ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໑໗ ເມສາ ໒໐໒໔

ລັດຖະບານທ່ານ ໄບເດັນ ອອກຄຳສັ່ງສັກໃຫ້ສັກຢາວັກຊີນ ສຳລັບບັນດາບໍລິສັດໃຫຍ່ ແລະພະນັກງານ ປິ່ນປົວສຸຂະພາບ


ປະທານາທິບໍດີ ໂຈ ໄບເດັນ ກ່າວຢູ່ໃນພິທີບໍລິຈາກຢາວັກຊີນໄວຣັສໂຄໂຣນາ ຢູ່ທົ່ວໂລກ ທີ່ກອງປະຊຸມສຸດຍອດ G20 ທີ່ນະຄອນ ໂຣມ ອີຕາລີ ວັນທີ 31 ຕຸລາ 2021.
ປະທານາທິບໍດີ ໂຈ ໄບເດັນ ກ່າວຢູ່ໃນພິທີບໍລິຈາກຢາວັກຊີນໄວຣັສໂຄໂຣນາ ຢູ່ທົ່ວໂລກ ທີ່ກອງປະຊຸມສຸດຍອດ G20 ທີ່ນະຄອນ ໂຣມ ອີຕາລີ ວັນທີ 31 ຕຸລາ 2021.

ໃນວັນພະຫັດວ່ານນີ້ ທຳນຽບຂາວໄດ້ເປີດເຜີຍກົດລະບຽບການສັກຢາວັກຊີນ ປ້ອງກັນໂຄວິດ-19 ໃໝ່ ສຳລັບບັນດາບໍລິສັດ ສະຫະລັດ ທີ່ີມີພະນັກງານ 100 ຄົນຂຶ້ນໄປ,​ ຮຽກຮ້ອງໃ
ຫ້ພະນັກງານເຂົາເຈົ້າສັກຢາວັກຊິນໃຫ້ຄົບກ່ອນວັນທີ 4 ມັງກອນຈະມາເຖິງນີ້ ຫຼື ໄປກວດ
ໂຣກຢ່າງໜ້ອຍນຶ່ງເທື່ອຕໍ່ອາທິດ.

ທຳນຽບຂາວຍັງໄດ້ອອກກົດລະບຽບທີ່ຄ້າຍຄືກັນ ຕໍ່ບັນດາພະນັກງານປິ່ນປົວສຸຂະພາບ ທີ່
ເຮັດວຽກຢູ່ສະຖານທີ່ຕ່າງໆທີ່ເຂົ້າຮ່່ວມໃນປະກັນສຸຂະພາບ ເມດີແຄຣ (Medicare) ແລະ
ເມດີເຄດ (Medicaid.) ພາຍໃຕ້ກົດລະບຽບດັ່ງກ່າວ ທີ່ອອກໂດຍ ອົງການຄວາມປອດໄພ
ໃນໜ້າທີ່ວຽກງານ ແລະ ສຸຂະພາບນັ້ນ (OSHA), ຫ້ອງ ການຕ່າງໆຕ້ອງໃຫ້ເວລາແກ່
ພວກພະນັກງານໄປສັກຢາວັກຊີນ. ກົດລະບຽບດັ່ງກ່າວຍັງຮຽກຮ້ອງໃຫ້ບັນດາພະນັກງານ
ທີ່ບໍ່ໄດ້ສັກຢາໃຫ້ພາກັນໃສ່ໜ້າກາກຢູ່ບ່ອນເຮັດວຽກ.

ເອກກະສານສະບັບນຶ່ງຂອງທຳນຽບຂາວກ່າວວ່າ ກົດລະບຽບທີ່ວ່ານັ້ນຈະມີ ຜົນຕໍ່ພະນັກ
ງານ 84 ລ້ານຄົນ ແລະພະນັກງານປິ່ນປົວສຸຂະພາບປະມານ 17 ລ້ານຄົນ ຢູ່ສະຖານທີ່
ຕ່່າງໆ 76,000 ແຫ່ງ ຮວມທັງໂຮງໝໍ ແລະ ບ່ອນດູແລ ໄລຍະຍາວ. ເຈົ້າໜ້າທີ່ທຳນຽບ
ຂາວຄົນນຶ່ງກ່າວວ່າ ບັນດານາຍຈ້າງຄົນໃດ ບໍ່ປະຕິບັດຕາມກົດລະບຽບ ອາດປະເຊີນ
ກັບການປັບໄໝເຖິງ 14,000 ໂດລາຕໍ່ການລະເມີດນອ່ງຄັ້ງ.

ພາຍໃຕ້ນະໂຍບາຍຕ່າງໆ ພວກພະນັກງານຈະສາມາດຂໍການຍົກເວັ້ນ ກ່ຽວກັບການແພດ
ແລະ ເຫດຜົນດ້ານສາດສະໜາ.

ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ໄດ້ເປີດເຜີຍຖະແຫຼງການສະບັບນຶ່ງ ກ່າວວ່າ
ທ່ານເຫັນເລື້ອງນີ້ ເປັນທາງເລືອກງ່າຍສຳລັບປະເທດ. “ຈະເຮັດໃຫ້ຄົນໄດ້ການສັກຢາວັກ
ຊີນຫຼາຍຂຶ້ນ ຫຼືເຮັດໃຫ້ໂຣກລະບາດແກ້ຍາວອອກໄປ ແລະ ເປັນຜົນກະທົບ ຕໍ່ປະເທດ
ຊາດຂອງພວກເຮົາ.

ທ່ານໄບເດັນ ກ່າວວ່າ ໃນຂະນະທີ່ທ່ານຈະບໍ່ເລືອກທີ່ຈະອອກຄຳສັ່ງດັ່ງກ່າວນັ້ນ, ມັນມີປະ
ຊາຊົນຫຼາຍຄົນຄົນໂພດ ທີ່ບໍ່ໄດ້ສັກຢາ ເພື່ອທີ່ຈະເຮັດໃຫ້ປະເທດຫຼຸດພົ້ນອອກຈາກໂຣກ
ລະບາດຢ່າງຖາວອນ.

ບັນດາສະມາຊິກພັກຣີພັບບລິກັນຫຼາຍຄົນ ໄດ້ພາກັນອອກປາກສຽງຄັດຄ້ານຕໍ່ ຄຳສັ່ງດັ່ງ
ກ່າວ, ດ້ວຍສະມາຊິກສະພາສູງ ທ່ານ ໄມສ ບຣອນ (Mike Braun) ໄດ້ນຳພາເພື່ອນຮ່ວມ
ງານຂອງທ່ານ 40 ຄົນ ໃນຄວາມພະຍາຍາມ ຄັດຄ້ານຕໍ່ນະໂຍບາຍດັ່ງກ່າວ. ຢູ່ໃນຖະ
ແຫຼງການເມື່ອວັນພຸດທີ່ຜ່ານມາ ທ່ານ ບຣອນ ໄດ້ກ່າວວ່າເຂົາເຈົ້າໄດ້ທຳການເຄື່ອນໄຫວ
ຢ່າງເປັນທາງການ ເພື່ອ “ບໍ່ເຫັນພ້ອມ ແລະ ຍົກເລີກ” ຄຳສັ່ງທີ່ວ່ານັ້ນຕໍ່ບັນດາພະນັກງານ
ເອກກະຊົນ “ພາຍໃຕ້ກົດໝາຍສະບັບທົບທວນຂອງສະພາຄື: ຂັ້ນຕອນທາງການສຳລັບ
ລັດຖະສະພາ ທີ່ຈະລົບລ້າງກົດລະບຽບຂອງສາຂາລັດຖະບານ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG