ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານໄບເດັນ ກ່າວວ່າ ທໍ່ສົ່ງແກັສທຳມະຊາດຂອງຢູໂຣບ ຈະຍຸຕິລົງ ຖ້າຣັດເຊຍບຸກລຸກ ຢູເຄຣນ


ປະທານາທິບໍດີ ໂຈ ໄບເດັນ, ຂວາ, ສະແດງທ່າທີ ໃນລະຫວ່າງພົບປະກັບ ນາຍົກລັດຖະມົນຕີເຢຍຣະມັນ ໂອຣາຟ ໂຊລສ໌ ໃນຫ້ອງຊົງຮູບໄຂ່ ຂອງທຳນຽບຂາວ, ໃນນະຄອນຫຼວງວໍຊິງຕັນ, ວັນທີ 7 ກຸມພາ 2022.
ປະທານາທິບໍດີ ໂຈ ໄບເດັນ, ຂວາ, ສະແດງທ່າທີ ໃນລະຫວ່າງພົບປະກັບ ນາຍົກລັດຖະມົນຕີເຢຍຣະມັນ ໂອຣາຟ ໂຊລສ໌ ໃນຫ້ອງຊົງຮູບໄຂ່ ຂອງທຳນຽບຂາວ, ໃນນະຄອນຫຼວງວໍຊິງຕັນ, ວັນທີ 7 ກຸມພາ 2022.

ປະທານາທິບໍດີສະຫະລັດ ໂຈ ໄບເດັນ ໄດ້ກ່າວວ່າ ທໍ່ສົ່ງແກັສທຳມະ​ຊາດຂອງ ຢູໂຣບທີ່ເອີ້ນວ່າ Nord Stream 2 ທີ່ສຳຄັນຢ່າງຍິ່ງນັ້ນ ຈະບໍ່ເດີນໜ້າຕໍ່ໄປ ຖ້າຣັດເຊຍ ບຸກລຸກຢູເຄຣນ ໃນຂະນະທີ່ມີຄວາມພະຍາຍາມເຈລະຈາທາງການທູດໃນລະດັບສູງເກີດຂຶ້ນ ໃນວັນຈັນວານນີ້ ກັບຜູ້ນຳຂອງເຢຍຣະມັນທີ່ເດີນທາງ ມາຍັງນະຄອນຫຼວງວໍຊິງຕັນ ແລະປະທານາທິບໍດີຂອງຝຣັ່ງ ກໍເດີນທາງໄປຍັງນະຄອນຫຼວງມົສກູ ເພື່ອພະຍາຍາມຫລີກເວັ້ນການບຸກໂຈມຕີ.

ທ່ານໄບເດັນ ໄດ້ກ່າວຕໍ່ບັນດານັກຂ່າວຢູ່ທີ່ທຳນຽບຂາວ ໃນວັນຈັນວານນີ້ ຫຼັງຈາກໄດ້ພົບປະກັບນາຍົກລັດຖະມົນຕີເຢຍຣະມັນ ທ່ານ ໂອລາຟ ໂຊລສ໌ ວ່າ “ຄັນຄິດວ່າ Nord Stream 2 ຈະດຳເນີນການຕໍ່ໄປ” ໃນເຫດການຂອງການບຸກໂຈມຕີໂດຍພວກລົດຖັງແລະກອງກຳລັງທະຫານຂອງຣັດເຊຍ ແມ່ນວ່າ “ຈະເກີດຂຶ້ນບໍ່ໄດ້ເລີຍ.”

“ຂ້າພະເຈົ້າສັນຍາກັບທ່ານ ພວກເຮົາສາມາດເຮັດອັນນັ້ນໄດ້” ທ່ານໄບເດັນ ໄດ້ກ່າວໄປ ເມື່ອຖືກຖາມວ່າ ທ່ານສາມາດເຮັດໃຫ້ເກີດຂຶ້ນໄດ້ແນວໃດ.

ທ່ານໂຊລສ໌ ບໍ່ໄດ້ກ່າວໂດຍກົງ ວ່າ ເຢຍຣະມັນຈະຍົກເລີກໂຄງການທໍ່ສົ່ງແກັສດັ່ງກ່າວຫຼືບໍ່ ແຕ່ທ່ານໄດ້ກ່າວວ່າ “ພວກເຮົາຈະເອົາທຸກບາດກ້າວທີ່ຈຳເປັນ ແລະທຸກຢ່າງຈະຖືກປະຕິບັດຮ່ວມກັນ” ກັບສະຫະລັດ ແລະບັນດາປະເທດພັນທະມິດ ອື່ນໆ.

ທ່ານເວົ້າອີກວ່າ “ພວກເຮົາໄດ້ກະກຽມການຕອບໂຕ້ທີ່ຈະຊ່ອຍພວກເຮົາຢ່າວ່ອງໄວຖ້າຫາກວ່າມີຄວາມຈຳເປັນ” ໃນເຫດການຂອງການບຸກໂຈມຕີຂອງຣັດເຊຍ.” ທ່ານໄດ້ກ່າວວ່າ ເຢຣະມັນ ຈະບໍ່ “ໃຫ້ລາຍລະອຽດທຸກຢ່າງໃນສາທາລະນະ.”

ເຄື່ອງໝາຍສັນຍາລັກຂອງໂຄງການທໍ່ແກັສ Nord Stream 2 ແມ່ນເຫັນໄດ້ຢູ່ວົງລ້ອມຂອງທໍ່ຂະໜາດໃຫຍ່ ຢູ່ທີ່ ໂຮງງານຜະລີດທໍ່ (Chelyabinsk Pipe Rolling Plant) ທີ່ ບໍລິສັດກຸ່ມ ChelPipe ເປັນເຈົ້າຂອງ ໃນເມືອງ Chelyabinsk ຂອງຣັດເຊຍ, ວັນທີ 26 ກຸມພາ 2020.
ເຄື່ອງໝາຍສັນຍາລັກຂອງໂຄງການທໍ່ແກັສ Nord Stream 2 ແມ່ນເຫັນໄດ້ຢູ່ວົງລ້ອມຂອງທໍ່ຂະໜາດໃຫຍ່ ຢູ່ທີ່ ໂຮງງານຜະລີດທໍ່ (Chelyabinsk Pipe Rolling Plant) ທີ່ ບໍລິສັດກຸ່ມ ChelPipe ເປັນເຈົ້າຂອງ ໃນເມືອງ Chelyabinsk ຂອງຣັດເຊຍ, ວັນທີ 26 ກຸມພາ 2020.

ໂຄງການທໍ່ສົ່ງແກັສ Nord Stream 2 ເປັນການວາງທໍ່ຢູ່ໃຕ້ທະເລບາລຕິກ ທີ່ໄດ້ຖືກອອກແບບເພື່ອນຳເອົາແກັສທຳມະຊາດຂອງຣັດເຊຍ ໄປໃຫ້ເຢຍຣະມັນ. ທໍ່ແກັສນີ້ ໄດ້ສ້າງເປັນທີ່ສຳເລັດເມື່ອມໍ່ໆມານີ້ ແຕ່ຍັງບໍ່ທັນໄດ້ດຳເນີນການ​ສົ່ງ​ແກັ​ດເທື່ອ.

ສະຫະລັດ ຮວມທັງປະເທດອື່ນໆ ໄດ້ມອງເຫັນວ່າ ການຢຸດຢັ້ງ ກ່ຽວກັບໂຄງ ການທໍ່ແກັດ ເປັນສ່ວນນຶ່ງຂອງການສະກັດກັ້ນການບຸກໂຈມຕີຢູເຄຣນ ໂດຍຣັດເຊຍ ຊຶ່ງເປັນການກຳຈັດລາຍໄດ້ທີ່ຈະໄດ້ຮັບຂອງຣັດເຊຍຈາກໂຄງການທໍ່ແກັສນັ້ນ.

ໃນການກ່າວຖະແຫລງຕໍ່ບັນດານັກຂ່າວໃນວັນຈັນວານນີ້ ທ່ານໄບເດັນ ຍັງໄດ້ຮຽກຮ້ອງຕໍ່ຊາວອາເມຣິກັນ ຢູ່ໃນຢູເຄຣນ ໃຫ້ອອກໄປຈາກປະເທດນັ້ນ ໂດຍກ່າວວ່າ “ມັນເປັນການຕັດສິນໃຈ ທີ່ສະຫຼາດ” ສຳລັບພວກເຂົາ ທີ່ຈະເຮັດເຊັ່ນນັ້ນ.

ກະຊວງການຕ່າງປະເທດສະຫະລັດ ໄດ້ກ່າວໄປແລ້ວວ່າ ໃຫ້ພະນັກງານ ທີ່ບໍ່ຈຳເປັນຢູ່ໃນຢູເຄຣນ ສາມາດອອກໄປຈາກປະເທດນີ້ ພ້ອມກັບສະມາຊິກຄອບ ຄົວຂອງພວກເຂົາເຈົ້າ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG