ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປັກ​ກິ່ງ ​ຫາ​ທາງ​ເປັນ​ຜູ້​ໄກ່​ເກ່ຍ ​ຄວາມ​ຂັດ​ແຍ້ງ ​ໃນ​ແຫລມ​ຮອນ​ຂອງ​ອາ​ຟ​ຣິ​ກາ ທີ່​ປະ​ສົບ​ກັບ​ຄວາມວຸ້ນ​ວາຍນັ້ນ

ທ່ານ Abiy Ahmed, ນາ​ຍົກ​ຂອງ​ເອ​ທິ​ໂອ​ເປຍ ​ແລະ​ປະ​ທານ​ປະ​ເທດ​ຈີນ, ທ່ານ​ສີ ຈິ້ນ​ຜິງ ກ່ອນກອງ​ປະ​ຊຸມ​ຂອງ​ພວກ​ເພິ່ນ​ທີ່​ຈັດ​ຂຶ້ນໃນ​ຫໍ​ສາ​ລາ​ປະ​ຊາ​ຊົນ ຫລື Great Hall of the People ໃນ​ນະ​ຄອນ​ຫລວງ​ປັກ​ກິ່ງ (ວັນ​ທີ 24 ເມ​ສາ, 2019) (ພາບ​ໂດຍ Parker Song/Pool ຜ່ານ Reuters)

ຈີນກຳລັງສະເໜີວ່າ​ຢາກຊ່ວຍເຮັດ​ໃຫ້ "ສຽງປືນຢູ່ໃນເຂດແຫຼມຮອນຂອງທະ​ວີບ ອາຟຣິກກາ" ມິດ​ງຽບ​ລົງ ເຊິ່ງເປັນການ​ດຳ​ເນີນ​ການທີ່ທະເຍີທະຍານໃນ​ເມື່ອ​ວ່າ ຄວາມຂັດແຍ້ງໃນພາກພື້ນນັ້ນ ມີ​ຫລາຍ​ຢ່າງ, ແລະເປັນ​ການ​ສໍ່ສະແດງໃຫ້​ເຫັນວ່າ ປັກກິ່ງອາດຈະກ້າວອອກຈາກຫຼັກໃນ​ການ "ບໍ່ແຊກແຊງ" ແບບດັ້ງເດີມຂອງຕົນ ໄປສູ່ການພົວພັນທາງການທູດຢ່າງຫ້າວຫັນຂຶ້ນກວ່າ​ເກົ່າ.

ທູດ​ພິ​ເສດ​ຂອງ​ຈີນ​ປະ​ຈໍາ​ເຂດ​ແຫຼມຮອນຂອງ​ອາ​ຟ​ຣິ​ກາ, ທ່ານ​ຊູ ບິງ (Xue Bing), ໄດ້ໃຫ້​ຂໍ້ສະ​ເໜີ​ດັ່ງ​ກ່າວ ​ໃນ​ອາ​ທິດ​ຜ່ານ​ມາ ຢູ່​ໃນ​ກອງ​ປະ​ຊຸມ​ສັນ​ຕິ​ພາບ​ທີ່​ຈັດ​ຂຶ້ນ​ໂດຍ​ເຈົ້າ​ໜ້າ​ທີ່​ຈີນ ​ຢູ່ນະ​ຄອນ​ຫລວງ​ອາ​ດິ​ສ ອາ​ບາ​ບາ. ລັດຖະບານຈີນໃນປະຫວັດສາດແມ່ນໄດ້ຫຼີກລ້ຽງການເຂົ້າ​ໄປພົວພັນກັບການຂັດແຍ້ງຂອງຕ່າງປະ ເທດ, ແຕ່ຜູ້ສັງເກດການບາງຄົນເຫັນວ່າ ເຫດການດັ່ງກ່າວເປັນຫຼັກຖານສະ ແດງໃຫ້ເຫັນວ່າ ປັກກິ່ງຊອກຫາທາງ​ເປັນຄູ່ແຂ່ງກັບສະຫະລັດໃນຖານະຜູ້ໄກ່ເກ່ຍຂໍ້ຂັດແຍ່ງລະຫວ່າງປະເທດ. ສ່ວນຄົນອື່ນໆ ກັບເຫັນວ່າ ມັນເປັນການ ເຄື່ອນໄຫວທີ່ແທດ​ເໝາະ​ກັບ​ຕົວ​ຈິງ ໂດຍນັກລົງທຶນໃຫຍ່ຢູ່ໃນພາກພື້ນດັ່ງ​ກ່າວ ເພື່ອຮັກສາຜົນປະໂຫຍດຂອງຕົນໃຫ້ປອດໄພ.

ກອງ​ປະ​ຊຸມ​ໃນ​ຕົວ​ມັນ​ເອງແລ້ວ ແມ່ນ​ບໍ່​ໄດ້​ເວົ້າ​ເຖິງ​ຂໍ້​ສະ​ເໜີ​ອັນສະ​ເພາະເຈາະ​ຈົງ ​ໃນ​ການ​ແກ້​ໄຂ​ວິ​ກິດ​ການ​ດ້ານ​ຄວາມ​ໝັ້ນ​ຄົງ​ຫລາຍ​ຢ່າງທີ່​ມີ​ຢູ່ນັ້ນ, ແຕ່​ທູດ ​ພິ​ເສດ​ຂອງຈີນ​ກ່າວ​ວ່າ ປັກ​ກິ່ງ​ຢາກ​ເຂົ້າ​ໄປ​ມີ​ສ່ວນ​ກ່ຽວ​ຂ້ອງ​ຫລາຍ​ຂຶ້ນ​.

ທ່ານ​ຊູ, ຜູ້​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໃຫ້​ດຳລົງ​ຕຳ​ແໜ່ງ​ໃນ​ຕົ້ນ​ປີ​ນີ້ກ່າວ​ວ່າ, “ນີ້​ແມ່ນ​ຄັ້ງ​ທຳ​ອິດ​ສຳລັບ​ຈີນ​ທີ່​ມີ​ບົດບາດ​ໃນ​ຂົງ​ເຂດ​ປ້ອງ​ກັນ​ຄວາມ​ໝັ້ນ​ຄົງ” ​ໂດຍ​ກ່າວ​ເພີ້ມອີກວ່າ ປັກ​ກິ່ງ​ຢາກ​ມີ​ບົດບາດ​ສຳຄັນ​ຫລາຍ​ຂຶ້ນ “ບໍ່​ພຽງ​ແຕ່​ໃນ​ດ້ານ​ການ​ຄ້າ ​ແລະ​ການ​ລົງທຶນ​ເທົ່າ​ນັ້ນ ແຕ່ທັງ​ຍັງ​ໃນຂົງເຂດສັນຕິພາບ ແລະການພັດທະນາອີກ​ດ້ວຍ.”

ໃນ​ເອທິ​ໂອ​ເປຍພຽງປະ​ເທດ​ດຽວເທົ່າ​ນັ້ນ ຈີນ​ມີ​ໂຄງການ​ກໍ່ສ້າງ​ ແລະໂຄງ​ການ​ຜະລິດ​ປະມານ 400 ​ໂຄງ ການ​ທີ່​ມີ​ມູນ​ຄ່າ​ຫຼາຍ​ກວ່າ 4 ຕື້​ໂດ​ລາ​, ອີງ​ຕາມ​ສະ​ຖາ​ບັນ​ສັນຕິພາບ​ຂອງ​ສະຫະລັດ. ຢ່າງໃດກໍຕາມ, ປະເທດເອທິໂອເປຍໄດ້ຕົກ ຢູ່ໃນຄວາມຂັດແຍ້ງ ທາງດ້ານຊົນເຜົ່າທີ່ຮ້າຍແຮງ​ນັບຕັ້ງແຕ່ປີ 2020 ໂດຍ​ທີ່ລັດຖະບານກາງໃນອາ​ດິ​ສ ອາ​ບາ​ບາ ຕໍ່ສູ້ກັບກໍາລັງຂອງພວກກະບົດໃນເຂດທິ​ເກ​ຣ ຢູ່ທາງພາກເຫນືອຂອງ​ປະ​ເທດ.

ທ່ານ Wang Yi, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ ໂອ້​ລົມ​ກັບອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີເອ​ທິ​ໂອ​ເປຍ, ທ່ານ Mulatu Teshome ຢູ່​ບ້ານ​ພັກຮັບ​ແຂກ​ຂອງ​ລັດ​ຖະ​ບານ Diaoyutai ໃນ​ນະ​ຄອນ​ຫລວງ​ປັກ​ກິ່ງ, ວັນ​ທີ 30 ຕຸ​ລາ, 2019. (ພາບ​ໂດຍ Madoka Ikegami/Pool ຜ່ານ Reuters)

ການ​ເຈລະຈາ​ສັນຕິພາບ​ແມ່ນ​ມີ​ກຳນົດ​ຈະ​ເລີ່​ມຂຶ້ນ​ໃນ​ໄວໆ​ນີ້, ​ແຕ່​ມີ​ຄວາມ​ບໍ່​ລົງ​ລອຍ​ກັນ​ລະຫວ່າງ​ບັນດາ​ຝ່າຍ​ທີ່​ທຳ​ສົງຄາມ​ກ່ຽວ​ກັບວ່າ​ຜູ້ໃດ​ຄວນ​ເປັນ​ຜູ້​ໄກ່​ເກ່ຍ, ຄວນ​ເປັນສະຫະພາບ​ອາ​ຟຣິກາບໍ ຫຼື ເຄນ​ຢາ.

​ທະ​ຫານກອງທັບ​ປະ​ຊາ​ຊົນ​ຈີນເຂົ້າ​ຮ່ວມພິ​ທີ​ເປີດ​ຄ້າຍ​ໃໝ່​ຂອງ​ຈີນ ຢູ່ປະ​ເທດ Djibouti ໃນ​ແຫລມ​ຮອນ​ຂອງ​ອາ​ຟ​ຣິ​ກາ, ວັນ​ທີ 1 ສິງ​ຫາ, 2017
​ທະ​ຫານກອງທັບ​ປະ​ຊາ​ຊົນ​ຈີນເຂົ້າ​ຮ່ວມພິ​ທີ​ເປີດ​ຄ້າຍ​ໃໝ່​ຂອງ​ຈີນ ຢູ່ປະ​ເທດ Djibouti ໃນ​ແຫລມ​ຮອນ​ຂອງ​ອາ​ຟ​ຣິ​ກາ, ວັນ​ທີ 1 ສິງ​ຫາ, 2017

ທ່ານຟອນ​ເທ ອາ​ຄຸມ (Fonteh Akum) ຜູ້​ອຳ​ນວຍ​ການ​ດ້ານບໍ​ລິ​ຫານ​ສະ​ຖາ​ບັນ​ສຶກ​ສາ​ຄວາມ​ໝັ້ນ​ຄົງ​ທີ່​ຕັ້ງ​ຢູ່​ໃນ​ນະ​ຄອນ​ເປ​ໂຕ​ເຣຍຂອງອາ​ຟຣິ​ກາໃຕ້​ບອກວີ​ໂອ​ເອ​ວ່າ “ໃນ​ຖານະ​ທີ່​ເປັນ​ຄູ່​ຄ້າ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ທະ​ວີບ​ອາ​ຟ​ຣິ​ກາ ຈີນ​ໄດ້​ຮັບ​ຮູ້​ເຖິງຄວາມ​ຈຳ​ເປັນ​ໃນ​ດ້ານ​ເສດ​ຖະ​ກິດ​ຂອງ​ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ ແລະ​ໃນປະ​ເທດ​ທີ່​ໄປ​ລົງ​ທຶນຫລັກໆ ​ເຊັ່ນ​ເອ​ທິ​ໂອ​ເປຍ.”

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG