ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ທ່ານ​ໄບ​ເດັນ​ເປີດກອງ​ປະ​ຊຸມ​ດ້ວຍ​ການ​ໃຫ້​ຄວາມ​ໝັ້ນ​ໝາຍ​ໃໝ່ກ່ຽວ​ກັບ​ເລື້ອງ​ດິນ​ຟ້າ​ອາ​ກາດ


ປະທານາທິບໍດີ​ສະຫະລັດ ທ່ານໂຈ ໄບ​ເດັນກ່າວ​ໃນ​ກອງ​ປະ​ຊຸມ​ສຸດຍອດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດກ່ຽວ​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ (COP26) ໃນ​ກ​ລາ​ສ​ໂກ ຢູ່​ໃນ​ສກອດ​ແລນ​ຂອງ​ອັງ​ກິດ, ວັນ​ທີ 1 ພະ​ຈິກ, 2021
ປະທານາທິບໍດີ​ສະຫະລັດ ທ່ານໂຈ ໄບ​ເດັນກ່າວ​ໃນ​ກອງ​ປະ​ຊຸມ​ສຸດຍອດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດກ່ຽວ​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ (COP26) ໃນ​ກ​ລາ​ສ​ໂກ ຢູ່​ໃນ​ສກອດ​ແລນ​ຂອງ​ອັງ​ກິດ, ວັນ​ທີ 1 ພະ​ຈິກ, 2021

ປະທານາທິບໍດີ​ສະຫະລັດ ທ່ານໂຈ ໄບ​ເດັນ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ໃນ​ວັນ​ຈັນ​ວານ​ນີ້​ວ່າຈະ​ເຮັດ​ຕາມ​ເປົ້າ​ໝາຍ​ຂອງ​ອາ​ເມ​ຣິ​ກາຫລາຍ​ຢ່າງ ​ທີ່​ແນ​ໃສ່​ຄວບ​ຄຸມ​ສະພາບ​ໂລກ​ຮ້ອນ ​ໃນ​ຂະນະ​ທີ່​ຜູ້ນຳ​ຈາກ 100 ກວ່າ​ປະ​ເທດ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ນະຄອນກ​ລາ​ສ​ໂກ (Glasgow) ເພື່ອ​ເຂົ້າ​ຮ່ວມ​ກອງ​ປະຊຸມກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ຫຼື COP26.

ທ່ານໄບ​ເດັນກ່າວ​ວ່າ “ສະຫະລັດ​ຈະ​ສາມາດ​ບັນລຸ​ເປົ້າ​ໝາຍ​ແບບ​ທະ​ເຍີ​ທະ​ຍານ ​ທີ່​ຂ້າພະ​ເຈົ້າ​ໄດ້​ວາງ​ໄວ້​ໃນ​ກອງ​ປະຊຸມ​ຜູ້​ນຳ​ກ່ຽວ​ກັບ​ດິນ​ຟ້າ​ອາກາດ​ໃນ​ເດືອນ​ເມສາ​ຜ່ານ​ມາ, ຫຼຸດຜ່ອນ​ການ​ປ່ອຍ​ອາຍ​ພິດ​ຂອງ​ສະຫະລັດ​ລົງ 50 ຫາ 52 ​ເປີ​ເຊັນ ຕ່ຳ​ກວ່າ​ລະດັບ​ຂອງປີ 2005 ນັ້ນ​ໃຫ້​ໄດ້​ໃນ​ປີ 2030. "ພວກເຮົາຈະສະແດງໃຫ້ໂລກຮູ້ວ່າສະຫະລັດບໍ່ພຽງແຕ່ກັບຄືນໄປຢູ່ໂຕະ​ປະ​ຊຸມ​ເທົ່າ​ນັ້ນ ແຕ່ຍັງຫວັງວ່າຈະນໍາພາໂດຍການ​ໃຊ້ພະ​ລັງຂອງການ​ເປັນ​ແບບຢ່າງຂອງ ພວກເຮົາ. ຂ້າ​ພະ​ເຈົ້າຮູ້ວ່າແຕ່​ກ່ອນ​ມັນ​ບໍ່​ເປັນ​ແນວນັ້ນ, ແລະສະນັ້ນແຫລະ ຄະ​ນະ​ລັດ​ຖະ​ບານການບໍລິຫານຂອງ​ຂ້າ​ພະ​ເຈົ້າເຮັດວຽກຕະຫລອດເວລາເພື່ອສະແດງໃຫ້ເຫັນວ່າຄວາມມຸ້ງຫມັ້ນຂອງພວກ​ເຮົາ​ຕໍ່​ເລື້ອງ​ສະພາບດິນ​ຟ້າອາກາດ ແມ່ນການກະທໍາ, ບໍ່ແມ່ນມີ​ແຕ່ຄໍາເວົ້າ."

ເປົ້າໝາຍໃໝ່ເຫຼົ່ານັ້ນລວມມີບັນດາຄຳໝັ້ນສັນຍາໃໝ່ຂອງສະຫະລັດໃນ​ດ້ານດິນຟ້າອາກາດທີ່ສ້າງຂຶ້ນບົນ​ພື້ນ​ຖານຂໍ້ຕົກລົງຂອງໂລກກ່ອນໜ້ານີ້: ການເປີດເຜີຍແຜນການສຳລັບແຜນການສຸກເສີນຂອງປະທານາທິບໍດີ 3 ຕື້ໂດລາ ເພື່ອການປັບຕົວ ແລະຄວາມແຂງ​ແກ່ນ ເພື່ອແກ້​ໄຂຄວາມຮັບຮູ້ດ້ານສະພາບອາກາດ, ການເງິນ ແລະຄວາມພະຍາຍາມໃນການປັບຕົວ, ເຊິ່ງເປັນສ່ວນນຶ່ງ​ຊຸດ​ໃຊ້​ຈ່າຍ​ເຂົ້າ​ໃນ​ເລື້ອງສະພາບດິນ​ຟ້າອາກາດທີ່ກວ້າງກວ່າຂອງທ່ານ. ​ແຕ່​ບໍ່​ແນ່​ໃຈ​ເທື່ອວ່າ ທ່ານ​ສາມາດ​ໃຫ້ຕາມ​ຄຳ​ໝັ້ນ​ສັນຍາ​ນັ້ນ​ໄດ້ຫລືບໍ່, ຊຶ່ງ​ຍັງ​ຕ້ອງການ​ການ​ອະນຸມັດ​ຈາກ​ລັດຖະສະພາກ່ອນ.

ນອກຈາກນັ້ນ, ທ່ານໄບ​ເດັນ ຍັງໄດ້ຍົກຍ້ອງນິ​ຕິ​ກຳ​ຫລາຍ​ຢ່າງຢູ່ພາຍ ໃນປະເທດທີ່ແນໃສ່ເຮັດໃຫ້ພື້ນຖານໂຄງລ່າງຂອງອາເມຣິ​ກາປັບ​ປຸງຂຶ້ນ ໃນຂະນະທີ່ຍັງຕັດມົນລະພິດຈາກອາຍແກັສເຮືອນແກ້ວໃຫ້ບໍ່​ສູງເກີນ 1 ຕື້​ໂຕນ ຫລື gigaton ພາຍໃນປີ 2030.

ນິ​ຕິ​ກຳນັ້ນໄດ້ຄອບຄອງການ​ເຮັດ​ວຽກ​ຂອງລັດ​ຖະສະພາສະຫະລັດມາເປັນເວລາຫຼາຍເດືອນແລ້ວ, ໂດຍທີ່ສະມາຊິກຂອງສະພານິຕິບັນຍັດກຳ​ລັງເຈລະຈາກັນຢ່າງດຸເດືອດຢູ່ຕະຫຼອດ - ແຕ່ໃນທີ່ສຸດກໍບໍ່ສາມາດລົງຄະແນນສຽງໄດ້ ກ່ອນທີ່ ທ່ານໄບ​ເດັນ ຈະອອກເດີນ​ທາງ​ໄປ​ຮ່ວມກອງປະຊຸມສຸດຍອດໃນອາທິດແລ້ວນີ້.

ອາ​ເມ​ຣິ​ກາ​ໄດ້​ເຮັດ​ໃຫ້​ຄຳ​ໝັ້ນ​ສັນຍາຂອງ​ຕົນ​ໃນເລື້ອງ​ຂອງ​ດິນ​ຟ້າ​ອາກາດ​ໄຂວ່​ເຂວ​ໄປ, ​ໂດຍທີ່​ອະດີດ​ປະທານາທິບໍດີດໍ​ໂນ​ລ ທ​ຣຳ ​ໄດ້​ປະກາດ​ໃນ​ປີ 2017 ວ່າ​ຈະ​ຖອນ​ອອກ​ຈາກ​ສັນຍາ​ປາຣີ. ມັນມີຜົນບັງຄັບໃຊ້ໃນເດືອນພະຈິກ 2020, ແຕ່ທ່ານໄບ​ເດັນໄດ້ກັບ​ມາເຂົ້າຮ່ວມໃນຂໍ້ຕົກລົງ ນັ້ນໃນມື້ທໍາອິດທີ່ທ່ານຢູ່ຂຶ້ນ​ກຳຕໍາແຫນ່ງ.

ທ່ານໄບ​ເດັນ ຍັງ​ໄດ້​ກ່າວ​ໃນ​ຕອນ​ແລງ​ຂອງ​ວັນ​ອາທິດ​ຜ່ານ​ມາ​ວ່າ ທ່ານ​ຮູ້ສຶກ​ຜິດ​ຫວັງ​ທີ່​ຈີນ ​ແລະຣັດ​ເຊຍ​ຍັງ​ບໍ່​ທັນ​ມີ​ຄຳ​ໝັ້ນ​ສັນຍາ​ໃໝ່ ​ເພື່ອ​ຫລຸດຜ່ອນ​ການ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວອອກ​ເທື່ອ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

ເບິ່ງວີ​ດິ​ໂອ​ກ່ຽວ​ກັບ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

Biden: US Back at Climate Table
please wait

No media source currently available

0:00 0:01:43 0:00

XS
SM
MD
LG