ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

HRW ວ່າ ບັງກລາແດັສ ສັງຫານ ພວກປະທ້ວງ ຢ່າງໜ້ອຍ 150 ຄົນ


ປະຊາຊົນໃນທ້ອງຖິ່ນ ພາກັນດັບໄຟ ໃນຂະນະທີ່ ພວກຕໍາຫລວດກໍາລັງທຳການລາດຕະເວນ ລຸນຫລັງທີ່ພວກນັກເຄື່ອນໄຫວ Jamaat-e-Islami ຈູດໄຟໃສ່ຮ້ານຂາຍຝ້າຍ ຢູ່ໃກ້ ສະຖານີລົດໄຟ Kamalapur ຢູ່ນະຄອນ Dhaka ໃນວັນທີ 1 ສິງຫາ 2013.
ປະຊາຊົນໃນທ້ອງຖິ່ນ ພາກັນດັບໄຟ ໃນຂະນະທີ່ ພວກຕໍາຫລວດກໍາລັງທຳການລາດຕະເວນ ລຸນຫລັງທີ່ພວກນັກເຄື່ອນໄຫວ Jamaat-e-Islami ຈູດໄຟໃສ່ຮ້ານຂາຍຝ້າຍ ຢູ່ໃກ້ ສະຖານີລົດໄຟ Kamalapur ຢູ່ນະຄອນ Dhaka ໃນວັນທີ 1 ສິງຫາ 2013.
ກຸ່ມປົກປ້ອງສິດທິມະນຸດເວົ້າວ່າ ກໍາລັງຮັກສາຄວາມສະຫງົບ
ບັງກລາແດັສ ໄດ້ສັງຫານ ພວກປະທ້ວງຢ່າງໜ້ອຍ 150 ຄົນ
ແລະເຮັດໃຫ້ອີກຢ່າງໜ້ອຍ 2 ພັນຄົນ ໄດ້ຮັບບາດເຈັບ ນັບ
ແຕ່ເດືອນກຸມພາເປັນຕົ້ນມາ ທີ່ພວກເດີນຂະບວນລົງສູ່ຖະ
ໜົນຫົນທາງເພື່ອປະ​ທ້ວງການດໍາເນີນຄະດີ ການ​ກໍ່ອາດຊະ
ຍາກໍາສົງຄາມ ທີ່ກ່ຽວຂ້ອງກັບຫົວໜ້າພັກສາ​ສະໜາອິສລາມ
ຫົວຮຸນແຮງ.

ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ Human Rights Watch ເວົ້າຢູ່
ໃນລາຍງານ ທີ່ນຳ​ອອກເຜີຍ ແຜ່ໃນວັນພະຫັດມື້ນີ້ວ່າ ເຈົ້າ
ໜ້າທີ່ບໍ່ໄດ້ດໍາເນີນຄວາມພະຍາຍາມທີ່ໜ້າເຊື່ອຖືພຽງພໍ
ເພື່ອ ເຮັດໃຫ້ສະມາຊິກຂອງກໍາລັງຮັກສາຄວາມປອດໄພຮັບເອົາຄວາມຮັບຜິດຊອບຕໍ່
ເຫດການດັ່ງກ່າວ.

ກຸ່ມ Human Rights Watch ຍັງເວົ້າອີກວ່າ ບັງກລາແດັສຄວນແຕ່ງຕັ້ງຄະນະກໍາມະ ການທີ່ເປັນອິດສະລະ​ເພື່ອກວດສອບເບິ່ງການເສຍຊີວິດຂອງພວກປະທ້ວງຫລາຍສິບຄົນ ລວມທັງເດັກນ້ອຍ
ນັ້ນ ແລະດໍາເນີນຄະດີຕໍ່ຜູ້ໃດກໍຕາມ ທີ່ມີຄວາມຮັບຜິດຊອບຕໍ່ການສັງຫານຢ່າງຜິດກົດ
ໝາຍ. ກຸ່ມດັ່ງກ່າວເວົ້າວ່າ ບັງກລາແດັສ ຄວນຈະອະນຸຍາດໃຫ້ຜູ້ຂຽນລາຍ​ງານ​ພິ​ເສດ​
ຂອງອົງການສະຫະປະຊາຊາດ ເຂົ້າໄປໃນປະເທດເພື່ອທໍາການປະເມີນເຫດການຢ່າງ
ເປັນອິດສະລະອີກດ້ວຍ.

ລັດຖະບານຢູ່ນະຄອນ Dhaka ຍັງບໍ່ທັນ​ໃຫ້​ຄວາມ​ເຫັນ​ໃດໆ ຕໍ່ບົດລາຍງານນີ້ເທື່ອ.

ໃນປີນີ້ ສານອາດຊະຍາກໍາຂອງບັງກລາແດັສ ໄດ້ຕັດສິນວ່າ ສະມາຊິກ​ຂອງ​ພັກສາສະ ໜາ
ອິສລາມຫົວຮຸນແຮງຫລາຍຄົນ ມີການກ່ຽວພັນກັບການກໍ່​ໂທດ​ກຳ​ຕ່າງໆໃນລະຫວ່າງ ສົງຄາມຕໍ່ສູ້ເອົາເອກະລາດຂອງປະເທດນັ້ນ.

ທ່ານ Brad Adams ຜູ້ອໍານວຍການຝ່າຍ​ເອ​ເຊຍ ຂອງກຸ່ມ Human Rights Watch ເວົ້າວ່າ ຍິ່ງຈະມີການຕັດສິນກ່ຽວກັບການກໍ່ອາດຊະຍາກໍາສົງຄາມຫລາຍຂຶ້ນ ກໍຍິ່ງຈະມີ
ການປະທ້ວງເພີ້ມຂຶ້ນ. ທ່ານ Adams ກ່າວອີກວ່າ:

“ເຫດການເຊັ່ນນັ້ນ ເຮັດໃຫ້ມີ​ຄວາມ ສຳຄັນຫລາຍຂຶ້ນສຳລັບລັດຖະບານ ທີ່
ຈະເອົາບາດກ້າວໃນທັນທີທັນໃດ ເພື່ອຝຶກອົບຮົມກໍາລັງຮັກສາຄວາມ ສະຫງົບຂອງຕົນ ໃນການຄວບຄຸມຝູງຊົນ ແລະເຮັດໃຫ້ພວກເຈົ້າໜ້າທີ່ດັ່ງ
ກ່າວ ມີຄວາມຮັບຜິດຊອບຕໍ່ການກະທໍາຂອງພວກເຂົາເຈົ້າ.”

XS
SM
MD
LG