ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານໄບເດັນ ມຸ້ງໜ້າໄປຮ່ວມກອງປະຊຸມ G20 ແລະສົ່ງທ່ານນາງແຮຣິສ ໄປຍັງກອງປະຊຸມສຸດຍອດອາຊຽນ ແລະ ເອເຊຍຕາເວັນອອກ


ແຟ້ມພາບ - ປະທານາທິບໍດີ ໂຈ ໄບເດັນ ກ່າວໃນລະຫວ່າງກອງປະຊຸມຖະແຫລງຂ່າວ ຢູ່ນອກກອງປະຊຸມສຸດຍອດ G20 ໃນເກາະບາລີ ຂອງອິນໂດເນເຊຍ, ວັນທີ 14 ພະຈິກ 2022.
ແຟ້ມພາບ - ປະທານາທິບໍດີ ໂຈ ໄບເດັນ ກ່າວໃນລະຫວ່າງກອງປະຊຸມຖະແຫລງຂ່າວ ຢູ່ນອກກອງປະຊຸມສຸດຍອດ G20 ໃນເກາະບາລີ ຂອງອິນໂດເນເຊຍ, ວັນທີ 14 ພະຈິກ 2022.

ປະທານາທິບໍດີ ໂຈ ໄບເດັນ ຈະເຂົ້າຮ່ວມໃນກອງປະຊຸມສຸດຍອດຂອງກຸ່ມ G20 ຢູ່ໃນນະຄອນຫຼວງນິວເດລີ ແຕ່ຈະບໍ່ເຂົ້າຮ່ວມກອງປະຊຸມສຸດຍອດ ລະຫວ່າງ ສະຫະລັດກັບອາຊຽນ ແລະເອເຊຍຕາເວັນອອກ ຢູ່ໃນນະຄອນຫຼວງ ຈາກາຕາ ຂອງອິນໂດເນເຊຍ ໂດຍຈະສົ່ງຮອງປະທານາທິບໍດີ ຄາມາລາ ແຮຣິສ ໄປແທນ ອີງຕາມການປະກາດຂອງທຳນຽບຂາວ ໃນວັນອັງຄານວານນີ້.

ໃນຂໍ້ພິສຸດເຖິງຄວາມສຳຄັນທີ່ທ່ານໄບເດັນ ໃຫ້ແກ່ລັດຖະບານຂອງນາຍົກລັດ ຖະມົນຕີອິນເດຍ ທ່ານນາເຣນດຣາ ໂມດີ ນັ້ນ ທ່ານໄບເດັນ ຈະເດີນທາງໄປອິນເດຍ ໃນລະຫວ່າງວັນທີ 7 ຫາ 10 ເດືອນກັນຍາ ໂດຍຈະໄປຮອດສອງວັນກ່ອນໜ້າ ໃນການເຕົ້າໂຮມປະຈຳປີຂອງບັນດາຜູ້ນຳຂອງ 20 ປະເທດທີ່ມີເສດຖະ ກິດໃຫຍ່ທີ່ສຸດໃນໂລກ. ຜູ້ນຳຂອງປະເທດແລະລັດຖະບານຕ່າງໆ ແມ່ນກຽມ ພ້ອມທີ່ຈະເລີ້ມຕົ້ນກອງປະຊຸມຂອງພວກເພິ່ນ ໃນລະຫວ່າງວັນທີ 9 ຫາ 10 ເດືອນກັນຍານີ້. ພວກເພິ່ນຈະປຶກສາຫາລືເລື້ອງຕ່າງໆກ່ຽວກັບໂລກ ທີ່ລວມມີ ການຫັດປ່ຽນໄປສູ່ພະລັງງານທີ່ສະອາດ, ຫລຸດຜ່ອນຜົນກະທົບຕ່າງໆຂອງສົງ ຄາມໃນຢູເຄຣນ ຕໍ່ເສດຖະກິດແລະສັງຄົມ, ແລະເພີ້ມທະວີຄວາມອາດສາມາດຂອງທະນາຄານພັດທະນາຫຼາຍຝ່າຍ.

ໃນຂະນະຢູ່ໃນນະຄອນຫຼວງນິວເດລີ ທ່ານໄບເດັນ ຈະເນັ້ນຢ້ຳເຖິງຄວາມໝັ້ນໝາຍຂອງສະຫະລັດ ຕໍ່ G20 ໃນເວທີສົນທະນາຂັ້ນສູງເພື່ອການຮ່ວມມືທາງດ້ານເສດຖະກິດ ທີ່ລວມທັງການເປັນເຈົ້າພາບຈັດເວທີນີ້ ໃນປີ 2026, ອີງຕາມ ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ທ່ານເຈກ ຊູລີວັນ ໄດ້ກ່າວຕໍ່ບັນດານັກຂ່າວ ໃນລະຫວ່າງກອງປະຊຸມຖະແຫລງຂ່າວເມື່ອວັນອັງຄານວານນີ້.

ກອງປະຊຸມສຸດຍອດ ລະຫວ່າງສະຫະລັດແລະອາຊຽນ ສະຫລຸບດ້ວຍກອງປະຊຸມຂອງບັນດາເຈົ້າໜ້າທີ່ຂັ້ນສູງລະຫວ່າງສະຫະລັດ ແລະສະມາຄົມຂອງບັນດາປະເທດໃນເຂດເອເຊຍຕາເວັນອອກສຽງໃຕ້ ຫຼື ASEAN ທີ່ລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ໄດ້ເຂົ້າຮ່ວມເມື່ອເດືອນແລ້ວນີ້. ສ່ວນກອງປະຊຸມສຸດຍອດເອເຊຍຕາເວັນອອກ ແມ່ນການສົນທະນາກ່ຽວກັບພາກພື້ນ ທີ່ໄດ້ຈັດຂຶ້ນໃນແຕ່ລະປີໂດຍ ອາຊຽນ. ຄູ່ພາຄີທັງຫຼາຍຂອງກອງປະຊຸມດັ່ງກ່າວ ລວມມີ ສະຫະລັດ ຈີນ ແລະຣັດເຊຍ.

ທ່ານຊູລີວັນ ໄດ້ຕອບໂຕ້ຕໍ່ການຕ້ອງຕິທີ່ວ່າ ບໍ່ໄດ້ເຂົ້າຮ່ວມໃນກອງປະຊຸມດ້ວຍຕົນເອງນັ້ນ ທ່ານໄບເດັນ ກໍຫຼິ້ນບົດບາດໃຫ້ຮັບຮູ້ວ່າ ສະຫະລັດ ກຳລັງຍອມເສຍອິດທິພົນໃນພາກພື້ນໃຫ້ແກ່ຈີນ. ອັນນັ້ນ ເປັນການຕ້ອງຕິແບບດຽວກັນ ທີ່ໄດ້ແນໃສ່ທ່ານປະທານາທິບໍດີ ໃນເດືອນພຶດສະພາ ເມື່ອການໄກ່ເກ່ຍພາຍໃນປະເທດ ກ່ຽວກັບເພດານໜີ້ສິນ ໄດ້ກົດດັນໃຫ້ທ່ານຍົກເລີກ ອັນທີ່ຈະເປັນການເດີນທາງຢ້ຽມຢາມ ປາປົວນິວກິເນຍເປັນຄັ້ງທຳອິດ ໂດຍປະທານາທິບໍດີຂອງອາເມຣິກາ.

“ອັນນີ້ ຈະເປັນການດຶງໄປດຶງມາຢູ່ເລື້ອຍໆ” ທ່ານຊູລີວັນ ໄດ້ກ່າວຕໍ່ວີໂອເອ ໃນລະຫວ່າງກອງປະຊຸມຖະແຫລງຂ່າວເມື່ອວັນອັງຄານວານນີ້. ທ່ານໄດ້ໃຫ້ລາຍລະອຽດເຖິງການພົວພັນຂອງທ່ານໄບເດັນ ກັບບັນດາຜູ້ນຳຢູ່ໃນພາກພື້ນ ທີ່ເປັນຫຼັກຖານຂອງຄວາມໝັ້ນໝາຍສະຫະລັດ ຕໍ່ເຂດອິນໂດ-ປາຊີຟິກ ທີ່ລວມມີ ການເປັນເຈົ້າພາບຈັດກອງປະຊຸມສຸດຍອດສາມຝ່າຍ ກັບເກົາຫຼີໃຕ້ ແລະຍີ່ປຸ່ນ ເມື່ອອາທິດແລ້ວນີ້, ການເຂົ້າຮ່ວມກຸ່ມເຈັດປະເທດ ຫຼື G7 ແລະ ກອງປະຊຸມສຸດຍອດ ບັນດາຜູ້ນຳຂອງກຸ່ມຄວດ ໃນນະຄອນຮີໂຣຊີມະ ໃນເດືອນພຶດສະພາ ແລະການເປັນເຈົ້າພາບຈັດກອງປະຊຸມສຸດຍອດ AUKUS ໃນເດືອນມີນາ ກັບບັນດາຜູ້ນຳຂອງອອສເຕຣເລຍ ແລະສະຫະຣາຊະອະນາຈັກ.

President Joe Biden will attend the G20 Summit in New Delhi, India, but is skipping the U.S.-ASEAN and East Asia Summit in Jakarta, Indonesia, sending Vice President Kamala Harris instead, the White House announced Tuesday.

In a testament to the importance Biden places on Prime Minister Narendra Modi's government, Biden will be in India September 7-10, arriving two days ahead of the annual gathering of the leaders of the world's 20 largest economies. The heads of state and governments are set to begin their meetings on September 9 and 10. They are to discuss global issues including clean energy transition, mitigating the economic and social impacts of the war in Ukraine, and increasing the capacity of multilateral development banks.

While in New Delhi, Biden will reaffirm the U.S. commitment to the G20 as the premier forum for economic cooperation, including by hosting it in 2026, national security adviser Jake Sullivan told reporters during a briefing Tuesday.

The U.S.-ASEAN Summit caps high-level official meetings between the United States and the Association of Southeast Asian Nation (ASEAN) that U.S. Secretary of State Antony Blinken participated in last month. The East Asia Summit is a regional forum held annually by ASEAN. Its partners include the U.S., China and Russia.

China's influence

Sullivan pushed back against criticism that by not attending the meetings in person, Biden plays into the perception that the U.S. is ceding influence in the region to China. That is the same criticism aimed at the president in May when domestic negotiations on the debt ceiling forced him to cancel what would have been the first visit by an American president to Papua New Guinea.

"This is going to be a constant tug and pull," Sullivan said to VOA during Tuesday's briefing. He outlined Biden's engagements with regional leaders as evidence of U.S. commitment to the Indo-Pacific, including hosting a trilateral summit with South Korea and Japan last week, attending the G7 and the Quad Leaders' Summit in Hiroshima in May, and hosting the March AUKUS summit with leaders of Australia and the United Kingdom.

XS
SM
MD
LG