ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໘ ມີນາ ໒໐໒໓

ທ່ານໄບເດັນ ແລະ ທ່ານປູຕິນ ຈະກ່າວຄຳປາໄສ ກ່ຽວກັບບັນຫາຂັດແຍ້ງ ໃນຢູເຄຣນ


ປະທານາທິບໍດີ ສະຫະລັດ ໂຈ ໄບເດັນ ເດີນທາງຮອດສະໜາມບິນຂອງທະຫານ, ໃນນະຄອນຫຼວງວໍຊໍ ຂອງປະເທດໂປແລນ, ວັນທີ 20 ກຸມພາ 2023.

ການບຸກລຸກຢູເຄຣນຂອງຣັດເຊຍ ບໍ່ເທົ່າ​ໃດມື້ຈາກວັນຄົບຮອບນຶ່ງປີ ເປັນຫົວຂໍ້ຂອງສອງຄຳປາໄສທີ່ສຳຄັນ ໃນວັນອັງຄານມື້ນີ້ ຂະນະທີ່ປະທານາທິບໍດີຂອງ ຣັດເຊຍ ທ່ານວລາດີເມຍ ປູຕິນ ຈະກ່າວຄຳປາໄສຕໍ່ສະພາແລະປະເທດຊາດຂອງທ່ານ ແລະປະທານາທິບໍດີ ສະຫະລັດ ທ່ານໂຈ ໄບເດັນ ໃຫ້ຄຳໝັ້ນສັນຍາ ສະຫະລັດຈະສະໜັບສະໜຸນຢູເຄຣນຢ່າງຍືນຍົງ.

ທ່ານໄບເດັນ ມີກຳນົດຈະກ່າວຖະແຫລງຈາກວໍຊໍ ທີ່ເປັນນະຄອນຫຼວງຂອງໂປແລນ ປະເທດເພື່ອນບ້ານຂອງຢູເຄຣນ ນຶ່ງວັນຫຼັງຈາກທີ່ທ່ານໄດ້ເດີນທາງໄປຢ້ຽມຢາມນະຄອນຫຼວງກີຢິບ ທີ່ບໍ່ໄດ້ປະກາດລ່ວງໜ້າ.

ທຳນຽບຂາວ ໄດ້ກ່າວວ່າ ທ່ານໄບເດັນ ຈະເນັ້ນຢ້ຳເຖິງຄວາມພະຍາຍາມທີ່ຈະປຸກລະດົມການສະໜັບສະໜຸນຂອງໂລກ ເພື່ອສະໜັບສະໜຸນປະຊາຊົນຊາວຢູເຄຣນ ແລະຄວາມໝັນໝາຍຂອງສະຫະລັດ ທີ່ຈະຊຸກຍູ້ຢູເຄຣນ “ດົນເທົ່າໃດທີ່ມັນຕ້ອງໃຊ້ເວລາ.”

Biden to Speak in Poland on US Efforts to Support Ukraine
please wait

No media source currently available

0:00 0:01:21 0:00

“ນຶ່ງປີຜ່ານມາ ກີຢິບຍັງຢືນຢູ່. ແລະຢູເຄຣນກໍຢືນຢູ່. ປະຊາທິປະໄຕກໍຢືນຢູ່” ທ່ານໄບເດັນ ໄດ້ກ່າວໃນວັນຈັນວານນີ້ ຂຍະນະທີ່ກ່າວຖະແຫລງຢູ່ຄຽງຂ້າງປະທານາທິບໍດີຂອງຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ. ແລະທ່ານກ່າວຕໍ່ໄປວ່າ “ຊາວອາເມຣິກັ​ນຢືນຢູ່ກັບທ່ານ ແລະໂລກຢືນຢູ່ກັບທ່ານ.”

ທ່ານໄບເດັນ ໄດ້ປະກາດໃຫ້ການຊ່ອຍເຫຼືອໃໝ່ໃນມູນຄ່າ 500 ລ້ານໂດລາ ແລະໄດ້ກ່າວວ່າ ຈະມີມາດຕະການລົງໂທດຊຸດໃໝ່ຕໍ່ຣັດເຊຍ ໃນອາທິດນີ້.

ການເດີນທາງໄປຍັງຢູເຄຣນ ໄດ້ຖືກປົກປິດໄວ້ເປັນຄວາມລັບ ເຊິ່ງລວມທັງຖ້ຽວບິນຈາກວໍຊິງຕັນຂອງທ່ານໄບເດັນ, ບ່ອນຢຸດແວ່ຢູ່ທີ່ຖານທັບຂອງສະຫະລັດໃນເຢຍຣະມັນ ແລະຖ້ຽວບິນອື່ນໆໄປຍັງປະເທດໂປແລນ ແລະຕໍ່ຈາກນັ້ນ ການເດີນທາງດ້ວຍລົດໄຟ 10 ຊົ່ວໂມງໄປຍັງນະຄອນຫຼວງກີຢິບ.

ໃນທັງໝົດນັ້ນ ທ່ານໄບເດັນກໍໄດ້ໄປຢູ່ໃນນະຄອນຫຼວງກີຢິບເປັນເວລາປະມານ ຫ້າຊົ່ວໂມງ ໂດຍໃຊ້ເວລາສ່ວນນຶ່ງໃນການພົບປະ ກັບບັນດາເຈົ້າໜ້າທີ່ສະຫະລັດ ຢູ່ທີ່ສະຖານທູດຂອງອາເມຣິກາ.

Blinken: China May Consider Providing Lethal Assistance to Russia
please wait

No media source currently available

0:00 0:02:43 0:00

ສ່ວນທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ທ່ານເຈກ ຊູລລີວານ ໄດ້ກ່າວໃນເວລາຕໍ່ມາວ່າ ສະຫະລັດ ໄດ້ແຈ້ງໃຫ້ຣັດເຊຍຊາບ ກ່ອນໜ້າການເດີນທາງອອກຈາກວໍຊິງຕັນຂອງທ່ານໄບເດັນ ກ່ຽວກັບແຜນການໄປຢ້ຽມຢາມຢູເຄຣນ “ເພື່ອຈຸດປະສົງຫລຸດຜ່ອນຄວາມສ່ຽງບັນຫາຂັດແຍ້ງ” ທີ່ຈະຫລີກລ່ຽງຄວາມເປັນໄປໄດ້ຂອງການປະທະກັນແບບບໍ່ຕັ້ງໃຈ ລະຫວ່າງສອງປະເທດມະຫາອຳນາດທີ່ມີອາວຸດນິວເຄລຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG