ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ທາ​ນາ​ທິ​ບໍ​ດີໄບ​ເດັນ ຕ້ອ​ນ​ຮັບ ປະທານາທິບໍດີ​ຟີ​ລິບ​ປິນ ຢູ່​ທຳ​ນຽບ​ຂາວ ທ່າມ​ກາງ​ຄວາມ​ເປັນ​ຫ່ວງ​ກ່ຽວ​ກັບ​ ຈີນເພີ້ມ​ຂຶ້ນ


ປະທານາທິບໍດີ​ສະຫະລັດ ທ່ານໂຈ ໄບ​ເດັນ ແລະປະທານາທິບໍດີ​ຟີ​ລິບ​ປິນ, ທ່ານ​ເຟີ​ດີ​ນານ ມາ​ກົ​ສ ຈູ​ເນຍ​ຍ່າງ​ຕາມ​ລະ​ບຽງ​ທີ່​ຕໍ່​ໄປ​ຫາ​ຫ້ອງ​ການ​ຮູບ​ຊົງ​ໄຂ່ໃນ​ທຳ​ນຽບ​ຂາວ ຫລັງ​ຈາກ​ພິ​ທີ​ຕ້ອນ​ຮັບຈົບ​ລົງ​ແລ້ວ, ວັນ​ທີ 1 ພຶດ​ສະ​ພາ, 2023
ປະທານາທິບໍດີ​ສະຫະລັດ ທ່ານໂຈ ໄບ​ເດັນ ແລະປະທານາທິບໍດີ​ຟີ​ລິບ​ປິນ, ທ່ານ​ເຟີ​ດີ​ນານ ມາ​ກົ​ສ ຈູ​ເນຍ​ຍ່າງ​ຕາມ​ລະ​ບຽງ​ທີ່​ຕໍ່​ໄປ​ຫາ​ຫ້ອງ​ການ​ຮູບ​ຊົງ​ໄຂ່ໃນ​ທຳ​ນຽບ​ຂາວ ຫລັງ​ຈາກ​ພິ​ທີ​ຕ້ອນ​ຮັບຈົບ​ລົງ​ແລ້ວ, ວັນ​ທີ 1 ພຶດ​ສະ​ພາ, 2023

ປະທານາທິບໍດີ​ສະຫະລັດ ທ່ານໂຈ ໄບ​ເດັນ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ກັບ​ຄູ່​ຕຳ​ແໜ່​ງຟີ​ລິບ​ປິນຂອງ​ທ່ານ ​ໃນ​ວັນ​ຈັນວານ​ນີ້ ກ່ຽວ​ກັບ​ຄວາມ​ມຸ້ງ​ໝັ້ນຂອງ​ສະຫະລັດຕໍ່​ປະ​ເທດໝູ່​ເກາະ​ເຂດເອ​ເຊຍ​ຕາ​ເວັນ​ອອກສຽງ​ໃຕ້ແຫ່ງນັ້ນ​ໃນ​ຂະນະ​ທີ່​ຄວາມ​ເຄັ່ງຕຶງ​ກັບ​ຈີນ​ເພີ່ມ​ຂຶ້ນ.

ທ່ານໄບ​ເດັນ ກ່າວ​ວ່າ “ສະຫະລັດ​ຍັງຍຶດໝັ້ນ​ໃນ​ຄຳ​ໝັ້ນ​ສັນຍາ​ຂອງ​ພວກ​ເຮົາ​ຕໍ່​ການ​ປ້ອງ​ກັນ​ປະ​ເທດ​ຂອງ​ຟີ​ລິບ​ປິນ, ລວມທັງ​ຢູ່​ທະ​ເລ​ຈີນ​ໃຕ້, ​ແລະ​ພວກ​ເຮົາ​ຈະ​ສືບ​ຕໍ່​ສະໜັບສະໜູນ​ເປົ້າ​ໝາຍການ​ຫັນ​ທາງ​ທະຫານ​ຂອງ​ຟີ​ລິບ​ປິນໃຫ້​ທັນ​ສະ​ໄໝ​."

ຜູ້ນຳ​ທັງສອງ​ໄດ້​ເຊັນ​ຂໍ້​ຕົກລົງ​ຮ່ວມ​ມື​ດ້ານ​ການ​ປ້ອງ​ກັນ​ປະ​ເທດ​ສະບັບ​ໃໝ່​ໃນ​ວັນ​ຈັນ​ວານ​ນີ້ ​ເພື່ອ​ເພີ່ມ​ທະວີ​ຄວາມ​ໝັ້ນຄົງ​ຂອງ​ຟີ​ລິບ​ປິນ​ແລະ​ສະໜັບສະໜູນ​ການ​ ປັບ​ປຸງກອງ​ທັບ​ໃຫ້​ທັນ​ສະ​ໄໝ.

ຂໍ້​ຕົກລົງ​ດັ່ງກ່າວ ​ສ້າງ​ຂຶ້ນ​ບົນ​ພື້ນ​ຖານ​ການສະ​ຫລຸບ​ລົງ​ ຂອງ​ການ​ຊ້ອມ​ລົບທາງ​ທະ​ຫານ​ຄັ້ງ​ໃຫຍ່​ທີ່​ສຸດເທົ່າ​ທີ່​ເຄີຍມນ​ມາ ​ລະຫວ່າງ​ສອງ​ປະ​ເທດ​ໃນ​ອາທິດ​ແລ້ວ ນີ້​ພ້ອ​ມ​ທັງ​ຂໍ້​ຕົກລົງ​ໃນ​ຕົ້ນ​ປີ​ນີ້ ທີ່​ຟີ​ລິບ​ປິນເຫັນ​ດີ ​ທີ່ຈະ​ໃຫ້​ສະຫະລັດ ​ເຂົ້າ​ໄປ​ໃຊ້​ຖານທັບ​ອີກ 4 ​ແຫ່ງ​ໃນ​ປະ​ເທດເກາະ​ດັ່ງກ່າວ.

ປະທານາທິບໍດີ​ຟີ​ລິບ​ປິນ, ທ່ານ​ເຟີ​ດີ​ນານ ມາ​ກົ​ສ ຈູ​ເນຍ (Ferdinand Marcos Jr.) ທີ່​ຮູ້ຈັກ​ກັນດີ​ຢູ່​ໃນ​ປະ​ເທດ​ຂອງ​ທ່ານ​ໃນ​ຊື່​ວ່າ “ບອງບອ​ງ” ("Bongbong") ນັ້ນ ແມ່ນ​ລູກ​ຊາຍ​ຂອງມື້​ລາງ​ຈອມ​ຜະ​ເດັດ​ການ​, ທ່ານ​ເຟີ​ດີນານ ມາ​ກົ​ສ (Ferdinand Marcos). ​ໃນ​ວັນ​ຈັນ​ວານ​ນີ້ ທ່ານ​ກ່າວ​ວ່າ ປະ​ເທດ​ໝູ່​ເກາະ​ດັ່ງ​ກ່າວ ຢູ່​ໃນ​ບ່ອນ​ນັ່ງ​ແຖວ​ໜ້າ ໃນ​ການ​ເພີ່ມ​ຄວາມ​ເຄັ່ງ​ຕຶງຢູ່​ທະ​ເລ​ຈີນ​ໃຕ້.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG