ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບເດັນ ຕ້ອນຮັບຜູ້ນຳຍີ່ປຸ່ນ ແລະ ຟິລິບປິນ ເພື່ອຫາລື ກ່ຽວກັບການຮາວີລົບກວນຂອງຈີນ


ຮູບພາບທີ່ເອົາມາຮ່ວມກັນນີ້ ສະແດງໃຫ້ເຫັນປະທານາທິບໍດີຟິລິບປິນ ທ່ານ ເຟີດີນານ ມາໂກສ ຈູເນຍ, ຊ້າຍ, ໃນ ແຄນເບີຣາ ໃນວັນທີ 29 ກຸມພາ 2024, ປະທານາທິບໍດີສະຫະລັດ ທ່ານ ໂຈ ໄບເດັນ ໃນລັດແອັດແລນຕາ ວນັທີ 9 ມີນາ 2024; ແລະ ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ ຟູມິໂອ ກິຊິດະ ໃນ ໂຕກ້ຽວ ວັນທີ 28 ມີນາ 2024.
ຮູບພາບທີ່ເອົາມາຮ່ວມກັນນີ້ ສະແດງໃຫ້ເຫັນປະທານາທິບໍດີຟິລິບປິນ ທ່ານ ເຟີດີນານ ມາໂກສ ຈູເນຍ, ຊ້າຍ, ໃນ ແຄນເບີຣາ ໃນວັນທີ 29 ກຸມພາ 2024, ປະທານາທິບໍດີສະຫະລັດ ທ່ານ ໂຈ ໄບເດັນ ໃນລັດແອັດແລນຕາ ວນັທີ 9 ມີນາ 2024; ແລະ ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ ຟູມິໂອ ກິຊິດະ ໃນ ໂຕກ້ຽວ ວັນທີ 28 ມີນາ 2024.

ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໄດ້ໃຫ້ການຕ້ອນຮັບ ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ ຟູມິໂອະ ກິຊິດະ ແລະປະທານາທິບໍດີ ຟີລິບປິນ ທ່ານ ເຟີດີນານ ມາໂກສ ຈູເນຍ ຢູ່ທີ່ທຳນຽບຂາວ ໃນວັນພະຫັດວານນີ້ ໂດຍມີເປົ້າໝາຍທີ່ຈະສົ່ງຂໍ້ຄວາມຢ່າງຈະແຈ້ງ ໄປຫາຈີນວ່າ ຈີນຈະຕ້ອງຢຸດຕິພຶດຕິກຳແບບຮຸກຮານ ໃນທະເລຈີນໃຕ້.

ທ່ານ ໄບເດັນ ກ່າວ​ຢູ່​ທີ່​ກອງ​ປະ​ຊຸມ​ສຸດຍອດ​ສາມ​ຝ່າຍ​ວ່າ “ຄຳ​ໝັ້ນ​ສັນ​ຍາ​ດ້ານ​ປ້ອງ​ກັນ​ປະ​ເທດ​ຂອງສະຫະລັດ ທີ່ມີ​ຕໍ່​ຍີ່​ປຸ່ນ ແລະ ຟີ​ລິບ​ປິນ ນັ້ນ​ໝັ້ນ​ຄົງ.”

ມີຄວາມ​ເຄັ່ງ​ຕຶງເພີ່ມ​ຂຶ້ນ ​ລະຫວ່າງ​ ​ມະນີ​ລາ ແລະ​ປັກ​ກິ່ງ​. ​ໃນຊ່ວງ​ຫຼາຍ​ອາທິດທີ່​ຜ່ານ​ມາ, ກຳ​ປັ່ນ​ຂອງໜ່ວຍຍາມ​ຝັ່ງຈີນ ​ໄດ້​ດຳ​ເນີນ​ການ​ທ້າທາຍ​ເພື່ອ​ຂັດຂວາງ​ການເສີມກຳລັງສຳລັບ​ທະຫານ​ຟີ​ລິບ​ປິນທີ່​ປະຈຳ​ການ​ຢູ່ຫາດຊາຍ ໂທມັສ ທີ 2, ເຊິ່ງເຮັດໜ້າທີ່​ປົກ​ປ້ອງ ​ອະທິປະ​ໄຕ​ຂອງ​ມາ​ນີລາ ໃນ​ໝູ່​ເກາະສແປຣດລີ (Spratly).

"ການປະເຊີນໜ້າກັບສິ່ງທ້າທາຍທີ່ຊັບຊ້ອນ ໃນຊ່ວງເວລາຂອງພວກເຮົາ ຮຽກຮ້ອງໃຫ້ຕ້ອງມີຄວາມພະຍາຍາມຮ່ວມກັນຂອງທຸກໆຄົນ, ການອຸທິດຕົນເພື່ອຈຸດປະສົງຮ່ວມກັນ ແລະ ຄຳໝັ້ນສັນຍາທີ່ບໍ່ປ່ຽນແປງຕໍ່ກົດລະບຽບສາກົນທີ່ອີງໃສ່ກົດລະບຽບ," ທ່ານ ມາໂກສ ກ່າວ, ໂດຍກ່າວເຖິງຄຳເວົ້າຂອງທ່ານ ໃນດ້ານການທູດ ທີ່ມັກຈະໃຊ້ໃນການແນ່ເປົ້າໄປໃສ່ ປັກກິ່ງ.

ທ່ານ ກິຊິດະ ໄດ້ກ່າວຍໍ້າວ່າ ການ​ຮ່ວມ​ມື​ຫຼາຍຂັ້ນ ​ລະຫວ່າງ​ບັນດາ​ປະ​ເທດ​ພັນທະ​ມິດ ​ແລະ ບັນດາ​ປະ​ເທດ​ທີ່​ມີແນວຄິດ​ຈິດ​ໃຈ​ດຽວ​ກັນ ຖືກເປັນສິ່ງທີ່ສຳຄັນ ​ຖ້າພວກ​ເຮົາ​ຕ້ອງ​ຮັກສາ ​ແລະ ຊຸກຍູ້​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍຂອງ​ສາກົນ ​ທີ່​ເສລີ ​ແລະ ​ເປີດ​ກວ້າງ​ບົນ​ພື້ນຖານຂອງ​ກົດ​ໝາຍ.

ການ​ຂົ່ມຂູ່​ຂອງ​ຈີນ ​ທີ່​ເອີ້ນ​ວ່າ ​ຍຸດ​ທະ​ສາດ​ເຂດ​ສີ​ຂີ້​ເຖົ່າ ເຂົ້າໃກ້ຈຸດ​ອັນຕະລາຍ​ທີ່​ຈະ​ເຮັດ​ໃຫ້ເກີດ​ສົນທິສັນຍາ​ປ້ອງ​ກັນ​ປະ​ເທດ​ລະຫວ່າງ​ວໍ​ຊິງ​ຕັນ​ກັບ​ມາ​ນີລາ​ປີ 1951. ທ່ານ ໄບເດັນ ​ໄດ້​ເນັ້ນ​ຍໍ້າ​ເຖິງ​ຄຳ​ໝັ້ນ​ສັນຍາ​ຂອງ​ສະຫະລັດ​ຕໍ່​ຂໍ້​ຕົກລົງດັ່ງກ່າວ.

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG