ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ທ່ານໄບເດັນ ອອກ​ເດີນ​ທາງ​ ໄປ​ໂຄ​ສະ​ນາ​ ຫາ​ສຽງ ເປັນ​ຄັ້ງ​ທຳ​ອິດ ເພື່ອລະ​ດົມ​ເງິ​ນບໍ​ລິ​ຈາກ ໃຫ້​ແກ່​ພັກ​ຂອງ​ທ່ານ​ ໃນ​ນາມ​ປະ​ທາ​ນາ​ທິ​ບໍ​ດີ ​


ປະທານາທິບໍດີສະຫະລັດ, ທ່ານໂຈ ໄບເດັນໂອ້​ລົມ​ກ່ຽວ​ກັບ​ກົດ​ໝາຍ​ພື້ນ​ຖານ​ໂຄງ​ລ່າງ ຢູ່​ທີ່​ສະ​ໜາມ​ບິນ​ສາ​ກົນ​ຂອງ​ນະ​ຄອນ ​Portland ໃນວັນ​ທີ 21 ເມ​ສາ, 2022 ໃນ​ລັດ​ອໍ​ເຣ​ກອນ.
ປະທານາທິບໍດີສະຫະລັດ, ທ່ານໂຈ ໄບເດັນໂອ້​ລົມ​ກ່ຽວ​ກັບ​ກົດ​ໝາຍ​ພື້ນ​ຖານ​ໂຄງ​ລ່າງ ຢູ່​ທີ່​ສະ​ໜາມ​ບິນ​ສາ​ກົນ​ຂອງ​ນະ​ຄອນ ​Portland ໃນວັນ​ທີ 21 ເມ​ສາ, 2022 ໃນ​ລັດ​ອໍ​ເຣ​ກອນ.
ໃນວັນພະຫັດ​ວານນີ້ ປະທານາທິບໍດີສະຫະລັດ, ທ່ານໂຈ ​ໄບ​ເດັນ ໄດ້ຂຶ້ນເຮືອ ບິນປະ​ຈຳ​ຕຳ​ແໜ່ງ Air Force One ແລະບິນໄປຍັງ​ເຂດ​ຝັ່ງທະ​ເລ​ຢູ່ພາກຕາ​ເວັນ​ຕົກຂອງ​ປະ​ເທດ ເພື່ອລະດົມທຶນໃຫ້​ແກ່ພັກເດ ໂມແຄຣັດ, ເຊິ່ງເປັນຄັ້ງທຳ ອິດທີ່ທ່ານໄດ້ເດີນທາງເພື່ອໄປລະ​ດົມທຶນໃຫ້ແກ່ພັກຂອງທ່ານໃນ​ນາມປະທານາ ທິບໍດີ. ມັນເກືອບຈະ​ເວົ້າ​ໄດ້​ຢ່າງແນ່ນອນແລ້ວວ່າ ຈະບໍ່ແມ່ນຄັ້ງສຸດທ້າຍ.

ຫຼັງຈາກຢຸດແຫວ່ທີ່ນະ​ຄອນ​ພອດ​ແລນ, ລັດ​ອໍ​ຣີ​ກອນ​ແລ້ວ ທ່ານ​ໄບ​ເດັນກໍໄດ້ມຸ້ງຫນ້າໄປຍັງນະ​ຄອນ​ຊີ​ອາ​ໂຕ. ຢູ່ທັງສອງນະ​ຄອນນີ້ ທ່ານ​ໄດ້ກ່າວເຖິງງານ​ໂຮມ​ຊຸມ​ນຸມຕ່າງໆ ທີ່ສະຫນັບສະຫນູນໂດຍຄະນະກໍາ ມະການແຫ່ງຊາດ ຂອງພັກ​ເດ​ໂມ​ແຄ​ຣັດ ຫລື DNC ທີ່ມີຜູ້ໃຫ້ທຶນຊຶ່ງຫຼາຍຄົນໃນ​ນັ້ນກໍຮັ່ງມີທີ່ສຸດ​ເຂົ້າ​ຮ່ວມ​ຟັງທ່ານປະທານາທິບໍດີເວົ້າ ແລະຕອບຄໍາຖາມຢູ່ໃນກອງປະຊຸມປິດລັບ.

ການເດີນທາງດັ່ງກ່າວເປັນການເລີ້ມຕົ້ນທີ່ຫລ້າຊ້າຂອງທ່ານ​ໄບ​ເດັນ, ທີ່ເຂົ້າຮັບຕໍາແໜ່ງໃນເດືອນມັງກອນ ປີ 2021. ປະທານາທິບໍດີສະຫະລັດ ໂດຍທົ່ວໄປແລ້ວແມ່ນແຫຼ່ງທີ່ມາອັນສຳຄັນຂອງ​ເງິນ​ບໍ​ລິ​ຈາກ ທີ່​ໄດ້​ມາ​ຈາກການໂຄສະນາຫາສຽງໃຫ້ແກ່ພັກການເມືອງຂອງພວກເພິ່ນ, ແຕ່ວ່າການຈັດ​ການ​ໂອ້​ລົມແບບສ່ວນຕົວ ທີ່ສາ​ມາດໃຫ້ຜູ້ໃຫ້ທຶນທີ່ຮັ່ງມີເຂົ້າເຖິງປະທານາທິບໍດີໄດ້ນັ້ນ ມາຮອດປັດຈຸບັນນີ້ໄດ້ຖືກຈໍາກັດຢ່າງຫຼວງ ຫຼາຍໂດຍມາດ​ຕະ​ການລະມັດລະວັງ ກ່ຽວກັບ ໄວ​ຣັ​ສໂຄ​ໂຣ​ນາ.

ເງິນຈຳ​ນວນ​ສ່ວນ​ໃຫຍ່ທີ່ປະທານາທິບໍດີໄດ້ຮັບ​ບໍ​ລິ​ຈາກມາໃນນາມຂອງ DNC ແມ່ນໄດ້ມອບໃຫ້ແກ່ອົງ ການຈັດຕັ້ງຂອງພັກຢູ່ໃນລັດ ແລະເອົາໃຫ້ຜູ້ສະໝັກ​ເປັນ​ສະ​ມາ​ຊິກສະພາຕ່ຳ ແລະສະ​ພາ​ສູງ.

ໂດຍປົກກະຕິແລ້​ວ ປະທານາທິບໍດີຜູ້ນຶ່ງ ທີ່ຄາດວ່າຈະດຳລົງຕຳແໜ່ງເປັນສະໄໝທີ 2 ຍັງຈັດການລະດົມ ທຶນຈຳນວນນຶ່ງທີ່ນຳ​ຜົນປະໂຫຍດມາ​ໃຫ້ແກ່ ການ​ຈັດ​ຕັ້ງການໂຄສະນາຫາສຽງຂອງຕົນເອງອີກ​ດ້ວຍ, ບາງຄັ້ງກໍຈັດຮ່ວມ ກັນກັບຄະນະກຳມະການແຫ່ງຊາດຂອງພັກ. ນີ້​ແມ່ນ​ເປັນສິ່ງ​ທີ່ປະ​ທາ​ນາ​ທິ​ບໍ​ດີທັງ​ຈາກ ພັກ​ເດ​ໂມ​ແຄ​ຣັດ​ ແລະ​ພັກຣີ​ພັບ​ບ​ລິ​ກັນ​ປະ​ຕິ​ບັດ​ກັນ​ມາ​.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດຈະໃຊ້​ເວ​ລາ​ຫຼາຍ​ທີ່​ສຸດ​ໃນ​ການ​ລະດົມ​ທຶນ​ເນື່ອງ​ຈາກ​ວ່າ ​ການ​ດໍາ​ເນີນ​ການ​ໂຄ​ສະ​ນາຫາ​ສຽງ​ທາງ​ການ​ເມືອງ​ຢ່າງສໍາ​ເລັດ​ຜົນ​ ໃນ​ສະ​ຫະ​ລັດ​ໄດ້​ກາຍ​ເປັນເລື້ອງ​ທີ່​ມີ​ການ​ໃຊ້​ຈ່າຍສູງ​ຫລາຍເປັນ​ພິ​ເສດ.

ອີງ​ຕາມ​ຂໍ້​ມູນ​ທີ່​ເກັບ​ກຳ​ໂດຍ​ອົງການເປີດ​ເຜີຍ​ຄວາມ​ລັບ ຫລື Open Secrets ທີ່​ຕິດຕາມ​ການ​ບໍລິຈາກ ​ແລະການ​ໃຊ້​ຈ່າຍ​ໃນ​ການ​ໂຄສະນາ​ຫາ​ສຽງ, ຜູ້​ສະໝັກເລືອກ​ຕັ້ງເຂົ້າ​ຮັບ​ຕຳ​ແໜ່ງຂອງ​ລັດຖະບານ​ກາງ​ໄດ້​ໃຊ້​ເງິນ​ຢ່າງ​ຫຼວງ​ຫຼາຍເຖິງ 7 ຕື້ 600 ລ້ານ​ໂດ​ລາ​ ​ຢູ່ໃນ​ຮອບການ​ເລືອກ​ຕັ້ງ​ສອງປີໃນ 2020. ເມື່ອບວກ​ເງິນ​ທີ່​ພັກ​ການ​ເມືອງຕ່າງໆ ​ແລະ​ກຸ່ມ​ສະ​ແຫວງ​ຫາ​ການສະ​ໜັບ​ສະ​ໜູນ​ພາຍ​ນອກ​ໃຊ້​ຈ່າຍ​ເຂົ້າ​ໃສ່​ກັນ​ແລ້ວ ເງິນ ລວມ​ທັງ​ໝົດ​ແມ່ນ​ເພີ່ມ​ຂຶ້ນ​ເປັນ 14 ຕື້ 400 ລ້ານ​ໂດ​ລາ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG