ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການໄປຢ້ຽມຢາມເອເຊຍ ຂອງ ປ.ໂອບາມາ ສ້າງ ຄວາມກັງວົນໃຈ ໃຫ້ແກ່ຈີນ (ສະໄລດ໌/ວີດີໂອ ພາສາລາວ/ອັງກິດ)


In Beijing, Questions Linger Over Obama's Asia Trip
please wait

No media source currently available

0:00 0:03:12 0:00

ເບິ່ງວີດີໂອ ພາສາອັງກິດ ກ່ຽວກັບລາຍງານນີ້.

ໃນລະຫວ່າງການຢ້ຽມຢາມເອເຊຍໃນ​ທ້າຍ​ເດືອນ​ເມສາ​ຜ່ານ​ມາ​
ນີ້ ປະທານາທິບໍດີບາຣັກ ໂອບາມາ ໄດ້ໃຫ້ການຄ້ຳປະກັນ ແກ່ຍີ່
ປຸ່ນວ່າ ວໍຊິງຕັນ ຈະມາຊ່ອຍ ຖ້າຄວາມເຄັ່ງຕຶງ ກ່ຽວກັບເລື່ອງໝູ່
ເກາະໝູ່ດອນ ທີ່ເປັນບັນຫາຂັດແຍ້ງ ກັບຈີນ ຫາກຟົດເດືອດຂຶ້ນ
ຕື່ມ. ນອກນັ້ນ ທ່ານຍັງໄດ້ລົງນາມ ໃນຂໍ້ຕົກລົງສົ່ງກຳລັງໄປໝູນ
ວຽນສະບັບໃໝ່ກັບຟີລິບປິນຊຶ່ງພາໃຫ້ບາງຄົນເອີ້ນການໄປຢ້ຽມ
ຢາມ ໃນຄັ້ງນີ້ວ່າ ເປັນການເດີນທາງ ເພື່ອຄວບຄຸມຈີນ. Bill Ide
ຜູ້ສື່ຂ່າວ ຂອງວີໂອເອ ມີລາຍງານ ກ່ຽວກັບເລື່ອງນີ້ ຈາກ ປັກກິ່ງ
ບ່ອນທີ່ປາກົດວ່າ ມີບໍ່ເທົ່າໃດຄົນທີ່​ເຊື່ອ​ໃນຄຳ​ເວົ້າ​ໃຫ້​ຄວາມ​ໝັ້ນ
​ໃຈຂອງທ່ານໂອບາມາ ທີ່ວ່າ ວໍຊິງຕັນບໍ່ໄດ້ພະຍາຍາມ ທີ່ຈະຂັດ ຂວາງການມີອິດທິພົນເພີ້ມຂຶ້ນຢ່າງສັນຕິຂອງຈີນນັ້ນ ດັ່ງໄພສານ ຈະນຳເອົາລາຍລະອຽດ ມາສະເໜີທ່ານ.

ເບິ່ງວີດີໂອ ພາສາລາວ ກ່ຽວກັບລາຍງານນີ້:

ການເດີນທາງໄປຢ້ຽມຢາມເອເຊຍຂອງປະທານາທິບໍດີບາຣັກ ໂອບາມາ ແມ່ນເບິ່ງກັນຢ່າງ ກວ້າງຂວາງວ່າ ເປັນການດຳເນີນຄວາມພະຍາຍາມ ເພື່ອເສີມຄວາມເຂັ້ມແຂງດ້ານຄວາມ ໝັ້ນຄົງ ແລະເສີມຂະຫຍາຍສາຍພົວພັນທາງດ້ານເສດຖະກິດ ຢູ່ໃນຂົງເຂດ ຊຶ່ງພາໃຫ້ບາງ ຄົນຢູ່​ໃນປັກກິ່ງຖາມວ່າ ເປັນຫຍັງທ່ານຈຶ່ງບໍ່ຢຸດແວ່ ທີ່ປະເທດຈີນ.

ແຕ່ທ່ານໂອບາມາ ໄດ້ປະກາດໃຫ້ການສະໜັບສະໜຸນ ແກ່ຍີ່ປຸ່ນແລະຟີລິບປິນ ຊຶ່ງພາໃຫ້ສື່ ມວນຊົນຈີນລົງຂ່າວຢ່າງກວ້າງຂວາງວ່າ ການເດີນທາງໃນຄັ້ງນີ້ແມ່ນແນໃສ່ເພື່ອສະກັດກັ້ນ ຈີນ ບໍ່ໃຫ້ມີອິດທິພົນເພີ້ມຂຶ້ນ ທັງໆທີ່ທ່ານໄດ້ໃຫ້ການຄ້ຳປະກັນ ໃນທາງກົງກັນຂ້າມກໍຈິງ.

ທ່ານ Alejandro Reyes ຮອງສາສະດາຈານທີ່ໄປປະຈຳຊົ່ວຄາວຢູ່ມະຫາວິທະຍາໄລຮົງກົງ ກ່າວວ່າ ສິ່ງທີ່ປະທານາທິບໍດີຈະສາມາດ​ເຮັດ​ໄດ້ ເພື່ອປ່ຽນຄວາມເຂົ້າໃຈຂອງຜູ້ຄົນຢູ່ໃນຈີນ ນັ້ນ ແມ່ນ​ມີ​ໜ້ອຍ​ທີ່​ສຸດ.

ທ່ານ Reyes ເວົ້າວ່າ “ຈາກຄວາມຄິດຂອງປັກກິ່ງແລ້ວ ຂ້າພະເຈົ້າຄິດວ່າ ແລະພວກ ເຮົາກໍໄດ້ເຫັນມາແລ້ວ ປະຕິກິລິຍາໃນທາງລົບ ແລະພວກເຂົາເຈົ້າເຫັນວ່າການໄປ ຢ້ຽມຢາມຂອງປະທານາທິບໍດີນັ້ນ ແມ່ນໄດ້ເນັ້ນຢ້ຳເຖິງທັດສະນະຄວາມເຫັນຂອງ ພວກເຂົາເຈົ້າທີ່ວ່າ ການຫັນໄປເອເຊຍ ມີສ່ວນກ່ຽວຂ້ອງກັບການຄວບຄຸມຈີນແລະ ຂ້າພະເຈົ້າຄິດວ່າ ໃນພາກໂຕຈິງແລ້ວທ່ານບໍ່ສາມາດຈະປ່ຽນແປງ​ແນວ​ຄິດນັ້ນໄດ້ ດອກ.”

ບົດວິຈານຕ່າງໆຂອງຈີນ ກ່ຽວກັບການຢ້ຽມຢາມ ຂອງປະທານາທິບໍດີໂອບາມານັ້ນ ໄດ້ຊີ້ ອອກຢ່າງໄວວາວ່າ ທ່ານໂອບາມາ ບໍ່ສາມາດສ້າງຄວາມກ້າວໜ້າໃດໆ ກ່ຽວກັບຂໍ້ຕົກລົງ ການຄ້າເສລີຂອງບັນດາປະຊາຊາດໃນເຂດມະຫາສະມຸດປາຊີີຟິກແລະກໍບໍ່ໄດ້ສ້າງຄວາມ ກ້າວໜ້າຫຍັງຫຼາຍ ໃນການປັບປຸງຄວາມສຳພັນ ລະຫວ່າງເກົາຫລີໃຕ້ແລະຍີ່ປຸ່ນ.

ບົດບັນນາທິການຂອງສື່ລັດຖະບານຈີນໄດ້ກ່າວຫາສະຫະລັດວ່າ ​ເຂົ້າ​ຮ່ວມ​ແກ໊ງ ກັບອັນທີ່ ປັກກິ່ງເອີ້ນວ່າພວກພັນທະມິດທີ່ສ້າງບັນຫາຂອງ​ວໍ​ຊິງ​ຕັນຢູ່ໃນຂົງເຂດແລະຍັງເວົ້າອີກວ່າ ສະຫະລັດພວມນຳສະເໜີຕົນເອງ ໃຫ້ເປັນໄພຂົ່ມຂູ່ ທາງດ້ານຄວາມໝັ້ນຄົງຕໍ່ຈີນ.

ແຕ່ແນວໃດກໍຕາມ ທ່ານ Reyes ເວົ້າວ່າ ການຊອກຄົ້ນຫາ ຖ້ຽວບິນ MH370 ຂອງມາເລ ເຊຍທີ່ຫາຍສາບສູນໄປ ແລະລົມໄຕ້ຝຸ່ນທີ່ສ້າງຄວາມເສຍຫາຍຮ້າຍແຮງ ໃຫ້ແກ່ຟີລິບປິນ ໃນປີກາຍນີ້ ແມ່ນເນັ້ນໜັກໃຫ້ເຫັນເຖິງຄວາມຈຳເປັນ ທີ່ຈະຕ້ອງໄດ້ມີການເສີມຂະຫຍາຍ ການມີໜ້າຂອງສະຫະລັດຢູ່ໃນຂົງເຂດ ແລະຂອບຄວາມໝັ້ນຄົງ ທີ່ເຂັ້ມແຂງກວ່າເກົ່າສຳ ລັບພູມີພາກ.

ທ່ານ Reyes ເວົ້າວ່າ “ມັນບໍ່ໄດ້ຂັດແຍ້ງກັນເລີຍກັບສິ່ງທີ່ສະຫະລັດກຳລັງ​ເຮັດຢູ່ໃນ ຂົງເຂດ ຄວາມຄິດທີ່ວ່າ ຄວາມສຳພັນລະຫວ່າງທະຫານ ກັບທະຫານ ແມ່ນເປັນ ສິ່ງຈຳເປັນນັ້ນ. ທ່ານຕ້ອງໄດ້ພັດທະນາຄວາມສຳພັນດັ່ງກ່າວຢູ່ໃນຂົງເຂດທີ່ບໍ່ມີ ໂຄງຮ່າງ ທາງດ້ານຄວາມໝັ້ນຄົງ ທີ່​ສາມາດ​ສົມ​ທຽບ​ໄດ້ ກັບອັນທີ່ທ່ານ​ມີ ເຊັ່ນຢູ່​ໃນອົງການເນໂຕ້ນັ້ນ.”

ທ່ານ Reyes ກ່າວຕື່ມວ່າ ຂະນະດຽວກັນ ສະຫະລັດກໍຈຳເປັນຕ້ອງໄດ້ສະແຫວ​ງຫາຄວາມ ສຳພັນລະຫວ່າງກອງທັບກັບກອງທັບ ແບບລົງເລິກກວ່າເກົ່າກັບຈີນ.

ທ່ານ Clyde Prestowitz ອະດີດນັກເຈລະຈາດ້ານການຄ້າຂອງສະຫະລັດກ່າວວ່າ ແຕ່ບາງ ຄົນຢູ່ໃນສະຫະລັດ ໂຕ້ຖຽງວ່າ ມີການເພັ່ງເລັງຫຼາຍເກີນໄປໃສ່ຈີນ ແລະບໍ່ໄດ້ມີ ການເພັ່ງເລັງ ພຽງພໍໃສ່​ເລື້ອງ​ທີ່​ວ່າ​ ມີຜົນປະໂຫຍດອັນ​ໃດແດ່ ທີ່ພັນທະມິດຂອງສະຫະລັດຢູ່ໃນຂົງເຂດສະ ໜອງໃຫ້ແກ່ອາເມຣິກາ.

ທ່ານ Prestowitz ທີ່ສະຖາບັນຍຸດທະສາດເສດຖະກິດ ກ່າວວ່າ “ຈີນເປັນໄພຂົ່ມຂູ່ຕໍ່ຍີ່ປຸ່ນ ເກົາຫລີໃຕ້ ຟີີລິບປິນແລະມາເລເຊຍບໍ? ຂ້າພະເຈົ້າຄິດ ບາງຄົນອາດເວົ້າວ່າ ບໍ່ເລີຍ. ແຕ່ເຖິງແມ່ນຈີນ ເປັນ​ແທ້ ກໍຕາມ ຈີນ ເປັນໄພຕໍ່ສະຫະລັດບໍ? ຄຳຕອບກໍຄື ແນ່ນອນ ບໍ່ແມ່ນເລີຍ. ດັ່ງນັ້ນ ຖ້າຄຳຕອບວ່າ ບໍ່ແມ່ນແລ້ວ ເປັນຫຍັງພວກເຮົາຈຶ່ງໃຫ້ການປົກ ປ້ອງຄຸ້ມຄອງແກ່​ປະ​ເທດ​ເຫລົ່າ​ນັ້ນ? ມີຜົນປະໂຫຍດອັນໃດທີ່ສະຫະລັດຈະໄດ້ຮັບ?”

ການຊັ່ງຊາເບິ່ງຜົນປະໂຫຍດທີ່ເປັນຮູບປະທຳ ຈາກຍຸດທະສາດຫັນໄປສູ່ເຂດເອເຊຍຂອງ ວໍຊິງຕັນ ອາດຈະມີຄວາມສຳຄັນເພີ້ມຂຶ້ນຕື່ມອີກໃນຊຸມປີຕໍ່ໜ້າ ຊຶ່ງເປັນທີ່ຄາດກັນວ່າ ວໍຊິງ ຕັນຈະຕັດງົບປະມານ ໃນດ້ານປ້ອງກັນປະເທດ ຂອງຕົນລົງຕື່ມ ໃນຂະນະທີ່ການໃຊ້ຈ່າຍ ທາງດ້ານທະຫານຂອງຈີນ ແມ່ນຄາດຄະເນກັນວ່າ ຈະສືບຕໍ່ສູງຂຶ້ນນັບມື້ນັ້ນ.
XS
SM
MD
LG