ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານ ຂອງທ່ານໄບເດັນ ໃຫ້ສະຖານະພາບ ການປົກປ້ອງ ແກ່ຄົນມຽນມາ ທີ່ອາໄສຢູ່ໃນ ສຫລ


ທະຫານມຽນມາຍ່າງຢູ່ຕາມຖະໜົນໃນໄລຍະທີ່ມີການປະທ້ວງຄັດຄ້ານຕໍ່ການລັດຖະປະຫານຂອງມຽນມາໃນນະຄອນຢ່າງກຸ້ງ (ວັນທີ 28 ກຸມພາ, 2021ຝ
ທະຫານມຽນມາຍ່າງຢູ່ຕາມຖະໜົນໃນໄລຍະທີ່ມີການປະທ້ວງຄັດຄ້ານຕໍ່ການລັດຖະປະຫານຂອງມຽນມາໃນນະຄອນຢ່າງກຸ້ງ (ວັນທີ 28 ກຸມພາ, 2021ຝ

ເກືອບ 4 ເດືອນຫລັງຈາກມີການກໍ່ລັດຖະປະຫານຢູ່ມຽນມາທີ່ເຮັດໃຫ້ການກໍ່ຄວາມຮຸນແຮງ ແລະຄວາມວຸ້ນວາຍໃນປະເທດແກ່ຍາວມາເປັນເວລາດົນນານລັດຖະບານຂອງທ່ານໄບເດັນ ກໍໄດ້ກຳນົດໃຫ້ຄົນສັນຊາດມຽນມາ ໄດ້ຮັບສະຖາ ນະພາບປົກປ້ອງຊົ່ວຄາວ ຫລື TPS, ເຊິ່ງເຮັດໃຫ້ຫຼາຍຄົນໃນສະຫະລັດໄດ້ຮັບການປົກປ້ອງ ບໍ່ໃຫ້ຖືກເນລະເທດ ແລະໄດ້ຮັບໃບອະນຸຍາດເຮັດວຽກ.

ໄລຍະເວລາລົງທະບຽນມີກຳນົດເລີ້ມຕົ້ນຂຶ້ນຕັ້ງແຕ່ວັນທີ 25 ພຶດສະພາເຖິງວັນທີ 22 ພະຈິກ. ກະຊວງຮັກສາຄວາມປອດໄພພາຍໃນຂອງສະຫະລັດ ຫລື DHS ໄດ້ປະກາດວ່າ ມີພົນລະເມືອງສັນຊາດມຽນມາປະມານ 1,600 ຄົນ ທີ່ "ສືບຕໍ່ອາໄສ" ຢູ່ໃນສະຫະລັດ ນັບຕັ້ງແຕ່ວັນທີ 11 ມີນາ ບັດນີ້ສາມາດໄດ້ຮັບສະຖານະພາບປົກປ້ອງແລ້ວ.

ລັດຖະມົນຕີກະຊວງ DHS, ທ່ານ ອາລີຈານໂດຣ ມາຢໍຄັສ (Alejandro Mayorkas) ກ່າວໃນຖະແຫຼງການສະບັບນຶ່ງວ່າ “ເນື່ອງຈາກການລັດຖະ ປະຫານຂອງທະຫານແລະຄວາມຮຸນແຮງທີ່ໂຫດຮ້າຍຕໍ່ພົນລະເຮືອນ, ປະຊາຊົນມຽນມາກຳລັງປະສົບກັບວິກິດການດ້ານມະນຸດສະທຳທີ່ສັບສົນແລະຊຸດໂຊມລົງ ໃນຫຼາຍພື້ນທີ່ຂອງປະເທດ.”

ທ່ານມາຢໍຄັສ (Mayorkas) ກ່າວຕື່ມອີກວ່າ ການຕັດສິນໃຈກ່ຽວກັບມຽນມາທີ່ເອີ້ນອີກຊື່ນຶ່ງວ່າ ພະມ້ານັ້ນ ໄດ້ມີຂື້ນຫຼັງຈາກມີການທົບທວນຢ່າງລະອຽດກ່ຽວກັບສະຖານະການທີ່ຮ້າຍແຮງອັນນີ້.”

ອົງການສະຫະປະຊາຊາດໄດ້ກ່າວປະນາມບັນດາຜູ້ນຳທະຫານຂອງມຽນມາທີ່ມີຊື່ວ່າສະພາບໍລິຫານລັດ ຫລື SAC ຜູ້ທີ່ຍຶດອຳນາດ ໃນການກໍ່ລັດຖະປະຫານໃນເດືອນກຸມພາຜ່ານມາ ແລະນັບແຕ່ນັ້ນມາກໍໄດ້ມີການປາບປາມຢ່າງຮ້າຍແຮງຕໍ່ພວກປະທ້ວງເພື່ອປະຊາທິປະໄຕ.

ການກໍ່ລັດຖະປະຫານໄດ້ມີຂຶ້ນບໍ່ເທົ່າໃດຊົ່ວໂມງກ່ອນທີ່ລັດຖະສະພາຊຸດໃໝ່ຈະເຂົ້າໄປປະຈໍາບ່ອນນັ່ງ ໂດຍປະຕິບັດຕາມຜົນການເລືອກຕັ້ງທີ່ເຫັນວ່າເປັນການປະຕິເສດໃຫ້ນາຍພົນຂອງປະເທດເຂົ້າໄປນັ່ງໃນນັ້ນ. ກຳລັງຮັກສາຄວາມປອດໄພໄດ້ສັງຫານຜູ້ປະທ້ວງຫລາຍສິບຄົນນັບຕັ້ງແຕ່ເກີດການກໍ່ລັດຖະປະຫານເປັນ ຕົ້ນມາ.

ຢູ່ໃນສະຫະລັດໜີ້, ສະຖານະພາບປົກປ້ອງຊົ່ວຄາວຈະມີອາຍຸ 18 ເດືອນ. ອີງຕາມ DHS, ນອກເຫນືອໄປຈາກການສະແດງທີ່ຢູ່ອາໄສທີ່ຕໍ່ເນື່ອງກັນໃນສະຫະ ລັດນັບຕັ້ງແຕ່ວັນທີ 11 ມີນາ 2021 ແລ້ວ ຜູ້ຮ້ອງຂໍສະຖານະພາບນີ້ ຕ້ອງໄດ້ຜ່ານການກວດສອບຄວາມປອດໄພ ແລະປະຫວັດອີກດ້ວຍ.
https://www.dhs.gov/news/2021/03/12/secretary-mayorkas-designates-burma-temporary-protected-status

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG