ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທ່ານ​ໄບ​ເດັນ ໄດ້​ຊະ​ນະ ທ່ານ​ແຊນ​ເດີ​ຣ​ສ໌ ໃນ​ການ​ແຂ່ງ​ຂັນ ເພື່ອ​ຖືກສະ​ເໜີ ໃຫ້​ເປັນ​​ຜູ້ສະ​ໝັກປະ​ທາ​ນາ​ທິ​ບໍ​ດີ ພັກ​ເດ​ໂມ​ແຄ​ຣັດ


ຜູ້​ສະ​ໜັກ​ເປັນ​ປະ​ທາ​ນາ​ທິບໍ​ດີ ທ່ານ​ໂຈ ໄບ​ເດັນ ອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ກ່າວ​ທີ່ນະ​ຄອນ​ລອ​ສ​ແອ​ລ​ເຈີ​ລິ​ສ ​ລັດ​ຄາ​ລີ​ຟໍ​ເນຍ ວັນ​ທີ 4 ກຸມ​ພາ 2020.
ຜູ້​ສະ​ໜັກ​ເປັນ​ປະ​ທາ​ນາ​ທິບໍ​ດີ ທ່ານ​ໂຈ ໄບ​ເດັນ ອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ກ່າວ​ທີ່ນະ​ຄອນ​ລອ​ສ​ແອ​ລ​ເຈີ​ລິ​ສ ​ລັດ​ຄາ​ລີ​ຟໍ​ເນຍ ວັນ​ທີ 4 ກຸມ​ພາ 2020.

ອະດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີສະ​ຫະ​ລັດ ທ່ານ​ໂຈ ໄບ​ເດັນ ໄດ້​ກວດ​ເອົາ​ໄຊ​ຊະ​ນະ​ໃນ​ວັນ
​ອັງ​ຄາ​ນ​ວານ​ນີ້​ ຈາກ ສະ​ມາ​ຊິກ​ສະ​ພາ​ສູງ​ລັດ​ເວີ​ມັ​ນ​ທ໌ ທ່ານ​ເບີ​ນີ ແຊນ ​ເດີຣ໌ສ ໃນ​ການ​
ແຂ່ງ​ຂັນເພື່ອ​ໃຫ້​ຖືກສະ​ເໜີ​ເປັນ​ຜູ້​ສະ​ໝັກ​ປະ​ທາ​ນາ​ທິບໍດີ​ພັກ​ເດ​ໂມ​ແຄ​ຣັດ ຢູ່​ໃນ​ສີ່​ລັດ
ຮວມ​ທັງ​ລັດ​ມີ​ຊີ​ແກນ​ທີ່​ສຳ​ຄັນ ​ຢູ່​ໃນ​ເຂດໃຈກາງ​ທີ່​ຂ້ອນ​ໄປທ​າງ​ພາກ​ຕາ​ເວັນ​ຕົກຂອງ
​ປະ​ເທດ.

ທ່ານ​ໄບ​ເດັນ ໃນ​ການ​ແຂ່ງ​ຂັນ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ເທື່ອ​ທີ​ສາ​ມ ​ໃນ​ໄລ​ຍະ​ສາມ​ທົດ​ສະ​
ວັດ ມີ​ຄະ​ແນນ​ນຳ​ໜ້າ​ເພີ້ມ​ຂຶ້ນ​ໃນ​ການ​ແຂ່ງ​ຂັນ ເພື່ອ​ຈະ​ຄັດ​ຄ້ານ​ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ
ທ​ຣຳ ​ທີ່ສັງ​ກັດ​ພັກ​ຣີ​ພັບ​ບ​ລິ​ກັນ ໃນ​ການ​ເລືອກ​ຕັ້ງແຫ່ງ​ຊາດຊຶ່ງ​ຈະ​ມີ​ຂຶ້ນ ໃນ​ເດືອນ​ພະ​ຈິກ
ໂດຍ​ໄດ້​ຮັບ​ໄຊ​ຊະ​ນະ​ຢູ່​ໃນ​ລັດ​ມີ​ຊີ​ແກນ ຊຶ່ງ​ເປັນ​ສູນ​ກາງ​ອຸດ​ສາ​ຫະ​ກຳ​ບ່ອນ​ສ້າງ​ລົດ​ຍົນ
ພ້ອມ​ດ້ວຍ​ໄຊ​ຊະ​ນະ​ຢູ່​ລັດ​ມິ​ສຊູ​ຣີ ຢູ່ໃນທາງ​ພາກ​ກາງຂ້ອນ ໄປ​ທາງພາກ​ຕາ​ເວັນ​ຕົກ
ລັດ​ມິ​ສ​ຊິ​ສ​ຊິບ​ປີ ຢູ່​ທາງ​ພາກ​ໃຕ້ ແລະ​ລັດ​ໄອ​ດາ​ໂຮ​ ຢູ່ ທາງ​ພາກ​ຕາ​ເວັນ​ຕົກຂອງ​ປະ​ເທດ.

ໄຊ​ຊະ​ນະເຫຼົ່າ​ນີ້ ເຮັດ​ໃຫ້​ມີ​ຄວາມ​ລຳ​ບາກເພີ້ມ​ຂຶ້ນ ​ສຳ​ລັບ​ທ່ານ​ແຊນ​ເດີ​ຣ໌ສ ທີ່ປະ​ກາດ​ຕົນ​ເອງວ່າ ​ເປັນນັກ​ສັງ​ຄົມ​ນິ​ຍົມ​ປະ​ຊາ​ທິ​ປະ​ໄຕ ເພື່ອ​ຈະ​ເອົາ​ຊະ​ນະ​ທ່ານ​ໄບ​ເດັນ ໃນ​ການ​ສະ​
ເໜີ​ຊື່​ແຕ່ງ​ຕັ້ງເປັນຜູ້​ສະ​ໝັກ​ປະ​ທາ​ນາ​ທິ​ບໍ​ດີຂອງ​ພັກ.

ຫຼັງ​ຈາກ​ການ​ເລີ້​ມ​ຕົ້ນ​ຢ່າງຊ້າໃນການ​ລົງ​ຄະ​ແນນ​ສຽງ​ເມື່ອ​ເດືອນ​ແລ້ວ​ນີ້ ທ່ານ​ໄບ​ເດັນ​ໄດ້​
ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ ​ໃນ​ນະ​ຄອນ​ຟິ​ລາ​ແດນ​ເຟຍ ໃນ​ຕອນ​ແລງວັນ​ອັງ​ຄານ​ວານ​ນີ້​ວ່າ
ທ່ານ​ເຊື່ອ​ວ່າ​ ການ​ໂຄ​ສະ​ນາ​ຫາ​ສຽງ​ຂອງ​ທ່ານ​ກຳ​ລັງກ້າວ “ໄປ​ໜ້າ” ແລະ​ທ່ານ​ກ່າວ​ວ່າ
ບັນ​ດາ​ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ​ຈະ​ມາຮ່ວມ​ແຮງ​ຮ່ວມ
ໃຈ​ກັນ ເພື່ອ​ຍາດເອົາ​ທຳ​ນຽບ​ຂາ​ວກັບ​ຄືນ​ມາ ແລະ​ທ້ອນ​ໂຮມ​ປະ​ເທດ​ຊາດ.

ທ່ານ​ໄປ​ເດັນ​ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຕ້ອງ​ການ​ຂອບ​ໃຈ ທ່ານ​ເບີ​ນີ ແຊນ​ເດີຣ໌​ສ ແລະ​ບັນ​ດາ
​ຜູ້​ສະ​ໜັບ​ສະ​ໜູນ​ທ່ານ ຕໍ່​ເຮື່ອ​ແຮງ​ທີ່​ບໍ່ຮູ້​ອິດ​ເມື່ອຍ ແລະ​ຄວາມ​ເຫັນ​ອົກ​ເຫັນ​ໃຈ. ພວກ​
ເຮົາ​ມີເປົ້າ​ໝາຍ​ດຽວ​ກັນ ແລະ​ຮວ​ມ​ກັນ ພວກ​ເຮົາ​ຈະ​ຊະ​ນະທ່ານ​ດໍ​ໂນ​ລ ທ​ຣຳ.”

ທ່ານ ແລະ​ທ່ານ​ແຊນ​ເດີຣ໌​ສ ​ມີ​ກຳ​ໜົດ​ທີ່​ຈະ​ຈັດ​ການ​ໂຮມ​ຊຸມ​ນຸມ​ໃນ​ຄ່ຳ​ຄືນແລງວັນ​ອັງ​ຄານ
​ວານ​ນີ້ ທີ່ເມືອງ​ຄ​ລີບ​ເວີແລນລັດ​ໂອ​ຮາຍ​ໂອ ແຕ່​ວ່າ​ໄດ້​ຍົກ​ເລີກ​ເນື່ອງ​ຈາກ​ການ​ລະ​ບ​າດ​ໄວ​
ຣັ​ສ​ໂຄ​ໂຣ​ນາ. ການ​ຍົກ​ເລີກນີ້​ອາດ​ເປັນຮ່ອງ​ຮອຍ​ຂອງ​ການ​ປ່ຽນ​ແປງ​ໃນ​ການ​ໂຄ​ສະ​ນາ​
ຫາ​ສຽງ ພ້ອມ​ດ້ວຍ​ຜູ້​ສະ​ໝັກ​ພັກ​ເດ​ໂມ​ແຄ​ຣັດ​ທັງ​ສອງ​ທ່ານ ແລະ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ທີ່
ຢູ່​ພາຍ​ໃຕ້​ຄວາມ​ກົດ​ກັນ ເພື່ອ​ຈຳ​ກັດ​ການ​ໂຮມ​ຊຸມ​ນຸມ ກັນ​ຢ່າງ​ຫຼວງ​ຫຼາຍ ​ເພື່ອ​ສ້າງ​ຄວາມ
​ຕື່ນ​ເຕັ້ນ ແລະ​ຊັກ​ຊວນ​ບັນ​ດາ​ຜູ້​ສະ​ໜັບ​ສະ​ໜູນຂອງເຂົາ​ເຈົ້າ.

ທ່ານ​ແຊນ​ເດີຣ໌​ສ ບໍ່​ໄດ້​ປາ​ກົດ​ໂຕ​ໃນ​ສາ​ທາ​ລະ​ນະ​ໃດໆ​ໃນ​ຕອນ​ແລງວັນ​ອັງ​ຄານ​ວານ​ນີ້.

ຜູ້​ສະ​ໝັກ​ທັງສອງ​ທ່ານ ມີ​ກຳ​ນົດ​ທີ່​ຈະ​ໂຕ້​ວາ​ທີກັນ​ ໃນ​ວັນ​ອາ​ທິດ ວັນ​ທີ 17 ມີ​ນາ ຈະ​ມາ​
ເຖິງ​ນີ້ ກ່ອນການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ໃນ​ລັດ​ໂອ​ຮາຍ​ໂອ ຟ​ຣໍ​ລິ​ດາ ອີ​ລ​ລີ​ນອຍ ແລະ​ອາ​ຣີ​ໂຊ​ນາ.
ຄະ​ນະ​ກຳ​ມະ​ການແຫ່ງ​ຊາດ ​ພັກ​ເດ​ໂມ​ແຄ​ຣັດ​ ໄດ້​ປະ​ກາດ​ວ່າ ຈະ​ບໍ່​ມີ​ຜູ້​ເຂົ້າ​ຊົມ​ ໃນ​ການ
​ໂຕ້​ວາ​ທີສົດ ດັ່ງ​ກ່າວ.

Former U.S. Vice President Joe Biden swept to victories Tuesday over Vermont Sen. Bernie Sanders in the Democratic presidential nominating contests in four states, including pivotal Michigan in the Midwest heartland of the country.

Biden, in his third run for the presidency over three decades, increased his lead in the race to oppose Republican President Donald Trump in November's national election with the wins in the U.S. auto manufacturing hub of Michigan, along with victories in Missouri in the Midwest, Mississippi in the South and Idaho in the West.

The victories make it ever more difficult for Sanders, a self-declared democratic socialist, to overtake Biden for the party's presidential nomination.

After a slow start in last month's voting, Biden told reporters in Philadelphia late Tuesday that he believes his campaign is "taking off," and he said Democrats will come together to retake the White House and unite the nation.

"I want to thank Bernie Sanders and his supporters for their tireless energy and their compassion. We share a common goal, and together we'll defeat Donald Trump," Biden said.

He and Sanders were both scheduled to hold Tuesday night rallies in Cleveland, Ohio, but canceled the events due to the coronavirus outbreak. Those cancellations may presage a dramatic change in campaigning practices, with both the Democratic candidates and Trump under pressure to limit the use of mass rallies to excite and motivate their supporters.

Sanders did not make any public appearance Tuesday night.

The two candidates are scheduled to debate each other Sunday ahead of the March 17 primary elections in Ohio, Florida, Illinois and Arizona. The Democratic National Committee announced there will be no live audience for the debate.

XS
SM
MD
LG