ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທຳນຽບຂາວ ປູພົມແດງ ຕ້ອນຮັບ ທ່ານ ໂມດີ ໃນການມາຢ້ຽມຢາມ ຢ່າງເປັນທາງການ


ແຟ້ມພາບ - ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ພົບປະກັບ ນາຍົກລັດຖະມົນຕີ ອິນເດຍ ນາເຣນດຣາ ໂມດີ ຢູ່ໃນຫ້ອງ ໂອໂວລ ຫຼື ຮູບຊົງໄຂ່ ຂອງທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ເມື່ອວັນທີ 24 ກັນຍາ 2021.
ແຟ້ມພາບ - ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ພົບປະກັບ ນາຍົກລັດຖະມົນຕີ ອິນເດຍ ນາເຣນດຣາ ໂມດີ ຢູ່ໃນຫ້ອງ ໂອໂວລ ຫຼື ຮູບຊົງໄຂ່ ຂອງທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ເມື່ອວັນທີ 24 ກັນຍາ 2021.

ໃນສັນຍານອັນຈະແຈ້ງທີ່ວ່າ ອິນເດຍ ເປັນປະເທດທີ່ສຳຄັນຍິ່ງສຳລັບສະຫະ ລັດ ດັ່ງນັ້ນ ທຳນຽບຂາວຈະຕ້ອນຮັບຢ່າງຫລູຫຼາເຕັມ​ທີ່ ໃນການເດີນທາງມາຢ້ຽມຢາມຢ່າງເປັນທາງການຂອງນາຍົກລັດຖະມົນຕີ ນາເຣນດຣາ ໂມດີ ແລະ ງານລ້ຽງຮັບປະທານອາຫານຄ່ຳ ໃນວັນພະຫັດມື້ອື່ນນີ້.

ປະທານາທິບໍດີ ໂຈ ໄບເດັນ ບໍ່ພຽງແຕ່ເຄີຍໄດ້ເຊື້ອເຊີນບັນດາເຈົ້າໜ້າທີ່ຜູ້ມີຕຳແໜ່ງສູງສຸດ ແລະຜູ້ຊົງກຽດທີ່ສຸດ ໃຫ້ມາຢ້ຽມຢາມທຳນຽບຂ່າວ ໃນເມື່ອກ່ອນຕັ້ງສອງຄັ້ງແບບດຽວກັນນັ້ນ ແກ່ ປະທານາທິບໍດີ ຂອງຝຣັ່ງ ທ່ານເອມແມນູແອລ ມາກຣົງ ແລະປະທານາທິບໍດີ ຂອງເກົາຫຼີໃຕ້ ທ່ານຢຸນ ຊຸກ ໂຢລ ຊຶ່ງເປັນບັນດາຜູ້ນຳ ພັນທະມິດສົນທິສັນຍາຂອງສະຫະລັດ.

ແມ່ນກະທັງຄຳເວົ້າ ທີ່ວ່າ “ການຢ້ຽມຢາມຢ່າງເປັນທາງການ” ນັ້ນ ແມ່ນມີຄວາມໝາຍທີ່ໂດດເດັ່ນ. ຂະນະທີ່ບັນດາຜູ້ນຳຂອງລັດຖະບານ ເຊັ່ນ ບັນດານາຍົກລັດຖະມົນຕີ ໂດຍປົກກະຕິແລ້ວ ຈະໄດ້ຖືກເຊື້ອເຊີນໃນຖານະ “ການຢ້ຽມຢາມທີ່ເປັນທາງການ” ແທນທີ່ຈະເວົ້າວ່າ “ການຢ້ຽມຢາມປະເທດ” ຊຶ່ງເປັນການໃຫ້ກຽດແກ່ບັນດາຜູ້ນຳຂອງປະເທດ ເຊັ່ນວ່າ ບັນດາກະສັດ ພ້ອມດ້ວຍ ບັນດາປະທານາທິບໍດີຂອງປະເທດຕ່າງໆ ຊຶ່ງທ່ານຊາຍ ແລະທ່ານຍິງ ຍັງເປັນຜູ້ນຳຂອງລັດຖະບານ.

ທຳນຽບຂາວບໍ່ທັນໄດ້ຕອບຄຳຖາມຕ່າງໆກ່ຽວກັບວ່າ ເປັນຫຍັງທ່ານໂມດີ ແມ່ນ ໄດ້ຮັບກໍລະນີຍົກເວັ້ນນີ້.

ໃນດ້ານຫຼັການແລ້ວ ມັນຈະເປັນການຍົກລະດັບຂຶ້ນຂັ້ນນຶ່ງ ເມື່ອປຽບທຽບໃສ່ການມາຢ້ຽມຢາມທຳນຽບຂາວ ໃນເມື່ອກ່ອນ ເມື່ອປີ 2014, 2016 ແລະ 2017 ຊຶ່ງເປັນ “ການຢ້ຽມຢາມເພື່ອວຽກງານ” “ການຮັບປະທານອາຫານທ່ຽງເພື່ອວຽກງານ” ແລະ “ການຢ້ຽມຢາມເພື່ອວຽກງານຢ່າງເປັນທາງການ” ຕາມລຳດັບໃນແຕ່ລະປີ.

In a clear sign that India is increasingly crucial for the United States, the White House will be rolling out its full pageantry on Thursday for Prime Minister Narendra Modi's official state visit and state dinner.

President Joe Biden has only twice previously extended such an invitation, the highest-ranking and most prestigious of White House visits, to French President Emmanuel Macron and South Korean President Yoon Suk Yeol, leaders of U.S. treaty allies.

Even the term "official state visit" is distinctive. As heads of government, prime ministers are usually invited on an "official visit" instead of a "state visit," which is given to heads of state such as monarchs, as well as presidents of countries where he or she is also the head of government.

The White House has not responded to queries about why Modi is given this exception. Protocol-wise, it will be a step up compared to his previous White House visits in 2014, 2016 and 2017, which were a "working visit," "working lunch," and "official working visit," respectively.

XS
SM
MD
LG