ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ທຳນຽບຫ້າ​ແຈກ່​າວ​ວ່າ​ 20 ປະ​ເທດກຳ​ລັງ​ສົ່ງ​ການ​ຊ່ວຍ​ເຫລືອດ້ານ​ຄວາມ​ໝັ້ນ​ຄົງ ໄປ​ໃຫ້​ແກ່​ຢູ​ເຄ​ຣນ


ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ທ່ານ​ລອຍ ອອ​ສ​ຕິນ ກ່າວ​ຕໍ່​ພວກ​ນັກ​ຂ່າວ ຫລັງ​ຈາກ​ມີ​ກອງ​ປະ​ຊຸມ​ທາງ​ອອນ​ລາຍ​ນ໌ ກັບ​ກຸ່ມ​ພົວ​ພັນ​ຂອງ​ຢູ​ເຄ​ຣນໃນ​ທຳ​ນຽບ​ຫ້າ​ແຈ, ວັນ​ທີ 23 ພຶດ​ສະ​ພາ, 2022.
ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ທ່ານ​ລອຍ ອອ​ສ​ຕິນ ກ່າວ​ຕໍ່​ພວກ​ນັກ​ຂ່າວ ຫລັງ​ຈາກ​ມີ​ກອງ​ປະ​ຊຸມ​ທາງ​ອອນ​ລາຍ​ນ໌ ກັບ​ກຸ່ມ​ພົວ​ພັນ​ຂອງ​ຢູ​ເຄ​ຣນໃນ​ທຳ​ນຽບ​ຫ້າ​ແຈ, ວັນ​ທີ 23 ພຶດ​ສະ​ພາ, 2022.

ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ທ່ານ​ລອຍ ອອ​ສ​ຕິນ ກ່າວ​ວ່າ ມີປະມານ 20 ປະ​ເທດ​ກຳລັງ​ສົ່ງການ​ຊ່ວຍ​ເຫລືອ​ດ້ານ​ ຄວາມ​ໝັ້ນ​ຄົງ​ໃໝ່​ໄປໃຫ້​ຢູ​ເຄຣນ.

ທ່ານອອ​ສ​ຕິນ ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ທີ່​ທຳນຽບຫ້າ​ແຈ ​ໃນ​ວັນ​ຈັນ​ວານ​ນີ້​ວ່າ “ຫຼາຍ​ປະ​ເທດ​ໄດ້​ບໍລິຈາກ​ລູກປືນ​ໃຫຍ່​ທີ່​ຈຳ​ເປັນ​ຢ່າງ​ຫຼວງ​ຫຼາຍ, ລະບົບ​ປ້ອງ​ກັນ​ຝັ່ງ​ທະ​ເລ, ລົດ​ຖັງ​ ແລະ​ລົດ​ຫຸ້ມ​ເກາະ​ອື່ນໆ. ປະ​ເທດອື່ນອີກ ໄດ້ເຂົ້າ​ມາ​ຮ່ວມ ດ້ວຍການ​ໃຫ້ຄໍາຫມັ້ນສັນຍາໃຫມ່ ສໍາລັບການຝຶກອົບຮົມກໍາລັງ​ທະ​ຫານຂອງຢູ ເຄຣນ ແລະຮັກສາລະບົບການທະຫານຂອງຕົນໃຫ້​ໝັ້ນ​ຄົງ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານອອ​ສ​ຕິນ ທີ່ກ່າວຕໍ່ນັກຂ່າວ ຢູ່ທີ່ທຳ​ນຽບ​ຫ້າ​ແຈໃນວັນຈັນ​ວານນີ້.

​ເດັນ​ມາກ​ກ່າວ​ວ່າ ຈະ​ສະໜອງເຄື່ອງ​ຍິງ​ລູກ​ສອນ​ໄຟ​ຕ້ານ​ກຳ​ປັ່ນ​ລົບ ຫລື harpoon ​ແລະ​ລູກ​ສອນ​ໄຟຕ້ານ​ເຮືອ​ບິນ​ໃຫ້​ແກ່​ກຳລັງ​ຢູ​ເຄຣນ ​ໃນ​ຂະນະ​ທີ່​ສາທາລະນະ​ລັດ​ເຊັກ​ ໄດ້​ບໍລິຈາກ​ເຮືອບິນ​ເຮ​ລິ​ຄອບ​ເຕີ​ສຳ​ລັບ​ທຳ​ການໂຈມ​ຕີ, ລົດ​ຖັງ ​ແລະ​ລະບົບ​ຈະ​ຫລວດ.

ກອງ​ປະຊຸມ​ໃນ​ວັນ​ຈັນ​ວານ​ນີ້ ​ລວມມີ 47 ປະ​ເທດ​ເຂົ້າ​ຮ່ວມທາງ​ອອນ​ລາຍ​ນ໌, ອີງ​ຕາມ​ທ່ານ​ນາຍ​ພົນມາກ ມີ​ລ​ລີ (Mark Milley), ປະທານ​ເສນາ​ທິການ​ຮ່ວມ​ຂອງ​ກອງທັບ​ອາ​ເມ​ຣິ​ກາ ຊຶ່ງ​ເປັນ​ເຈົ້າ​ໜ້າ​ທະ​ຫານຊັ້ນ​ສູງສຸດ​ຜູ້​ນຶ່ງ​. ອອ​ສ​ເຕ​ຣຍ​, ໂຄ​ລອມ​ເບຍ ແລະໄອ​ຣ໌​ແລນ ກໍ​ນອນຢູ່​ໃນບັນດາປະ​ເທດທີ່​ເຂົ້າຮ່ວມໃຫມ່.

ກອງ​ປະ​ຊຸມ​ຄັ້ງ​ຕໍ່​ໄປ​ຂອງ​ກຸ່ມ​ດັ່ງ​ກ່າວຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ 15 ມິ​ຖຸ​ນາ​ຢູ່​ນະ​ຄອນຫລວງບ​ຣັ​ສ​ເຊີ​ລ​ສ໌.

"ທຸກຄົນຢູ່ທີ່ນີ້ເຂົ້າໃຈເຖິງຄວາມ​ສຳ​ຄັນຂອງສົງຄາມນີ້, ແລະເຂົາເຈົ້າຂະຫຍາຍ ອອກໄປໄກເກີນ​ຂອບ​ເຂດຂອງ​ຢູ​ໂຣບອີກ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່​ານອອ​ສ​ຕິນ.


ປະທານາທິບໍດີ​ສະຫະລັດ, ທ່ານ​ໂຈ ໄບ​ເດັນກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ປະທານາ ທິບໍດີ​ຣັດ​ເຊຍ, ທ່ານວ​ລາ​ດິ​ເມຍ ປູ​ຕິນ "ຕ້ອງໄດ້​ຊົດ​ໃຊ້​ດ້ວຍ​ມູນ​ຄ່າ​ອັນ​ສູງ​ສຳ ລັບ​ຄວາມ​ປ່າ​ເຖື່ອນ​ຂອງ​ທ່ານ ທີ່ໄດ້​ກະ​ທຳ​ຢູ່ໃນ​ຢູ​ເຄຣນ."

ໃນຂະ​ນະ​ທີ່​ຢ້ຽມຢາມ​ຍີ່ປຸ່ນຢູ່ນັ້ນ, ທ່ານໄບ​ເດັນ​ໄດ້​ກ່າວ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ສົ່ງ​ຖ້ອຍ​ຄຳ ບອກ​ໃຫ້​ຮູ້​ວ່າ ຈະມີ​ການ​ລົງ​ໂທດ​ໃນ​ໄລຍະ​ຍາວ​ຕໍ່ຣັດ​ເຊຍ.

ທ່ານ​ໄບ​ເດັນ​ກ່າວ​ວ່າ "ຖ້າ​ໃນ​ຄວາມ​ເປັນ​ຈິງ​ແລ້ວ, ພາຍຫຼັງ​ທີ່​ລາວເຮັດສົງ​ຄາມ​ສິ້ນ​ສຸດ​ລົງ, ມີ​ການ​ເຊື່ອມສັນ​ທະ​ວະ​ໄມ​ຕີ​ກັນ​ລະ​ຫວ່າງຄົນ​ຢູ​ເຄ​ຣນ ແລະຣັດ​ເຊຍ ແລະການ​ລົງ​ໂທດ​ບໍ່​ໄດ້​ຖືກ​ສືບ​ຕໍ່​ແບບຍືນ​ຍົງໄປ​ໃນ​ຫຼາຍ​ດ້ານ, ແລ້ວ​ມັນ​ຈະ​ເປັນສັນ​ຍານ​ອັນ​ໃດ ​ທີ່​ສົ່ງ​ໃຫ້​ຈີນ​ຮູ້ ກ່ຽວ​ກັບ​ຄວາມ​ພະ​ຍາ​ຍາມ​ຍຶດ​ເອົາ​ໄຕ້​ຫວັນ​ໂດຍ​ການ​ໃຊ້ກຳ​ລັງ?"

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG