ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທ່ານ ໄບເດັນ ຢ້ຽມຢາມ ອັງກິດ ໃນການເດີນທາງ ເພື່ອພົບປະກັບພັນທະມິດ ແລະ ທ່ານ ປູຕິນ


ປະທານາທິບໍດີ ໂຈ ໄບເດັນ ແລະ ສະຕີໝາຍເລກນຶ່ງທ່ານນາງ ຈິລ ໄບເດັນ ຍ່າງໄປຂຶ້ນເຮລິຄັອບເຕີ ມາຣີນ ວັນ (Marine One) ເພື່ອເດີນທາງໄປຕ່າງປະເທດໃນຖານະເປັນປະທານາທິບໍດີ. 9 ມິຖຸນາ, 2021. (AP Photo/Evan Vucci)
ປະທານາທິບໍດີ ໂຈ ໄບເດັນ ແລະ ສະຕີໝາຍເລກນຶ່ງທ່ານນາງ ຈິລ ໄບເດັນ ຍ່າງໄປຂຶ້ນເຮລິຄັອບເຕີ ມາຣີນ ວັນ (Marine One) ເພື່ອເດີນທາງໄປຕ່າງປະເທດໃນຖານະເປັນປະທານາທິບໍດີ. 9 ມິຖຸນາ, 2021. (AP Photo/Evan Vucci)

ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໄດ້ພົບປະກັບນາຍົກລັດຖະມົນຕີ ອັງກິດ ທ່ານ ບໍຣິສ ຈອນສັນ ໃນວັນພະຫັດມື້ນີ້ ໃນການຢ້ຽມຢາມທະວີບ ຢູໂຣບ ທີ່ລວມມີການເຈລະຈາລະດັບສູງກັບປະມຸກລັດຈາກປະເທດຕາເວັນຕົກອື່ນໆ ແລະ ພົບປະກັບປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ.

ໂລກຈະເບິ່ງວິທີທີ່ທ່ານ ໄບເດັນ ແລະ ທ່ານ ຈອນສັນ ສື່ສານກັນໃນຕອນບ່າຍຂອງວັນພະຫັດມື້ນີ້ ຫຼັງຈາກມີການບໍ່ເຫັນດີນຳກັນ ກ່ຽວກັບ ນະໂຍບາຍຕ່າງໆລວມທັງ ເບຣັກຊິດ, ທີ່ແມ່ນການຕັດ ສິນໃຈຂອງ ສະຫະຣາຊະອານາຈັກ ທີ່ຈະອອກຈາກສະຫະພາບຢູໂຣບ, ເຊິ່ງລັດຖະບານທ່ານ ໂອບາມາ-ໄບເດັນ ໄດ້ຄັດຄ້ານ.

ທ່ານ ແດນ ຮາມິລຕັນ, ຜູ້ອຳນວຍການຂອງໂຄງການຢູໂຣບໂລກ ຢູ່ສູນກາງ ວິລສັນ ໄດ້ກ່າວວ່າ “ຄວາມສຳພັນທີ່ຜ່ານມາແມ່ນບໍ່ດີ. ປະທານາທິບໍດີ ໄບເດັນ ໄດ້ເອີ້ນທ່ານ ບໍຣິສ ຈອນສັນ ວ່າເປັນຜູ້ຮຽນແບບ ຫຼື ໂຄລນຂອງທ່ານ ທຣຳ.”

ທ່ານ ໄບເດັນ, ຜູ້ທີ່ມີບັນພະບູລຸດເປັນຊາວ ໄອຣແລນ ນັ້ນ, ຍັງມີຄວາມເປັນຫ່ວງວ່າ ເບຣັກຊິດ ອາດທຳລາຍຂໍ້ຕົກລົງ ກູດ ຟຣາຍເດ (Good Friday) ປີ 1998. ທີ່ໄດ້ນຳເອົາສັນຕິພາບມາສູ່ ໄອຣແລນເໜືອ, ເຊິ່ງເປັນສ່ວນນຶ່ງຂອງ ຣາຊະອານາຈັກ ອັງກິດ ທີ່ອຳນວຍຄວາມສະດວກໃຫ້ໂດຍ ສະຫະລັດ.

ພາຍໃຕ້ຂໍ້ຈຕົກລົງ ເບຣັກຊິດ ນັ້ນ, ໄອຣ໌ແລນເໜືອ ຍັງຄົນເປັນຝ່າຍທີ່ສຳຄັນຕໍ່ຕະຫຼາດດຽວຂອງ ສະຫະພາບ ຢູໂຣບ, ທີ່ບໍ່ໄດ້ເປັນພາກສ່ວນຂອງ ສະຫະພາບນັ້ນອີກຕໍ່ໄປ, ເຊິ່ງໝາຍຄວາມວ່າ ຕ້ອງໄດ້ມີການປະຕິບັດການເກັບພາສີເຂດຊາຍແດນ. ລັດຖະບານທ່ານ ໄບເດັນ ຢາກຮັບປະກັນວ່າ ເບຣັກຊິດ ຈະ ບໍ່ເປັນອັນຕະລາຍຫຍັງຕໍ່ຄວາມຄາດຫວັງສຳລັບສັນຕິພາບ.

ທີ່ປຶກສາ ກ່ຽວກັບ ຄວາມປອດໄພແຫ່ງຊາດ ທ່ານ ເຈກ ຊຸລລີວານ ໄດ້ກ່າວຕໍ່ວີໂອເອວ່າ “ປະທາ ນາທິບໍດີ ໄບເດັນ ແມ່ນໄດ້ມີຄວາມກະຈ່າງແຈ້ງ ກ່ຽວກັບ ຄວາມເຊື່ອທີ່ແໜ້ນແກ່ນຂອງທ່ານ ໃນຂໍ້ຕົກລົງ Good Friday ເປັນພື້ນຖານສຳລັບການຢູ່ຮ່ວມກັນຢ່າງສັນຕິໃນ ໄອຣ໌ແລນເໜືອ. ຂໍ້ຕົກ ລົງນັ້ນຕ້ອງຖືກປົກປ້ອງ, ແລະ ບາດກ້າວໃດໆທີ່ຈະກໍ່ໃຫ້ເກີດອັນຕະລາຍ ຫຼື ທຳລາຍມັນຈະບໍ່ຖືກ ຕ້ອນຮັບໂດຍ ສະຫະລັດ.” ທ່ານເວົ້າຕື່ມວ່າ ທ່ານ ໄບເດັນ ຈະກ່າວຖະແຫຼງເຖິງກົດເກນ” ກ່ຽວກັບບັນຫານີ້. ທ່ານຈະບໍ່ເວົ້າວ່າ ທ່ານ ຈອນສັນ ແມ່ນກຳລັງທຳລາຍຂໍ້ຕົກລົງນີ້ຫຼືບໍ່.

ເຖິງແມ່ນຈະມີຄວາມເຄັ່ງຕຶງ ທີ່ວ່ານີ້ກໍຕາມ, ທ່ານ ຮາມິລຕັນ ໄດ້ກ່າວວ່າ ບັນດາຜູ້ນຳຈະໃຫ້ຂໍ້ຜູກ ມັດຕໍ່ການດຳເນີນສາຍພົວພັນຂ້າມມະຫາສະໝຸດແອັດແລນຕິກ ເພື່ອຜົນປະໂຫຍດທີ່ດີທີ່ສຸດສຳ ລັບປະເທດຂອງເຂົາເຈົ້າ. ລັດຖະບານຂອງ ທ່ານ ຈອນສັນ ຫາກໍ່ໄດ້ສະຫຼຸບການທົບທວນທີ່ຖືກລວບລວມ ກ່ຽວກັບ ແຜນຍຸດທະສາດນະໂຍບາຍຕ່າງປະເທດຂອງເຂົາເຈົ້າ, ເຊິ່ງລວມມີການຢືນຢັນຄັ້ງໃໝ່ ກ່ຽວກັບ ສາຍພົວພັນ ທີ່ພິເສດລະຫວ່າງສອງພັນທະມິດນັ້ນ.

ອ່ານຂ່າວນີ້ເປັນພາສາອັງກິດ

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 26 ເມສາ 2024

XS
SM
MD
LG