ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໄບເດັນ ໄປຢ້ຽມຢາມຢູເຄຣນ ໂດຍ​ບໍ່​ປະ​ກາດ​ລ່ວງ​ໜ້າ ກ່ອນວັນຄົບຮອບການຮຸກຮານຂອງຣັດເຊຍ


[Biden Makes Surprise Kyiv Visit Ahead of Invasion Anniversary
please wait

No media source currently available

0:00 0:03:18 0:00

ລາຍງານກ່ຽວກັບ ການຢ້ຽມຢາມ ຢູເຄຣນ ຂອງທ່ານ ໄບເດັນ ໂດຍບໍ່ໄດ້ປະກາດລ່ວງໜ້າ ກ່ອນວັນຄົບຮອບການຮຸກຮານ ຢູເຄຣນ ຂອງ ຣັດເຊຍ.

ປະທານາທິບໍດີ ໂຈ ໄບເດັນ ເດີນທາງໄປຢ້ຽມຢາມນະຄອນຫຼວງຂອງປະເທດຢູເຄຣນ ໃນວັນຈັນທີ່ຜ່ານມາ ໂດຍບໍ່ໄດ້ມີການປະກາດໃຫ້ຮູ້ລ່ວງໜ້າ, ເຊິ່ງເປັນການເດີນທາງ ກ່ອນວັນຄົບຮອບນຶ່ງປີ ໃນການຮຸກຮານຢູເຄຣນ ຂອງ ຣັດເຊຍ. ໃນຊ່ວງເວລາຂອງການຢ້ຽມຢາມ 5 ຊົ່ວໂມງນັ້ນ ທ່ານໄດ້ພົບປະກັບປະທານາທິບໍດີ ຂອງປະເທດຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ແລະໄດ້ໃຫ້ຄໍາໝັ້ນວ່າ ຈະເພີ້ມການຊ່ວຍເຫຼືອທາງ​ທະ​ຫານ ໃຫ້ແກ່ຢູເຄຣນ. ນັກຂ່າວ VOA ປະຈໍາທໍານຽບຂາວ ອານິຕາ ພາວ ມີລາຍງານຈາກນະຄອນຫຼວງວໍຊິງຕັນ, ເຊິ່ງ ທິບສຸດາ ມີລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ໃນຂະນະທີ່ການຮຸກຮານຢູເຄຣນ ຂອງຣັດເຊຍ ໄດ້ຫຍັບ​ໃກ້ເຂົ້າສູ່ວັນຄົບຮອບ​ທີ່​ໜ້າ​ເສົ້າ​ໂສກທີ່ສຸດໃນອາທິດນີ້, ແຕ່ເປັນທ່ານໄບເດັນ ບໍ່ແມ່ນທ່ານວລາດີເມຍ ປູຕິນ ທີ່ໄດ້ເດີນທາງໄປສູ່ ນະຄອນຫຼວງກີຢິບ ໃນຕອນເຊົ້າຂອງວັນຈັນ ທີ່​ເຕັມ​ໄປ​ດ້ວຍ​ແສງ​ແດດ.

ປະທານາທິບໍດີ ໂຈ ໄບເດັນ ກ່າວວ່າ:

“ມັນເປັນການສະແດງຄວາມບໍ່ເກງໃຈຜູ້ໃດສໍາລັບຂ້າພະເຈົ້າ ທີ່ຈະເວົ້າແບບນີ້, ແຕ່ຂ້າພະເຈົ້າຄິດວ່າ ມັນມີຄວາມສໍາຄັນທີ່ປະທານາທິບໍດີຂອງສະຫະລັດ ມາຢືນຢູ່ທີ່ນີ້. ຍັງຈື່ບໍ, ຂ້າພະເຈົ້າເຄີຍເຕືອນທຸກໆປະເທດຢູ່ໃນທົ່ວໂລກວ່າ ທ່ານປູຕິນ ກໍາລັງຈະທຳການໂຈມຈີ, ຂ້າພະເຈົ້າມີຄວາມໝັ້ນໃຈກ່ຽວກັບສິ່ງທີ່ກໍາລັງ​ຈະເກີດຂຶ້ນດັ່ງກ່າວນັ້ນ ແລະຂ້າພະເຈົ້າກໍຄິດວ່າ ມັນມີຄວາມສໍາຄັນຫຼາຍ ທີ່ມັນຈະບໍ່ມີຄວາມສົງໄສໃດໆ, ຈະບໍ່ມີອັນໃດກໍຕາມ ກ່ຽວກັບການສະໜັບສະໜຸນຂອງສະຫະລັດຕໍ່ຢູເຄຣນ ກ່ຽວກັບສົງຄາມຂອງພວກເຂົາເຈົ້າ ເພື່ອຕໍ່ຕ້ານການຮຸກຮານອັນປ່າເຖື່ອນໂດຍ ຣັດເຊຍ. ພວກທ່ານຮູ້ບໍ, ຂ້າພະເຈົ້າຮູ້ສຶກດີຫຼາຍທີ່ໄດ້ກັບມາກີຢິບ.”

ທ່ານໄບເດັນ ຄາດວ່າຈະອອກເດີນທາງໄປປະເທດໂປແລນ ໃນວັນຈັນທີ່ຜ່ານມາ, ແຕ່ທ່ານໄດ້ເດີນທາງໄປປະເທດໂປແລນ ໂດຍຜ່ານປະເທດເຢຍຣະມັນ, ແລະຈາກນັ້ນ ທ່ານໄດ້ໃຊ້ເວລາ 10 ຊົ່ວໂມງໂດຍການນັ່ງລົດໄຟໄປນະຄອນ ຫຼວງກີຢິບ ເຊິ່ງເປັນບ່ອນທີ່ທ່ານໄດ້ນໍາສົ່ງຂໍ້ຄວາມທີ່ເຂັ້ມແຂງກ່ຽວກັບຄວາມຂັດແຍ້ງ ໂດຍທ່ານໄດ້ອະທິບາຍວ່າເປັນການຕໍ່ສູ້ລະຫວ່າງຜະເດັດການແລະປະຊາ ທິປະໄຕ.

ປະທານາທິບໍດີ ໂຈ ໄບເດັນ ຍ່າງກັບປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ຢູ່ທີ່ຫໍຄໍາ St. Michaels ໃນຊ່ວງການຢ້ຽມຢາມທີ່ບໍ່ໄດ້ມີການປພກາດລ່ວງໜ້າ, ວັນຈັນ, ວັນທີ 20 ກຸມພາ 2023. (AP Photo/ Evan Vucci)
ປະທານາທິບໍດີ ໂຈ ໄບເດັນ ຍ່າງກັບປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ຢູ່ທີ່ຫໍຄໍາ St. Michaels ໃນຊ່ວງການຢ້ຽມຢາມທີ່ບໍ່ໄດ້ມີການປພກາດລ່ວງໜ້າ, ວັນຈັນ, ວັນທີ 20 ກຸມພາ 2023. (AP Photo/ Evan Vucci)

ປະທານາທິບໍດີ ໂຈ ໄບເດັນ ກ່າວວ່າ:

“ປະຊາທິປະໄຕຢືນ​ຢູ່​, ປະຊາຊົນຊາວອາເມຣິກັນຢືນຄຽງຂ້າງພວກທ່ານ, ແລະທົ່ວໂລກກໍພາກັນຢືນຄຽງຂ້າງພວກທ່ານ. ຂ້າພະເຈົ້າຕ້ອງເວົ້າວ່າ ກີຢິບໄດ້ເປັນສ່ວນນຶ່ງຂອງຫົວໃຈຂ້າພະເຈົ້າແລ້ວ.”

ປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ກ່າວຍິນດີກ່ຽວກັບການປະກາດໃຫ້ການຊ່ວຍເຫຼືອຂອງທ່ານໄບເດັນ ເຊິ່ງມີມູນຄ່າລວມເກືອບເຄິ່ງຕື້ໂດລາ ທີ່ທໍານຽບ 5 ແຈໄດ້ກ່າວວ່າ ອາດຈະລວມມີ​ລູກ​ກະ​ສຸນ​ຊະ​ນິດຕ່າງໆ,​ ລູກ ​ປືນ​ໃຫຍ່, ປືນຄົກ, ລະບົບຕໍ່​ຕ້ານລົດຫຸ້ມເກາະ, ລະບົບ​ເຣດາ, ຍານພາຫະນະອື່ນໆ, ​ຊິ້ນສ່ວນ ແລະເຄື່ອງ​ອາ​ໄຫລ່ສະໜັບສະໜຸນຕ່າງໆ. ທ່ານໄບເດັນ ຍັງໄດ້ໃຫ້ຄໍາໝັ້ນ ທີ່ຈະມີການລົງໂທດຮອບໃໝ່ຕໍ່ຣັດເຊຍ ແຕ່ບໍ່ໄດ້ໃຫ້ຄວາມເຫັນ ໃດໆກ່ຽວກັບການຮ້ອງຂໍເຮືອບິນລົບ ແລະອາວຸດທີ່ກ້າວ​ໜ້າ​ທັນ​ສະ​ໄໝຕ່າງໆຈາກ ຢູເຄຣນ.

ທ່ານໂວໂລດີເມນ ເຊເລັນສກີ, ປະທານາທິບໍດີ ຂອງ ຢູເຄຣນ ກ່າວວ່າ:

“ຂ້າພະເຈົ້າຄິດວ່າ ມັນເປັນຊ່ວງເວລາແຫ່ງປະຫວັດສາດ ສໍາລັບປະເທດຂອງພວກເຮົາ, ແລະກໍສໍາຄັນຫຼາຍທີ່ມີໂອກາດໄດ້ເວົ້າກ່ຽວກັບລາຍລະອຽດຂອງສະ ຖານະການທີ່ເກີດຂຶ້ນຢູ່ໃນສະໜາມລົບ. ແຕ່ຂ້າພະເຈົ້າຄິດ ທີ່ຈະກ່າວກ່ຽວກັບປະຊາຊົນເກືອບທັງໝົດ, ກ່ຽວກັບປະຊາຊົນຊາວຢູເຄຣນ, ກ່ຽວກັບປະຊາຊົນຊາວອາເມຣິກັນ, ຂ້າພະເຈົ້າຄິດວ່າມັນຍິ່ງໃຫຍ່ຫຼາຍ, ມັນຍາກຫຼາຍສໍາລັບທຸກໆຄົນຢູ່ໃນສັງຄົມ, ແລະພວກເຮົາຄວນຈະເຮັດແນວໃດ ເພື່ອຍຸຕິສົງຄາມດັ່ງກ່າວນີ້, ເພື່ອປະສົບຜົນສໍາເລັດໃນສົງຄາມດັ່ງກ່າວນີ້, ເພື່ອເຮັດໃຫ້ປະເທດຢູເຄຣນເຂັ້ມແຂງຂຶ້ນກວ່າເກົ່າ ແລະຈະໄດ້ໄຊຊະນະໃນປີນີ້ແນວໃດ. ພວກເຮົາຍິນດີຫຼາຍ ສໍາລັບການຊ່ວຍເຫຼືອຈາກທ່ານປະທານາທິບໍດີ, ຂອບ ໃຈທ່ານຫຼາຍໆ.”

ແຕ່ບັນດານັກວິເຄາະເຕືອນວ່າ ການເບິ່ງໂລກໃນທິດທາງທີ່ດີ ອາດຈະໄວ​ເກີນ​ໄປ.

ໃນມື້ວັນຈັນທີ່ຜ່ານມາ, ເຈົ້າໜ້າທີ່ຂອງຣັດເຊຍ ອ້າງວ່າພວກເຂົາໄດ້ເຂົ້າຢຶດເມືອງທາງທິດຕາເວັນອອກຂອງປະເທດໄດ້ແລ້ວ.

ປະທານາທິບໍດີ ໂຂ ໄບເດັນ (ຂວາ), ແລະປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ສົນທະນາກັນ ໃນລະຫວ່າງການເດີນທາງໄປຢ້ຽມຢາມນະຄອນຫຼວງກີຢິບ ໂດຍບໍ່ໄດ້ປະກາດລ່ວງໜ້າ, ຢູເຄຣນ, ວັນທີ 20 ກຸມພາ 2023. (Ukrainian Presidential Press Office via AP)
ປະທານາທິບໍດີ ໂຂ ໄບເດັນ (ຂວາ), ແລະປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ສົນທະນາກັນ ໃນລະຫວ່າງການເດີນທາງໄປຢ້ຽມຢາມນະຄອນຫຼວງກີຢິບ ໂດຍບໍ່ໄດ້ປະກາດລ່ວງໜ້າ, ຢູເຄຣນ, ວັນທີ 20 ກຸມພາ 2023. (Ukrainian Presidential Press Office via AP)

ທ່ານແມັດທິວ ດຣຽນ (Mathieu Drion), ນັກ​ວິ​ເຄາະຈາກສູນກາງເພື່ອຍຸດທະສາດ ແລະການສຶກສາລະຫວ່າງປະເທດ ກ່າວຜ່ານຊູມວ່າ:

“ໜ້າເສຍດາຍ, ທີ່ມັນຍັງຢູ່ໄກຫຼາຍ. ການຕໍ່ສູ້ຍັງຄົງຝົດເດືອດຮຸນແຮງ, ແລະທັງສອງປະເທດລະຫວ່າງ ຣັດເຊຍ ແລະ ຢູເຄຣນ ຍັງຄົງຄິດວ່າ ພວກເຂົາມີອໍານາດທາງທະຫານທີ່ເໜືອກວ່າກັນ ແລະກັນ. ສະນັ້ນ, ມັນແຈ່ມແຈ້ງແລ້ວວ່າ ພວກເຮົາຍັງຢູ່ໄກຈາກຈຸດນີ້ຫຼາຍ ເຊິ່ງສະຖານະການຢູ່ໃນພາກພື້ນດິນກໍາລັງສະແດງໃຫ້ພວກເຮົາເຫັນຢູ່.”

ແລະທ່ານກ່າວວ່າ ການຢ້ຽມຢາມນະຄອນຫຼວງກີຢິບ ຂອງທ່ານໄບເດັນ ບໍ່ໄດ້ເຮັດໃຫ້ທ່ານປູຕິນ ​ເປັນ​ທີ່​ໜ້າ​ປະ​ທັບ​ໃຈເລີຍ.

ທ່ານແມັດທິວ ດຣຽນ ກ່າວຜ່ານຊູມວ່າ:

“ສໍາລັບ ທ່ານປູຕິນແລ້ວ, ເຫັນໄດ້ຢ່າງແຈ່ມແຈ້ງວ່າ ການໄປຢູເຄຣນ ຂອງປະ ທານາທິບໍດີສະຫະລັດ ພຽງບໍ່ເທົ່າໃດມື້ ກ່ອນວັນຄົບຮອບການຮຸກຮານ ຢູເຄຣນ ຂອງຣັດເຊຍ ນັ້ນ, ແນ່ນອນທີ່ສຸດວ່າ ມັນເປັນສັນຍານທີ່ບໍ່ດີຫຼາຍທີ່ສຸດເລີຍ.”

ທໍານຽບຂາວກ່າວວ່າ ພວກເຂົາເຈົ້າໄດ້ແຈ້ງໃຫ້ເຈົ້າໜ້າທີ່ຂອງຣັດເຊຍຮູ້ບໍ່ເທົ່າ ໃດຊົ່ວໂມງ ກ່ອນການຢ້ຽມຢາມຂອງທ່ານໄບເດັນ. ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ທ່ານເຈັກ ຊູລລິວານ, ເຊິ່ງໄດ້​ກ່າວ​ຕໍ່​ພວກ​ນັກ​ຂ່າວ​ ຫຼັງ​ຈາກທ່ານໄບເດັນໄດ້ອອກໄປແລ້ວວ່າ ທ່ານບໍ່ສາມາດອະທິບາຍ​ ກ່ຽວກັບຂໍ້ຄວາມຂອງວໍຊິງຕັນ ທີ່ສົ່ງໄປໃຫ້ມົສກູ ຫຼື ການຕອບໂຕ້ຂອງມົສກູ, ເນື່ອງຈາກ “ການສື່ສານເຫຼົ່ານັ້ນ ມີລັກສະນະທີ່ລະອຽດອ່ອນ.”

President Joe Biden made an unannounced visit to the Ukrainian capital on Monday, ahead of the one-year anniversary of Russia’s invasion. During the five-hour visit, he met with the Ukrainian president and pledged more military aid. VOA White House correspondent Anita Powell reports from Washington.

As Russia’s invasion of Ukraine approached a grim anniversary this week, it was Joe Biden – not Vladimir Putin – striding through Kyiv on a sunny Monday morning.

President Joe Biden

"It's presumptuous of me to say this, but I thought it was important that the president of the United States be here. // Remember, I was warning the world that he [Vladimir Putin] was going to attack, I was certain of it and I thought it was critical that there would not be any doubt, none whatsoever, about U.S. support for Ukraine in their war against the brutal attack by Russia. You know, it's good to be back in Kyiv.”

Biden was supposed to depart for Poland on Monday, but instead flew via Germany to Poland, and then made a 10-hour train ride to Kyiv, where he delivered a strong message about a conflict that he has described as a battle between autocracy and democracy.

President Joe Biden

"Democracy stands. The Americans stand with you, and the world stands with you. Kyiv has captured a part of my heart, I must say.”

Ukrainian President Volodymyr Zelenskyy welcomed Biden’s announcement of an aid package worth nearly half a billion dollars that the Pentagon said would include ammunition, artillery rounds, mortars, anti-armor systems, air surveillance radars, vehicles, parts and more support equipment. Biden also vowed new U.S. sanctions against Russia but did not mention Ukraine’s request for fighter jets and advanced weapons.

Volodymyr Zelenskyy, Ukrainian President

“I think that is a historical moment for our country and very important to be able to speak detailing about the situation on the battlefield. But I think almost to speak about people, about Ukrainians, about Americans, I think that is huge and so, so difficult period for societies and what we have to do to stop the war, to have success in this war, to make Ukraine more stronger and how to win this year. You're very welcome, Mr. President. Thank you so much.”

But analysts warn that the optimism may be premature.

On Monday, Russian authorities claimed they had captured a crucial town in the nation’s east.

Radio: Mathieu Droin is a visiting fellow in the Europe, Russia, and Eurasia Program at the Center for Strategic and International Studies.

Mathieu Droin, Center for Strategic & International Studies, Zoom

“It’s far from over, unfortunately. The fights are still raging and both Ukraine and Russia still think that they can prevail militarily. So obviously, we're far from this, and the situation on the ground shows it."

And, he said, Biden's visit to Kyiv does not make Putin look good.

Mathieu Droin, Center for Strategic & International Studies, Zoom

“Obviously for Vladimir Putin, having the president of the United States being in Ukraine just a few days before the anniversary is of course a very, very bad signal.”

The White House says it informed Russian authorities hours ahead of Biden’s visit. National security adviser Jake Sullivan, who briefed reporters after Biden left, said he could not describe Washington’s message to Moscow or Moscow’s response because of the “sensitive nature of those communications.”

XS
SM
MD
LG