ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ: 'ມີ​ຄວາມ​ເປັນ​ໄປ​ໄດ້​ຢ່າງ​ຊັດ​ແຈ້ງ' ຣັດ​ເຊຍ​ຈະ​ບຸກ​ຢູ​ເຄ​ຣນ


​ທະ​ຫານ​ຢູ​ເຄ​ຣນ ​ຢືນ​ຢູ່​ໃນຂຸມ​ມໍ​ລະ​ກົດ ​ໃນເຂດ​ເມືອງ​ລູ​ຮາ​ນ ຊຶ່ງ​ເປັນ​ແນວ​ໜ້າ ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄ​ຣນ ເມື່ອວັນ​ທີ 27 ມັງ​ກອນ 2022.
​ທະ​ຫານ​ຢູ​ເຄ​ຣນ ​ຢືນ​ຢູ່​ໃນຂຸມ​ມໍ​ລະ​ກົດ ​ໃນເຂດ​ເມືອງ​ລູ​ຮາ​ນ ຊຶ່ງ​ເປັນ​ແນວ​ໜ້າ ທາງ​ພາກ​ຕາ​ເວັນ​ອອກ​ຂອງ​ຢູ​ເຄ​ຣນ ເມື່ອວັນ​ທີ 27 ມັງ​ກອນ 2022.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ໃນ​ວັນ​ພະ​ຫັດ​ວານນີ້ ໄດ້​ເຕືອນ​ປະທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລນ​ສ໌​ກີ “ມີ​ຄວາມ​ເປັນ​ໄປ​ໄດ້ ​ຢ່າງ​ຊັດ​ແຈ້ງ” ທີ່​ຣັດ​ເຊຍ​ອາ​ດ​ຈະບຸກຢູ​ເຄ​ຣນ ໃນ​ເດືອນ​ໜ້ານີ້ ອີງ​ຕາມ​ຖະ​ແຫຼງການ​ຂອງ​ທຳ​ນຽບ​ຂາວ.

ທ່ານ​ນາງ​ເອ​ມີ​ລີ ຮອນ (Emily Horne) ໂຄ​ສົກ​ ​ສະ​ພາ​ຄວາມ​ໝັ້ນ​ຄົງ​ແຫ່ງຊາດ​ ຂອງ​ທຳ​ນຽບ​ຂາວ ກ່າ​ວ​ວ່າ “ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ​ເວົ້າ​ວ່າ ມີ​ຄວາມ​ເປັນໄດ້​ຢ່າງ​ຊັດ​ແຈ້ງ ທີ່​ຣັດ​ເຊຍ​ອາດ​ຈະ​ບຸກ​ຢູ​ເຄ​ຣນ ໃນ​ເດືອນ​ກຸມ​ພານີ້. ທ່ານໄດ້​ກ່າວ​ເຖິງ​ເລື້ອງນີ້​ ຢ່າງ​ເປັນ​ການ​ເປີດ​ເຜີຍ ແລະ​ພວກ​ເຮົາ​ໄດ້​ເຕືອນ ​ກ່ຽວ​ກັບ​ເລື້ອງດັ່ງ​ກ່າ​ວມາ​ໄດ້​ຫຼາຍ​ເດືອນ​ແລ້ວ.”

ຣັດ​ເຊຍ​ກ່າວ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ມີ “ຄວາມ​ຫວັງ​ໄປ​ໃນ​ແງ່​ດີພຽງ​ເລັກ​ນ້ອຍ” ທີ່​ວ່າ​ຈ​ະ​ມີ​ການ​ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ ໃນ​ຢູ​ໂຣບ​ຕາ​ເວັນ​ອອກ ຫຼັງ​ຈາກ​ສະ​ຫະ​ລັດໄດ້​ປະ​ຕິ​ເສດ​ຄຳ​ຮຽກ​ຮ້ອງ​ຂອງ​ຕົນ ທີ່​ຢາກ​ໃຫ້​ມີ​ການ​ຫ້າມ ບໍ່​ໃຫ້​ຢູ​ເຄ​ຣນ​ເຂົ້າເປັນ​ສະ​ມາ​ຊິກ​ໃນ​ອົງ​ການ​ເນ​ໂຕ້ ແລະ​ໃຫ້​ປະ​ເທດ​ຕາ​ເວັນ​ຕົກຖອນທະ​ຫານ​ແລະອາ​ວຸດ​ຂອງຕົນ​ອອກ​ຈາກ​ປະ​ເທດ​ຕ່າງໆ ທີ່​ມີ​ຊາຍ​ແດນ​ຕິດ​ກັບ​ຣັດ​ເຊຍ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ ທ່ານ​ເຊີ​ເກ ລາວ​ຣັອບ ກ່າວ​ວ່າ​ ຄຳ​ຕອບຂອງ​ສະ​ຫະ​ລັດ​ຕໍ່​ຄຳ​ຮຽກ​ຮ້ອງ​ຂອງ​ຕົນ​ນັ້ນ “ບໍ່​ແມ່ນ​ຄຳ​ຕອບ ​ໃນ​ທາງບວກ​ເລີຍ” ແຕ່​ອົງ​ປະ​ກອບ​ບາງ​ຢ່າງ​ຢູ່​ໃນ​ນັ້ນ ອາດ​ຈະ​ນຳ​ໄປ​ສູ່ “ການ​ເລີ້ມ​ຕົ້ນ​ໃນ​ການ​ເຈ​ລະຈາ​ຢ່າງ​ຈິງ​ຈັງ​ກ່ຽວ ​ກັບ​ບັນ​ຫາ​ທີ​ຮອງ​ລົງ​ມາ.” ສະ​ຫະ​ລັດ​ແລະ​ບັນ​ດາ​ປະ​ເທດ​ພັນ​ທະ​ມິດໄດ້​ປະ​ຕິ​ເສດ​ຕໍ່​ຂໍ້​ຮຽກ​ຮ້ອງ​ທີ່​ສຳ​ຄັນ​ຂອງ​ມົ​ສ​ກູນັ້ນ​ວ່າບໍ່​ໜ້າ​ທີ່​ຈະ​ປະ​ສົບ​ກັບຄວາມ​ສຳ​ເລັດ​ໄດ້.

ຫົວ​ໜ້າ​ນັການ​ທູດ​ຂອງວັງ​ເຄ​ຣັມ​ລິນ​ກ່າວ​ວ່າ ພວກ​ເຈົ້າ​ໜ້າ​ທີ່​ຈະ​ສົ່ງ​ຂໍ້​ສະ​ເໜີ​ໄປ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີວ​ລາ​ດີ​ເມຍ ປູ​ຕິນ. ​ທ່ານ​ດີ​ມີ​ຕ​ຣີ ເພັ​ສ​ຄັອບ ໂຄ​ສົກຂອງ​ທ່ານປູ​ຕິນ ກ່າ​ວ​ວ່າ ປະ​ຕິ​ກິ​ລິ​ຍາ​ຂອງ​ຣັດ​ເຊຍ ຈະ​ມີ​ຂຶ້ນ​ໃນ​ໄວໆ​ນີ້ ແລະ​ກ່າວ​ຕື່ມ​ອີກວ່າ “ມັນ​ຈະ​ມີ​ໂອ​ກາດ​ສະ​ເໝີ​ສຳ​ລັບ​ການ​ເຈ​ລະ​ຈາ​ກັນ​ຕໍ່. ມັນ​ແມ່ນ​ຜົນ​ປະ​ໂຫຍດຂອງ​ທັງ​ສອງ​ຝ່າຍ ທັງ​ພວກ​ເຮົາ​ແລະ​ຝ່າຍ​ອາ​ເມ​ຣິ​ກັນ.”

ທ່ານ​ໄບ​ເດັນ​ໄດ້​ໂອ້​ລົມ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ເຊ​ເລນ​ສ໌​ກີ ໃນ​ວັນ​ພະ​ຫັດ​ວານນີ້ ເພື່ອໃຫ້​ການ​ຄ້ຳ​ປະ​ກັນ​ແກ່​ທ່ານ​ວ່າ ສະ​ຫະ​ລັດ ແລະ​ປະ​ເທດ​ພັນ​ທະ​ມິດ ສະ​ໜັບ​ສະ​ໜຸນ​ທ່ານໃນ​ລະ​ຫວ່າງ​ທີ່​ຄວາມ​ເຄັ່ງ​ຕຶງ​ເພີ້ມ​ທະ​ວີ​ຂຶ້ນ. ຫຼັງ​ຈາກນັ້ນ ຜູ້​ນຳ​ຢູ​ເຄ​ຣນກໍ​ໄດ້​ຂຽນ​ລົງ​ໃນ​ທວີດ​ເຕີ້​ວ່າ ທ່ານ​ແລະ​ທ່ານ​ໄບ​ເດັນ ຍັງ​ໄດ້​ໂອ້​ລົມ​ກັນ ກ່ຽວ​ກັບ​ການ​ສະ​ໜັບ​ສະ​ໜຸນ​ເພີ້ມ​ຕື່ມ​ທາງ​ດ້ານ​ການ​ເງິນ​ຕໍ່​ຢູ​ເຄ​ຣນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG