ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ບາງກອກ ສູນກາງທາງລົດໄຟ ຂະໜາດໃຫຍ່ຂອງ ຈີນ ຢູ່ໃນຂົງເຂດ ASEAN


Bangkok the Center of China’s Big Train Ambition for ASEAN
please wait

No media source currently available

0:00 0:03:59 0:00

ລາຍງານກ່ຽວກັບ ເປົ້າໝາຍສູນກາງລົດໄຟຂະໜາດໃຫຍ່ຂອງ ຈີນ ຢູ່ໃນອາຊຽນ.

ຈີນ ຕ້ອງການກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງ ຈາກແຂວງຢຸນນານ ທີ່ຕັ້ງຢູ່ທາງພາກໃຕ້ຂອງປະເທດຕົນ ຂ້າມລໍາແມ່ນໍ້າຂອງ ແລະໄປສຸດຢູ່ທີ່ ປະ ເທດສິງກະໂປ ເຊິ່ງເປັນສ່ວນນຶ່ງ ຂອງ​ຂໍ້​ລິ​ເລີ້ມນຶ່ງແລວທາງນຶ່ງເສັ້ນທາງ ຂອງພວກເຂົາໂດຍມີເປົ້າໝາຍເພື່ອເພີ້ມການເຂົ້າເຖິງຂົງເຂດມະຫາສະໝຸດອິນເດຍ. ຖ້າແຜນການດັ່ງກ່າວຫາກປະສົບຜົນສໍາເລັດໃນອີກສິບປີຂ້າງໜ້າ ເຄືອຂ່າຍດັ່ງ ກ່າວມານີ້ຈະດຶງເອົາບັນດາປະເທດເພື່ອນບ້ານຢູ່ໃນຂົງເຂດເອເຊຍຕາເວັນອອກ ສຽງໃຕ້ ເຂົ້າມາໃກ້ຊິດກັບລັດຖະບານປັກກິ່ງຫຼາຍຂຶ້ນ. ປະເທດໄທ ກໍມີສ່ວນສໍາຄັນສໍາລັບແຜນການດັ່ງກ່າວນັ້ນ ແຕ່ກໍຍັງມີບາງຄົນທີ່ຕັ້ງຄໍາຖາມກ່ຽວກັບຄວາມຮູ້ໂດຍລວມສໍາລັບໂຄງການນີ້. ວິຈິດຕຣາ ດວງດີ ມີລາຍງານກ່ຽວກັບເລື້ອງນີ້, ເຊິ່ງ ທິບສຸດາ ຈະ​ນຳ​ເອົາລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ລຸນຫຼັງທີ່ຕ້ອງເດີນທາງໂດຍ​ໃຊ້ເວລາ 17 ຊົ່ວໂມງ ​ດ້ວຍການນັ່ງລົດໄຟຈາກພາກໃຕ້ຂອງປະເທດ​ໄປເຖິງບາງກອກ ເປັນເວລາເກືອບ 40 ປີ, ລຸງບັງ ຟະ ກ່າວວ່າ ລົດໄຟຄວາມໄວສູງ ອາດຈະເປັນທາງເລືອກອັນໃໝ່, ເຊິ່ງ ລຸງບັງ ຟະ ກ່າວວ່າ:

“ຖ້າມີການສ້າງລົດໄຟຄວາມໄວສູງຂຶ້ນມາ, ຂ້ອຍກໍສາມາດເດີນທາງຈາກບາງ ກອກ ເພື່ອມາເຮືອນຂອງຂ້ອຍທີ່ຢູ່ພາກໃຕ້ ແລະກັບຄືນໄປບາງກອກໃນເວລານຶ່ງມື້ເທົ່ານັ້ນ.”

ປະເທດໄທ ກໍາລັງດຳ​ເນີນ​ການ ສໍາລັບສ້າງເສັ້ນທາງລົດໄຟຄວາມໄວສູງທີ່ເໜັ່ງຈາກທາງທິດຕາເວັນອອກສຽງເໜືອ ທີ່ມີຊາຍແດນຕິດກັບປະເທດລາວ ໄປຈົນຮອດທິດໃຕ້ ທີ່ມີຊາຍແດນຕິດກັບພາກເໜືອຂອງປະເທດມາເລເຊຍ.

ປະເທດໄທເປັນສ່ວນສໍາຄັນອັນນຶ່ງສໍາລັບຂໍ້​ລິ​ເລີ້ມ​ນຶ່ງແລວທາງນຶ່ງເສັ້ນທາງການຄ້າຂອງຈີນ ເຊິ່ງລວມມີເສັ້ນທາງລົດໄຟຄວາມໄວສູງທີ່ແລ່ນຈາກຄຸນໝິງໄປຈົນ ຮອດເມືອງທ່າກໍາປັ່ນ ຂອງປະເທດສິງກະໂປ. ຫຼັງຈາກການໂຕ້ຖຽງກັນມາເປັນເວລາຫຼາຍປີກ່ຽວກັບລາຄາຂອງການກໍ່ສ້າງວ່າ ໃຜຈະເປັນຜູ້ຮັບຜິດຊອບຄ່າໃຊ້ຈ່າຍ ແລະລັກສະນະຂອງເສັ້ນທາງດັ່ງກ່າວນັ້ນຈະເປັນແບບໃດ, ປະເທດໄທ ກໍເລີ້ມຕົ້ນດໍາເນີນການຂອງພວກເຂົາເຈົ້າ ເປັນສອງຂັ້ນຕອນ.

ດ້ວຍຄ່າໃຊ້ຈ່າຍ 12 ຕື້ໂດລາ ຂອງໂຄງການໂດຍລວມ, ເຊິ່ງຈ່າຍໂດຍພາສີຂອງປະຊາຊົນໄທ ພ້ອມດ້ວຍລະບົບ ແລະເທັກໂນໂລຈີຂອງຈີນ, ເຊິ່ງມີແຜນທີ່ຈະເຊື່ອມຕໍ່ປະເທດໄທ ໄປ​ຫາ​ຈີນ ໂດຍຜ່ານ ສປປ ລາວ ແລະມີເປົ້າໝາຍທີ່ຈະສໍາເລັດສົມບູນໃນປີ 2029. ປະເທດໄທ ເປັນສ່ວນນຶ່ງຂອງວິໄສທັດກ່ຽວກັບ ນຶ່ງແລວທາງນຶ່ງເສັ້ນທາງທີ່ໃຫຍ່ຂຶ້ນກວ່າເກົ່າຂອງຈີນ ສໍາລັບເຊື່ອມຕໍ່ເສັ້ນທາງລົດໄຟຢູ່ໃນຂົງເຂດເອເຊຍ ທີ່ອາດຈະລວມມີມຽນມາ, ຫວຽດນາມ ແລະກໍາປູເຈຍ. ທໍາອິດ ເຄືອຂ່າຍຂອງເສັ້ນທາງດັ່ງກ່າວມານັ້ນ ຈະຂົນສົ່ງຜູ້ໂດຍສານ, ຈາກນັ້ນ ຈະເປັນການຂົນສົ່ງສິນຄ້າທົ່ວໄປ.

ຢ່າງໃດກໍຕາມ, ສະມາຊິກສະພາຂອງໄທບາງຄົນມີຄວາມກັງວົນກ່ຽວກັບ ການສໍ້ລາດບັງຫຼວງ ແລະກ່າວວ່າ ເປັນການໃຊ້ຈ່າຍເງິນແບບບໍ່ມີປະໂຫຍດ ເຂົ້າໃນການສ້າງເຄືອຂ່າຍເສັ້ນທາງລົດໄຟຄວາມໄວສູງ, ເຊິ່ງນັບຕັ້ງແຕ່ລັດຖະບານໄທມີການສ້າງພື້ນຖານໂຄງລ່າງກ່ຽວກັບເສັ້ນທາງຄົມມະນາຄົມມາແລ້ວ ໃນນັ້ນລວມມີເຄືອຂ່າຍທາງດ່ວນຕ່າງລະດັບ.

ທ່ານສຸຣະເຊດ ປຣະວິງວົງວຸດ, ເຊິ່ງເປັນສະມາຊິກຂອງຄະນະກໍາມະການງົບປະມານ ແລະການຂົນສົ່ງຂອງໄທ ກ່າວວ່າ:

“ໂດຍລວມແລ້ວ, ເປັນໂຄງການທີ່ມີຫຼາຍເກີນຄວາມຈໍາເປັນ, ມັນບໍ່ໄດ້ຕອບສະໜອງຕໍ່ຄວາມຕ້ອງການຂອງປະຊາຊົນ. ພວກເຮົາເຄີຍໄດ້ຍິນມາແລ້ວວ່າ ແມ່ນໃຜໄດ້ຮັບຜົນປະໂຫຍດຈາກໂຄງການຂະໜາດໃຫຍ່ນີ້ ຖ້າບໍ່ແມ່ນບັນດາຜູ້ທີ່ອະ ນຸມັດໂຄງການທັງຫຼາຍເຫຼົ່ານັ້ນ ທີ່ຈະໄດ້ຮັບໄຊຊະນະດ້ວຍເງິນກ້ອນໃຫຍ່ ໃນຂະນະທີ່ຜູ້ສໍາປະທານໂຄງການ ກໍຈະຍິ້ມດ້ວຍຄວາມດີໃຈເຕັມໃບໜ້າຂອງພວກເຂົາເຈົ້າ. ແຕ່ໃນທີ່ສຸດ, ກໍແມ່ນປະຊາຊົນໄທ ທີ່ຈະຈ່າຍໃນລາຄາດັ່ງກ່າວ...ສໍາລັບບາງສິ່ງທີ່ພວກເຂົາເຈົ້າບໍ່ຈໍາເປັນ.”

ສປປ ລາວ ເລີ້ມເປີດເສັ້ນທາງຂອງພວກເຂົາເຈົ້າກັບຈີນ,​ ໂດຍຂະຫຍາຍການກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງ ໃນຊ່ວງເກືອບສອງປີທີ່ຜ່ານມາ ເຊິ່ງໄດ້ເຊື່ອມຕໍ່ລະຫວ່າງຄຸນໝິງ ມາຫານະຄອນຫຼວງວຽງຈັນ.

ທ່ານປະມວນ ສຸດທິຈາຣຸວັດ, ສາດສະດາຈານພາກວິຊາວິສະວະກໍາ ຈາກມະ ຫາວິທະຍາໄລຈຸລາລົງກອນ ໃນບາງກອກ ມີຄໍາຖາມວ່າ ໂຄງການເສັ້ນທາງລົດໄຟ ຈີນ-ລາວ-ໄທ ຈະສາມາດສໍາເລັດຕາມເວລາຫຼືບໍ່? ເຊິ່ງນັບຕັ້ງແຕ່ໂຄງ ການດັ່ງກ່າວນີ້ມີຄວາມຫຼ້າຊ້າ ເນື່ອງຈາກບໍ່ສາມາດຕົກລົງກັນໄດ້ກ່ຽວກັບການເງິນ ແລະການອອກແບບ, ໂດຍ ທ່ານປະມວນ ກ່າວວ່າ:

“ແຜນຂອງໂຄງການນີ້ມີລັກສະນະທີ່ບໍ່ລະອຽດ. ຈຸດອ່ອນຂອງໂຄງການຂະໜາດໃຫຍ່ນີ້ກໍຄື ແຕ່ລະຄົນພາກັນດໍາເນີນງານຕາມທິດທາງຂອງໃຜລາວ...ຕາມກໍານົດກົດເກນຂອງຕົນເອງ.”

ເມື່ອລັດຖະມົນຕີການຕ່າງປະເທດຂອງ ຈີນ ທ່ານຫວັງ ຢີ ພົບກັບຄູ່ຕຳ​ແໜ່ງ​ຝ່າຍໄທຂອງທ່ານ ໃນເດືອນກໍລະກົດ ປີ 2022, ຢູ່ໃນຖະແຫຼງການຂອງຈີນ ເປີດເຜີຍວ່າ ພວກທ່ານທັງສອງ ເຫັນດີທີ່ຈະສ້າງເສັ້ນທາງລົດໄຟໃນທົ່ວເອເຊຍທັນທີ, ເຊິ່ງ ທ່ານຫວັງ ຢີ ກ່າວເປັນພາສາຈີນກາງວ່າ:

“ພວກເຮົາທຸກຄົນຕົກລົງເຫັນດີທີ່ຈະເຊື່ອມຕໍ່ເສັ້ນທາງລົດໄຟລະຫວ່າງຈີນ, ລາວ ແລະ ໄທ, ດໍາເນີນການສ້າງເສັ້ນທາງລົດໄຟ ລາວ-ຈີນ ເປັນຢ່າງດີ ແລະໃນເວລາດຽວກັນ ກໍຈະດໍາເນີນການກໍ່ສ້າງເສັ້ນທາງລົດໄຟ ຈີນ-ໄທ ໃຫ້ປະສົບຜົນສໍາເລັດ, ສະນັ້ນ ພວກເຮົາກໍຈະສາມາດສ້າງການເຊື່ອມຕໍ່ລະຫວ່າງປະເທດທັງສາມເຂົ້ານໍາກັນໄດ້.”

ເຖິງແມ່ນວ່າຜົນປະໂຫຍດຂອງໂຄງການດັ່ງກ່າວມາຂ້າງເທິງນັ້ນ ຈະດຶງດູດໃຈບັນດານັກທ່ອງທ່ຽວ, ແຕ່ກໍຍັງບໍ່ແຈ່ມແຈ້ງວ່າ ເມື່ອໃດຈະສໍາເລັດ ຫຼືຈະສໍາເລັດລົງຫຼືບໍ່.

China wants to establish high-speed train service from its southern Yunnan province, across the Mekong and ultimately down into Singapore, as part of its Belt and Road Initiative aimed at increasing its access to the Indian Ocean. If it comes into being over the next decade, the network will pull neighboring Southeast Asian countries closer to Beijing. Thailand is pivotal to that plan, but some have raised questions about the wisdom of the project. Vijitra Duangdee has the details.

After making a 17-hour train trip from Southern Thailand to Bangkok for nearly 40 years, Bang Fa says a high-speed train would be a game changer.

Bang Fa, Southern Thailand Retiree, Male, In Thai

“If the high-speed train is built, I could travel from Bangkok to my home in the South and back in a day trip.”

Thailand is pressing ahead with plans for a high-speed rail line running from its border with Laos in the Northeast to Malaysia, to the south.

Thailand is a key piece in China’s Belt and Road trade initiative, which includes a high-speed rail line running from Kunming to the port city of Singapore. After years of wrangling over the cost, who pays and type of track, Thailand is moving ahead with its line in two phases.

With a total cost of $12 billion, the entire project, paid for by Thai taxpayers with Chinese systems and technology, is planned to connect Thailand to China through Laos with a completion target of 2029. Thailand is a part of China’s larger Belt and Road vision of a Pan-Asian Railway Network that would include Myanmar, Vietnam and Cambodia. The network will first carry passengers, then freight.

Some members of Thailand’s National Assembly, though, worry about corruption and say it is a waste of money to build a high-speed rail network, since the Thai government is already building transportation infrastructure, including a separate highway network

((Surachet Pravinvongvuth, Budget and Transport Committee Member, Male, In Thai

“Overall, the project is redundant, it does not correspond to people’s needs. We’ve heard it all before who benefits from these mega projects if it wasn’t those who approve that will win big money while contractors have big smiles across their faces. But ultimately, it’s the Thai people who pay the price … for something they may not need.”

Laos launched its Chinese-built stretch of high-speed rail just over a year ago, connecting Kunming to the Laotian capital, Vientiane.

Engineering professor Pramual Suteecharuwat of Chulalongkorn University in Bangkok questions whether the China-Laos-Thailand rail project will be completed on time, since the project had previously been delayed due to disagreements over financing and design.

((Pramual Suteecharuwat, Chulalongkorn University Engineering Faculty, Male, In Thai

“The plan of this project is rather sloppy. The weakness of this megaproject is that everyone is doing their own thing … with their own agenda.”

When then-Chinese Foreign Minister Wang Yi met with his Thai counterpart in July 2022, a Chinese statement said they both agreed to fast-track the pan-Asian rail line.

Wang Yi, Chinese Foreign Minister (AFP), Male, In Mandarin
"We have all agreed to connect the corridors between China, Laos and Thailand, operate the China-Laos railway well, and at the same time build the China-Thailand railway successfully, so we can form the interconnection between the three countries."

While the benefits of this rail project may be attractive to travelers, it is unclear when or whether it will be completed.

XS
SM
MD
LG