ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ. ໄບເດັນເປັນ​ຈຸດເພັ່ງເລັງໃສ່ ຂອງ ປ. ທຣຳ ແລະ​ຂອງ​ຫລາຍ​ຄົນ ຢູ່ໃນ​ການ​ໂຄ​ສະ​ນາ​ຫາ​ສຽງ ຂອງພວກ​ເພິ່ນ ສຳ​ລັບ ​ການເລືອກ​ຕັ້ງ ປີ 2020


​ອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບເດັນ, ຜູ້ລົງສະໝັກເລືອກຕັ້ງປະທານາທິບໍດີ ປີ 2020 ຈາກພັກເດໂມແຄຣັດ ແລະກຳລັງ​​ໄດ້​ຮັບ​ຄະ​ແນນ​ນິ​ຍົມນຳໜ້າໝູ່ ກ່າວ​ຄຳ​ປາ​ໄສ ຢູ່​ໃນ​ງານລ້ຽງ​ເພື່ອ​ປຸກ​ລະ​ດົມ​ໃຫ້​ຄົນ​ໄປ​ປ່ອນ​ບັດ ຫລື I Will Vote, ທີ່ເມືອງ​ແອັດ​ແ​ລນ​ຕາ, ລັດ​ຈໍ​ເຈຍ, ວັນ​ທີ 6 ມິ​ຖຸ​ນາ, 2019
​ອະ​ດີດ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບເດັນ, ຜູ້ລົງສະໝັກເລືອກຕັ້ງປະທານາທິບໍດີ ປີ 2020 ຈາກພັກເດໂມແຄຣັດ ແລະກຳລັງ​​ໄດ້​ຮັບ​ຄະ​ແນນ​ນິ​ຍົມນຳໜ້າໝູ່ ກ່າວ​ຄຳ​ປາ​ໄສ ຢູ່​ໃນ​ງານລ້ຽງ​ເພື່ອ​ປຸກ​ລະ​ດົມ​ໃຫ້​ຄົນ​ໄປ​ປ່ອນ​ບັດ ຫລື I Will Vote, ທີ່ເມືອງ​ແອັດ​ແ​ລນ​ຕາ, ລັດ​ຈໍ​ເຈຍ, ວັນ​ທີ 6 ມິ​ຖຸ​ນາ, 2019

ການເລືອກຕັ້ງປະທານາທິບໍດີ ປີ 2020 ແມ່ນຍັງໄກຢູ່ ແຕ່ປະທານາ ທິບໍດີດໍໂນລ ທຣຳ ປາກົດວ່າ ໄດ້ເລີ້ມເລັງເປົ້າໝາຍໃສ່ຄູ່ແຂ່ງ​ຂອງ​ຕົນ, ທ່ານ ໂຈ ໄບເດັນ ທີ່ເປັນຜູ້ລົງສະ ໝັກຈາກພັກເດໂມແຄຣັດ ແລະເປັນຜູ້ທີ່ກຳລັງໄດ້​ຮັບ​ຄະ​ແນນ​ນິ​ຍົມນຳໜ້າໝູ່ໃນຂະນະ
ນີ້. ບໍ່ເທົ່າໃດອາທິດກ່ອນໜ້າການໂຕ້ວາທີ​ຄັ້ງ​ທຳ​ອິດລະ​ຫວ່າງຜູ້ລົງສະໝັກຈາກພັກ​ເດ​
ໂມ​ແຄ​ຣັດທີ່​ຈັດ​ຂຶ້ນ​ທຸກໆເດືອນ ​ຄູ່​ແຂ່ງຂອງ​ທ່ານໄບ​ເດັນປະ​ມານ 10 ຄົນຈາກ​ພັກຂອງ​
ທ່ານ​ເອງ​ ກໍ​ໄດ້​ແນ​ເປົ້າ​ໝາຍ​ການ​ກ່າວ​ໂຈມ​ຕີໃສ່​ທ່ານ​ເຊັ່ນ​ກັນ​. ນັກຂ່າວແຫ່ງຊາດວີໂອ
ເອ ຈິມ ມາ ໂລນ ມີລາຍງານກ່ຽວ​ກັບ ສະພາບການໃນການໂຄສະນາຫາສຽງ​ເລືອກ​ຕັ້ງ
ປະທານາທິບໍດີ ປີ 2020 ຈາກ ວໍຊິງຕັນ ຊຶ່ງໄຊຈະເລີນສຸກ ຈະນຳເອົາລາຍລະອຽດມາ ສະເໜີທ່ານໃນອັນດັບຕໍ່ໄປ.

ໂຄສົກປະກາດວ່າ “ສະນັ້ນ ຂໍເຊີນຕ້ອນຮັບ ທ່ານຮອງປະທານາທິບໍດີ ໂຈ ໄບເດັນ.”

ໃນຕອນຕົ້ນໆຂອງການລົງຄະແນນສຽງຢູ່ທີ່ລັດໄອໂອວາ ທ່ານໂຈ ໄບເດັນ ຜູ້ ທີ່ໄດ້ຮັບ
ຄວາມນິຍົມນຳໜ້າໝູ່ ຈາກພັກເດໂມແຄຣັດ ບໍ່ລໍຊ້າເລີຍ ເລີ້ມກ່າວວິຈານປະທານາທິ-
ບໍດີ ດໍໂນລ ທຣຳ.

ທ່ານໂຈ ໄບເດັນ ຜູ້ສະໝັກແຂ່ງຂັນເປັນປະທານາທິບໍດີ ກ່າວວ່າ “ແຕ່ຄົນຜູ້ນີ້ ຜູ້ທີ່ເຮັດ
ທຸກສິ່ງທຸກຢ່າງເພື່ອແບ່ງແຍກ ແລະສ້າງຄວາມຍ້ານກົວ ໃຫ້ແກ່ປະຊາຊົນ. ມັນແມ່ນ
ເລື້ອງຄວາມຢ້ານກົວ ແລະຄວາມກຽດຊັງ. ໃນເວລາທີ່ລາວເອີ້ນຫາຄົນ ລາວກໍເອີ້ນຊື່
ຂອງພວກເຂົາເຈົ້າໂລດ ບໍ່ມີປະທານາທິບໍດີ ຄົນໃດທີ່ເຮັດ ແບບຄືຈັ່ງຊັ້ນ ໂອ້ຍພະເຈົ້າ
ເອີ້ຍ! ຂ້າພະເຈົ້າໝາຍຄວາມວ່າ ມັນແປກປະຫຼາດ ແລະມັນສ້າງຄວາມເສຍຫາຍ.”

ປາກົດວ່າ ທ່ານໄບເດັນ ແມ່ນຢູ່ໃນຈິດໃຈຂອງທ່ານປະທານາທິບໍດີ ເຊັ່ນດຽວກັນ ໃນຂະ
ນະທີ່ ທ່ານທຣຳ ພວມຊັ່ງຊາເບິ່ງວ່າ ຜູ້ໃດທີ່ອາດຈະເປັນຜູ້ທ້າຊີງ ເອົາຕຳແໜ່ງໃນປີໜ້າ.

ທ່ານປະທານາທິບໍດີ ດໍໂນລ ທຣຳ ກ່າວວ່າ “ໂຈ ບໍ່ເຄີຍໄດ້ຮັບຫຼາຍກວ່ານຶ່ງ ເປີເຊັນເລີຍ
ຍົກເວັ້ນແຕ່ວ່າ ໂອບາມາ ເອົາລາວອອກມາຈາກກອງຂີ້ເຫຍື້ອ. ແຕ່ບັດນີ້ ມັນເບິ່ງຄືວ່າ
ລາວບໍ່ປະສົບຜົນສຳເລັດ. ມັນເບິ່ງຄືວ່າ ພວກເພື່ອນໆ ຂອງລາວຈາກຝ່າຍຊ້າຍ ແມ່ນ
ຈະນຳໜ້າລາວ ໃນໄວໆນີ້. ແຕ່ການໂຄສະນາ ຫາສຽງທັງໝົດຂອງລາວແມ່ນການ
ໂຈມຕີ ທຣຳ.”

ການຢັ່ງຫາງສຽງຕ່າງໆ ສະແດງໃຫ້ເຫັນວ່າ ທ່ານໄບເດັນ ພວມນຳໜ້າກຸ່ມຜູ້ ສະໝັກເປັນ
ປະທານາທິບໍດີຂອງພັກເດໂມແຄຣັດ ໂດຍທົ່ວໄປແລ້ວ ມີທ່ານເບີນີ ແຊນເດີສ໌ ນຳຫລັງ
ເປັນອັນດັບສອງ.

ພາຍໃນກຸ່ມຜູ້ສະໝັກເຫຼົ່ານັ້ນ ທີ່ກຳລັງໄດ້ຮັບຄວາມນິຍົມສູງຂຶ້ນ ກໍແມ່ນສະມາຊິກ
ສະພາສູງ ຈາກລັດແມັສຊາຈູເຊັສ ທ່ານນາງ ເອລີຊາເບັຕ ວໍເຣັນ ຜູ້ທີ່ເພັ່ງ ເລັງໃສ່ເລື້ອງ
ນະໂຍບາຍທີ່ສະເພາະເຈາະຈົງ ແລະຄວາມຕັ້ງອົກຕັ້ງໃຈ.

ທ່ານນາງ ເອລີຊາເບັຕ ວໍເຣັນ ຜູ້ສະໝັກເປັນປະທານາທິບໍດີ ຈາກພັກເດໂມແຄຣັດ ກ່າວໃນລະວຫ່າງ ການຊຸມນຸມ ຂອງພັກເດໂມແຄຣັດ ຢູ່ລັດໄອໂອວາ ໃນຫໍປະຊຸມ Hall of Fame Celebration, ວັນທີ 9 ມິຖຸນາ 2019, ໃນເມືອງ ຊີດາຣ ແຣັບປິສ (Cedar Rapids), ລັດໄອໂອວາ.
ທ່ານນາງ ເອລີຊາເບັຕ ວໍເຣັນ ຜູ້ສະໝັກເປັນປະທານາທິບໍດີ ຈາກພັກເດໂມແຄຣັດ ກ່າວໃນລະວຫ່າງ ການຊຸມນຸມ ຂອງພັກເດໂມແຄຣັດ ຢູ່ລັດໄອໂອວາ ໃນຫໍປະຊຸມ Hall of Fame Celebration, ວັນທີ 9 ມິຖຸນາ 2019, ໃນເມືອງ ຊີດາຣ ແຣັບປິສ (Cedar Rapids), ລັດໄອໂອວາ.

​ທ່ານນາງ ວໍເຣັນ ຜູ້ສະໝັກຈາກພັກເດໂມແຄຣັດ ກ່າວວ່າ “ໃນເລື້ອງຄຳຖາມ ກ່ຽວກັບ
ຄວາມຮຸນແຮງຈາກປືນ ຂ້າພະເຈົ້າຈະສູ້ຕາຍ. ພວກເຮົາຈະຕໍ່ສູ້ຄຽງບ່າຄຽງໄ​ຫລ່ກັນ
ແລະພວກເຮົາຈະປົກປ້ອງລູກເຕົ້າຂອງພວກເຮົາ.”

ແລ້ວຍັງມີຜູ້ທີ່ກຳລັງກ້າວຂຶ້ນມາ ກໍແມ່ນທ່ານພິດ ບູຕີເຊ ເຈົ້າເມືອງເຊົ້າເບັນດ໌ ​ໃນລັດ
ອິນດຽນນາ ຜູ້ທີ່ເປັນທາງເລືອກຂອງກຸ່ມພວກໜຸ່ມນ້ອຍໃນພັກ.

ຜູ້ສະໝັກເປັນປະທານາທິບໍດີ ສະຫະລັດ ແລະທັງເປັນເຈົ້າເມືອງເຊົ້າເບັນ ລັດອິນດີແອນນາ ທ່ານພິດ ບູຕີເຊ ໂຄສະນາຫາສຽງ ໃນລະຫວ່າງ ງານຮັບປະທານອາຫານເຊົ້າຂອງຄະນະຜູ້ແທນຂອງພັກເດໂມແຄຣັດທີ່ເອີ້ນຫຍໍ້ວ່າ SEIU ໃນລັດຄາລີຟໍເນຍ ທີ່ນະຄອນ ແຊນແຟຣນສິສໂກ, ວັນທີ 1 ມິຖຸນາ 2019.
ຜູ້ສະໝັກເປັນປະທານາທິບໍດີ ສະຫະລັດ ແລະທັງເປັນເຈົ້າເມືອງເຊົ້າເບັນ ລັດອິນດີແອນນາ ທ່ານພິດ ບູຕີເຊ ໂຄສະນາຫາສຽງ ໃນລະຫວ່າງ ງານຮັບປະທານອາຫານເຊົ້າຂອງຄະນະຜູ້ແທນຂອງພັກເດໂມແຄຣັດທີ່ເອີ້ນຫຍໍ້ວ່າ SEIU ໃນລັດຄາລີຟໍເນຍ ທີ່ນະຄອນ ແຊນແຟຣນສິສໂກ, ວັນທີ 1 ມິຖຸນາ 2019.

ທ່ານບູຕີເຊ ຜູ້ສະໝັກຈາກພັກເດໂມແຄຣັດ ກ່າວວ່າ “ຄວາມຄຶດໃໝ່ ການເຄື່ອນໄຫວ ທີ່ກ້າຫານ ແລະເພັ່ງເລັງໃສ່ເລື້ອງຂອງອະນາຄົດ. ຂ້າພະເຈົ້າລົງ ສະໝັກແຂ່ງຂັນ
ເປັນປະທານາທິບໍດີ ກໍຍ້ອນ ເລື້ອງທີ່ຕ້ອງເອົາຈິງເອົາຈັງ ໃນເວລາທີ່ພວກເຮົາດຳລົງ
ຊີວິດຢູ່ ໃນເວລານີ້.”


ສ່ວນທ່ານທຣຳ ກໍໄດ້ກ່າຍມາເປັນສູນກາງຂອງບັນຫາ ການຕໍ່ສູ້ໃນການປ່ອນບັດເລືອກ
ຕັ້ງຂັ້ນຕົ້ນຂອງພັກເດໂມແຄຣັດ ຊຶ່ງປາກົດວ່າ ທ່ານໄບເດັນ ກໍຈະ ໄດ້ຮັບຜົນປະໂຫຍດ
ຈາກມັນນັ້ນ ອີງຕາມຄຳ​ເວົ້າຂອງນັກວິເຄາະ ທ່ານລາຣີ ຊາບາໂຕ.

ທ່ານລາຣີ ຊາບາໂຕ ຈາກມະຫາວິທະຍາໄລເວີຈີເນຍ ກ່າວວ່າ “ສຽງສ່ວນຫຼາຍ ບອກ
ພວກຢັ່ງຫາງສຽງວ່າ ພວກເຂົາເຈົ້າຕ້ອງການ ຫຼາຍກວ່າໝູ່ໝົດ ແມ່ນຜູ້ໃດກໍໄດ້ ທີີ່
ຈະເອົາຊະນະທ່ານທຣຳ. ພວກເຂົາເຈົ້າ ຍິນຍອມທີ່ຈະຮັບເອົາ ຜູ້ທີ່ພວກເຂົາບໍ່
ເຫັນດີເຫັນພ້ອມນຳ ໃນຫຼາຍໆເລື້ອງກໍຕາມ ຜູ້ທີ່ໄດ້ຖືກສະເໜີຊື່ ກໍຍ້ອນວ່າ ພວກ
ເຂົາເຈົ້າຈະເຫັນພ້ອມກັບຜູ້ສະໝັກທ່ານນີ້ຫຼາຍກວ່າທີ່ຈະເຫັນພ້ອມກັບທ່ານ ທຣຳ.”

ການຢັ່ງຫາງສຽງເມື່ອບໍ່ດົນມານີ້ ສະແດງໃຫ້ເຫັນວ່າ ທ່ານໄບເດັນ ເອົາຊະນະ ທ່ານ
ທຣຳ ໂດຍຄະແນນສຽງຢ່າງຫຼວງຫຼາຍ.

ແຕ່ທ່ານປະທານາທິບໍດີ ແມ່ນກະຕືລືລົ້ນ ທີ່ຈະແຈ້ງໃຫ້ຮູ້ວ່າ ພວກຜູ້ສະໝັກ ຈາກພັກ
ເດໂມແຄຣັດທັງໝົດນັ້ນ ແມ່ນນິ​ຍົມ​ຊ້າຍ​ຈັດເກີນໄປ.

ທ່ານປະທານາທິບໍດີ ທຣຳ ກ່າວວ່າ “ພັກເດໂມແຄຣັດ ແມ່ນກຳລັງກາຍເປັນ ພັກທີ່ບໍ່
ທຸ່ນທ່ຽງຫຼາຍຂຶ້ນ ແລະຫົວຮຸນແຮງຫຼາຍຂຶ້ນນັບມື້. ພວກເຂົາເຈົ້າ ກຳ ລັງຈະສະຕິແຕກ.
ພວກເຈົ້າມັກບໍ່? ຂ້າພະເຈົ້າກໍມັກມັນ ແມ່ນບໍ່.”


ທ່ານລາຣີ ຊາບາໂຕ ກ່າວວ່າ ທ່ານທຣຳ ຫວັງວ່າ ພັກເດໂມແຄຣັດຈະເລືອກເອົາຜູ້ສະ
ໝັກທີ່ນິຍົມຊ້າຍຈັດ.

ທ່ານຊາບາໂຕ້ ເວົ້າວ່າ “ແລະພັກຣີພັບບລີກັນ ແລະທ່ານທຣຳ ຕ້ອງການໃຫ້ ພັກ
ເດໂມແຄຣັດ ມີຄວາມໝັນໃຈເກີນໄປ. ຖ້າພວກເຂົາເຈົ້າໝັ້ນໃຈເກີນໄປ ເປັນໄປ
ໄດ້ສູງທີ່ພວກເຂົາເຈົ້າ ກໍຈະເລືອກເອົາຜູ້ສະໝັກທີ່ນິຍົມຝ່າຍຊ້າຍ ເພື່ອ ເອົາອົກ
ເອົາໃຈ ພວກນັກເຄື່ອນໄຫວພັກເດໂມແຄຣັດ ແຕ່ເກືອບວ່າເປັນການຮັບປະກັນ
ການປະລາໄຊ ໃນເດືອນພະຈິກ ຂອງການເລືອກຕັ້ງ ປີ 2020. ສະນັ້ນແລ້ວ ມັນ
ເປັນເລື້ອງທີ່ແຝງໄວ້ຢູ່ເບື້ອງຫຼັງ ຂອງສິ່ງທີ່ພວກເຈົ້າໄດ້ຍິນກັນ ຈາກຝ່າຍຂອງ
ທ່ານທຣຳ.”

ການແຂ່ງຂັນໃນປີ 2020 ໄດ້ຍ້າຍເຂົ້າສູ່ລະດັບໃໝ່ ໃນທ້າຍເດືອນນີ້ ໂດຍຈະມີການ
ໂຕ້ວາທີຄັ້ງທຳອິດຢ່າງເປັນທາງການຂອງພັກເດໂມແຄຣັດ ໂດຍຈະມີ ຜູ້ລົງສະໝັກ
ເປັນປະທານາທິບໍດີ 20 ທ່ານ.

Biden Benefits From Democrats' Focus on Trump
please wait

No media source currently available

0:00 0:03:25 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

The 2020 presidential election is still a way off, but President Donald Trump already appears to be setting his sights on Democratic presidential contender and current frontrunner Joe Biden.Nearly two dozen other Democratic candidates are also targeting Biden, just weeks before the first monthly debates among the party's contenders.VOA National correspondent Jim Malone provides a status report on the 2020 presidential campaign from Washington.

(NATS: "So please welcome Vice President Joe Biden.")

In the early voting state of Iowa, Democratic Party frontrunner Joe Biden wastes little time in going after President Donald Trump.

(Joe Biden, Democratic Candidate)
"But this is a guy who does everything to separate and frighten people. It is about fear and loathing. When he calls people the names he calls them, no president has done something like that, for God's sake. I mean it is bizarre and it is damaging."

Biden is apparently on the president's mind as well, as Trump considers possible challengers for next year.

(President Donald Trump)
"Joe never got more than one percent, except that Obama took him off the trash heap. But now it looks like he is failing. It looks like his friends from the left are going to overtake him pretty soon. But his whole campaign is to hit Trump."

Polls show Biden leading the Democratic presidential field with Vermont Senator Bernie Sanders generally trailing in second place.

Among those on the rise is Massachusetts Senator Elizabeth Warren with a focus on policy specifics and passion.

(Sen. Elizabeth Warren, Democratic Candidate)
"On the question of gun violence, I will be fearless. We will fight side by side and we will protect our children!"

Also gaining is South Bend, Indiana Mayor Pete Buttigieg, who offers the party a younger alternative.

(Pete Buttigieg, Democratic Candidate)
"New thinking, bold action and a focus on the future.I am running for president because of the seriousness of the moment that we are living in."

Trump has emerged as the central issue in the Democratic primary battle, which appears to be benefiting Biden, says analyst Larry Sabato.

(Larry Sabato, University of Virginia)
"A large majority tell pollsters they want, above all, someone who will beat Trump. They are willing to take a nominee with whom they disagree on a wide variety of issues because they will agree with that candidate more than they will agree with Trump."

Recent polls show Biden beating Trump by a wide margin.

But the president is eager to dismiss the entire Democratic field as too far to the left.

(President Donald Trump)
"Every day the Democrat Party is becoming more and more unhinged and more and more extreme. They are going crazy. Do you love it? I sort of love it, right."

Trump is hoping Democrats nominate a hard-left candidate, says Larry Sabato.

(Larry Sabato, University of Virginia)
"And the Republicans and Trump want to make the Democrats overconfident.If they are overconfident, they are more likely to nominate a candidate who is well to the left, pleasing the Democratic activists, but nearly guaranteeing a defeat in November of 2020.So that is the hidden agenda behind what you are hearing from the Trump camp."

The 2020 race moves into a new phase later this month with the first official Democratic debates featuring 20 presidential contenders.

XS
SM
MD
LG