ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບເດັນ ແລະ ທ່ານນາງ ເມີໂກລ ຕົກລົງທີ່ຈະບໍ່ເຫັນພ້ອມ ກ່ຽວກັບ ທໍ່ແກັສທຳມະຊາດ ຂອງ ຣັດເຊຍ


ນາຍົກລັດຖະມົນຕີ ເຢຍຣະມັນ ທ່ານນາງ ແອນເຈີລາ ເມີໂກລ ກ່າວຖະແຫຼງການຢູ່ສະຖານທູດ ເຢຍຣະມັນ ໃນນະຄອນຫຼວງ ວໍຊິງຕັນ, ສະຫະລັດ.
ນາຍົກລັດຖະມົນຕີ ເຢຍຣະມັນ ທ່ານນາງ ແອນເຈີລາ ເມີໂກລ ກ່າວຖະແຫຼງການຢູ່ສະຖານທູດ ເຢຍຣະມັນ ໃນນະຄອນຫຼວງ ວໍຊິງຕັນ, ສະຫະລັດ.

ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໄດ້ກ່າວຢູ່ຄຽງຂ້າງນາຍົກລັດຖະມົນຕີ ເຢຍຣະມັນ ທ່ານນາງ ແອນເຈີລາ ເມີໂກລ ໃນວັນພະຫັດວານນີ້ ໃນຂະນະທີ່ຜູ້ນຳທັງສອງທ່ານນັ້ນໄດ້ຕອບຄຳຖາມຕ່າງໆ ກ່ຽວກັບ ຄວາມຄິດເຫັນທີ່ແຕກຕ່າງຂອງພວກເພິ່ນ ກ່ຽວກັບ ທໍ່ແກັສທຳມະຊາດທີ່ມີບັນຫາຂອງ ຣັດເຊຍ.

ທ່ານ ໄບເດັນ ໄດ້ກ່າວວ່າ ສະຫະລັດ ແລະ ເຢຍຣະມັນ ຈະສຳຫຼວດໃນສິ່ງທີ່ເປັນມາດຕະການທີ່ປະຕິບັດໄດ້ ຖ້າຄວາມປອດໄພດ້ານພະລັງງານຂອງ ຢູເຄຣນ ອ່ອນແອລົງ.

ທໍ່ແກັສທຳມະຊາດ ນອດ ສຕຣີມ 2 (Nord Stream 2) ທີ່ມີມູນຄ່າ 11 ຕື້ ໂດລາ, ເຊິ່ງໃກ້ຈະສຳ ເລັດແລ້ວນັ້ນ, ຈະອະນຸຍາດໃຫ້ ເຢຍຣະມັນ ຂະຫຍາຍຈຳນວນແກັສທີ່ເຂົາເຈົ້ານຳເຂົ້າຈາກ ຣັດ ເຊຍ. ແຕ່ມັນຈະຫຼີກລ່ຽງ ຢູເຄຣນ, ດ້ວຍເຫດນີ້ມັນຈະປ້ອງກັນຄ່າຂົນສົ່ງທີ່ໃຫ້ຜົນກຳໄລຕໍ່ລັດຖະ ບານ ກີຢິບ.

ທ່ານ ໄບເດັນ ໄດ້ກ່າວວ່າ ທ່ານ ແລະ ທ່ານນາງ ເມີໂກລ ໄດ້ຕົກລົງກັນວ່າ “ຣັດເຊຍ ຕ້ອງບໍ່ໄດ້ຖືກອະນຸຍາດໃຫ້ໃຊ້ພະລັງງານເປັນອາວຸດ ເພື່ອບັງຄັບ ແລະ ຂົ່ມຂູ່ປະເທດທີ່ຢູ່ໃກ້ຄຽງເຂົາເຈົ້າ.”

ຫຼັງຈາກກອງປະຊຸມໃນຕອນບ່າຍຢູ່ທຳນຽບຂາວລະຫວ່າງເຈົ້າໜ້າທີ່ລະດັບສູງ ຂອງ ສະຫະລັດ ກັບ ເຢຍຣະມັນ ນັ້ນ, ທ່ານນາງ ເມີໂກລ ໄດ້ກ່າວວ່າ “ພວກເຮົາໄດ້ມີການປະເມີນຜົນທີ່ແຕກຕ່າງກັນຕໍ່ສິ່ງທີ່ໂຄງການນີ້ນຳມາໃຫ້. ແຕ່ອະນຸຍາດໃຫ້ຂ້າພະເຈົ້າເວົ້າຢ່າງຈະແຈ້ງ: ຄວາມຄິດຂອງພວກເຮົາກໍແມ່ນ ຢູເຄຣນ ຍັງຄົງຈະເປັນປະເທດຜ່ານສຳລັບແກັສທຳມະຊາດ.

ທ່ານນາງ ເມີໂກລ “ຄົງຢາກຈະໃຫ້ມັນຢູ່ເປັນແລວດຽວກັນທີ່ຂ້ອນຂ້າງຈະໃກ້ຄຽງກັບທ່ານປະທາ ນາທິບໍດີ ກ່ຽວກັບ ການປະເມີນຂອງພວກເພິ່ນ ກ່ຽວກັບ ປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ, ເຊິ່ງທັງສອງທ່ານມີສາຍພົວພັນບາງປະເພດກັບ ຣັດເຊຍ, ແຕ່ບໍ່ແມ່ນຄູ່ຮ່ວມ, ແລະ ພວກເພິ່ນເຫັນ ຣັດເຊຍ ຢ່າງຈະແຈ້ງວ່າເປັນສັດຕູ,” ອີງຕາມການກ່າວຂອງທ່ານ ໄມເກິລ ແມັກຄອລ, ຜູ້ນຳພັກຣີພັບບລີກັນໃນຄະນະກຳມະການພົວພັນຕ່າງປະເທດ ສະພາຕໍ່າ, ທີ່ໄດ້ກ່າວວ່າທ່ານຫວັງວ່າທ່ານ ໄບເດັນ ຈະຮຽກຮ້ອງນາຍົກລັດຖະມົນຕີ ເຢຍຣະມັນ “ໃຫ້ຮັບຮອງເອົານະ ໂຍບາຍທີ່ກະຈ່າງແຈ້ງກວ່າເກົ່າ” ກ່ຽວກັບ ທໍ່ນໍ້າມັນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG