ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັງກລາແດັສ ໄດ້ຮັບທາດຢູເຣນຽມຈາກຣັດເຊຍ ຊຸດທຳອິດ ທີ່ໄດ້ຖືກນຳສົ່ງ ເປັນທີ່ຮຽບຮ້ອຍ


ຊາຍຄົນນຶ່ງກຳລັງແປງຮົ້ວໜາມຄົມ ຂອງໂຮງໄຟຟ້າ ພະລັງນິວເຄລຍ ຣູປປູຣ (Rooppur Nuclear Power Plant) ຢູ່ທີ່ເຂດ ອິສວອຣດີ (Ishwardi) ໃນເມືອງປາບນາ ຂອງບັງກລາແດັສ, ວັນທີ 4 ຕຸລາ 2023.
ຊາຍຄົນນຶ່ງກຳລັງແປງຮົ້ວໜາມຄົມ ຂອງໂຮງໄຟຟ້າ ພະລັງນິວເຄລຍ ຣູປປູຣ (Rooppur Nuclear Power Plant) ຢູ່ທີ່ເຂດ ອິສວອຣດີ (Ishwardi) ໃນເມືອງປາບນາ ຂອງບັງກລາແດັສ, ວັນທີ 4 ຕຸລາ 2023.

ການ​ຈັດ​ສົ່ງທາດຢູເຣນຽມຂອງຣັດເຊຍຊຸດທຳອິດ ໄປໃຫ້ບັງກລາແດັສ ໄດ້​ໄປ​ຮອດ​ແລ້ວ ໃນວັນພະຫັດວານນີ້ ເພື່ອເປັນພະລັງງານຂອງໂຮງໄຟຟ້າພະລັງນິວເຄລຍ ພຽງແຫ່ງດຽວຂອງປະເທດ ຊຶ່ງຢູ່ພາຍໃຕ້ການກໍ່ສ້າງ ໃນປັດຈຸບັນນີ້.

ທາດຢູເຣນຽມ ໄດ້ຢູ່ໃນປະເທດບັງກລາແດັສ ນັບຕັ້ງແຕ່ທ້າຍເດືອນແລ້ວນີ້ ແລະມັນໄດ້ຖືກສົ່ງມອບໃຫ້ທາງການຂອງບັງກລາແດັສ ຢ່າງເປັນທາງການໃນພິທີທີ່ໄດ້ເຂົ້າຮ່ວມໂດຍ ນາຍົກລັດຖະມົນຕີຂອງບັງກລາແດັສ ທ່ານເຊກ ຮາຊີນາ ແລະປະທານາທິບໍດີຂອງຣັດເຊຍ ທ່ານ ວລາດີເມຍ ປູຕິນ ຜ່ານການເຊື່ອມຕໍ່ທາງວີດີໂອ.

ການກໍ່ສ້າງໂຮງໄຟຟ້າດັ່ງກ່າວ ທີ່ເອີ້ນວ່າ ຣູປປູຣ (Rooppur) ໄດ້ດຳເນີນງານໂດຍບໍລິສັດພະລັງງານນິວເຄລຍ ລັດວິສາຫະ​ກິດຂອງຣັດເຊຍ ແລະໃຫ້ທຶນໂດຍມົສກູ. ບັງກລາແດັສ ໄດ້ຮັບທຶນກູ້ຢືມ 11 ພັນ 33 ຮ້ອຍລ້ານໂດລາ ຈາກຣັດເຊຍ ສຳລັບໂຄງການກໍ່ສ້າງ ຊຶ່ງຈະຈ່າຍຄືນໃຫ້ຕະຫຼອດໄລຍະເວລາ 2 ທົດສະວັດ ທີ່ເລີ້ມຕົ້ນຂຶ້ນ ໃນປີ 2027. 90 ເປີເຊັນຂອງທຶນກູ້ຢືມນີ້ ແມ່ນນຳໃຊ້ສຳລັບການກໍ່ສ້າງ.

ໂຄງການ ຣູປປູຣ ເປັນໂຮງໄຟຟ້າແຫ່ງທຳອິດໃນສອງແຫ່ງ ທີ່ມີກຳນົດຈະຖືກກໍ່ສ້າງຂຶ້ນ ຢູ່ໃນບັງກລາແດັສ ດ້ວຍການຊ່ອຍເຫຼືອຂອງບໍລິສັດ ໂຣສອາຕອມ Rosatom.

ເມື່ອກໍ່ສ້າງສຳເລັດແລ້ວ ບັງກລາແດັສ ຈະກາຍເປັນປະເທດທີ 33 ໃນໂລກທີ່ຜະລິດໄຟຟ້າດ້ວຍພະລັງນິວເຄລຍ.

The first shipment of Russian uranium was officially delivered Thursday to Bangladesh to fuel the nation's only nuclear power plant, currently under construction.

The uranium has been in Bangladesh since late last month but was officially handed over to Bangladesh authorities in a ceremony attended via video link by Bangladesh's Prime Minister Sheikh Hasina and Russia's President Vladimir Putin.

Construction of the plant, called Rooppur, has been carried out by Rosatom, Russia's state nuclear energy corporation, and funded by Moscow. Bangladesh received an $11.38 billion loan from Russia for the project, to be paid back over two decades beginning in 2027. The loan financed 90% of the construction.

Rooppur is the first of two plants set to be constructed in Bangladesh with the help of Rosatom.

Once completed, Bangladesh will become the 33rd country in the world to produce nuclear power.

ພາບມຸມນຶ່ງຂອງໂຮງໄຟຟ້າພະລັງນິວເຄລຍ ຣູປປູຣ (Rooppur Nuclear Power Plant) ຢູ່ທີ່ເຂດ ອິສວອຣດີ (Ishwardi) ໃນເມືອງ ປາບນາ ຂອງບັງກລາແດັສ, ວັນທີ 4 ຕຸລາ 2023.
ພາບມຸມນຶ່ງຂອງໂຮງໄຟຟ້າພະລັງນິວເຄລຍ ຣູປປູຣ (Rooppur Nuclear Power Plant) ຢູ່ທີ່ເຂດ ອິສວອຣດີ (Ishwardi) ໃນເມືອງ ປາບນາ ຂອງບັງກລາແດັສ, ວັນທີ 4 ຕຸລາ 2023.
XS
SM
MD
LG