ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປະທ້ວງ ຢູ່ບາງກອກ ສ້າງຄວາມແຕກແຍກ ໃຫ້ແກ່ ຄອບຄົວຊາວໄທ (ວີດີໂອ)


Bangkok Protests Splitting Thai Families
please wait

No media source currently available

0:00 0:02:31 0:00
ລິງໂດຍກົງ

ເບິ່ງວີດີໂອ ກ່ຽວກັບ ລາຍງານນີ້.

ໃນ​ຂະນະ​ທີ່​ການ​ປະ​ທ້ວງ​ ​ຍັງ​ດໍາ​ເນີນ​ສືບ​ຕໍ່ມາ ຢູ່ໃນ​ເມືອງ​ຫຼວງ​
ບາງກອກ​ຂອງ​ໄທ ການ​ແບ່ງ​ແຍກ​ອອກ​ເປັນ​ສອງ​ຂົ້ວ​ການ​ເມືອງ​
ທີ່ຂະຫຍາຍຕົວ​ອອກໄປ​ນັບ​ມື້​ນັ້ນ ກໍກໍາລັງ​ສ້າງ​ຄວາມ​ແຕກ​ແຍກ
​ຢູ່​ໃນ​ຫຼາຍໆ​ຄອບຄົວ​ໃນ ​ທົ່ວ​ປະ​ເທດ​. ​ແລະ​ດັ່ງ​ທີ່ຜູ້​ສື່​ຂ່າວ​ວີ​ໂອ​ເອ
Steve Sandford ລາຍ​ງານ ຈາກຊຽງ​ໃໝ່​ ກໍ​ແມ່ນ​ວ່າ ມີ​ການ
​ຢ້ານ​ກົວ​ຫຼາຍ​ຂຶ້ນ​ນັບ​ມື້​ວ່າ ການ​ແບ່ງ​ແຍກ​ທາງການ​ເມືອງ​ທີ່ເລິກ
ລົງ​ໄປ​ເລື້ອຍໆ​ນັ້ນ ອາດ​ນໍາ​ໄປ​ສູ່ຄວາມ​ຮຸນ​ແຮງ​ທີ່​ແຜ່​ລາມກວ້າງ
ອອກ​ໄປອີກ​ໄດ້. ​ດາຣາມີ​ລາຍ​ລະອຽດ​ມາສະ​ເໜີ​ທ່ານ.


ເຖິງ​ແມ່ນ​ ການຊຸມນຸມ​ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ ​ຢູ່ໃນ​ນະຄອນຫຼວງ​ບາງກອກ ຈະ​ມີ​
ບັນຍາກາດ​ແບບ​ມ່ວນ​ຊື່ນ​ລື່ນ​ເລີງຢູ່​ໃນບາງ​ແຫ່ງກໍ​ຕາມ ​ແຕ່ຄວາມ​ຮູ້ສຶກ​ເປັນ​ປໍ​ລະ​ປັກກັນ ​
ລະຫວ່າງ​ພວກ​ສະໜັບສະໜຸນ​ລັດຖະບານ ແລ​ະພວກ​ສະໜັບສະໜຸນ​ຝ່າຍ​ຄ້ານ​ນັ້ນ ກໍ​
ແມ່ນປະກົດ​ວ່າ ຂະຫຍາຍ​ກ້ວາງອອກ ໄປ​ນັບ​ມື້.

​ຄວາມ​ໂກດ​ແຄ້ນ​ທີ່ຢູ່​ເບື້ອງ​ຫຼັງ ທີ່​ໄດ້​ຮັບ​ການ​ຊຸກຍູ້​ໂດຍ​ການສະ​ແດງ​ຄວາມກຽດຊັງ​ກັນ
ອອກ​ມາ​ຢ່າງ​ເປີດ​ເຜີຍ​ນັ້ນ ຍັງ​ຜົນ​ໃຫ້​ພວກ​ນັກ​ສັງ​ເກດ​ການ​ບາງ​ຄົນເປັນ​ຫ່ວງ​ວ່າ​ ເຫດ
ການກໍ່ຄວາມ​ຮຸນ​ແຮງ​ຢ່າງ​ກວ້າງ​ຂວາງ ອາດ​ຈະລະ​ເບີດ​ຂຶ້ນຢູ່​ພາ​ຍ​ໃນ​ປະ​ເທດ ກໍ​ໄດ້.

ບາງ​ຄົນ​ໃຫ້​ທັດສະນະວ່າ ບັນຫາ​ຄວາມ​ຂັດ​ແຍ້​ງກັນ​ແມ່ນ​ສືບ​ເນື່ອງ​ມາ​ຈາກ​ການແບ່ງ​ແຍກລະຫວ່າງ ພວກ​ຄົນ​ທຸກຈົນ​ໃນ​ເຂດ​ຊົນນະບົດແລະ​ພວກ​ຮັ່ງມີຊັ້ນ​ສູງ​ຢູ່​ໃນ​ຕົວເມືອງ ​
ແລະນັກວິ​ເຄາະ​ບາງ​ຄົນ​ເວົ້າ​ວ່າ ມັນ​ກໍາລັງ​ທໍາລາຍ​ໂຄງ​ສ້າງ​ທາງ​ສັງຄົມ​ຂອງໄທ ​ຢ່າງ​ໜັກ.

ທ່ານ ສຸ​ໄນ ຜາ​ສຸກ ນັກ​ຄົ້ນຄວ້າ​ອາວຸ​ໂສ​ແຫ່ງອົງການ​ສິ້ງ​ຊອມ​ສິດທິ​ມະນຸດ Human
Rights Watch ​ເຕືອນ​ວ່າ ເວລາ​ນີ້ ຄວາມ​ກຽດ​ຊັງ​ທີ່​ຝັງ​ຮາກ​ເລິກນັ້ນ ກໍ​າລັງແຜ່​ລາມ​
ໄປ​ທົ່ວ​ເຂດ​ຊຸມ​ຊົນ ​ໃນທົ່ວ​ປະ​ເທດ​. ທ່ານ ສຸ​ໄນ ​ເວົ້າ​ວ່າ:

“​ເຮົາ​ເຫັນ​ວ່າ ການ​ແບ່ງ​ແຍກ​ກັນທາງ​ການ​ເມືອງ​ນີ້ ໄດ້ເຂົ້າ​ໄປ​ໃນ​ຫຼາຍໆຄອບ
ຄົວ​. ມັນ​ເປັນການ​ແຕກ​ແຍກ​ກັນ ລະ​ວ່າງ​ອ້າຍ​ເອື້ອຍ​ນ້ອງແລະ​ໝູ່​ເພື່ອນ​ ທີ່ບໍ່
​ປາກ​ບໍ່ເວົ້າ​ນໍາ​ກັນ ​ແຕ່ເບິ່ງ​ເຫັນ​ກັນ​ເປັນສັດຕູ​ ທີ່ຢູ່​ຮ່ວມ​ກັນ​ບໍ່​ໄດ້​ອີກ​ຕໍ່​ໄປ. ນີ້
ເປັນການ​ປ່ຽນ​ແປງ​ທີ່​ຮຸນ​ແຮງ ​ໃນ​ການ​
ປະ​ເຊີນ​ໜ້າ​ກັນ​ທາງ​ການ​ເມືອງ​ຢູ່ໄທ ​
ແລະ​ຖ້າ​ປ່ອຍ​ໃຫ້​ເລື້ອງນີ້ ສືບ​ຕໍ່​ແກ່ ຍາວ​ອອກ​ໄປ​ເທົ່າ​ໃດ ມັນ​ກໍ​ຍິ່ງ​ຈະ​ເປັນ​ປັດ​
ໃຈ​ທີ່ອັນຕະລາຍຫຼາຍ ທີ່ຈະ​ກໍ່ໃຫ້ເກີດ​ການຂັດ​ແຍ້​ງກັນ​ໃນ​ໝູ່​ຊຸມ​ຊົນ​ ໃນ​ຂອບ
​ເຂດ​ກວ້າງຂວາງ​ໄດ້.“


ຢູ່​ບ້ານ​ໃໝ່ ທາງ​ພາກ​ເໜືອ​ຂອງ​ໄທ ການ​ກ່າວ​ຫາ​ເລື້ອງການ​ສໍ້​ລາດ​ບັງ​ຫຼວງ​ຂອງ​ລັດຖະ
ບານນັ້ນ ​ໄດ້​ສ້າງ​ຄວາມ​ແຕກ​ແຍກ ​ຢູ່​ໃນ​ບາງ​ຄອບຄົວ.

ຊາວນາຄົນ​ນຶ່ງ ທ້າວດວງ​ກຽນ ແກ້ວ​ວັນນາ ​ໄດ້ປ່ຽນ​ຄວາມ​ຈົ່ງ​ຮັກ​ພັກດີ​ທາງ​ການເມືອງ
ຫຼັງ​ຈາກ​ລັດຖະບານ​ບໍ່​ສາມາດ​ຈ່າຍ​ເງິນ​ຄ່າເຂົ້າ​ໃຫ້​ແກ່ພວກຊາວນາ ຕາມ​ໂຄງການ​ຈໍາ
ນໍາເຂົ້າ ທີ່​ເປັນ​ເລື້ອງ​ໂຕ້​ແຍ້ງກັນ​ນັ້ນ​.

​ບັດ​ນີ້ ​ທ້າວດວງກຽນໄດ້​ຫັນ​ມາ​ນິຍົມ​ເບິ່ງ​ລາຍການ​ໂທລະພາບ Blue Sky ຊຶ່ງ​ເປັນຕາ​
ນ່າງຂ່າວທີ່ຄົນ​ນິຍົມ​ ​ແລະ​ອອກ​ອາກາດ​ລາຍການ​ຕໍ່ຕ້ານ​ລັດຖະບານ 24 ຊົ່ວໂມງ​. ລາວເວົ້າວ່າ:

“​ທໍາ​ອິດນັ້ນ ລັດຖະບານ​ຮັບປາກ​ວ່າ​ ຈະ​ຊື້​ເຂົ້າໃນ​ລາຄາ ສິບ​ຫ້າ​ພັນ​ບາດ
ຕໍ່​ເຂົ້ານຶ່ງ​ໂຕນ ​ແຕ່​ໃນ​ທີ່ສຸດແລ້ວ ​ເຂົາ​ເຈົ້າກໍ​ບໍ່ໄດ້ເຮັດ​ຕາມ​ສັນຍາ ຄື​ພວກ
​ເຮົາ​ຍັງ​ບໍ່​ໄດ້​ຮັບ​ເງິນ​ຫຍັງ​ເລີຍ ຈາກ​ໂຄງການ​ນີ້.”


​ແຕ່ຢູ່ເຮືອນ​ກົງກັນຂ້າມ​ນັ້ນ ທ້າວສຸ​ຣິນ ປລູກ​ຄໍາ ລູກ​ເຂີຍ​ຂອງ​ນາຍດວງ​ກຽນ ​ແມ່ນຍັງ
ຄົງ​ເປັນ​ຜູ້​ສະໜັບສະໜຸນ​ລັດຖະບານ​ຢ່າງ​ແຂງ​ຂັນ​ຢູ່.

​ແຕ່​ທ້າວສຸຣິນຍອມຮັບ​ວ່າ ຕົນ​ຮູ້ສຶກ​ເມື່ອຍ​ໃຈ​ຫຼາຍຂຶ້ນ​ເລື້ອຍໆ ກັບການ​ຂັດ​ແຍ້​ງທາງ​
ການ​ເມືອງ​ ທີ່​ໄດ້​ສ້າງ​ຄວາມ​ບາດໝາງ​ໃຫ້​ແກ່ຄອບຄົວ​ນັ້ນ ​ແລະຢ້ານວ່າ ມັນ​ອາດ​ບານ​
ປາຍ ​ກາຍ​ເປັນຄວາມ​ຮຸນ​ແຮງ​ເຕັມ​ຮູບ​ແບບ​ໄດ້. ທ້າວສຸຣິນ ​ເວົ້າ​ວ່າ:

“ພວກ​ເຮົາ​ຈະ​ບໍ່​ເວົ້າ​ເລື້ອງການ​ເມືອງ​ນໍາ​ກັນ. ຖ້າ​ຫາກວ່າ ຕອນທີ່​ພວກ​ເຮົາ​
ລົມກັນ ມີ​ເລື້ອງການ​ເມືອງ​ແຊກ​ຂຶ້ນມາ ພວກ​ເຮົາ​ກໍ ພະຍາຍາມ​ປ່ຽນໄປລົມ
ກັນ​ເລື້ອງອື່ນ. ພວກ​ເຮົາ​ກໍ​ເວົ້າການ​ເມືອງ​ກັນ​ຢູ່ໜ້ອຍ​ນຶ່ງ ​ແຕ່​ຖ້າ​ພວກ​ເຮົາ​
ຄິດ​ວ່າ​ມັນ​ຈະ​ເກີດ​ຜິດ​ຖຽງ​ກັນ ພວກ​ເຮົາ​ກໍ​ຍຸດ​ແລະເຊົາ​ລົມກັນ.”


ສໍາ​ລັບ​ເວລາ​ນີ້ ການ​ຕໍ່ສູ້​ຍາດ​ແຍ່ງອໍານາດຢູ່ພາຍ​ໃນ​ປະ​ເທດ ​ແມ່ນສົງຄາມ​ຄໍາ​ເວົ້າ ຫລື
ສົງຄາມວາຈາ​ກັນ​ຫຼາຍ​ກວ່າ ​ແຕ່​ກໍບໍ່​ເປັນ​ທີ່​ແຈ້ງ​ຂາວວ່າ ຄວາມ​ໂກດ​ແຄ້ນທີ່​ມັນ​ສ້າງ​ຂຶ້ນ
ນັ້ນ ຈະສາມາດ​ຍຸຕິ​ລົງ​ໄດ້ ຖ້າ​ຫາກ​ວ່າ​ ສະຖານະ​ການ​ຮ້າຍແຮງລົງ ​ໄປ​ກວ່າ​ນີ້.

ວີດີໂອກ່ຽວກັບ ໂຄງການຈໍານໍາເຂົ້າ ຂອງລັດຖະບານໄທ:

Controversial Rice Scheme Risks Thai Ruling Party's Popularity
please wait

No media source currently available

0:00 0:02:40 0:00
ລິງໂດຍກົງ
XS
SM
MD
LG