ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີ​ການ​ຮຽ​ກ​ຮ້ອງ ໃຫ້ລັດຖະບານທ່ານໄບເດັນ ສະໜັບສະໜູນສານ​ພິ​ເສດ ​ເພື່ອດຳ​ເນີນ​ຄະ​ດີ ​ການ​ຮຸກ​ຮານ​ຂອງ​ຣັດ​ເຊຍ


ບັນດາສະມາຊິກສະພາສູງສັງກັດພັກເດໂມແຄຣັດ ທ່ານເບັນ ຄາດິນ ແລະທ່ານທິມ ເຄນ ສະມາຊິກຄົນສຳຄົນຂອງຄະນະກຳມະການຄວາມສຳພັນ​ກັບຕ່າງປະເທດ ທີ່ລັດຖະສະພາ ນະຄອນຫລວງວໍຊິງຕັນ ວັນທີ 3 ສິງຫາ 2017
ບັນດາສະມາຊິກສະພາສູງສັງກັດພັກເດໂມແຄຣັດ ທ່ານເບັນ ຄາດິນ ແລະທ່ານທິມ ເຄນ ສະມາຊິກຄົນສຳຄົນຂອງຄະນະກຳມະການຄວາມສຳພັນ​ກັບຕ່າງປະເທດ ທີ່ລັດຖະສະພາ ນະຄອນຫລວງວໍຊິງຕັນ ວັນທີ 3 ສິງຫາ 2017

ສະມາຊິກສະພາສູງທີີ່ມີອິດທິພົນສອງຄົນຂອງພັກເດໂມແຄຣັດ ກຳລັງຮຽກຮ້ອງໃຫ້ລັດຖະບານ​ທ່ານໄບເດັນ ປ່ຽນທິດທາງ ແລະ​ໃຫ້​ກ​ານສະໜັບສະ​ໜູນ​ຕໍ່​ການ​ສ້າງ​ຕັ້ງສານພິເສດ ທີ່ສະຫະປະຊາຊາດ​ໜຸນ​ຫຼັງ ເພື່ອລົງ​ໂທດບັນດາຜູ້ນຳຣັດເຊຍ ທີ່ຮັບຜິດຊອບໃນການຮຸກຮານຂອງເຂົາເຈົ້າຕໍ່ຢູເຄຣນ.

ໃນວັນພຸດທີ່ຜ່ານມາ ບັນດາສະມາຊິກສະພາສູງສັງກັດພັກເດໂມແຄຣັດ ທ່ານເບັນ ຄາດິນ ແລະທ່ານທິມ ເຄນ ທັງສອງເປັນສະມາຊິກຄົນສຳຄົນຂອງຄະນະກຳມະການຄວາມສຳພັນ​ກັບຕ່າງປະເທດ ໄດ້ສະເໜີຍັດ​ຕິ ຮຽກຮ້ອງໃຫ້ລັດຖະບານ “ໃຊ້ສຽງຂອງຕົນ ແລະລົງຄະແນນສຽງຢູ່ໃນບັນດາສະຖາບັນສາກົນເພື່ອໃຫ້ການສະໜັບສະໜູນ ການສ້າງຕັ້ງ ສານອາດຊະຍາກຳສາກົນພິ​ເສດ ເພື່ອ​ດຳ​ເນີນ​ຄະ​ດີບັນດາຜູ້ນຳຂອງສະຫະພັນຣັດເຊຍ ໃຫ້ຮັບຜິດຊອບ ​ທີ່​ເປັນ​ຜູ້ນຳພາ ແລະ​ສະ​ໜັບ​ສະ​ໜູນການ​ຮຸກ​ຮານ​ໃນຢູເຄຣນ.”

​ຍັດ​ຕິ​ດັ່ງ​ກ່າວ​ໄດ້​ນຳໄປສູ່ແນວຄິດທີ່ເຫັນ​ພ້ອມໂດຍຢູເຄຣນມາເປັນເວລານານ: ສານພິເສດ ເພື່ອ​ພິ​ຈາ​ລະ​ນາ “ອາດຊະຍາກຳໃນ​ການ​ຮຸກ​ຮານ” ຂອງຣັດເຊຍ ຊຶ່ງຈະຖືກສະເໜີໂດຍກອງປະຊຸມສະມັດ​ຊາ​ໃຫຍ່ສະຫະປະຊາຊາດແລະ​ການເຈລະ ຈາ ລະຫວ່າງຢູເຄຣນ ແລະສະຫະປະຊາຊາດ.

ອາດຊະຍາກຳໃນ​ການ​ຮຸກ​ຮານ ​ແມ່ນ​ຖື​ວ່າແຕກຕ່າງຢູ່ໃນກົດໝາຍສາກົນຈາກອາ ຊາຍະກຳສົງຄາມ ອາດຊະຍາກຳຕ້ານມະນຸດຊາດ ຫລື​ການຂ້າລ້າງ​ເຊື້ອ​ຊາດ​ເຜົ່າ​ພັນ. ອາ​ຊະຍາກຳ​ເຫຼົ່າ​ນັ້ນກຳລັ​ງ​ຖືກສືບສວນໂດຍສານອາ​ຍາສາກົນ ທີ່ນະຄອນເຮກ ແລະບັນດາໄອຍະການຢູເຄຣນ ດ້ວຍການສະໜັບສະໜູນຂອງສະຫະລັດ.

ແຕ່ວ່າລັດຖະບານ​ທ່ານໄບເດັນ ເຫັນ​ພ້ອມ​ກັບ​ວິ​ທີອື່ນ ເພື່ອ​ດຳ​ເນີນ​ຄະ​ດີ​ການ​ກໍ່​ອາຊະຍາກຳໃນ​ການ​ຮຸກ​ຮານ ຊຶ່ງຕີຄວາມໝາຍວ່າ “ວາງແຜນ ກະກຽມ ລິເລີ້ມ ຫລືປະຕິບັດ” ການຮຸກຮານ ເຊັ່ນວ່າ ການຮຸກຮານດ້ວຍ​ອາ​ວຸດ.

ໃນຂະນະທີ່ສານ​ອາ​ຍາສາກົນ (ICC) ມີອຳນາດທີ່ທຳການສືບສວນອາຊະຍາກຳສົງຄາມ ອາດຊະຍາກຳຕ້ານມະນຸດຊາດ ແລະ​ການຂ້າລ້າງ​ເຊື້ອ​ຊາດ​ເຜົ່າ​ພັນ ​ແຕ່ອຳນາດ​ໃນການລົງໂທດອາຊະຍາກຳໃນ​ການ​ຮຸກ​ຮານ ແມ່ນກວມ​ເອົາ​ແຕ່ພຽງປະເທດຕ່າງໆ ​ທີ່​ຢູ່​ພາຍ​ໃຕ້​ຂໍ້​ກຳ​ນົດ Rome ທີ່ໄ​ດ້​ສາງ​ຕັ້ງສານ. ຣັດເຊຍ ເຊັນດຽວກັບສະຫະລັດ ບໍ່ໄດ້​ເປັນ​ປະ​ເທດ​ພາ​ຄີນີ້.

ໃນເດືອນມີນາ ທ່ານນາງແບັດ ວານ ແຊັກ ​ນັກການທູດສູງສຸດຂອງສະຫະລັດ ​ຮັບ​ຜິດ​ຊອບ​ຄວາມຍຸຕິທຳ​ໃນ​ການ​ກໍ່ອາ​ຊະຍາກຳຢູ່ທົ່ວໂລກໄດ້ປະກາດເຫັນພ້ອມຂອງວໍຊິງຕັນ ​ຕໍ່​ກາ​ນ​ຕັ້ງ​ສານ “ລະ​ຫວ່າງ​ປະ​ເທດ” ​ສຳ​ລັບຣັດເຊຍເຂົ້າຢູ່ໃນລະ ບົບຢຸຕິທິທຳຂອງຢູເຄຣນ ແລະດຶງເອົາການສະໜັບສະໜູນຈາກພາຍນອກ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG