ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກອງປະຊຸມ ເບີລິນ ເພື່ອພິຈາລນາ ການບູລະນະສ້າງສາຄືນໃໝ່ ຢູເຄຣນ


ປະທານຄະນະກຳມາທິການຂອງຢູໂຣບ ທ່ານນາງເອີຊູລາ ວອນ ເດີ ເລເຢນ, ຊ້າຍ, ແລະຜູ້ນຳຄົນອື່ນ ພົບປະກັບປະທານາທິບໍດີຢູເຄຣນ ໂວໂລດີເມຍ ເຊເລັນສກີ ຜ່ານທາງວີດີໂອ ໃນລະຫວ່າງ ກອງປະຊຸມບັນດານັກຊ່ຽວຊານສາກົນ ເພື່ອການຟື້ນຟູ ແລະບູລະນະສ້າງສາຄືນໃໝ່ ແລະຄວາມທັນສະໄໝຂອງຢູເຄຣນ ໃນນະຄອນຫຼວງເບີລິນ, ວັນທີ 25 ຕຸລາ 2022.
ປະທານຄະນະກຳມາທິການຂອງຢູໂຣບ ທ່ານນາງເອີຊູລາ ວອນ ເດີ ເລເຢນ, ຊ້າຍ, ແລະຜູ້ນຳຄົນອື່ນ ພົບປະກັບປະທານາທິບໍດີຢູເຄຣນ ໂວໂລດີເມຍ ເຊເລັນສກີ ຜ່ານທາງວີດີໂອ ໃນລະຫວ່າງ ກອງປະຊຸມບັນດານັກຊ່ຽວຊານສາກົນ ເພື່ອການຟື້ນຟູ ແລະບູລະນະສ້າງສາຄືນໃໝ່ ແລະຄວາມທັນສະໄໝຂອງຢູເຄຣນ ໃນນະຄອນຫຼວງເບີລິນ, ວັນທີ 25 ຕຸລາ 2022.

ເຢຍຣະມັນ ແລະຄະນະກຳມາທິການຂອງຢູໂຣບ ກຳລັງຈັດກອງປະຊຸມໃນວັນອັງຄານມື້ນີ້ ຢູ່ໃນນະຄອນຫຼວງເບີລິນ ເພື່ອປຶກສາຫາລືການຟື້ນຟູ ແລະການບູລະນະສ້າງສາຢູເຄຣນຄືນໃໝ່ ແລະເພື່ອສະແດງອອກເຖິງການສະໜັບສະໜູນ ຢ່າງຕໍ່ເນື່ອງຂອງປະຊາຄົມນານາຊາດ.

ກອງປະຊຸມດັ່ງກ່າວ ກ່ຽວຂ້ອງກັບບັນດາຜູ້ແທນຈາກລັດຖະບານແຫ່ງຊາດຕ່າງໆ ສະຖາບັນການສຶກສາ ແລະອົງການຈັດຕັ້ງສາກົນ. ສະຫະພາບຢູໂຣບ ກ່າວວ່າ ການເຈລະຈາ ຈະກວມເອົາວິທີຈັດບູລິມະສິດຄວາມຕ້ອງການຂອງຢູເຄຣນແນວໃດ ແລະທາງເລືອກອັນໃດທີ່ມີຢູ່ສຳລັບໂຄງການຈັດຫາເງິນທຶນ.

ຄາດກັນວ່າ ຈະບໍ່ມີຄຳປະຕິຍານທາງດ້ານການເງິນໃດໆ ຫຼືຂໍ້ຕົກລົງທາງດ້ານການເມືອງ.

ປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ມີກຳນົດຈະກ່າວຄຳປາໄສຕໍ່ກອງປະຊຸມ.

ລັດຖະບານຂອງຢູເຄຣນ ພ້ອມກັບຄະນະກຳມາທິການຂອງຢູໂຣບ ແລະທະນາຄານໂລກ ໄດ້ກະປະມານໃນບົດລາຍງານເມື່ອເດືອນກັນຍາ ທີ່ວ່າ ມັນອາດໃຊ້ເງິນ 350 ຕື້ໂດລາ ເພື່ອສ້າງສາປົວແປງປະເທດຄືນໃໝ່ ຫຼັງຈາກການບຸກລຸກຂອງຣັດເຊຍ.

ທະນາຄານໂລກ ໃນວັນຈັນວານນີ້ ໄດ້ເບີກຈ່າຍເງິນ 500 ລ້ານໂດລາ ທີ່ໄດ້ຮັບການສະໜັບສະໜຸນ ໂດຍເງິນກູ້ຢືມທີ່ຄ້ຳປະກັນຈາກອັງກິດໃຫ້ແກ່ຢູເຄຣນ ເພື່ອຊ່ອຍລັດຖະບານຮັກສາການບໍລິການທີ່ຈຳເປັນ.

“ການຮຸກຮານຂອງຣັດເຊຍ ສືບຕໍ່ສ້າງຄວາມເສຍຫາຍຢ່າງກວ້າງຂວາງຕໍ່ພື້ນຖານໂຄງລ່າງຂອງຢູເຄຣນ ທີ່ລວມມີ ນ້ຳປະປາ ສຸຂາພິບານ ແລະເຄືອຂ່າຍໄຟຟ້າ ຊຶ່ງລະດູໜາວໃກ້ຈະມາເຖິງ ເຮັດໃຫ້ປະຊາຊົນຊາວຢູເຄຣນ ຕົກຢູ່ໃນໄພອັນຕະລາຍຫຼາຍຂຶ້ນ” ປະທານກຸ່ມທະນາຄານໂລກ ທ່ານເດວິດ ມາລແພສ (David Malpass) ໄດ້ກ່າວໃນຖະແຫລງການສະບັບນຶ່ງ.

ລັດຖະມົນຕີການຕ່າງປະເທດຂອງຢູເຄຣນ ທ່ານດີມິໂທຣ ຄູເລບາ ແລະລັດຖະມົນຕີການຕ່າງປະເທດສະຫະລັດ ທ່ານແອນໂທນີ ບລິງເກັນ ໄດ້ກ່າວໃນວັນຈັນວານນີ້ ກ່ຽວກັບກອງປະຊຸມໃນເລື້ອງຄວາມຕ້ອງການການຊ່ອຍເຫຼືອທາງທະຫານ, ອີງຕາມຖະແຫລງການຈາກທັງສອງຝ່າຍ.

ພວກເພິ່ນຍັງໄດ້ປຶກສາຫາລືເລື້ອງການສະໜັບສະໜຸນຂອງສະຫະລັດແກ່ຢູເຄຣນ ທ່າມກາງການກ່າວອ້າງທີ່ວ່າ ຢູເຄຣນ ກຳລັງກຽມທີ່ຈະໃຊ້ ອັນທີ່ເອີ້ນວ່າ “ລະເບີດສົກກະປົກ ຫຼື dirty bomb” ຊຶ່ງເປັນກ່າວຫາທີ່ ຢູເຄຣ ແລະບັນດາພັນທະມິດຂອງຕົນ ໄດ້ປະຕິເສດ.

ບັນດານັກການທູດ ໄດ້ກ່າວວ່າ ຣັດເຊຍ ໄດ້ກ່າວບອກຄູ່ຕຳແໜ່ງຂອງຕົນຢູທີ່ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດວ່າ ຕົນຈະນຳເອົາເລື້ອງນີ້ຂຶ້ນມາໃນລະຫວ່າງກອງປະຊຸມປິດລັບ ກັບ ບັນດາສະມາຊິກ 15 ຄົນຂອງສະພາ ໃນວັນອັງຄານມື້ນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Germany and the European Commission are hosting a conference Tuesday in Berlin to discuss the recovery and reconstruction of Ukraine and to show the international community’s ongoing support.

The conference involves representatives from national governments, academic institutions and international organizations. The EU says the talks will cover how to prioritize Ukraine’s needs and what options exist for financing projects.

No financial pledges or political agreements are expected.

Ukrainian President Volodymyr Zelenskyy is scheduled to address the conference.

Ukraine’s government, along with the European Commission and the World Bank, estimated in a September report that it could cost $350 billion to rebuild the country after Russia’s invasion.

The World Bank on Monday disbursed $500 million, supported by loan guarantees from Britain to Ukraine to help the government maintain essential services.

“The Russian invasion continues to cause massive destruction of Ukraine’s infrastructure — including water, sanitation, and electricity networks — just as winter is approaching, further endangering Ukrainian people,” World Bank Group President David Malpass said in a statement.

Ukrainian Foreign Minister Dmytro Kuleba and U.S. Secretary of State Antony Blinken spoke Monday about meeting Ukraine’s needs for military aid, according to statements from both sides.

They also discussed U.S. support for Ukraine amid Russia’s claims that Ukraine was preparing to use a “dirty bomb,” an allegation Ukraine and its allies have dismissed.

Diplomats said Russia told its counterparts on the U.N. Security Council it will bring up the issue during a close-door meeting of the 15-member body Tuesday.

XS
SM
MD
LG