ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບ​ເດັນ ເປີດ​ໂຄງ​ການ​ເສດ​ຖະ​ກິດ ແລະ ສຸ​ຂະ​ພາບ​ຢູ່ກອງ​ປະ​ຊຸມ​ສຸດຍອດຂອງ​ບັນ​ດາ​ປະ​ເທດ ອາ​ເມ​ຣິ​ກາ


ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ, ແລະ ສະ​ຕີ​ໝາຍ​ເລກ​ນຶ່ງ ທ່ານ​ນາງ ຈິ​ລ ໄບ​ເດັນ, ຍົກ​ມື​ທັກ​ທາຍໃນ​ຂະ​ນະ​ທີ່​ພວກ​ເພິ່ນ​ເດີນ​ທາງ​ຮອດ​ເພື່ອ​ຕ້ອນ​ຮັບ​ບັນ​ດາ​ຜູ້​ນຳ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ສຸດຍອດ​ຂອງ​ບັນ​ດາ​ປະ​ເທດ ອາ​ເມ​ຣິ​ກາ, ນະ​ຄອນ ລອ​ສ​ແອນ​ເຈີ​ລິ​ສ, 8 ມິ​ຖຸ​ນາ, 2022.
ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ, ແລະ ສະ​ຕີ​ໝາຍ​ເລກ​ນຶ່ງ ທ່ານ​ນາງ ຈິ​ລ ໄບ​ເດັນ, ຍົກ​ມື​ທັກ​ທາຍໃນ​ຂະ​ນະ​ທີ່​ພວກ​ເພິ່ນ​ເດີນ​ທາງ​ຮອດ​ເພື່ອ​ຕ້ອນ​ຮັບ​ບັນ​ດາ​ຜູ້​ນຳ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ສຸດຍອດ​ຂອງ​ບັນ​ດາ​ປະ​ເທດ ອາ​ເມ​ຣິ​ກາ, ນະ​ຄອນ ລອ​ສ​ແອນ​ເຈີ​ລິ​ສ, 8 ມິ​ຖຸ​ນາ, 2022.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ໂຈ ໄບ​ເດັນ ໄດ້​ເດີນ​ທາງ​ໄປ​ນະ​ຄອນ ລອ​ສ ແອນ​ເຈີ​ລິ​ສ ໃນ​ວັນ​ພຸດ​ວານນີ້ ເພື່ອ​ຈັດ​ກອ​ງ​ປະ​ຊຸມ​ສຸດຍອດ​ຄັ້ງ​ທີ 9 ຂອງ​ບັນ​ດາ​ປະ​ເທດ ອາ​ເມ​ຣິ​ກາ, ເຊິ່ງ​ແມ່ນ​ການ​ເຕົ້າ​ໂຮມ​ກັນ​ຂອງ​ຜູ້​ນຳ​ຈາກປະ​ເທດ​ອາ​ເມ​ຣິ​ກາ​ເໜືອ, ໃຕ້ ແລະ ກາງ ແລະ ບັນ​ດາ​ປະ​ເທດ​ເກາະ​ໃນທະ​ເລ​ຄາ​ຣີ​ບຽນ.

ທ່ານ ໄບ​ເດັນ ໄດ້​ກ່າວ​ໃນ​ລະ​ຫວ່າງ​ພິ​ທີ​ເປີດ​ຂອງກອ​ງ​ປະ​ຊຸມ​ສຸດຍອດ​ວ່າ “ພາກ​ພື້ນ​ຂອງ​ພວກ​ເຮົາ​ແມ່ນ​ໃຫຍ່ ແລະ ຫຼາກຫຼາຍ. ພວກ​ເຮົາ​ມັກ​ຈະ​ບໍ່​ເຫັນ​ພ້ອມ​ກັນ​ໃນ​ທຸກໆ​ຢ່າງ, ແຕ່​ຍ້ອນ​ວ່າ​ພວກ​ເຮົາ​ເປັນ​ປະ​ຊາ​ທິ​ປະ​ໄຕ, ພວກ​ເຮົາ​ເຮັດ​ວຽກ​ຜ່ານ​ຜ່າ​ຄວາມບໍ່​ເຫັນ​ພ້ອມ​ຂອງ​ພວກ​ເຮົາ​ດ້ວຍ​ຄວາມ​ເຄົາ​ລົບ​ເຊິ່ງ​ກັນ​ແລະ​ກັນ ແລະ ການ​ສົນ​ທະ​ນາ.”

ກອງ​ປະ​ຊຸມ​ສຸດຍອດ​ທີ່​ວ່າ​ນັ້ນ​ໄດ້​ຖືກ​ຄອບ​ງຳ​ໂດຍ​ການ​ຕັດ​ສິນ​ໃຈ​ຂອງ​ບັນ​ດາ​ຜູ້​ນຳ​ຂອງ​ປະ​ເທດ ໂບ​ລີ​ເວຍ, ກົວ​ເຕ​ມາ​ລາ, ຮອນ​ດູ​ຣາ​ສ ແລະ ເມັກ​ຊິ​ໂກ ທີ່ບໍ່​ເຂົ້າ​ຮ່ວມຫຼັງ​ຈາກ ສະ​ຫະ​ລັດ ບໍ່​ໄດ້​ລວມ​ເອົາ​ປະ​ເທດ ຄິວ​ບາ, ນິ​ກາ​ຣາ​ກົວ ແລະ ເວ​ເນ​ຊູ​ເອ​ລາ ຍ້ອນ​ວ່າ​ເຂົາ​ເຈົ້າ​ບໍ່ໄດ້​ບັນ​ລຸ​ຂໍ້​ຮຽກ​ຮ້ອງ​ຂອງ​ກົດ​ບັດ​ປະ​ຊາ​ທິ​ປະ​ໄຕ​ລະ​ຫວ່າງ ອາ​ເມ​ຣິ​ກາ ປີ 2001 ທີ່​ເຄົາ​ລົບ​ປະ​ຊາ​ທິ​ປະ​ໄຕ​ດັ່ງ​ກັບ​ມູ​ນ​ເຊື້ອຫຼັກ​ຂອງ​ການ​ເຕົ້າ​ໂຮ​ມ​ກັນ. ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ປະ​ເທດ ອູ​ຣູກວາຍ ກໍ​ບໍ່​ໄດ້​ເຂົ້າ​ຮ່ວມ​ການ​ເຕົ້າ​ໂຮມ​ກັນ​ນັ້ນ ຫຼັງ​ຈາກ​ຖືກ​ກວດ​ເປັນ​ຜົນ​ບວກ​ສຳ​ລັບ ໂຄວິດ-19.

ທ່ານ ໄບ​ເດັນ ໄດ້​ເປີດ​ສິ່ງ​ທີ່​ທຳ​ນຽບ​ຂາວ​ກ່າວ​ວ່າ ການ​ເປັນ​ຄູ່​ຮ່ວມ​ຂອງ​ບັນ​ດາ​ປະ​ເທດ​ອາ​ເມ​ຣິ​ກາ ເພື່ອ​ຄວາມ​ຈະ​ເລີນ​ຮັ່ງ​ມີ​ດ້ານ​ເສດ​ຖະ​ກິດ ເພື່ອ​ສົ່ງ​ເສີມ “ການ​ຟື້ນ​ຕົວ​ທີ່​ຍຸ​ຕິ​ທຳ” ຈາກ​ໂຣກ​ລະ​ບາດ ເຊັ່ນ​ດຽວ​ກັບ​ການ​ຊ່ວຍ​ເຫຼືອຫຼາຍກວ່າ 300 ລ້ານ​ໂດ​ລາ​ສຳ​ລັບ​ຄວາມ​ບໍ່​ໝັ້ນ​ຄົງ​ດ້ານ​ອາ​ຫານ​ຕໍ່​ພາກ​ພື້ນ​ນຶ່ງ ທີ່​ສູນ​ເສຍ​ຄວາມ​ດຸ່ນ​ດ່ຽງ​ຈາກ​ຜົນ​ກະ​ທົບ​ດ້ານ​ເສດ​ຖະ​ກິດ​ຂອງ​ໂຄວິດ-19 ແລະ ສົງ​ຄາມ​ໃນ​ຢູ​ເຄ​ຣນ.

ທ່ານ ໄບ​ເດັນ ໄດ້​ກ່າວ​ວ່າ​ວິ​ໄສ​ທັດ​ໃນ​ພາກ​ພື້ນ​ຂອງ​ທ່ານ​ແມ່ນ “ອີງ​ໃສ່​ມູນ​ເຊື້ອຫຼັກ​ອັນ​ດຽວ​ກັນ” ດັ່ງ​ກັບ​ການ​ຟື້ນ​ຕົວ​ດ້ານ​ເສດ​ຖະ​ກິດ ແລະ ການ​ແຂ່ງ​ຂັນ ຂອງ ສະ​ຫະ​ລັດ.

ທ່ານໄດ້​ກ່າວ​ວ່າ “ການ​ເປັນ​ຄູ່​ຮ່ວມ​ຂອງ​ບັນ​ດາ​ປະ​ເທດ ອາ​ເມ​ຣິ​ກາ ຈະ​ຊ່ວຍ​ເສດ​ຖະ​ກິດ​ເຕີບ​ໂຕ​ຈາກ​ລຸ່ມຂຶ້ນ​ສູ່​ລະ​ດັບ​ກາງ, ບໍ່​ແມ່ນ​ຈາກ​ເທິງ​ຫາ​ລຸ່ມ. ເສດ​ຖະ​ກິດ​ທີ່​ສ້າງ​ຄວາ​ມ​ຮັ່ງ​ມີ​ໃຫ້​ແກ່​ຜູ້​ທີ່​ລ້ຳ​ລວຍ​ແມ່ນບໍ່​ໄດ້​ຜົນ.

ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສ​ລັດ​ຖະ​ບານ​ຄົນ​ນຶ່ງ​ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ໃນ​ວັນ​ພຸດ​ວານນີ້​ວ່າ ລັດ​ຖະ​ບານ​ຫວັງ​ທີ່​ຈະ​ນຳ​ສະ​ເໜີ​ໂຄງ​ຮ່າງ ແລະ ປຶກ​ສາ​ຫາ​ລື​ມັນ​ກັບ​ບັນ​ດາ​ຄູ່​ຮ່ວມ​ໃນ​ “ສອງ​ຫາ​ສາມ​ເດືອນ​ຂ້າງ​ໜ້າ, ທີ່​ແນ​ເປົ້າ​ເພື່ອ​ເປີດ​ການ​ເລີ່ມ​ຕົ້ນ​ຂອງ​ການ​ເຈ​ລ​ະ​ຈາ​ຢ່າງ​ເປັນ​ທາງ​ການຢ່າງ​ແທ້​ຈິງ.”

ແຜນ​ການ​ດັ່ງ​ກ່າວ​ຈະ​ບໍ່​ລວມ​ມີ​ຂໍ້​ຕົກ​ລົງ​ການ​ຄ້າ​ໃໝ່, ແລະ ເຈົ້າ​ໜ້າ​ທີ່​ລັດ​ຖະ​ບານ​ຄົນ​ດັ່ງ​ກ່າວບໍ່​ໄດ້​ໃຫ້​ການ​ຄາດ​ຄະ​ເນ ກ່ຽວ​ກັບ​ວ່າ​ວໍ​ຊິງ​ຕັນ ອາດ​ຈະ​ໃຫ້​ເງິນຫຼາຍ​ຊ່ຳ​ໃດ​ໃນ​ຄວາມ​ພະ​ຍາ​ຍາມ​ດັ່ງ​ກ່າວ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG