ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄບເດັນ ຕົກລົງທີ່ຈະເຈລະຈາກັບ ທ່ານ ປູຕິນ, ຖ້າ ຣັດເຊຍ ບໍ່ບຸກລຸກ ຢູເຄຣນ


ພາບນີ້ຖືກສະໜອງໃຫ້ໂດຍທຳນຽບຂາວຜ່ານທາງ ທວິດເຕີ ສະແດງໃຫ້ເຫັນທ່ານ ໄບເດັນ ຢູ່ສະຖານທີ່ພັກຜ່ອນຂອງ ປະທານາທິບໍດີ Camp David, ລັດແມຣີແລນ, 12 ກຸມພາ, 2022.
ພາບນີ້ຖືກສະໜອງໃຫ້ໂດຍທຳນຽບຂາວຜ່ານທາງ ທວິດເຕີ ສະແດງໃຫ້ເຫັນທ່ານ ໄບເດັນ ຢູ່ສະຖານທີ່ພັກຜ່ອນຂອງ ປະທານາທິບໍດີ Camp David, ລັດແມຣີແລນ, 12 ກຸມພາ, 2022.

ປະທານາທິບໍດີ ສະຫະລັດ ທ່ານ ໂຈ ໄບເດັນ ໄດ້ຮັບເອົາການປະຊຸມກັບປະທານາທິບໍດີ ຣັດເຊຍ ທ່ານ ວລາດິເມຍ ປູຕິນ “​ໃນ​ທາງຫຼັກການ” ແລະ ຖ້າ ຣັດເຊຍ “ບໍ່ດຳເນີນການຕໍ່ໄປກັບກອງທັບ” ເທົ່ານັ້ນ, ທຳນຽບຂາວໄດ້ປະກາດໃນຕອນແລງວັນອາທິດວານນີ້.

ຖະແຫຼງການສະບັບນຶ່ງຈາກໂຄສົກທຳນຽບຂາວທ່ານນາງ ເຈັນ ຊາກີ ໄດ້ກ່າວວ່າ ລັດຖະມົນຕີການຕ່າງປະເທດ ສະຫະລັດ ທ່ານ ແອນໂທນີ ບລິງເຄັນ ແລະ ລັດຖະມົນຕີການຕ່າງປະເທດ ຣັດເຊຍ ທ່ານ ເຊີເກ ລາວຣອຟ ຈະຈັດ ການເຈລະຈາກ່ອນໃນ ຢູໂຣບ ໃນອາທິດນີ້.

ການພົວພັນທາງການທູດໄດ້ມີຂຶ້ນໃນຂະນະທີ່ ສະຫະລັດ ໄດ້ເຕືອນ ກ່ຽວກັບ ຄວາມເປັນໄປໄດ້ສຳລັບການບຸກລຸກ ຢູເຄຣນ ໂດຍ ຣັດເຊຍ, ດ້ວຍບັນດາເຈົ້າໜ້າທີ່ໄດ້ໃຫ້ຄວາມກະຈ່າງແຈ້ງວ່າ ສະຫະລັດ ແລະ ພັນທະມິດຕາເວັນຕົກຂອງເຂົາເຈົ້າໄດ້ກຽມພ້ອມທີ່ຈະວາງມາດຕະການລົງໂທດ ໃນຂະນະທີ່ຍັງໃຫ້ບູລິມະສິດການແກ້ໄຂບັນຫາ ຢ່າງສັນຕິຕໍ່ວິກິດການທີ່ໄດ້ເກີດຂຶ້ນຫຼາຍເດືອນ.

ທ່ານນາງ ຊາກີ ໄດ້ກ່າວວ່າ “ພວກເຮົາແມ່ນພ້ອມຢູ່ຕະຫຼອດສຳລັບການທູດ. ພວກເຮົາຍັງພ້ອມທີ່ຈະວາງຜົນສະທ້ອນຕາມມາທີ່ວ່ອງໄວ ແລະ ຮຸນແຮງ ຖ້າ ຣັດເຊຍ ເລືອກສົງຄາມແທນ. ແລະ ໃນປັດຈຸບັນນີ້, ຣັດເຊຍ ປາກົດວ່າຈະສືບຕໍ່ການກະກຽມສຳລັບການໂຈມຕີຢ່າງເຕັມອັດຕາຕໍ່ ຢູເຄຣນ ໃນໄວໆນີ້.”

ທ່ານ ໄບເດັນ ໄດ້ປຶກສາຫາລື ກ່ຽວກັບ ສະຖານະການດັ່ງກ່າວທາງໂທລະສັບໃນວັນອາທິດວານນີ້ ກັບປະທານາທິບໍດີ ຝຣັ່ງ ທ່ານ ເອັມມານູແອລ໌ ມາກຣົງ, ແລະ ໃນລະຫວ່າງກອງປະຊຸມຂອງສະພາຄວາມໝັ້ນຄົງແຫ່ງຊາດຂອງທ່ານ.

ປະທານາທິບໍດີ ຢູເຄຣນ ທ່ານ ໂວໂລດິເມຍ ເຊເລັນສກີ ໄດ້ກ່າວວ່າທ່ານຍັງໄດ້ລົມກັບທ່ານ ມາກຣົງ ກ່ຽວກັບ ສະຖານະການໃນພາກຕາເວັນອອກຂອງ ຢູເຄຣນ ເຊິ່ງໃນບໍ່ເທົ່າໃດວັນທີ່ຜ່ານມາໄດ້ມີການລະດົມຍິງກັນລະຫວ່າງ ພວກແບ່ງແຍກດິນແດນ ຣັດເຊຍ ກັບກອງກຳລັງ ຢູເຄຣນ. ທ່ານ ເຊເລັນສກີ ໄດ້ທຳການຮຽກຮ້ອງໃນທວິດເຕີ ສຳລັບ “ການຢຸດຍິງ” ແລະ ໄດ້ກ່າວວ່າທ່ານສະໜັບສະໜູນ ການດຳເນີນການເຈລະຈາ ກຸ່ມຕິດຕໍ່ສາມຝ່າຍທີ່ລວມມີ ຣັດເຊຍ, ຢູເຄຣນ ແລະ ອົງການສຳລັບຄວາມໝັ້ນຄົງ ແລະ ການຮ່ວມມືໃນ ຢູໂຣບ.

ເຖິງແມ່ນວ່າພວກຜູ້ນຳ ຣັດເຊຍ ໄດ້ປະຕິເສດ ກ່ຽວກັບ ແຜນການໃດໆທີ່ຈະບຸກລຸກ ຢູເຄຣນ ນັ້ນ, ຄວາມຢ້ານກົວກໍມີວ່າທ່ານ ປູຕິນ ແມ່ນພ້ອມທີ່ຈະອອກຄຳສັ່ງການເຄືອນໄຫວດັ່ງກ່າວ ທີ່ໄດ້ເພີ່ມຂຶ້ນໃນບໍ່ເທົ່າໃດອາທິດທີ່ຜ່ານມາ ໃນຂະນະທີ່ ຣັດເຊຍ ໄດ້ເສີມກອງທະຫານ ແລະ ເຄື່ອງມືຫຼາຍກວ່າເກົ່າ ຢູ່ຕາມເຂດຊາຍແດນຕິດກັບ ຢູເຄຣນ, ແລະ ການປະກາດວ່າການຊ້ອມທະຫານໃນປະເທດ ເບລາຣຸສ, ເຊິ່ງແມ່ນປະເທດເພື່ອນບ້ານທາງພາກເໜືອຂອງ ຢູເຄຣນ ນັ້ນ, ຈະບໍ່ສິ້ນສຸດລົງໃນວັນອາທິດວານນີ້ຕາມທີ່ໄດ້ວາງແຜນໄດ້.

ໂດຍລວມແລ້ວ, ຣັດເຊຍ ມີກອງທະຫານປະມານ 150,000 ຄົນໃນພາກພື້ນດັ່ງກ່າວ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG