ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່າມ​ກາງ​ພາ​ວະ​ເງິນ​ເຟີ້ ລາ​ຄາ​ເບຍ​ໄດ້​ເພີ່ມ​ຂຶ້ນ ແຕ່​ປະ​ຊາ​ຊົນກໍ​ຍັງ​ດື່ມຫຼາຍ​ຢູ່


ຊາຍຄົນນຶ່ງກຳລັງຂົນລັງເບຍໄປສົ່ງຮ້ານຄ້າແຫ່ງນຶ່ງໃນຫຼວງພະບາງ ເມື່ອວັນທີ 27 ມັງກອນ 2024. (Photo by TANG CHHIN SOTHY / AFP)
ຊາຍຄົນນຶ່ງກຳລັງຂົນລັງເບຍໄປສົ່ງຮ້ານຄ້າແຫ່ງນຶ່ງໃນຫຼວງພະບາງ ເມື່ອວັນທີ 27 ມັງກອນ 2024. (Photo by TANG CHHIN SOTHY / AFP)

ເບຍ​ເປັນ​ເຄື່ອງ​ດື່ມ​ມຶນ​ເມົາ​ແຕ່​ມີ​ຜູ້​ບໍ​ລິ​ໂພ​ກ​ຢ່າງຫຼວງຫຼາຍ​ໃນ​ທົ່ວ​ໂລກ. ໃນ ສະ​ຫະ​ລັດ, ການ​ບໍ​ລິ​ໂພກ​ເບຍ​ແມ່ນ​ໄດ້​ເພີ່ມ​ຂຶ້​ນ​ຢ່າງ​ຕໍ່​ເນື່ອງ​ໃນ​ແຕ່​ລະ​ປີ ເຖິງ​ແມ່ນ​ປັດ​ຈຸ​ບັນ​ນີ້ ພາ​ວະ​ເງິນ​ເຟີ້​ຈະ​ເຮັດ​ໃຫ້​ລາ​ຄາ​ສູງ​ຂຶ້ນ​ກໍ​ຕາມ. ແຕ່​ສຳ​ລັບ​ຢູ່​ປະ​ເທດ​ລາວ, ເຊິ່ງ​ແມ່ນ​ປະ​ເທດ​ນຶ່ງ​ທີ່​ຜະ​ລິດ​ເບຍຫຼາຍ​ນັ້ນ, ວິ​ກິດ​ການດ້ານ​ເສດ​ຖະ​ກິດ​ດັ່ງ​ກ່າວ ກໍ​ເບິ່ງ​ຄື​ວ່າ​ ຈະ​ບໍ່​ເປັນ​ອຸ​ປະ​ສັກ​ຕໍ່​ການ​ດື່ມ​ເບຍ​ພໍ​ປານ​ໃດ?

ເບຍ​ທີ່​ມີ​ຊື່​ສຽງ​ທີ່​ສຸດ​ໃນ ສະ​ຫະ​ລັດ ແມ່ນ​ເບຍ ໂຄ​ໂຣ​ນາ ແລະ ບັດ​ ໄລ​ທ໌, ເຊິ່ງ​ມີ​ຜູ້​ບໍ​ລິ​ໂພກ​ສູງ​ທີ່​ສຸດ​ຕໍ່​ຫົວ​ຄົນ​ຢູ່​ໃນ​ປະ​ເທດ, ອີງ​ຕາມ​ການ​ສຳຫຼວດ​ຂອງ​ເວັບ​ໄຊ້ Statistic.com ຈາກ​ການ​ສຳຫຼວດ​ທາງ​ອອນ​ໄລ​ນ໌​ຕໍ່​ຜູ້​ຕອບ​ຄຳ​ຖາມ​ອາ​ຍຸ 21 ປີ​ຫາ 64 ປີ. ກົດ​ໝາຍ​ ສະ​ຫະ​ລັດ ອະ​ນຸ​ຍາດ​ໃຫ້​ປະ​ຊາ​ຊົນ​ ອາ​ເມ​ຣິ​ກັນ ທີ່​ມີ​ອາ​ຍຸ 21 ປີຂຶ້ນໄປ ສາ​ມາດຊື້ແລະ​ດື່ມ​ເບຍ​ ແລະ ຂອງ​ມຶນ​ເມົາ​ອື່ນໆ​ໄດ້​.

ຄົນ​ ອາ​ເມ​ຣິ​ກັນ ມັກ​ດື່ມ​ເບຍ​ເວ​ລາ​ທີ່​ເຂົາ​ເຈົ້າ​ໄປ​ຊົມ​ການ​ແຂ່ງ​ຂັນ​ກິ​ລາ ແລະ ເວ​ລາ​ທີ່​ມີ​ການ​ຊຸມ​ແຊວ​ກັບ​ໝູ່​ເພື່ອນ​ຢູ່​ບ້ານ ພ້ອມທັງຮ້ານກິນດື່ມທັງຫຼາຍ ທີ່ເອີ້ນວ່າ ບາຣນັ້ນ. ແຕ່​ບາງ​ຄົນ​ກໍ​ມັກ​ດື່ມ​ຄົນ​ດຽວ​ເພື່ອ​ເປັນ​ການ​ຜ່ອຍ​ຄາຍ​ຄວາມ​ຄຽດຫຼັງ​ຈາກ​ເລີກວຽກ ຫຼື ວັນ​ທ້າຍ​ອາ​ທິດ.

ລາ​ຄາ​ເບຍ​ໃນ​ເມື່ອ​ກ່ອນ​ແມ່ນ​ສາ​ມາດ​ຊື້​ໄດ້​ຢ່າງ​ສະ​ບາຍ ເຊິ່ງແພັກ​ນຶ່ງ 6 ແກ້ວມີ​ລາ​ຄາ 7 ຫາ 8 ໂດ​ລາ​ ກ່ອນ​ໂຣກ​ລະ​ບາດ​ໂຄວິດ 19. ແຕ່ຫຼັງ​ຈາກ​ໂຣກ​ລະ​ບາດ ແລະ ເກີດ​ພາ​ວະ​ເງິນ​ເຟີ້​ມັນ​ໄດ້​ກາຍ​ເປັນສິ່ງ​ທີ່​ຕ້ອງ​ພິ​ຈາ​ລະ​ນາ​ກ່ອນ​ຊື້​ສຳ​ລັບຫຼາຍ​ຄົນ. ໃນ​ປີ 2024 ລາ​ຄາ​ສິນ​ຄ້າ​ແມ່ນ​ໄດ້​ເພີ່ມ​ຂຶ້ນ​ຢ່າງຫຼວງຫຼາຍ ເຮັດ​ໃຫ້ຫຼາຍ​ຄົວ​ເຮືອນ​ຕ້ອງ​ດີ້ນ​ຮົນ​ເອົາ​ຕົວ​ລອດ, ການ​ຊື້​ເບຍ​ມາ​ດື່ມ​ແມ່ນ​ໄດ້​ເປັນ​ສິ່ງ​ທີ່​ມີ​ລາ​ຄາ​ແພງ. ປັດ​ຈຸ​ບັນ​ນີ້​ເບຍແພັກ​ລະ 6 ແກ້ວ​ແມ່ນ 11 ໂດ​ລາ ຫາ 14 ໂດ​ລາ.

ທ່ານ ວິ​ຣັດ ຄົນ​ລາວ​ທີ່​ອາ​ໄສ​ຢູ່ ລັດ ເວີ​ຈິ​ເນຍ ກ່າວ​ວ່າ “ດຽວນີ້​ຂ້ອຍ​ຊື້​ເບຍ​ໜ້ອຍ​ລົງ​ກວ່າ​ເກົ່າ, ປົກ​ກະ​ຕິ​ແລ້ວ​ຂ້ອຍ​ກໍ​ບໍ່​ໄດ້​ກິນ​ບາຍຫຼາຍ​ຄື​ແຕ່​ກີ້​ແລ້ວ. ຂ້ອຍ​ຫັນ​ມາ​ດື່​ມ​ເຫຼົ້າ​ໄວ​ນ໌ ແລະ ເຫຼົ້າ​ຄັອກ​ເທວ​ທີ່​ເມຍ​ຂອງ​ຂ້ອຍ​ຊື້​ຢູ່​ຮ້ານ​ມາ​ໄວ້. ຂ້ອຍ​ບໍ່​ຮູ້​ວ່າ​ດຽວ​ລາ​ຄາ​ເບຍ​ມັນ​ຂຶ້ນ​ສູງຫຼາຍ​ຊ່ຳ​ໃດ​ແລ້ວ.”

ອາຄານສ່ວນນຶ່ງຂອງໂຮງງານເບຍລາວ ທີ່ເປັນບໍລິສັດລັດວິສາຫະກິດ ແລະເປັນທີ່ນິຍົມຫຼາຍທີ່ສຸດສຳລັບຄົນລາວຢູ່ໃນປະເທດ ແລະຫາຊື້ໄດ້ຍາກຢູ່ຕ່າງປະເທດ.
ອາຄານສ່ວນນຶ່ງຂອງໂຮງງານເບຍລາວ ທີ່ເປັນບໍລິສັດລັດວິສາຫະກິດ ແລະເປັນທີ່ນິຍົມຫຼາຍທີ່ສຸດສຳລັບຄົນລາວຢູ່ໃນປະເທດ ແລະຫາຊື້ໄດ້ຍາກຢູ່ຕ່າງປະເທດ.


ສ່ວນ​ຢູ່​ໃນ​ປະ​ເທດ ລາວ, ການ​ດື່ມ​ເບຍ​ກໍ​ໄດ້​ຮັບ​ຄວາມ​ນິ​ຍົມຫຼາຍ​ທີ່​ສຸດ. ເບຍ​ລາວ ເປັນ​ເບຍ​ອັນ​ດັບ​ນຶ່ງ​ໃນ​ປະ​ເທດ​ ແລະ ຕະຫຼາດ​ເບຍໃນ ລາວ ກໍ​ໄດ້​ເຕີບ​ໂຕ​ຢ່າງຫຼວງຫຼາຍ​ໃນ​ບໍ່​ເທົ່າ​ໃດ​ປີ​ທີ່​ຜ່ານ​ມາ ນອກຈາກເບຍລາວ ແລ້ວ ກໍຍັງມີເບຍຕ່າງປະເທດອື່ນໆ ເຊັ່ງ Heineken ແລະ Carlsberg ເປັນຕົ້ນ.

ເບຍ​ລາວ​ເປັນ​ບໍ​ລິ​ສັດ​ລັດ​ວິ​ສາ​ຫະ​ກິດ​ທີ່​ໃຫຍ່​ທີ່​ສຸດ​ໃນ​ລາວ ແລະ ກໍ​ເປັນ​ບໍ​ລິ​ສັດ​ດຽວ​ທີ່​ຄອບ​ງຳ​ຕະຫຼາດ​ເບຍ​ໃນ​ປະ​ເທດ. ນັບ​ຕັ້ງ​ແຕ່​ການ​ກໍ່​ຕັ້ງ​ ໃນ​ປີ 1973, ເຂົາ​ເຈົ້າ​ໄດ້​ເຕີບ​ໃຫຍ່​ຂະ​ຫຍາຍ​ຄົວ​ຢ່າງ​ຕໍ່​ເນື່ອງ, ຈາກ​ການ​ຜະ​ລິດ​ເບຍ​ພຽງ​ຣົດ​ຊາດ​ດຽວ ​ແຕ່​ຕອນ​ທຳ​ອິດ, ດຽວນີ້​ ບໍ​ລິ​ສັດ​ດັ່ງ​ກ່າວ​ແມ່ນ​ໄດ້​ຜະ​ລິດຫຼາຍ​ຊະ​ນິດ ເຊິ່ງ​ເດັ່ນ​ກວ່າ​ໝູ່​ ກໍ​ແມ່ນ​ເບຍ​ລາວ ລາ​ເກີ, ເຊິ່ງ​ແມ່ນ​ເບຍ​ດັ້ງ​ເດີມ, ແລ້ວ​ກໍ​ມີ​ເບຍ​ດຳ, ເບຍ​ໂກ​ລ​ດ໌, ເບຍ IPA ແລະ ຫຼ້າ​ສຸດ​ແມ່ນ​ເບຍ​ລາວ ກ​ຣີນ ທີ່​ອອກວາງ​ຂາຍ​ໃນ​ຕະຫຼາດ​ເມື່ອ​ປີ 2023.

ລາ​ຄາ​ເບຍ​ລາວ​ເມື່ອ​ກ່ອນ​ແມ່ນ​ມີ​ລາ​ຄາ​ທີ່ບໍ່​ແພງ, ແຕ່ຫຼັງ​ຈາກ​ເກີດ​ໂຣກ​ລະ​ບາດ ແລະ ພາ​ວະ​ເງິນ​ເຟີ້, ລາ​ຄາ​ເບຍ​ລາວ​ແມ່ນ​ໄດ້​ຂຶ້ນ​ລາ​ຄາ​ສູງ​ກວ່າ​ທົບ​ນຶ່ງ.

ທ່ານ ສັນ​ຕິ ຄົນ​ລາວ​ທີ່​ມັກ​ດື່​ມ​ເບຍ​ເປັນ​ປະ​ຈຳ​ໄດ້​ກ່າວ ກ່ຽວ​ກັບ ການ​ບໍ​ລິ​ໂພກ​ເບຍ​ໃນ​ລາວ​ຕໍ່​ພວກ​ເຮົາ ​ວ່າ “ລັງ​ນຶ່ງ​ມັນ​ມີ 12 ແກ້ວ​ເນາະ. ລັງ​ນຶ່ງ​ປະ​ມານ 220,000 ກີບ. ສ່ວນຫຼາຍ​ຊື້​ເປັນ​ລັງ, ຊື້​ກິນ​ນະ. ຖ້າ​ເຮົາ​ຊື້​ເປັນ​ແກ້ວ​ນິ, ແກ້ວ​ນຶ່ງ​ຢູ່​ຮ້ານ​ກະ​ປະ​ມານ 25,000 ກີບ. ຖ້າ​ວ່າ ​ເຮົາ​ທຽບ​ໃສ່​ຕອນ​ທີ່​ວ່າ ບໍ່​ທັນ​ມີ​ເງິນ​ເຟີ້​ເນາະ ກະ​ຊິ​ຖືກ​ຢູ່​ລັງ​ນຶ່ງ 95,000 ຫຼື​ວ່າ 96,000 ນີ້​ແຫຼະ​ເນາະ. ແຕ່ຫຼັງ​ຈາກ​ທີ່​ວ່າ​ ເງິນ​ເຟີ້​ຂຶ້ນ​ມານີ້ ​ຂຶ້ນ​ມາຫຼາຍກວ່າ​ທົບ​ແລ້ວ ​ປະ​ມານ​ສອງ​ແສນ​ປາຍ. ແລະ​ກະ​ຫວັງ​ວ່າ​ ຊິ​ເພີ່ມ​ຂຶ້ນ​ອີກ​ເນາະ ຍ້ອນ​ວ່າ​ມີ​ອາ​ກອນ​ມູນ​ຄ່າ​ເພີ່ມ​ມາ​ເດະ, 10 ເປີ​ເຊັນ​ຫັ້ນ. ເບຍ​ລາວ​ກະ​ຊິ​ເພີ່ມ​ຂຶ້ນ​ອີກ​ 10 ເປີ​ເຊັນຕາມ​ລາ​ຄາ.”

ເຖິງ​ແມ່ນຈະ​ມີ​ການ​ຕຳ​ໜິ ກ່ຽວ​ກັບລາ​ຄາ​ເບຍ​ທີ່​ເພີ່ມ​ຂຶ້ນ​ສູງ​ນັ້ນ, ບໍ​ລິ​ສັດ​ເບຍ​ລາວ​ ກໍ​ບໍ່​ມີ​ທ່າ​ທີ​ວ່າ​ ຈະຫຼຸດ​ລາ​ຄາ​ລົງ​ໃນ​ອະ​ນາ​ຄົດ, ເຊິ່ງບໍ​ລິ​ສັດ​ເບຍ​ລາວ​ເປັນ​ຜູ້​ຄອງ​ຕະຫຼາດ ແລະ ເບຍ​ຕ່າງ​ປະ​ເທດ​ກໍ​ບໍ່​ສາ​ມາດ​ເຂົ້າ​ມາ​ແຂ່ງ​ຂັນ​ກັບ​ເບຍ​ລາວ​ໄດ້.

ຂໍ້​ມູນ​ທີ່​ຖືກ​ບັນ​ທຶກ​ໃນ​ປີ 2018 ໂດຍ​ເວັບ​ໄຊ້ Statista ລະ​ບຸ​ວ່າ ​ການ​ບໍ​ລິ​ໂພກ​ເຫຼົ້າ ຫຼື ຂອງ​ມຶນ​ເມົາ​ໃນ​ປະ​ເທດ ລາວ ແມ່ນ​ປະ​ມານ 10.7 ລິດ​ຕໍ່​ຄົນ​ຕໍ່​ປີ. ເພີ່ມ​ຂຶ້ນ​ຈາກ​ປະ​ມານ 4.4 ລິດ​ໃນ​ປີ 2005. ແນວ​ໃດ​ກໍ​ຕາມ, ທ່າມ​ກາງ​ວິ​ກິດ​ການ​ພາ​ວະ​ເງິນ​ເຟີ້ນີ້, ຄົນ​ລາວ​ກໍ​ໄດ້ຫຼຸດ​ການ​ດື່ມ​ລົງ ຫຼື ຫາ​ເບຍ​ທີ່​ມີ​ລາ​ຄາ​ຖືກກວ່າ.

ທ່ານ ສັນ​ຕິ ກ່າວ​ວ່າ “ສ່ວນ​ໃຫຍ່​ກໍ​ຍັງ​ສືບ​ຕໍ່​ກິນ​ເບຍ​ປົກ​ກະ​ຕິ. ຄື​ພາກ​ໃຕ້​ເຮົາ​ນີ້​ມັນ​ຈະ​ມີ​ເບຍ​ ຫວຽດ​ນາມ ນຳ​ເຂົ້າ​ມາ​ຫັ້ນ​ນະ ເປັນ​ກະ​ປ໋ອງ​ ເປັນ​ຫຍັງ​ມີ​ລາ​ຄາ​ທີ່​ຍ່ອມ​ເຍົາ ຫຼືວ່າ​ເບຍ​ຊະ​ນິດ​ອື່ນ​ ທີ່​ວ່າ​ເປັນ​ຄູ່​ແຂ່ງ​ເນາະ. ເບຍ​ນ້ຳ​ຂອງບໍ່ ເບຍ​ແມ່ນ​ຫຍັງ​ຕ່າງໆ​ນີ້ ​ມັນ​ກະ​ລາ​ຄາບໍ່​ແພງ​ຫັ້ນ​ນະ. ເຂົາ​ກະ​ຊິ​ສືບ​ຕໍ່​ກິນ​ຄື​ເກົ່າ​ຫັ້ນ​ແຫຼະ ແຕ່​ວ່າ​ອາດ​ຈະ​ປ່ຽນ​ຊະ​ນິດ​ເບຍ​ກິນ​ຫັ້ນ​ນະ. ແຕ່​ວ່າ​ກະ​ຊິ​ໄດ້ຫຼຸດ​ປະ​ລິ​ມານ​ລົງ​ເນາະ ແຕ່​ວ່າ​ ເຮົາ​ກະ​ຊິ​ເລືອກ​ກິນ​ສະ​ເພາະແຕ່​ວ່າ ​ມັນ​ຈຳ​ເປັນຈຳ​ເປັນ​ບໍ່​ ຊີ້​ນະ. ອາດ​ຊິບໍ່​ຕໍ່​ເນື່ອງ ອາດ​ຊິ​ດົນໆ​ເທື່ອ​ນຶ່ງ. ເດືອນ​ນຶ່ງ​ເທື່ອ​ນຶ່ງ, ສອງ​ເທື່ອ​ຈັ່ງ​ຊີ້​ເນາະ​ຕາມ​ກຳ​ລັງ​ຊັບ​ເຮົາ​ມີ​ຫັ້​ນ​ແຫຼະ.”

ການ​ບໍ​ລິ​ໂພກ​ເບຍ​ຢ່າງຫຼວງຫຼາຍ​ຂອງ​ຄົນ​ລາວ​ໄດ້​ເຮັດ​ໃຫ້​ປະ​ເທດ​ເພື່ອນ​ບ້ານ​ພາ​ກັນ​ຕົກ​ໃຈ, ເຊິ່ງ​ເມື່ອ​ວັນ​ທີ 7 ​ພຶດ​ສະ​ພາ​ທີ່​ຜ່ານ​ມານັກຂ່າວໄທສອງທ່ານ ໃນລາຍການບອກຂ່າວເລົ່າສິບ ໄດ້ເວົ້າເຖິງການດື່ມເບຍຂອງຄົນລາວ ວ່າ “ເວລາເຂົາກິນເບຍກັນນີ້ ເຂົາບໍ່ໄດ້ກິດເປັນແກ້ວ ເຂົາກິນເປັນລັງ ຜູ້ຍິງເຕັມ ໂຕະເລີຍ ຢູ່ດ້ານຂ້າງຫັ້ນແມ່ນລັງເບຍກອງກັນເປັນລັງໆຂຶ້ນເລີຍ ເອື້ອຍເຫັນ ກັບຕາເລີຍ ແລ້ວກະຕົກໃຈ.”

ແຕ່​ເນື່ອງ​ຈາກວ່າ​ຄົນ​ລາວ​ເປັນ​ຄົນ​ມັກ​ມ່ວນ, ການ​ຊຸມ​ແຊວ​ກັນ​ແມ່ນຫຼີກ​ລ່ຽງ​ໄດ້​ຍາກ ໂດຍ​ສະ​ເພາະ​ແມ່ນ​ຜູ້​ທີ່​ມີ​ໝູ່ຫຼາຍ. ແມ່​ຄ້າ​ຄົນ​ນຶ່ງ​ໃນ​ນະ​ຄອນຫຼວງວຽງ​ຈັນ​ໄດ້​ໃຫ້​ຄຳ​ເຫັນ​ຕໍ່​ພວກ​ເຮົາ​ທາງ​ຂໍ້​ຄວາມ ກ່ຽວ​ກັບ ການ​ຂາຍ​ເບ​ຍ​ຢູ່​ຮ້ານ​ຂອງ​ລາວ​ວ່າ ຍັງ​ຢູ່​ໃນ​ລະ​ດັບ​ເກົ່າ​ຖ້າບໍ່ຫຼາຍ​ຂຶ້ນ. ແຕ່​ແນ່ນອນ​ແມ່ນບໍ່​ໄດ້ຫຼຸດ​ລົງ, ໂດຍ​ສະ​ເພາະ​ໃນ​ໄລ​ຍະ​ບຸນ​ປີ​ໃໝ່​ລາວ​ທີ່​ຜ່ານ​ມາ ເບຍ​ລາວ​ແມ່ນ​ໄດ້​ຂາຍ​ດີ​ເປັນ​ພິ​ເສດ, ມື້​ນຶ່ງ​ໄດ້​ຂາຍ 20 ລັງ​ຂຶ້ນ​ໄປ. ແຕ່​ລະ​ຄັ້ງ​ຈະ​ມີ​ຄົນ​ມາ​ຊື້ 2 ຫາ 5 ລັງ​, ໃນ​ຂະ​ນະ​ທີ່​ຮ້ານ​ຂອງ​ລາວ​ຕັ້ງ​ຢູ່​ໃນ​ບໍ​ລິ​ເວນ​ທີ່ບໍ່​ເປັນ​ຈຸດ​ທີ່​ມີ​ຄົນຫຼາຍ​ປານ​ໃດ. ຖ້າ​ເປັນ​ຈຸດ​ທີ່​ຢູ່​ໃນ​ເມືອງ ບ່ອນ​ທີ່ມີ​ການ​ຊຸມ​ແຊວ​ກັນຫຼາຍ​ກຸ່ມ​ຢູ່​ນຳ​ກັນຄືຢູ່​ຕາມ​ແຄມ​ທາງ​ນັ້ນ ການ​ຂາຍ​ແມ່ນ​ຄົງ​ຈະ​ບໍ່ຫຼຸດ 50 ລັງ​ຕໍ່​ມື້.

ແມ່​ຄ້າ​ຄົນ​ດັ່ງ​ກ່າວ​ເວົ້າ​ວ່າ​ເບຍ​ຢູ່​ຮ້ານ​ຂອງ​ລາວ​ແມ່ນ​ຂາຍ​ດີ ຕາມຫຼັງ​ນ້ຳ​ດື່ມ​ບໍ​ລິ​ສຸດ​ພຽງ​ເທົ່າ​ນັ້ນ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG