ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານລູ​ຄາ​ເຊັນ​ໂກ ຜູ້​ນຳຂອງເບ​ລາຣຸສ ​ແລະ​ເປັນ​ພັນທະ​ມິດ​ທີ່​ໃກ້ຊິດ​ ຂອງ​ທ່ານປູ​ຕິນ ຈະ​ໄປ​ຢ້ຽມ​ຢາມ​ຈີນ 


(ພາບ​ໃນ​ແຟ​ມ) (ຂວາ) ພົບ​ກັບຄູ່​ຕຳ​ແໜ່ງ​ຂອງ​ທ່ານ​ຈາກ​ເບ​ລາ​ຣຸ​ສ, ທ່ານ Alexander Lukashenko ຢູ່​ທີ່ບ້ານ​ພັກ Novo-Ogaryovo ຂອງລັດ​ຖະ​ບານ ຢູ່ນອກ​ນະ​ຄອນ​ຫລວງ​ມົ​ສ​ກູ, ວັນ​ທີ 17 ກຸມ​ພາ, 2023. (ພາບ​ສະ​ໜອງ​ໃຫ້​ໂດຍ​ Vladimir Astapkovich / Sputnik / AFP)
(ພາບ​ໃນ​ແຟ​ມ) (ຂວາ) ພົບ​ກັບຄູ່​ຕຳ​ແໜ່ງ​ຂອງ​ທ່ານ​ຈາກ​ເບ​ລາ​ຣຸ​ສ, ທ່ານ Alexander Lukashenko ຢູ່​ທີ່ບ້ານ​ພັກ Novo-Ogaryovo ຂອງລັດ​ຖະ​ບານ ຢູ່ນອກ​ນະ​ຄອນ​ຫລວງ​ມົ​ສ​ກູ, ວັນ​ທີ 17 ກຸມ​ພາ, 2023. (ພາບ​ສະ​ໜອງ​ໃຫ້​ໂດຍ​ Vladimir Astapkovich / Sputnik / AFP)

ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ ທ່ານອາ​ເລັກ​ແຊນ​ເດີ ລູ​ຄາ​ເຊັນ​ໂກ ປະທານາທິບໍດີ​ເບ​ລາຣຸສ ​ແລະ​ເປັນ​ພັນທະ​ມິດ​ທີ່​ໃກ້ຊິດ​ຂອງ​ຜູ້ນຳຣັດ​ເຊຍ ຈະ​ໄປ​ຢ້ຽມຢາມ ນະ​ຄອນ​ຫລວງ​ປັກ​ກິ່ງ​ໃນ​ອາທິດ​ນີ້, ຂະນະ​ທີ່​ຄວາມ​ເປັນ​ຫ່ວງຂອງ​ສະຫະລັດ ເພີ່ມ​ຂຶ້ນວ່າ ຈີນ​ກຳລັງ​ພິຈາລະນາ​ໃຫ້ການ​ຊ່ວຍ​ເຫລືອ ​ທາງ​ທະຫານ​ແກ່ຣັດ​ເຊຍ, ອີງ​ຕາມ​ອົງ​ການ​ຂ່າວ​ເອ​ພີ (AP)

ໂຄສົກຮົວ ຈູນ​ຢິງ (Hua Chunying) ກ່າວ​ວ່າ ທ່ານລູ​ຄາ​ເຊັນ​ໂກ ມີ​ກຳນົດ​ຈະ​ໄປ​ຢ້ຽມ​ຢາມຈີນ ​ໃນ​ວັນ​ອັງຄານ ​ຫາ​ ວັນ​ພະຫັດ​ນີ້, ​ແຕ່​ບໍ່​ໄດ້​ໃຫ້​ລາຍ​ລະອຽດ​ກ່ຽວ​ກັບ​ວາລະ​ການ​ຢ້ຽ​ມຢາມຂອງ​ທ່ານແຕ່​ຢ່າງ​ໃດ.

ເບລາຣຸສ ໄດ້ໃຫ້ການສະໜັບສະໜຸນ ແກ່ມົສກູຢ່າງແຂງຂັນ ແລະອະນຸຍາດໃຫ້ໃຊ້ ດິນແດນຂອງຕົນ ເປັນບ່ອນຕັ້ງເພື່ອເລີ້ມເປີດ​ສາກບຸກລຸກຢູເຄຣນໃນເບື້ອງຕົ້ນ ນຶ່ງປີ ກ່ອນນັ້ນ.

ທ່ານລູ​ຄາ​ເຊັນ​ໂກ ເປັນປະທານາທິບໍດີຄົນດຽວຂອງເບລາຣຸສ ນັບຕັ້ງແຕ່​ມີການ​ຕັ້ງ ຕຳແໜ່ງນີ້ຂຶ້ນມາໃນປີ 1994, ແລະໄດ້ທຳລາຍການປະທ້ວງໃນປີ 2020 ທີ່​ຄັດ​ຄ້ານ​ຕໍ່ການເລືອກຕັ້ງຄືນໃໝ່ຂອງ​ທ່ານ ທີ່ມີ​ການໂຕ້ແຍ້ງກັນ ຢູ່ໃນການລົງຄະແນນສຽງທີ່ ຝ່າຍຄ້ານ ແລະບັນດາປະເທດຕາເວັນຕົກຖືວ່າ ເປັນການສໍ້ໂກງນັ້ນ.

ການ​ຢ້ຽມ​ຢາມ​ຄັ້ງ​ນີ້ ​ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ສະ​ຫະ​ລັດ ​ໄດ້​ກ່າວຢ້ຳ​ຄຳ​ເຕືອນ​ຈີນ​ຄືນ ​ກ່ຽວ​ກັບ​ການ​ໃຫ້​ການ​ຊ່ວຍ​ເຫຼືອ​ດ້ານ​ການ​ທະ​ຫານ​ແກ່​ຣັດ​ເຊຍ ​ໃນ​ສົງ​ຄາມ​ຢູເຄ​ຣນ, ໂດຍ​ກ່າວ​ວ່າ​ຈະ​ໄດ້​ຮັບ​ຜົນ​ຕາມ​ມາ​ຢ່າງ​ໜັກ​ໜ່ວງ.

ຜູ້ອໍານວຍການຂອງ​ອົງ​ການ​ສືບ​ລັບ​ສູນ​ກາງ ຫລື CIA, ທ່ານວິ​ລ​ລຽມ ເບີນ​ສ໌ ໄດ້ ກ່າວ​ຢ້ຳຄືນ ຄໍາຖະແຫຼງກ່ອນຫນ້ານັ້ນ ຢູ່ໃນການໃຫ້ສໍາພາດທີ່ອອກອາກາດ ໃນໂທ​ລະ​ພາບຊ່ອງ CBS ຂອງອາເມຣິກັນ ໃນວັນອາທິດນີ້ ໂດຍກ່າວວ່າ, "ພວກເຮົາຫມັ້ນໃຈວ່າ ການນຳ​ຂອງຈີນກໍາລັງພິຈາລະນາການສະຫນອງອຸປະ ກອນທີ່​ເປັນອັນຕະລາຍຢູ່."

ແຕ່ຢ່າງໃດກໍຕາມ ທ່ານເບີນ​ສ໌ ກ່າວຕື່ມວ່າ, "ພວກເຮົາຍັງບໍ່ເຫັນການຕັດສິນໃຈ ຂັ້ນສຸດທ້າຍເທື່ອ ແລະພວກເຮົາບໍ່ເຫັນຫຼັກຖານຂອງການຂົນສົ່ງທີ່ແທ້ຈິງຂອງ ອຸປະກອນທີ່ເປັນ​ອັນ​ຕະ​ລາຍ​ເຖິງຊີວິດນັ້ນເທື່ອ."

ທ່ານ​ກ່າ​ວ​ວ່າ ການໃຫ້ການຊ່ວຍເຫຼືອດັ່ງກ່າວ "ຈະເປັນການເດີມພັນທີ່ມີຄວາມສ່ຽງ ແລະບໍ່ສະຫລາດ."

ປັກ​ກິ່ງ​ອ້າງ​ວ່າ ຕົນ​ມີ​ທ່າ​ທີ​ເປັນ​ກາງ​ໃນ​ສົງຄາມ​ທີ່​ໄດ້​ເລີ້ມ​ຂຶ້ນ​ເມື່ອ​ນຶ່ງ​ປີ​ກ່ອນ, ​ແຕ່ກໍ​ໄດ້​ກ່າວອີກ​ວ່າ ຕົນ​ມີ "ມິດຕະພາບ​ທີ່​ບໍ່​ຈຳ​ກັດຂອບ​ເຂດ" ກັບຣັດ​ເຊຍ ​ແລະ​ໄດ້​ປະຕິ​ເສດ​ບໍ່​ຍອມ​ວິຈານ​ການ​ບຸກ​ລຸກ​ຂອງ​ມົສກູ ຫຼື ​ແມ່ນ​ແຕ່​ເອີ້ນ​ມັນ​ວ່າເປັນ​ການ​ບຸ​ກ​ລຸກ​ກໍ​ບໍ່​ເອີ້ນ. ຈີນ​ໄດ້​ກ່າວ​ຫາ​ປະ​ເທດ​ຕາ​ເວັນ​ຕົກ​ວ່າ ​ກະ​ຕຸ້ນໃຫ້​ມີ​ການ​ຂັດ​ແຍ້ງ​ກັນ ​ແລະ "ເປົ່າ​ໄຟ​" ໃສ່​ການ​ຂັດ​ແຍ້ງ​ໃຫ້​ລຸກ​ຂຶ້ນ ໂດຍ​ການ​ສະ​ຫນອງອຸ​ປະ​ກອນ​ປ້ອງ​ກັນ​ປະ​ເທດ​ໃຫ້​ແກ່ຢູ​ເຄ​ຣນ.

ອ່ານ​ຂ່າວນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG