ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ​ໄບ​ເດັນ ປະ​ເຊີນ​ກັບ​ ການ​ທົດ​ສອບ ທີ່​ສຳ​ຄັນ ຢູ່​ລັດ​ຄາ​ໂຣ​ໄລ​ນາ​ໃຕ້ ໃນ​ຂະ​ນະ​ທີ່ ທ່ານ​ແຊນ​ເດີ​ຣ໌​ສ ​ສືບ​ຕໍ່ ມີ​ຄະ​ແນນ​ເພີ້ມ​ຂຶ້ນ


​ຜູ້​ສະ​ໝັກ​ເປັນປະ​ທາ​ນາ​ທິ​ບໍ​ດີສະ​ຫະ​ລັດ ປີ 2020 U.S. ແລະ​ອະ​ດີດ​ຮອງ​ປະ​ທາ​ນາ​ທີ​ບໍ​ດີ ​ໂຈ ໄບ​ເດັນ ທີ່ ມະ​ຫາ​ວິ​ທະ​ຍາ​ໄລ Coastal Carolina University ໃນ​ເມືອງ Conway ລັດ​ຄາ​ໂຣ​ໄລ​ນາໃຕ້ ​ເມື່ອວັນ​ທີ 27 ກຸມ​​ພາ 2020.
​ຜູ້​ສະ​ໝັກ​ເປັນປະ​ທາ​ນາ​ທິ​ບໍ​ດີສະ​ຫະ​ລັດ ປີ 2020 U.S. ແລະ​ອະ​ດີດ​ຮອງ​ປະ​ທາ​ນາ​ທີ​ບໍ​ດີ ​ໂຈ ໄບ​ເດັນ ທີ່ ມະ​ຫາ​ວິ​ທະ​ຍາ​ໄລ Coastal Carolina University ໃນ​ເມືອງ Conway ລັດ​ຄາ​ໂຣ​ໄລ​ນາໃຕ້ ​ເມື່ອວັນ​ທີ 27 ກຸມ​​ພາ 2020.

ບັນ​ດາ​ຜູ້​ປ່ອນ​ບັດຢູ່​ໃນ​ລັດ​ຄາ​ໂຣ​ໄລ​ນາ​ໃຕ້ ພາ​ກັນ​ປ່ອນ​ບັດ​ລົງ​ຄະ​ແນນ​ສຽງ ​ໃນ​ການ
​ເລືອກ​ຕັ້ງຂັ້ນ​ຕົ້ນ​ຂອງ​ພັກ​ເດ​ໂມ​ແຄ​ຣັດໃນ​ວັນ​ເສົາ​ມື້ນີ້ທີ່​ຈະ​ມີ​ບົດ​ບາດ​ສຳ​ຄັນຕໍ່​ການ​ປ່ອນ
​ບັດ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ ​ໃນວັນ​ອັງ​ຄານພິ​ເສດ ໃນ 14 ລັດ.

ການ​ແຂ່ງ​ຂັນ​ຢູ່​ລັດ​ຄາ​ໂຣ​ໄລ​ນາ​ໃຕ້ສະ​ເໜີ​ໃຫ້ບັນ​ດາ​ຜູ້​ສະ​ໝັກ​ຈຳ​ນວນ​ນຶ່ງ ມີໂອ​ກາດ​ທີ່​
ຈະ​ເຮັດ​ໃຫ້​ການ​ໄດ້​ຮັບ​ຄະ​ແນນ​ສຽງ​ເພີ້ມ​ຂຶ້ນ​ຂອງສະ​ມາ​ຊິກ​ສະ​ພາ​ສູງ​ຈາກລັດ​ເວີ​ມັນທ໌
ທ່ານ​ເບີ​ນີ ແຊນ​ເດີຣ໌ສ ນັ້ນ​ຊ້າ​ລົງ ໃນ​ການ​ຂັດ​ຂວາງ​ຕໍ່​ປະ​ທາ​ນາ​ທິ​ບໍ​ດີ​ທຳ ທີ່​ລົງ​ສະ​ໝັກ​
ເພື່ອ​ເຂົ້າແຂ່ງ​ຂັນ​ເອົາຕຳ​ແໜ່ງຄືນໃໝ່ ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ ໃນ​ເດືອນ​ພະ​ຈິກ​ຈະ​
ມາ​ເຖິງ​ນີ້.

ອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ ​ຊຶ່ງ​ຄັ້ງ​ນຶ່ງ​ເປັນ​ຜູ້​ມີ​ຄະ​ແນນ​ນຳ​ໜ້ານັ້ນ​ບໍ່ ໄດ້​ຮັບ​
ຄະ​ແນນ​ສຽງ​ດີ​ປານ​ໃດ ໃນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ ​ແລະ​ການ​ປະ​ຊຸມ​ປ່ອນ​ບັດ ຢູ່​ໃນ​ສາມ​
ລັດ ຈຶ່ງ​ຕ້ອງການໄຊຊະ​ນະ​ຢ່າງ​ແຮງ​ຢູ່​ລັດ​ຄາ​ໂຣ​ໄລ​ນາ​ໃຕ້ ເພື່ອຈະ​ເຮັດໃຫ້​ການ​ໂຄ​ສະ​
ນາ​ຫາ​ສຽງ​ຂອງ​ທ່ານ​ດຳ​ເນີນ​ຕໍ່​ໄປ​ໄດ້, ທ່ານ​ໄບ​ເດັນ ໄດ້​ດິ້ນ​ລົນເພື່ອຊອກ​ຫາ​ເງິນ ແລະ
​ສ້າງຄວາມ​ກະ​ຕື​ລື​ລົ້ນ​ໃນ​ຖັນ​ແຖວ​ຂອງ​ບັນ​ດາ​ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ.

ລັດ​ຄາ​ໂຣ​ໄລ​ນາ​ໃຕ້​ໄດ້​ພິ​ຈາ​ລະ​ນາ​ວ່າ​ເປັນ “ກຳ​ແພງ​ປ້ອງ​ກັນ” ໃຫ້ແກ່​ທ່ານໄບ​ເດັນ
ເພາະ​ວ່າ​ເປິ​ເຊັນ​ສ່ວນ​ໃຫຍ່​ຂອງຜູ້​ປ່ອນ​ບັດ​ເປັນ​ຊາວ​ອາ​ເມ​ຣິ​ກາ​ເຊື້ອ​ສາຍ​ອາ​ຟ​ຣິ​ກາ
ຜູ້​ທີ່​ມີ​ຄວາມ​ຈົງ​ຮັກ​ພັກ​ດີ​ຕໍ່​ທ່ານ​ມາ​ເປັນ​ເວ​ລາ​ດົນ​ນານ ແລະ​ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ
ບາ​ຣັກ ໂອ​ບາ​ມາ. ການ​ສູນ​ເສຍ​ໃຫ້​ແກ່​ທ່ານ​ແຊນ​ເດີ​ຣ໌​ສ ອາດ​ບັງ​ຄັບ​ໃຫ້​ອະ​ດີດ​ຮອງ
​ປະ​ທາ​ນາ​ທິ​ບໍ​ດີ ຕ້ອງ​ຖ​ອນ​ຕົວ​ອອກ​ຈາກ​ການ​ແຂ່ງ​ຂັນ.

ທ່ານ​ໄບ​ເດັນ​ມີຄະ​ແນນ​ 10 ເປີ​ເຊັນນຳ​ໜ້າ​ທ່ານ​ແຊນ​ເດີຣ໌​ສ ໃນ​ການ​ຢັ່ງ​ສຽງ​ຂອງ​ອົງ
ການ RealClearPolitics ​ໃນ​ລັດ​ຄາ​ໂຣ​ໄລ​ນາ​ໃຕ້ ແຕ່​ທ່ານທອມ ສະ​ເຕ​ເຢີ ມະ​ຫາ
​ເສດ​ຖີ​ພັນ​ລ້ານ ແລະ​ຜູ້​ໃຈ​ບຸນ ​ທີ່​ໄດ້​ລົງ​ທຶນທັງເວ​ລາ​ຢ່າງ​ຫຼວງ​ຫຼາຍ ແລະ​ເງິນເຂົ້າ​ໃສ່
​ການໂຄ​ສະ​ນາ​ຫາ​ສຽງ​ ຢູ່ໃນລັດ​ຄາ​ໂຣ​ໄລ​ນາໃຕ້ ປາ​ກົດ​ວ່າ​ໄດ້​ມາ​ແບ່ງ​ເອົາ​ຄະ​ແນນ
​ນຳໜ້າ​ຂອງ​ທ່ານໄບ​ເດັນໄປ.

ທ່ານ​ໄບ​ເດັນ​ໄດ້​ຮັບ​ການ​ຊຸກ​ຍູ້​ທີ່​ຕ້ອງ​ການ​ຫຼາຍຂຶ້ນ ໃນ​ວັນ​ພຸດຜ່ານ​ມາ ເວ​ລາສະ​ມາ​
ຊິກ​ສະ​ພາ​ຕ່ຳລັດ​ຄາ​ໂຣ​ໄລ​ນາ​ໃຕ້ ທ່ານ​ເຈມ​ສ໌ ຄ​ລາຍ​ເບີນ ໄດ້​ປະ​ກາດໃຫ້​ການສະ​
ໜັບສະ​ໜູນ​ທ່ານ. ​ທ່ານ​ແຊນ​ເດີຣ໌​ສ ສະ​ມາ​ຊິກ​ສະ​ພາ​ສູງບໍ​່​ສັງ​ກັດ​ພັກແລະ​ກ່າວ​ເຖິງ
ຕົນ​ເອງວ່າ​ເປັນ​ນັກສັງ​ຄົມ​ນິ​ຍົມ​ເດ​ໂມ​ແຄ​ຣັດນັ້ນ ເຂົ້າ​ໄປ​ລັດ​ຄາ​ໂຣ​ໄລ​ນາ​ໃຕ້ ​ໃນ​ຖາ
ນະ ຜູ້​ມີ​ຄະ​ແນນ​ສຽງນຳ​ໜ້​າ​ແຫ່ງ​ຊາດ​ຢ່າງ​ແຈ້ງ​ຂາວ ຫຼັງ​ຈາກ​ໄດ້​ຮັກ​ສາ​ການ​ເປັນ​ທີ​
ສອງ ​ຢ່າງ​ໃກ້​ຊິດ ໃນ​ການ​ປ່ອນ​ບັດ ທີ່ເສັດ​ສິ້ນ​ລົງຢູ່​ລັດ​ໄອ​ໂອ​ວາ ແລະ​ໄດ້ຮັບໄຊ​ຊະ​
ນະ ​ຢູ່​ໃນ​ລັດນິວ​ແຮ​ມເຊີ ແລະ​ລັດ​ເນ​ວາ​ດາ.

Voters in South Carolina cast ballots Saturday in the Democratic primary, providing a dramatic run-up to next week’s crucial Super Tuesday marathon of 14 state primaries.

The South Carolina contest offers a handful of candidates another opportunity to slow the surge of Vermont Sen. Bernie Sanders in their quest to derail President Donald Trump’s reelection bid in the November general election.

Former Vice President Joe Biden, the one-time front-runner who has stumbled badly in the first three primary and caucus contests, needs a win in South Carolina to sustain his campaign. Biden has struggled to raise money and spark enthusiasm among rank-and-file Democrats.

South Carolina was considered Biden’s firewall because of the large percentage of African American voters who have long been loyal to him and former President Barack Obama. A loss to Sanders could force the former vice president out of the race.

Biden holds a 10-point lead over Sanders in the RealClearPolitics polling averages for South Carolina, but Tom Steyer, a billionaire and philanthropist who has invested substantial time and money in campaigning in South Carolina, appears to be cutting into Biden’s lead.

Biden received a much-needed boost Wednesday when South Carolina Congressman James Clyburn endorsed him.Sanders, an independent senator and self-described democratic socialist, goes into South Carolina as the clear national front-runner after securing a close second-place finish in Iowa and victories in New Hampshire and Nevada.

XS
SM
MD
LG