ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຫົວໜ້າ ກຸ່ມຫົວຮຸນແຮງ ອິສລາມ ໃນ Belgium ຖືກຕັດສິນ ຈຳຄຸກ


Belgian Jihadists Jailed as Europe Tries to Stem Flow of IS Fighters
please wait

No media source currently available

0:00 0:03:21 0:00

ເບິ່ງວີດີໂອ ລາຍງານ ກ່ຽວກັນເລື້ອງນີ້

ສານ​ແຫ່ງ​ນຶ່ງ​ຢູ່​ທີ່ Belgium ກ່າວ​ໃນ​ວັນ​ພຸດ​ວານ​ນີ້​ວ່າ ກຸ່ມ
​ມຸສລິມຫົວຮຸນແຮງ ກຸ່ມນຶ່ງ ​ທີ່​ໄດ້​ສົ່ງ​ພວກ​ນັກ​ຕໍ່ສູ້​ໄປ​ຊີ​ເຣຍ
​ແມ່ນ​ເປັນ​ອົງ​ກອນ​ກໍ່ການ​ຮ້າຍ ​ແລະ ​ໄດ້​ຕັດ​ສິນ​ລົງ​ໂທດ
​ຜູ້ນຳ​ຂອງ​ກຸ່ມ​ດັ່ງກ່າວ ​ໃຫ້​ຈຳ​ຄຸກ.

ສານ​ຢູ່​ໃນ ​ເມືອງ Antwerp ​ໄດ້​ຕັດສິນ​ລົງ​ໂທດ ທ້າວ Fouad
Belkacem ຫົ​ວໜ້າ​ຂອງກຸ່ມ Sharia4Belgium ໃຫ້ຈຳ​ຄຸກ​
ເປັນ​ເວລາ 12 ປີ ຫຼັງຈາກ​ການ​ດຳ​ເນີນ​ຄະດີ ​ທີ່​ໄດ້​ເລີ້ມ​ຕົ້ນມາ
ຕັ້ງ​ແຕ່​ເດືອນ ຕຸລາປີ​ກາຍ​ນີ້.

​ແມ່ຂອງ​ຜູ້​ຊາຍຄົນ​ນຶ່ງ ​ທີ່​ໄດ້​ຖືກ​ຕັດ​ສິນ​ວ່າ​ມີຄວາມຜິດ ​ໃນ​ການ
​ດຳ​ເນີນ​ຄະດີດັ່ງກ່າວ ມີ​ຄວາມ​ຮູ້ສຶກ​ວ່າ ທ້າວ Belkacem ​ໄດ້​ຮັບ​ໂທດ​ທີ່ເບົາ ເກີນ​ໄປ:

ນາງ Ozana Rodrigues ​ແມ່​ຂອງ​ທ້າວ Brian De Mulder ຜູ້​ຖືກ​ຕັດສິນ​ວ່າມີຄວາມ​
ຜິດ​ໃນ​ຂໍ້​ຫາ​ກໍ່​ການ​ຮ້າຍ ​ເວົ້າ​ວ່າ “12 ປີນັ້ນ ….ຂ້າພະ​ເຈົ້າຄິດ​ວ່າ ມັນ​ໜ້ອຍ​ໂພດ.
​ແລະ ເກີນ​ກວ່າ​ຫັ້ນ ອັນ​ນັ້ນ ບໍ່​ມີ​ເຫດຜົນ Belkacem​ ແມ່ນຍັງ​ຢູ່​ທີ່​ນີ້. ພວກ​ເຮົາ​
ຈະ​ຕ້ອງ​ໄດ້​ເຮັດ​ວຽກ​ ເພື່ອຈ່າຍ​ສຳ​ຫລັບ​ລ້ຽງ​ດູລາ​ວ ສຳ​ຫລັບ​ຂີ້​ເຫຍື້ອຊິ້ນນີ້.
ບໍ່ໆ..ຂ້າພະ​ເຈົ້າບໍ່​ເຫັນດີ​ນຳ​ອັນ​ນີ້.”

​ພວກໄອ​ຍະ​ການ ​ໃນ​ເບື້ອງ​ຕົ້ນ​ໄດ້​ກ່າວ​ຟ້ອງ 46 ຄົນ ​ທີ່​ມີ​ການ​ພົວ​ພັນກັບ​ຄະດີ​ນີ້ ​ແຕ່​ມີ​
ພຽງ​ບໍ່ເທົ່າໃດຄົນ​ໄດ້​ໄປປາກົດໂ​ຕຢູ່​ສານ. ສ່ວນ​ທີ່​ເຫຼືອບໍ່​ໄດ້​ໄປ​ປາກົດ​ໂຕນັ້ນ ​ແມ່ນ​ເຊື່ອ​
ກັນ​ວ່າ ​ຢູ່​ໃນ​ຊີ​ເຣຍ​ແລ້ວ ບ່ອນ​ທີ່​ມີ​ຊາວ Belgium ຫຼາຍ​ເຖິງ 400 ຄົນ ​ໄດ້ໄປ​ຮ່ວມ​ການ​
ຕໍ່ສູ້​.

ການ​ດຳ​ເນີນ​ຄະດີດັ່ງກ່າວ ​ແມ່ນນຶ່ງ​ໃນ​ການ​ດຳ​ເນີນ​ຄະດີ​ກໍ່​ການ​ຮ້າຍ​ທີ່​ໃຫຍ່​ສຸດ ຂອງ
Belgium.

BELGIUM TERROR VIDEO
please wait
Embed

No media source currently available

0:00 0:00:36 0:00

A court in Belgium said Wednesday an Islamist group that sent fighters to Syria is a terrorist organization and sentenced its leader to prison.

The court in Antwerp handed down a 12-year sentence for Fouad Belkacem, the head of Sharia4Belgium, after a trial that began in October.

The mother of one man convicted in the trial felt that Belkacem got off too easy:

Ozana Rodrigues, Mother Terror Convict Brian De Mulder:
"Twelve years... I think that is way too little. And on top of that, that 'rubbish' (Belkacem) is staying here. We will have to work to pay for his living for this piece of rubbish. No, I don't agree with this.''

Prosecutors originally charged 46 people in connection with the case, but only a few appeared in court.The rest are believed to be in Syria, where as many as 400 Belgians have gone to join the fighting.

The trial was one of Belgium's largest terror trials.

XS
SM
MD
LG