ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໙ ມີນາ ໒໐໒໕

ຕະຫຼາດ​ຄວາມ​ງາມ ຍີ່​ປຸ່ນ ປ່ຽນ​ເປົ້າ​ໝາຍ​ໄປ​ໃສ່​ຄົນ​ຜູ້​ສູງ​ອາ​ຍຸ


​ຍາ​ນາງ ໂຢ​ຊິ​ໂກະ ອາ​ເບະ ລອງ​ໃຊ້​ຄ​ຣີມ​ຢູ່​ຫ້ອງ​ຮຽນ​ແຕ່ງ​ໜ້າ​ສຳ​ລັບ​ຜູ້​ສູງ​ອາ​ຍຸ​ໃນ​ນະ​ຄອນຫຼວງ ໂຕ​ກຽວ, 14 ກຸມ​ພາ 2025. (AP Photo/Yuri Kageyama)
​ຍາ​ນາງ ໂຢ​ຊິ​ໂກະ ອາ​ເບະ ລອງ​ໃຊ້​ຄ​ຣີມ​ຢູ່​ຫ້ອງ​ຮຽນ​ແຕ່ງ​ໜ້າ​ສຳ​ລັບ​ຜູ້​ສູງ​ອາ​ຍຸ​ໃນ​ນະ​ຄອນຫຼວງ ໂຕ​ກຽວ, 14 ກຸມ​ພາ 2025. (AP Photo/Yuri Kageyama)

ຍານາງ ໂຢຊິໂກະ ອາເບະ ແມ່ນໃກ້ຈະມີອາຍຸ 89 ປີແລ້ວ, ແຕ່ນັ້ນບໍ່ໄດ້ຢຸດລາວ ຈາກການໄປອອກກຳລັງກາຍຢູ່ຈິມທຸກວັນ ແລະ ລອງໃຊ້ຄອສແຕ່ງໜ້າໂດຍ ບໍ່ເສຍຄ່າໃຊ້ຈ່າຍ ຢູ່ບ້ານຂອງລາວ ອີງຕາມລາຍງານຂອງອົງການຂ່າວເອພີ.

ຍານາງໄດ້ກ່າວດ້ວຍຮອຍຍິມ ແລະ ໃບໜ້າທີ່ເປັ່ງປະກາຍຫຼັງຈາກໄດ້ທາແປ້ງ ຮອງພື້ນ ແລະ ລິບສຕິກສີບົວວ່າ “ມັນມີປະໂຫຍດຫຼາຍ,” ເຊິ່ງແມ່ນບາງສິ່ງທີ່ ຍານາງບໍ່ໄດ້ເຮັດມາຫຼາຍປີແລ້ວ.

ຍີ່ປຸ່ນ ແມ່ນປະເທດທີ່ສັງຄົມກຳລັງມີອາຍຸເຖົ້າແກ່ໄວທີ່ສຸດໃນໂລກ, ບ່ອນທີ່ຫຼາຍ ກວ່ານຶ່ງສ່ວນສີ່ຂອງປະຊາກອນແມ່ນ 65 ປີຫຼືສູງກວ່າ, ໂດຍມີຢູ່ຈຳນວນ 36 ລ້ານຄົນ. ໃນປະມານນຶ່ງທົດສະວັດ, ອັດຕາເຫຼົ່ານັ້ນຈະເປັນນຶ່ງສ່ວນສາມ.

ບໍ່ແປກໃຈເລີຍທີ່ຄົນມີຈິດໃຈຍັງໜຸ່ມຄືຍານາງ ອາເບະ ໄດ້ເປັນເປົ້າໝາຍທີ່ກຳລັງເຕີບໃຫຍ່ຂອງບໍລິສັດໃນ ຍີ່ປຸ່ນ.

ຕະຫຼາດສຳລັບຄົນເຖົ້າແກ່ ແມ່ນຄາດວ່າ ຈະເຕີບໂຕເຖິງຫຼາຍກວ່າ 650 ຕື້ ໂດລາໃນປີິນີ້, ອີງຕາມການສຶກສາໂດຍທະນາຄານ ມິຊູໂຮະ. ແລະວ່າທຸລະກິດ ດັ່ງກ່າວບໍ່ພຽງແຕ່ແມ່ນການຮັກສາສຳລັບຄົນເຈັບປ່ວຍ ແລະ ຜູ້ອາຍຸສູງຢູ່ບ້ານ ເທົ່ານັ້ນ ແຕ່ຍັງມຸ່ງຫວັງທີ່ຈະໃຊ້ປະໂຫຍດຈາກການບໍລິການຢ່າງເປັນຮູບປະທຳ ອີກດ້ວຍ.

ການເຕີບໂຕຂອງປັນຍາປະດິດ ແລະ ຫຸ່ນຍົນຍັງໄດ້ສະໜອງຄຳໝັ້ນສັນຍາ ສຳລັບການບໍລິການ ແລະ ເຄື່ອງປະດິດທັງຫຼາຍເຫຼົ່ານັ້ນ. ທ່ານ ອາກິຣະ ຊິມິຊຸ, ອາຈານສອນວິຊາທຸລະກິດຢູ່ມະຫາວິທະຍາໄລ ເຄໂອ ເອີ້ນມັນວ່າ “ພໍ່ຕູ້ທີ່ເທ້ ແລະ ແມ່ຕູ້ທີ່ໜ້າຮັກ” ຜູ້ທີ່ຍັງຄົງເອົາໃຈໃສ່ໃນກະແສນິຍົມຕ່າງໆ, ລວມທັງຜະລິດຕະພັນຫຼູ ແລະ ສຸຂະພາບທີ່ມີອອກມາຫຼ້າສຸດນີ້.

ທ່ານກ່າວວ່າ “ເຂົາເຈົ້າຄິດ ກ່ຽວກັບ ເຄື່ອງນຸ່ງ ແລະ ເຄື່ອງສຳອາງທີ່ສະແດງ ໃຫ້ເຫັນສະໄຕລ໌ຂອງເຂົາເຈົ້າ.”

ຈາກເຮືອສຳລານຫຼູ ແລະ ຄອນເສີດເພງຣັອກ “ສະໄໝເກົ່າ,” ບັນດາບໍລິສັດ ຕ່າງໆແມ່ນກໍາລັງຫາປະໂຫຍດຈາກຂໍ້ເທັດຈິງທີ່ວ່າ ປະຊາຊົນທີ່ມີອາຍຸສູງໃນ ທຸກມື້ນີ້ແມ່ນຍັງຄົງມີຄວາມຫ້າວຫັນຢູ່, ອອກໄປທ່ຽວຂ້າງນອກກັບໝູ່ ແລະ ອອກນັດພົບກັນ, ສະນັ້ນເຂົາເຈົ້າຈຶ່ງຢາກຈະນຸ່ງເຄື່ອງງາມໆ ແລະ ເບິ່ງງາມ, ອີງຕາມທ່ານ ຊິມິຊຸ.

ການຮັກສາຫຸ່ນຂອງຄົນຜູ້ນຶ່ງແມ່ນການອອກກຳລັງກາຍທີ່ດີ ເພາະວ່າມັນ ໃຊ້ຄວາມວ່ອງໄວຂອງມີເພື່ອເປີດຫຼອດເຄື່ອງສຳອາງ ແລະ ແຕ້ມຄິ້ວຢ່າງສວຍ ງາມ, ແລະ ການນວດໜ້າເພື່ອໃຫ້ຕ່ອມນໍ້າລາຍເຮັດວຽກ, ອີງຕາມທ່ານນາງ ມີວະ ຣິຣາກຸ, ຜູ້ຊິີ້ນຳຫ້ອງຮຽນສອນແຕ່ງໜ້າຈາກບໍລິສັດເຄື່ອງສຳອາງ Shiseido ຂອງ ຍີ່ປຸ່ນ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

Yoshiko Abe is about to turn 89, but that hasn't stopped her from going to the gym every day and trying the free-of-charge makeup course at her housing complex.

"It was really helpful," she said, all smiles and glowing after putting on foundation and pink lipstick, something she hadn't done in years.

Japan is the fastest-aging society in the world, where more than a quarter of its population is 65 and older, at 36 million people. In about a decade, the ratio will be one in three.

No wonder the young-at-heart, like Abe, is a growing target for Japan Inc.

The market for older people is estimated to grow to more than 100 trillion yen ($650 billion) in size this year, according to a study by Mizuho Bank. And that business isn't just about remedies for sicknesses and old folks' homes but taps into solid consumerism.

The growth of artificial intelligence and robotics also offers promise for such services and gadgetry. Akira Shimizu, professor of business at Keio University, calls them "cool grandpas and cute grannies" who remain sensitive to trends, including the latest luxury and health products.

"They think about the clothing and makeup that express their style," he said.

From luxury cruises and "oldies" rock concerts, companies are leveraging the fact that older people these days remain active, go out with friends and on dates, so they want to dress up and look good, said Shimizu.

Maintaining one's looks is good physical exercise because it takes hand agility to open cosmetics tubes and draw eyebrows nicely, and massaging the face gets one's saliva glands going, according to Miwa Hiraku, the makeover class instructor from the Japanese cosmetics company Shiseido.

Shiseido Co., which started out as a pharmacy in 1872, said that makeup is not just good for your physical well-being but also your soul.

The company has been holding free makeup courses for older people across the country. "Putting on makeup works as a switch to turn on your energy at the start of your day," said Hiraku, who vows to wear makeup even at 100. "It's not just about looking beautiful. It's about living a long healthy life," she said.

Yoshihiko Hotta, 85, the only man in the class of about 30 people, didn't try the rouge but happily put on the hand cream and went along with all the exercise routines. While acknowledging he felt some effects of aging like sore legs, he declared with conviction: "I don't think age is relevant."

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG