ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໓໐ ມີນາ ໒໐໒໔

ທ່ານ​ໄບ​ເດັນ ແລະ​ຜູ້​ນຳ​ຂອງ​ກາ​ຕາ​ ສົນ​ທະ​ນາ​ກັນ ​ກ່ຽວ​ກັບ​ການ​ສະ​ໜອງ ​ພະ​ລັງ​ງານ​ໃຫ້​ແກ່​ຢູ​ໂຣບ


ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ (ຂວາ) ຈັບ​ມື​ກັບ​ Sheikh Tamim bin Hamad Al Thani ຜູ້ຂອງ​ກາ​ຕາ​ຢູ່​ທຳ​ນຽບ​ຂາວ ໃນ​ວັນ​ທີ 31 ມັງ​ກອນ, 2022.
ປະ​ທາ​ນາ​ທິ​ບໍ​ດີ​ໂຈ ໄບ​ເດັນ (ຂວາ) ຈັບ​ມື​ກັບ​ Sheikh Tamim bin Hamad Al Thani ຜູ້ຂອງ​ກາ​ຕາ​ຢູ່​ທຳ​ນຽບ​ຂາວ ໃນ​ວັນ​ທີ 31 ມັງ​ກອນ, 2022.

ປະທານາທິບໍດີສະຫະລັດ, ທ່ານໂຈ ໄບ​ເດັນ ແລະຊີກ ທາ​ມິມ ບິນ ຮາ​ມາດ ອາ​ລ ທາ​ນີ (Sheikh Tamim bin Hamad Al Thani) ຂອງກາຕາ ໄດ້ພົບປະກັນທີ່ທຳນຽບຂາວໃນວັນຈັນວານນີ້. ບັນ​ຫາຢູ່ແຖວໜ້າໃນການເຈລະຈາຂອງພວກເພິ່ນ ແມ່ນການສົນທະນາກ່ຽວກັບເລື້ອງ​ ການສະຫນອງອາຍແກັສ ທໍາມະຊາດຂອງ​ກາ​ຕາ ໃຫ້ແກ່ຢູ​ໂຣບຖ້າ​ມີການໂຈມຕີຂອງຣັດເຊຍຕໍ່ ຢູເຄຣນ.

ກ່ອນ​ໜ້າ​ການ​ພົບ​ປະ​ຂອງ​ພວກ​ເພິ່ນນັ້ນ, ທ່ານໄບ​ເດັນ​ໄດ້​ພັນ​ລະ​ນາກ່ຽວ​ກັບ​ກາ​ຕາວ່າເປັນ “ພັນທະ​ມິດ​ທີ່​ສຳ​ຄັນ​ທີ່ບໍ່​ແມ່ນສະ​ມາ​ຊິກ​ອົງ​ການເນ​ໂຕ້” ແລະປະ​ມຸກ​ຂອງ​ກາ​ຕາເປັນ “ເພື່ອນທີ່​ດີ ແລະເປັນ​ຄູ່​ຮ່ວມ​ມື​ທີ່​ໄວ້​ວາງ​ໃຈ​ໄດ້.”

ທ່ານໄບ​ເດັນ ບອກຊີກ ທາ​ມິມ (Sheikh Tamim) ວ່າ "ພວກເຮົາມີ​ຄວາມມຸ້ງຫມັ້ນຕໍ່ປະເທດ ຊາດແລະມິດຕະພາບຂອງທ່ານ."

ສ່ວນປະ​ມຸກຂອງກາຕາທີ່​ເປັນຜູ້​ນໍາ​ອ່າວ​ເປີ​ເຊຍ​ຄົນ​ທໍາ​ອິດ​ທີ່​ໄດ້​ພົບ​ປະ​ກັບທ່ານ ໄບ​ເດັນ ໃນນະ​ຄອນ​ຫລວງ​ວໍ​ຊິງ​ຕັນ​ໃນຂະ​ນະ​ທີ່​ທ່ານ​ເປັນ​ປະ​ທາ​ນາ​ທິ​ບໍ​ດີໄດ້ນຶ່ງ​ປີນັ້ນກ່າວ​ວ່າ ​ກາ​ຕາ​ແລະ​ສະ​ຫະ​ລັດ​ມີ "ຄວາມ​ສໍາ​ພັນ​ທີ່​ເຂັ້ມ​ແຂງ​ຫລາຍ." ຊີກ ທາ​ມິມກ່າວອີກວ່າ ທ່ານວາງແຜນທີ່ຈະປຶກສາຫາລືກ່ຽວກັບ "ສິດທິເທົ່າທຽມກັນສໍາລັບຊາວປາແລັສໄຕນ໌" ກັບທ່ານໄບ​ເດັນ ແລະວິທີການເພື່ອ ສືບຕໍ່ຊອ​ກຫາສັນຕິພາບໃນຕາເວັນອອກກາງ.

​ເວລາ​ຂອງ​ການ​ພົບ​ປະ​ດັ່ງກ່າວ​ບໍ່​ແມ່ນ​ເປັນ​ເລື້ອງ​ບັງ​ເອີນ ໃນ​ຂະ​ນະ​ທີ່ສະ​ຫະ​ລັດ ແລະບັນດາ​ປະ​ເທດ​ພັນທະ​ມິດ​ຝ່າຍ​ຕາ​ເວັນ​ຕົກ​ກັງວົນໃຈ​ວ່າ ຖ້າ​ຫາກ​ມີ​ການ​ວາງ ມາດ​ຕະການ​ລົງ​ໂທດ​ທາງ​ເສດຖະກິດ​ຢ່າງ​ຮຸນ​ແຮງ​ຕໍ່ຣັດ​ເຊຍ​ເພື່ອ​ຕອບ​ໂຕ້ຕໍ່​ການ​ບຸກ​ໂຈມ​ຕີ​ຢູ​ເຄ​ຣນ, ທ່ານ​ວ​ລາ​ດິ​ເມຍ ປູ​ຕິນ ປະທານາທິບໍດີ​ຣັດ​ເຊຍຈະ​ແກ້​ແຄ້ນ​ຄືນດ້ວຍ​ການ​ຕັດ​ການ​ສະໜອງ​ພະລັງງານ​ໃຫ້​ບັນດາ​ປະ​ເທດ​ຢູ​ໂຣບ​ຕາ​ເວັນ​ຕົກ.

ຣັດ​ເຊຍສະ​ໜອງພະ​ລັງ​ງານ​ປະ​ມານ 1/3 ຂອງຄວາມ​ຕ້ອງ​ການ​ດ້ານພະ​ລັງ​ງານທັງ​ໝົດຂອງ​ຢູ​ໂຣບ​ຕາ​ເວັນ​ຕົກ. ກາຕາ, ປະເທດທີ່ມີປະຊາກອນປະມານ 2.9 ລ້ານຄົນ, ເປັນປະເທດທີ່ສົ່ງອອກອາຍແກັສທໍາມະຊາດເປັນອັນດັບສອງ ຂອງໂລກ, ລອງ​ລົງ​ມາຈາກສະຫະລັດພຽງເລັກນ້ອຍ, ແລະມີບົດບາດສໍາຄັນໃນຕະຫຼາດພະລັງງານຂອງໂລກ.

ເນື່ອງຈາກວ່າໂດ​ຮາ ມີສັນຍາພະລັງງານກັບບັນດາປະເທດເອ​ເຊຍແລ້ວ, ນັກວິ ເຄາະກ່າວວ່າມັນບໍ່ເປັນ​ທີ່​ຈະ​ແຈ້ງວ່າ ກາຕາຈະມີຄວາມສາມາດໃນການຜະລິດອາຍແກັສ ເພື່ອຊ່ວຍສະຫນອງໃຫ້ຢູ​ໂຣບຫລືບໍ່.

ສະຫະລັດ ​ແລະ​ບັນດາ​ປະ​ເທດ​ພັນທະ​ມິດ​ຕາ​ເວັນ​ຕົກ ໄດ້​ພະຍາຍາມ​ຈັດ​ວາງ​ສະ​ພາບ​ຕ່າງໆ ​ໃນ​ກໍລະນີ​ທີ່​ມົສກູ​ ບຸກ​ໂຈມ​ຕີ​ຢູ​ເຄຣນ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG