ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານໄບເດັນ ພົບປະກັບ ທ່ານຮຸນ ເຊນ, ເຊິ່ງ ເປັນຜູ້ກໍາອໍານາດທີ່ຍາວນານທີ່ສຸດ ຢູ່ໃນຂົງເຂດເອເຊຍ


Biden Meets Hun Sen, Asia’s Longest-Ruling Strongman
please wait

No media source currently available

0:00 0:02:31 0:00

ລາຍງານກ່ຽວກັບ ການພົບປະກັນລະຫວ່າງ ທ່ານໄບເດັນ ແລະ ທ່ານຮຸນ ເຊັນ.

ປະທານາທິບໍດີສະຫະລັດ ໄປ​ຢ້ຽມ​ຢາມນະຄອນຫຼວງພະນົມເປັນຂອງປະເທດກໍາປູເຈຍ ເພື່ອພົບປະກັບບັນດາຜູ້ນໍາຕ່າງໆ ຢູ່ທີ່ກອງປະຊຸມສຸດຍອດ ສະຫະລັດ-ອາຊຽນ (U.S-ASEAN) ແລະເອເຊຍຕາເວັນອອກ, ລວມທັງນາ ຍົກລັດຖະມົນຕີຂອງກໍາປູເຈຍ ທ່ານຮຸນ ເຊນ ເຊິ່ງເປັນເຈົ້າພາບຈັດກອງປະຊຸມສຸດຍອດດັ່ງກ່າວ ແລະເປັນຜູ້ນໍາທີ່ຍາວນານທີ່ສຸດຢູ່ໃນພູມິພາກແຫ່ງນີ້. ຫົວໜ້າ​ນັກຂ່າວວີ​ໂອ​ເອ ປະ​ຈຳທໍານຽບຂາວ, ແພດຊີ ວິດາກຸສວາຣາ ມີລາຍງານຈາກນະຄອນຫຼວງພະນົມເປັນ, ເຊິ່ງ ທິບສຸດາ ມີລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.

ຢູ່ໃນກອງປະຊຸມສຸດຍອດສະຫະລັດ-ອາຊຽນ ທີ່ນະຄອນຫຼວງພະນົມເປັນຂອງປະເທດກໍາປູເຈຍ, ປະທານາທິບໍດີ ໂຈ ໄບເດັນ ໄດ້ໃຫ້ການຢືນຢັນກັບບັນດາປະເທດຕ່າງໆຢູ່ໃນຂົງເຂດເອເຊຍຕາເວັນອອກສຽງໃຕ້ອີກຄັ້ງວ່າ ສະຫະລັດມີຄວາມໝັ້ນໝາຍຕໍ່ “ຄວາມເປັນກາງຂອງອາ​ຊຽນ” ເຊິ່ງເປັນຫຼັກອັນສໍາຄັນ ທີ່ມີການຊຸກຍູ້ການພົວພັນໂດຍບັນດາ 10 ປະເທດສະ​ມາ​ຊິກ, ບໍ່ແມ່ນການແຂ່ງຂັນ​ຂອງ​ມະ​ຫາອໍານາດ.

ປະທານາທິບໍດີ ໂຈ ໄບເດັນ ກ່າວວ່າ:

​ອາ​ຊຽນເປັນຈຸດ​ໃຈ​ກາງ​ຂອງ​ຍຸດ​ທະ​ສາດກ່ຽວກັບອິນໂດ-ປາ​ຊີ​ຟິກ ​ຂອງລັດຖະ ບານຂ້າພະເຈົ້າ ແລະພວກເຮົາຍັງເສີມຂະ​ຫຍາຍຄວາມມຸ່ງໝັ້ນຂອງພວກເຮົາຢ່າງຕໍ່ເນື່ອງ ໃນການດໍາເນີນງານດ້ວຍອໍານາດ ແລະການລວມກັນເປັນອັນນຶ່ງອັນດຽວຂອງອາ​ຊຽນ ທີ່ມີ​ຄວາມ​ເປັນ​ເອກ​ກະ​ພາບ.”

ຄວາມຮຸນແຮງທາງການເມືອງຢູ່ໃນປະເທດມຽນມາ ນັບຕັ້ງແຕ່ການກໍ່ລັດຖະປະ ຫານຂອງພວກທະຫານ ເພື່ອໂຄ່ນ​ລົ້ມລັດຖະບານທີ່ນໍາໂດຍທ່ານນາງອອງຊານ ຊູ ຈີ ໃນປີທີ່ຜ່ານມາ ແມ່ນເປັນຫົວຂໍ້ອັນສໍາຄັນ ໃນວາລະການປະຊຸມຄັ້ງນີ້.

ບັນດາຜູ້ນໍາຂອງປະເທດຕ່າງໆ ໄດ້ເຕືອນໃຫ້ລັດຖະບານທະຫານຂອງມຽນມາ ຈົ່ງປະຕິບັດຕາມແຜນການສັນຕິພາບຂອງ ASEAN ຫຼືບໍ່​ດັ່ງ​ນັ້ນກໍຈະຖືກຫ້າມບໍ່ໃຫ້ເຂົ້າຮ່ວມກອງປະຊຸມຂອງກຸ່ມຕໍ່ໄປ.

ປະທານາທິບໍດີຂອງປະເທດອິນໂດເນເຊຍ ທ່ານໂຈໂກ ວິໂດໂດ, ຈະເຂົ້າຮັບ ຕໍາແໜ່ງເປັນປະທານຂອງກຸ່ມ ASEAN ໃນປີໜ້ານີ້. ທ່ານຄາດວ່າ ອາດຈະໃຊ້ຄວາມພະຍາຍາມທີ່ເຂັ້ມງວດ ກວ່ານາຍົກລັດຖະມົນຕີກໍາປູເຈຍ ທ່ານຮຸນ ເຊນ ເຊິ່ງເປັນປະທານຂອງກຸ່ມຄົນປັດຈຸບັນ.

ທ່ານໂຈໂກ ວິໂດໂດ ກ່າວວ່າ:

“ອິນໂດເນເຊຍຂໍສະເໜີວ່າ ການມີສ່ວນຮ່ວມຂອງການເປັນໂຕແທນທີ່ບໍ່ແມ່ນລະດັບທາງການເມືອງຂອງມຽນມາ ອາດຈະສາມາດນໍາໃຊ້ ນອກເໜືອຈາກການປະຊຸມສຸດຍອດແລະການພົບປະກັນຂອງບັນດາລັດຖະມົນຕີຕ່າງປະເທດ.”

ທ່ານໄບເດັນ ໄດ້ພົບກັບ ທ່ານຮຸນ ເຊນ, ເຊິ່ງເປັນຜູ້ນໍາຜະເດັດການ ແລະຜູ້​ປົກ​ຄອງ​ທີ່ຍາວນານທີ່ສຸດຢູ່ໃນພູມິພາກແຫ່ງນີ້ ໂດຍເຂົ້າດໍາລົງຕໍາແໜ່ງຕັ້ງແຕ່ປີ 1985 ເປັນຕົ້ນມາ.

ບັນດານັກເຄື່ອນໄຫວ ໄດ້ພາກັນຮຽກຮ້ອງໃຫ້ ທ່ານໄບເດັນ ກົດດັນໃຫ້ ທ່ານຮຸນ ເຊນ ຈົ່ງຮັບຜິດຊອບຕໍ່ຄວາມເຊື່ອມໂຊມຂອງລະບອບປະຊາທິປະໄຕພາຍໃນປະເທດ.

ແຕ່ ເນື່ອງຈາກລັດຖະບານພະນົມເປັນ ຢູ່ໃນ​ອ້ອມກອດທີ່ໜາແໜ້ນຂອງປັກກິ່ງ, ທ່ານໄບເດັນ ອາດຈະເຮັດຫຍັງຫຼາຍບໍ່ໄດ້. ດັ່ງນັ້ນ ໃນລະຫວ່າງການປະຊຸມໃນຊ່ວງຕົ້ນອາທິດທີ່ຜ່ານມາ, ນາຍົກລັດຖະມົນຕີຂອງຈີນ ທ່ານລີ ເກີກຽງ (Li Keqiang) ຈຶ່ງໄດ້ໃຫ້ຄໍາໝັ້ນທີ່ຈະມອບເງິນ 27 ລ້ານໂດລາ ເພື່ອຊ່ວຍພັດທະ ນາປະເທດກໍາປູເຈຍ.

ທ່ານບຸນນາ ວານ (Bunna Vann), ປະທານນັກຮຽນຮູ້ຂອງປະເທດກໍາປູເຈຍ ກ່າວຜ່ານທາງສໄກປ໌ວ່າ:

“ເມື່ອໃດກໍຕາມທີ່ມີການກົດດັນຈາກປະເທດຕາເວັນຕົກ, ໂດຍສະເພາະຈາກປະເທດສະຫະລັດ, ຈີນ ຈະໃຫ້ຄວາມຊ່ວຍເຫຼືອຢູ່ເບື້ອງຫຼັງລັດຖະບານກໍາປູເຈຍ ໂດຍການຈັດສົ່ງການສະໜັບສະໜຸນຕ່າງໆ. ເມື່ອສະຫະລັດກໍານົດການລົງໂທດທາງເສດຖະກິດຕໍ່ລັດຖະບານກໍາປູເຈຍ, ຈີນ ຈະຈັດສົ່ງການຊ່ວຍເຫຼືອທາງດ້ານເສດຖະກິດ ໃຫ້ແກ່ລັດຖະບານກໍາປູເຈຍ.”

ມີຄວາມກັງວົນວ່າ ກໍາປູເຈຍອາດຈະອະນຸຍາດໃຫ້ກຳ​ປັ່ນ​ລົບຈີນ ​ເຂົ້າ​ຈອດ​ແບບລັບໆ ຢູ່​ຖານ​ທັບເຮືອຣຽມ (Ream) ທີ່ຕັ້ງຢູ່ໃນອ່າວໄທ.

ໃນຕົ້ນປີນີ້, ປັກກິ່ງ ໄດ້ຈັດສັນງົບປະມານໃນການປັບປຸງຖານທັບຄືນໃໝ່, ເຊິ່ງໄດ້ສ້າງຄວາມຢ້ານກົວໃນ​ໝູ່ສະມາຊິກ ASEAN ທີ່ມີຄວາມກັງວົນກ່ຽວກັບ ຈີນ ເຊິ່ງເປັນຜູ້ທີ່ມີຄວາມທະເຍີທະຍານ​ເພື່ອຂະຫຍາຍໂຕຢູ່ໃນຂົງເຂດທະເລຈີນໃຕ້.

ທ່ານໄບເດັນ ສິ້ນສຸດມື້ທໍາອິດຂອງທ່ານ ໃນປະເທດກໍາປູເຈຍ ຢູ່ທີ່ງານລ້ຽງອາ ຫານຄໍ່າກັບບັນດາຜູ້ນໍາ ASEAN ແລະບັນດາກຸ່ມປະເທດພັນທະມິດ. ທ່ານຍັງໄດ້ມີການກຽມພ້ອມສໍາລັບການປະຊຸມໃນ​ມື້ວັນອາທິດທີ່ຜ່ານມາ ກ່ອນທີ່ທ່ານ ຈະເດີນທາງໄປຮ່ວມກອງປະຊຸມສຸດຍອດ​ຂອງ​ກຸ່ມ G-20 ຢູ່ທີ່ເກາະບາຫຼີ ປະ ເທດອິນໂດເນເຊຍ.

U.S. President Joe Biden is in Phnom Penh, Cambodia, for meetings with leaders at the U.S.-ASEAN and East Asia summits, including Cambodian Prime Minister Hun Sen, summit host and the region’s longest-ruling leader. White House Bureau Chief Patsy Widakuswara has this report from Phnom Penh.

At the U.S.-ASEAN summit in Phnom Penh, Cambodia, President Joe Biden reaffirmed to Southeast Asian nations that the U.S. is committed to “ASEAN Centrality” – the principle that regional engagements are driven by the 10-country bloc, not great power rivalry.

President Joe Biden

“ASEAN is the heart of my administration’s Indo-Pacific strategy. And we continue to strengthen our commitment to work in lockstep with an empowered, unified ASEAN.”

Political violence in Myanmar since last year’s military coup against the government led by Aung San Suu Kyi is high on the agenda.

Leaders have warned Myanmar’s junta to implement ASEAN’s peace plan or continue being barred from the bloc's meetings.

Indonesian President Joko Widodo will assume ASEAN’s chair next year. He is expected to take a tougher approach than the current chair, Cambodian Prime Minister Hun Sen.

Joko Widodo, President of Indonesia, English

“Indonesia proposes that the participation of non-political level representation of Myanmar should also be applied beyond summit and foreign ministers' meeting.”

Biden met with Hun Sen, the region’s authoritarian, longest-ruling leader, in office since 1985.

Activists have urged Biden to hold Hun Sen accountable for the country’s democratic decline.

But with Phnom Penh firmly in Beijing’s embrace, there may not be much that Biden can do. During his meeting with Hun Sen earlier this week, Chinese Premier Li Keqiang pledged $27 million in development aid for Cambodia.

Bunna Vann, The Thinker Cambodia

“Whenever there’s pressure from the Western country, especially from the U.S., China will be at the back of the Cambodian government providing support. When the U.S. have put a sanction to the Cambodian government, China will provide the economic support to the Cambodian government.”

There’s concern that Cambodia is secretly allowing Chinese warships to dock in its Ream Naval Base in the Gulf of Thailand.

Earlier this year, Beijing provided funds to revamp the base, heightening fears among some ASEAN members concerned about Chinese expansionist ambition in the South China Sea.

Biden ended his first day in Cambodia at a gala dinner with ASEAN leaders and the bloc’s partners. He’ll continue meetings Sunday, before heading to Bali, Indonesia, for the G-20 summit.

XS
SM
MD
LG