້າທາດ ຂອງຊາວວີເກີ້


ພວກປະທ້ວງຈາກປະຊາຄົມວີເກີ້ ພາກັນເດີນໃກ້ກັບສະພາແບລຢ້ຽມ ໃນນະຄອນບຣັສເຊີລສ໌ ວັນທີ 8 ກໍລະກົດ 2021.
ພວກປະທ້ວງຈາກປະຊາຄົມວີເກີ້ ພາກັນເດີນໃກ້ກັບສະພາແບລຢ້ຽມ ໃນນະຄອນບຣັສເຊີລສ໌ ວັນທີ 8 ກໍລະກົດ 2021.

ທໍານຽບຂາວກ່າວວ່າ ປະທານາທິບໍດີ ໂຈໄບເດັນ ໄດ້ລົງ​ນາມ​ໃນ​ຮ່າງກົດໝາຍໃນວັນພະຫັດວານນີ້ ທີ່ຫ້າມ​ບໍ່​ໃຫ້​ນຳ​ເຂົ້າສິນຄ້າທີ່ຜະລິດໂດຍແຮງງານແບບຂ້າທາດຂອງຊາວີເກີ້.

ກົດໝາຍ​ປ້ອງ​ກັນບໍ່​ໃຫ້​ໃຊ້ແຮງງານແບບ​ບັງ​ຄັບ​ຂອງ​ຊາວ​ວີ​ເກີ້ ຊຶ່ງ​ໄດ້​ຮັບ​ການ​ອະ​ນຸ​ມັດ​ຈາກ​ສະ​ພາ​ໃນ​ອາ​ທິດ​ແລ້ວນີ້ ຫຼັງຈາກມີການເຈລະຈາ​ເປັນ​ເວ​ລາ​ນຶ່ງ​ປີ ​ແມ່ນຫ້າມການນຳເຂົ້າ​ທັງ​ໝົດ ຈາກຂົງເຂດຊິນຈຽງຂອງຈີນ ມາສູ່ສະຫະລັດ ນອກ​ຈາກວ່າ ບັນດາບໍລິສັດສາມາດສະແດງໃຫ້ ລັດຖະບານສະຫະລັດ ເຫັນ ວ່າ “ມີ
ຫລັກຖານທີ່ຈະແຈ້ງ ແລະເຊື່ອຖືໄດ້ວ່າ” ຕ່ອງໂສ້ອຸບປະທານ ຂອງເຂົາ ເຈົ້າ ບໍ່ໄດ້ໃຊ້ແຮງງານແບບຂ້າທາດຂອງຊາວມຸສລິມ ຢູ່ຕາມສູນຕ່າງໆຂອງຈີນ.

ປັກກິ່ງກ່າວເຖິງສູນຕ່າງໆວ່າ ເປັນ “ສູນສຳ​ມະ​ນາ” ​ໂດຍບັນດາສະຖານທີ່ເຫລົ່ານີ້ໄດ້ແນໃສ່ເພື່ອ​ປາບ​ປາມ​ຜູ້ກໍ່ການຮ້າຍ. ການ​ຊຸກ​ຍູ້​ຄັ້ງ​ໃໝ່ເພື່ອໃຫ້ຈີນຮັບຜິດຊອບຕໍ່ການ​ລະ​ເມີດສິ​ດທິມະນຸດ ມີ​ຂຶ້ນກ່ອນໜ້າການແຂ່ງຂັນກິລາໂອ ລິມປິກລະດູໜາວ ໃນເດືອນກຸມພາປີ 2022 ທີ່ນະຄອນຫຼວງປັກກິ່ງ. ສະຫະ ລັດໄດ້ປະກາດວ່າ ການກະທຳຂອງ​ຈີນຕໍ່ຊາວວີເກີ້ ໃນຕົ້ນປີນີ້​ເປັນ​ການ​ຂ້າລ້າງ​ເຊື້ອ​ຊາດ​ເຜົ່າ​ພັນ ແລະໄດ້ປະກາດໃນການບອຍຄອດດ້ານການທູດຕໍ່ການແຂ່ງຂັນກິລາໂອລິມປິກ ໃນອາທິດແລ້ວນີ້.

ໃນຕົ້ນເດືອນນີ້ ສານອິດສະຫຼະ ພົບ​ເຫັນວ່າ ພວກ​ຜູ້​ນຳ​ອະວຸໂສ​ຂອງຈີນ “​ຕົ້ນ​ຕໍ​ແລ້ວ​ແມ່ນ​ຜູ້ຮັບຜິດຊອບ” ທີ່​ໄດ້​ທຳການຂ້າລ້າງ​ເຊື້ອ​ຊາດ​ເຜົ່າ​ພັນຊາວວີເກີ້. ຈີນໄດ້ປະນາມ ຮ່າງກົດໝາຍ​ສະ​ບັບ​ນີ້ ​ແລະ​ກ່​າວວ່າ ສະຫະລັດ ໜ້າໄ​ຫວ້ຫຼັງຫຼອກທີ່ບໍ່​ໄດ້​ແກ້​ໄຂການ​ບັງ​ຄັບ​ໃຊ້ແຮງງານ ຢູ່ໃນຂອບເຂດຊາຍ​ແດນຂອງຕົນ.

ໂຄສົກກະຊວງຕ່າງປະເທດຈີນ ທ່ານສາວ ລີຈຽນ (Zhao Lijian) ໄດ້ກ່າວຢູ່ ກອງປະຊຸມ​ຖະ​ແຫຼງຂ່າວ​ໃນອາທິດແລ້ວນີ້ວ່າ “ຈີນຄັດຄ້ານຢ່າງແຂງຂັນຕໍ່ການແຊກແຊງຂອງສະພາສະຫະລັດ ຢູ່ໃນກິດຈະການພາຍ​ໃນຂອງຈີນ ໂດຍ​ໃຊ້ບັນ ຫາເຂດຊິນຈຽງ​ເປັນ​ຂໍ້​ອ້າງ. ດ້ວຍ​ການ​ເສກ​ສັນ​ປັ້ນ​ແຕ່ງເລື້ອງຂີ້ຕົວະ ແລະເຮັດໃຫ້ມີບັນຫາ ກ່ຽວ​ກັບເລຶ້ອງດັ່ງກ່າວ ພວກນັກການເມືອງສະຫະລັດຈຳນວນນຶ່ງກຳລັງຊອກຫາຊ່ອງ​ທາງ​ເພື່ອ​ຢາກຄວບຄຸມຈີນແລະຖ່ວງ​ດຶງການພັດທະນາຂອງຈີນ ໂດ​ຍໃຊ້​ເລ້​ຫຼ່ຽມທາງການເມືອງແລະການຂົ່ມ​ຂູ່​ທາງ​ເສດ​ຖະ​ກິດ ໃນນາມສິດທິມະນຸດ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG