ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ທ່ານ​ໂຈ ໄບ​ເດັນ ແລະ ທ່ານ​ສີ ຈິ້ນ​ຜິງ ປະ​ຊຸມ​ສຸດຍອດ​ຄັ້ງ​ປະ​ຫວັດ​ສາດ ທາງ​ອອນ​ໄລ​ນ໌


ປະ​ທາ​ນາ​ທິ​ບໍ​ດີ​ໂຈ​ເດັນ ປະ​ຊຸມ​ທາງ​ອອນ​ໄລ​ນ໌ ກັບ​ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ ຈາກ​ທຳ​ນຽບ​ຂາວ ນະ​ຄອນ​ຫຼວງວໍ​ຊິງ​ຕັນ ແລງວັນ​ຈັນ ທີ 15 ພະ​ຈິກ 2021.
ປະ​ທາ​ນາ​ທິ​ບໍ​ດີ​ໂຈ​ເດັນ ປະ​ຊຸມ​ທາງ​ອອນ​ໄລ​ນ໌ ກັບ​ປະ​ທານ​ປະ​ເທດ​ຈີນ ທ່ານ​ສີ ຈິ້ນ​ຜິງ ຈາກ​ທຳ​ນຽບ​ຂາວ ນະ​ຄອນ​ຫຼວງວໍ​ຊິງ​ຕັນ ແລງວັນ​ຈັນ ທີ 15 ພະ​ຈິກ 2021.

ທຳນຽບຂາວໄດ້ກ່າວໃນຕອນເຊົ້າວັນອັງຄານມື້ນີ້ວ່າ ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ “ຍິນດີທີ່ມີໂອກາດໄດ້ໂອ້ລົມ ຢ່າງກົງໄປກົງມາ ແລະຢ່າງບໍ່ອ້ອມຄ້ອມ” ກັບຄູ່ຕຳແໜ່ງຂອງທ່ານຈາກຈີນ ທ່ານສີ ຈິ້ນຜິງ ກ່ຽວກັບບັນຫາຕ່າງໆລວມທັງສິດທິມະນຸດ ການແຂ່ງຂັນດ້ານເສດຖະກິດ ແລະຄວາມສົນໃຈທີ່ເພີ້ມຂຶ້ນຂອງ​ຈີນໃນໄຕ້ຫວັນ. ມັນເປັນຄັ້ງທຳອິດ ທີ່ມີການພົບປະກັນນຶ່ງຕໍ່ນຶ່ງ ທາງໄກຫຼືອອນໄລ​ນ໌ ລະຫວ່າງຜູ້ນຳທັງສອງນັບຕັ້ງແຕ່ທ່ານໄບເດັນໄດ້ເຂົ້າຮັບຕຳແໜ່ງ.

ທຳນຽບຂາວໄດ້ກ່າວໃນຖະແຫລງການສະບັບນຶ່ງ ທີ່ອອກມາບໍ່ດົນໃນຕອນກາງຄືນຂອງວັນຈັນວານນີ້ ຫຼັງຈາກການພົບປະທາງອອນໄລ​ນ໌ ເປັນເວລາຫຼາຍກວ່າສາມຊົ່ວໂມງຂອງພວກເພິ່ນໄດ້ສິ້ນສຸດລົງ ທີ່ກ່າວວ່າ “ປະທານາທິບໍດີ ໄບເດັນ ໄດ້ເນັ້ນໜັກວ່າ ສະຫະລັດຈະສືບຕໍ່ ຢືນ​ຢັດເພື່ອຜົນປະໂຫຍດ ແລະຄ່ານະຍົມຂອງຕົນ ແລະຮ່ວມກັນກັບບັນດາພັນທະມິດແລະຄູ່ພາຄີຂອງພວກເຮົາ ຮັບປະ ກັນກົດລະບຽບຕ່າງໆຂອງເສັ້ນທາງສູ່ສັດຕະວັດທີ 21 ຈະພັດທະນາລະບົບສາກົນ ທີ່ເສລີ ເປີດກວ້າງ ແລະຍຸຕິທຳ.” ຖະແຫລງການກ່າວອີກວ່າ “ທ່ານໄດ້ເນັ້ນຢໍ້າ ເຖິງບູລິມະສິດທີ່ທ່ານວາງໄວ້ກ່ຽວກັບການລົງທຶນທີ່ກວ້າງຂວາງຢູ່ພາຍໃນປະເທດ ໃນຂະນະທີ່ພວກເຮົາຮ່ວມມືກັບບັນດາພັນທະມິດ ແລະຄູ່ພາຄີຢູ່ຕ່າງປະເທດເພື່ອຮັບມືກັບຄວາມທ້າທາຍທັງຫຼາຍ ໃນຍຸກສະໄໝຂອງພວກເຮົາ.”

ແຕ່ປາກົດວ່າ ທ່ານໄບເດັນມີຄວາມຮູ້ສຶກທີ່ໜັກແໜ້ນໃນຄຳຖະແຫລງກ່ອນໜ້ານີ້ ທີ່ທ່ານໄດ້ກ່າວໄປ ໃນການປ້ອງກັນຂອງໄຕ້ຫວັນ.

ຖະແຫລງການຂອງທຳນຽບຂາວ ໄດ້ກ່າວວ່າ ສະຫະລັດສະໜັບສະໜຸນ ນະ ໂຍບາຍຈີນດຽວ, ຄັດຄ້ານຄວາມເປັນເອກະລາດຂອງໄຕ້ຫວັນ ແລະ “ຄັດຄ້ານຢ່າງແຂງຂັນຕໍ່ຄວາມພະຍາຍາມໃດໆທີ່ຈະປ່ຽນແປງສະຖານະພາບ ທີ່ມີຢູ່ໃນປັດຈຸບັນ ຫຼືບ່ອນທຳລາຍສັນຕິພາບແລະສະຖຽນລະພາບ ໃນທົ່ວຊ່ອງແຄບໄຕ້ຫວັນ.” ການຮັບປະກັນທັງຫຼາຍເຫຼົ່ານັ້ນ ມີທ່າທາງວ່າ ຈະປອບໃຈປັກກິ່ງ ໂດຍລັດຖະມົນຕີກະຊວງການຕ່າງປະເທດຂອງຈີນ ກ່າວໃນການເຈລະຈາກ່ອນໜ້ານີ້ ທີ່ວ່າ ສະຫະລັດ ຕ້ອງ “ຢຸດເຊົາສົ່ງສັນຍານທີ່ຜິດໆແກ່ກອງກຳລັງ ‘ຄວາມເປັນເອກະລາດຂອງໄຕ້ຫວັນ’

[[https://www.fmprc.gov.cn/mfa_eng/wjb_663304/zzjg_663340/bmdyzs_664814/xwlb_664816/t1919132.shtml ]]

ລວມທັງໝົດແລ້ວ ເຈົ້າໜ້າທີ່ອາວຸໂສຂອງຄະນະລັດຖະບານທ່ານນຶ່ງ ໄດ້ກ່າວໃນຕອນເຊົ້າວັນອັງຄານມື້ນີ້ ວ່າ ຜູ້ນຳທັງສອງ ໄດ້ລົມກັນເປັນເວລາດົນກວ່າທີ່ໄດ້ຄາດໝາຍໄວ້ ໃນສອງກອງປະຊຸມ ຕະຫຼອດໄລຍະເວລາສາມຊົ່ວໂມງເຄິ່ງ.

ເຈົ້າໜ້າທີ່ຄະນະລັດຖະບານທ່ານນີ້ ໄດ້ກ່າວຕໍ່ບັນດານັກຂ່າວວ່າ “ເຈົ້າຮູ້ ພວກເຮົາບໍ່ໄດ້ຄາດໝາຍວ່າ ຈະມີຄວາມກ້າວໜ້າເລີຍ, ມັນກະບໍ່ມີຫຍັງເລີຍ ບໍ່ມີຫຍັງທີ່ຈະລາຍງານ.”

ເມື່ອຖືກຖາມວ່າ ການເຈລະຈາສາມາດຫລຸດຜ່ອນຄວາມເຄັ່ງຕຶກລະຫວ່າງສອງມະຫາອຳນາດໄດ້ຫຼືບໍ່ ເຈົ້າໜ້າທີ່ຄະນະລັດຖະບານໄດ້ກ່າວວ່າບໍ່ແມ່ນເປົ້າໝາຍຂອງການເຈລະຈາ ແລະວ່າ ສາຍສຳພັນລະຫວ່າງສອງປະເທດ ບໍ່ຄວນຖືກມອງເບິ່ງ ເປັນສິ່ງນຶ່ງຄືວ່າ ມີຂຶ້ນແລະມີລົງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG