ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກອງກຳລັງຂອງອິສຣາແອລ ບຸກເຂົ້າກວດຄົ້ນ ໂຮງໝໍຢູ່ໃນກາຊາ ເພື່ອຊອກຫາ ພວກຮາມາສ


ເດັກນ້ອຍຜູ້ຍິງທີ່ໄດ້ຮັບບາດເຈັບ ໃນການໂຈມຕີຖິ້ມລະເບີດຂອງອິສຣາແອລ ຕໍ່ເຂດກາຊາ, ກຳລັງໄດ້ຮັບການຮັກສາປິ່ນປົວ ຢູ່ໂຮງໝໍໃນເມືອງເດຍ ອາລ-ບາລາ (Deir al-Balah), ວັນທີ 14 ພະຈິກ 2023.
ເດັກນ້ອຍຜູ້ຍິງທີ່ໄດ້ຮັບບາດເຈັບ ໃນການໂຈມຕີຖິ້ມລະເບີດຂອງອິສຣາແອລ ຕໍ່ເຂດກາຊາ, ກຳລັງໄດ້ຮັບການຮັກສາປິ່ນປົວ ຢູ່ໂຮງໝໍໃນເມືອງເດຍ ອາລ-ບາລາ (Deir al-Balah), ວັນທີ 14 ພະຈິກ 2023.

ພວກທະຫານຂອງອິສຣາແອລ ໄດ້ບຸກເຂົ້າກວດຄົ້ນໂຮງໝໍ ຊີຟາ ໃນເຂດກາຊາ ເມື່ອຕອນເຊົ້າວັນພຸດນີ້ ຕາມເວລາໃນທ້ອງຖິ່ນ ເພື່ອຊອກຫາພວກຫົວຮຸນແຮງຮາມາສ ຫຼັງຈາກທີ່ໄດ້ໃຫ້ຄຳເຕືອນບໍ່ເທົ່າໃດນາທີຕໍ່ບັນດາເຈົ້າໜ້າທີ່ຂອງກະຊວງສາທາລນະສຸກ.

“ອີງຕາມຂໍ້ມູນສືບລັບ ແລະຄວາມຈຳເປັນໃນການປະຕິບັດງານ, ຊຶ່ງ ກອງກຳລັງປ້ອງກັນຊາດຂອງອິສຣາແອລ ຫຼື IDF ກຳລັງດຳເນີນການຢ່າງແມ່ນຢຳ ແລະປະຕິບັດການແນເປົ້າໝາຍຕໍ່ຕ້ານກຸ່ມຮາມາສ ໃນບໍລິເວນທີ່ສະເພາະເຈາະຈົງຢູ່ໃນໂຮງໝໍຊີຟາ” ກອງກຳລັງ IDF ໄດ້ກ່າວໃນຖະແຫລງການສະບັບນຶ່ງ. ຕົນໄດ້ຊຸກຍູ້ໃຫ້ພວກນັກລົບຮາມາສ ໝົດທຸກຄົນຈົ່ງຍອມຈຳນົນ.

ກອງກຳລັງ IDF ໄດ້ກ່າວວ່າ ກອງກຳລັງຂອງຕົນທີ່ປະກອບດ້ວຍ “ທີມນັກແພດ ແລະພວກທີ່ເວົ້າພາສາອາຣັບ ຜູ້ທີ່ໄດ້ຮັບການຝຶກອົບຮົມທີ່ໄດ້ຖືກກຳນົດໂດຍສະເພາະເຈາະຈົງເພື່ອກຽມພ້ອມສຳລັບສະພາບແວດລ້ອມທີ່ສັບສົນແລະລະອຽດອ່ອນແບບນີ້, ດ້ວຍຈຸດປະສົງທີ່ວ່າ ບໍ່ໃຫ້ເກີດໄພອັນຕະລາຍຕໍ່ບັນດາພົນລະເຮືອນ.”

ຜູ້ອຳນວຍການໃຫຍ່ຂອງກະຊວງສາທາລະນະສຸກໃນກາຊາ ທ່ານໝໍ ມູເນຍ ອາລ-ເບີຣຊ໌ ໄດ້ກ່າວຕໍ່ອົງການຂ່າວໂທລະພາບ ອາລ ຈາຊີຣາ ວ່າ ກອງກຳລັງຂອງອິສຣາແອງ ໄດ້ບຸກເຂົ້າກວດຄົ້ນຟາກຕາເວັນຕົກຂອງຕຶກດ້ານການແພດ.

ກ່ອນໜ້ານີ້ ສະຫະລັດ ໄດ້ສະໜັບສະໜຸນຂໍ້ກ່າວອ້າງຂອງອິສຣາແອລທີ່ວ່າ ພວກຮາມາສ ທີ່ສະຫະລັດໄດ້ກຳນົດໃຫ້ເປັນກຸ່ມກໍ່ການຮ້າຍ ພວມນຳໃຊ້ໂຮງໝໍຫຼາຍແຫ່ງ ເປັນທີ່ຫລົບລີ້ສຳລັບພວກນັກລົບຂອງຕົນ. ອິສຣາແອລ ກ່າວວ່າ ໂດຍສະເພາະແລ້ວ ໂຮງໝໍຊີຟາ ມີສູນບັນຊາການຢູ່ໃຕ້ດິນຂອງໂຮງໝໍ.

ອິສຣາແອລ ບໍ່ໄດ້ສະໜອງຮູບພາບຫຼືວີດີໂອໃດໆ ເພື່ອສະໜັບສະໜຸນຂໍ້ກ່າວອ້າງຂອງຕົນ ກ່ຽວກັບວ່າ ພວກຫົວຮຸນແຮງຮາມາສ ຢູ່ທີ່ໂຮງໝໍຊີຟາ ແຕ່ຢ່າງໃດກໍຕາມ ຕົນໄດ້ໃຫ້ເບິ່ງພາບບັນທຶກຂອງພວກຫົວຮຸນແຮງກຳລັງປະຕິບັດການ ຢູ່ໃນຄຸ້ມບ້ານແຫ່ງຕ່າງໆ ແລະຕັ້ງຖານທີ່ໝັ້ນຂອງຈະຫຼວດແລະອາວຸດຕ່າງໆ ຢູ່ໃກ້ໆກັບໂຮງຮຽນ ແລະວັດອິສລາມຫຼາຍແຫ່ງ.

ສ່ວນກຸ່ມຮາມາສ ແລະໂຮງໝໍດັ່ງກ່າວ ກໍປະຕິເສດຕໍ່ຂໍ້ກ່າວຫານັ້ນ.

ກຸ່ມຮາມາສ ກ່າວວ່າ ພວກຄົນເຈັບປະມານ 650 ຄົນ ແລະ ພົນລະເຮືອນຊາວປາແລັສໄຕນ໌ 5,000 ຫາ 7,000 ຄົນ ໄດ້ພາກັນໄປລີ້ໄພຢູ່ໃນພື້ນທີ່ຂອງໂຮງໝໍຊີຟາ.

Israeli soldiers raided Shifa Hospital in Gaza early Wednesday morning, local time, looking for Hamas militants after giving Health Ministry officials a few minutes warning.

"Based on intelligence information and an operational necessity, IDF forces are carrying out a precise and targeted operation against Hamas in a specified area in the Shifa hospital," the Israel Defense Forces said in a statement. It urged all Hamas fighters to surrender.

The IDF said its forces consisted of "medical teams and Arabic speakers, who have undergone specified training to prepare for this complex and sensitive environment, with the intent that no harm is caused to the civilians."

The director-general of the Gaza Health Ministry, Dr. Munir al-Bursh, told Al Jazeera television that Israeli forces had raided the western side of the medical complex.

Earlier, the U.S. backed up Israel's claims that Hamas is using hospitals as cover for its fighters. Israel says Shifa has a command center underneath it, something Hamas again denied.

Hamas says about 650 patients and 5,000-7,000 Palestinian civilians have taken shelter on the hospital grounds.

XS
SM
MD
LG