ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ໄມ້ໄຜ່ ກຳລັງຖືກຈັດ ມາດຕະຖານ ຊຶ່ງຈະຍົກລະດັບ ການນຳໃຊ້ໄມ້ໄຜ່ ໃນທົ່ວໂລກ


ການສະແດງ ໄຕ່ໄມ້ໄຜ່ ທີ່ສູງພໍໆກັບໂບດ 25 ພຶດສະພາ, 2015.
ການສະແດງ ໄຕ່ໄມ້ໄຜ່ ທີ່ສູງພໍໆກັບໂບດ 25 ພຶດສະພາ, 2015.

ເປັນເວລາຫຼາຍໆພັນປີມາແລ້ວ ທີ່ໄມ້ໄຜ່ພັນຕ່າງໆກັນ ອັນເປັນພືດພັນ ທີ່ຫຼາຍສະກຸນ ຖືກນຳມາໃຊ້ໃນຫຼາຍວັດຖຸປະສົງ

ນັບຕັ້ງແຕ່ເປັນອາຫານ ໄປຮອດ​ດ້ານການແພດ ເສື້ອຜ້າ ແລະການກໍ່ສ້າງຕ່າງໆ. ແຕ່ວ່າ ການນຳມາ ໃຊ້ຢ່າງມາກມາຍຫຼວງຫຼາຍນັ້ນແມ່ນໄດ້ຖືກກີດ​ກັນ ເພາະວ່າ ມັນບໍ່ໄດ້ຜະລິດ ຂຶ້ນມາໃຫ້ ຖືກກັບມາດຕະຖານແບບສະເພາະເຈາະຈົງຂອງພັນ ໄມ້ໄຜ່ທີ່​ເກີດຈາກຜືນດິນ. ອາຈານສອນທີ່ມະຫາວິທະຍາໄລ Pittsburgh ທ່ານນຶ່ງກຳລັງຫາທາງປ່ຽນແປງເລື້ອງນີ້ຢູ່. ນັກ​ຂ່າວ VOA George Putic ມີ​ລາຍ​ງານເລື້ອງດັ່ງກ່າວ​ ຊຶ່ງວັນນະ​ສອນ ຈະ​ນຳເອົາລາຍ​ລະອຽດ ​ມາສະ​ເໜີ​ທ່ານ ໃນ​ອັນ​ດັບ​ຕໍ່​ໄປ.

ນັກສຶກສາຄົນນຶ່ງຊ່ອຍອາຈານ Kent Harries ​ເວລາເພິ່ນທົດສອບເສົາໄມ້ໄຜ່ ເພື່ອຢາກ ຮູ້ວ່າ ມັນມີຄວາມທົນທານຕໍ່ ຄວາມດັນຫຼາຍສໍ່າໃດ ຫຼືຮັບໄດ້ດີປານໃດ.

ກົດເກນຂອງການກໍ່ສ້າງໃນທຸກໆສະຖານທີ່ ຈຳເປັນຕ້ອງມີມາດຕະຖານ ຢ່າງເຄັ່ງ ຄັດ ສຳລັບວັດຖຸກໍ່ສ້າງທຸກຢ່າງ ເຊັ່ນ ໄມ້ ຫຼື ຊີມັງເປັນຕົ້ນ. ແຕ່ວ່າ ການທົດສອບ ສຳຫຼັບໄມ້ໄຜ່ ແມ່ນຍັງບໍ່ມີມາດຕະຖານເທື່ອ ເຖິງແມ່ນວ່າ ຄວາມແຂງແກ່ນຂອງ ຢ່າງໜ້ອຍ ໄມ້ໄຜ່ 3 ຊະນິດ ແມ່ນພໍ ປຽບທຽບໃສ່ກັບເຫຼັກກໍຕາມ.

ທ່ານ Kent Harries ອາຈານສອນຢູ່ມະຫາວິທະຍາໄລ Pittsburgh ກ່າວວ່າ “ມັນເປັນວັດຖຸທີ່ແຂງແກ່ນຫຼາຍ ຢືດຢຸ້ນໄດ້ດີ ທັງໄດ້ປຽບເພາະຄວາມສູງ ຂອງມັນແມ່ນເດັ່ນ. ແນ່ນອນ ວັດສະດຸຢ່າງໄມ້ໄຜ່ເຊັ່ນນີ້ ອາດຈະສູງຂຶ້ນໄດ້ ເຖິງ 20 ແມັດ ແລະມັນກໍສາມາດ ປະຄັບປະຄອງນ້ຳໜັກຂອງຕົວມັນເອງ ໄດ້ເປັນຢ່າງດີ ແລະທີ່ແນ່ນອນທີ່ສຸດ ມັນຍັງ ສາມາດຕ້ານລົມແຮງ ຫຼືແມ່ນ ຫຍັງກໍແລ້ວແຕ່ ໄດ້ດີຫຼາຍ.”

ໄມ້ໄຜ່ໄດ້ຖືກນຳມາໃຊ້ເປັນອາຫານຂອງພວກໝີແພນດາຢ່າງຫຼວງຫຼາຍ ນຳໄປເຮັດເຄື່ອງ ເຮືອນ ຫຼືຜະລິດທະພັນດ້ານວິດສະວະກັມ ເຊັ່ນ ໄມ້ແຜ່ນ ​ຫຼື plywood ພວກກາວຕ່າງໆ ແຕ່ກໍບໍ່ໄດ້ກວ້າງໄກ ອອກໄປຈາກເຂດທີ່ມັນເຕີບໃຫຍ່ພໍທໍ່ໃດ ຍ້ອນເຫດຜົນ ຕ່າງໆຫຼາຍ ຢ່າງ.

ທ່ານ Harries ກ່າວວ່າ “ໄມ້ໄຜ່ໄດ້ຖືກມອງຈາກຫຼາຍພາກສ່ວນຂອງໂລກ ວ່າ ເປັນຂອງ ສຳຫຼັບພວກຄົນທຸກ ຊຶ່ງນັ້ນມັນໄດ້ປູກຜັງໃນຈຸດໃຕ້ສຳນຶກຂອງຄົນ ທີ່ພວກເຮົາ ພະຍາຍາມ ທີ່ຈະເບິ່ງຂ້າມໄປ.”

ໄມ້ໄຜ່ ເໝາະສົມໃນການນຳມາໃຊ້ ສຳຫຼັບການກໍ່ສ້າງທີ່ຕ້ອງການວັດສະດຸນ້ອຍຫຼາຍ ເມື່ອປຽບທຽບໃສ່ກັບໄມ້ແນວອື່ນ. ເວົ້າເຖິງລະດູການເກັບກ່ຽວແລ້ວ ໄມ້ໄຜ່ແມ່ນ ເໝາະ ສົມຫຼາຍ ເພາະມັນໃຊ້ເວລາແຕ່ພຽງ 3 ປີ ແຕ່ໄມ້ເນື້ອອ່ອນ ຕ້ອງໃຊ້ເວລາ ປະມານ 10 ປີ ແລະໄມ້ເນື້ອແຂງ ກໍຈະໃຊ້ເວລາ ປະມານ 30 ປີ.

ທ່ານ Harries ກ່າວວ່າ“ຖ້າພວກເຮົາຈັດການໃນເລື້ອງມາດຕະຖານຂອງມັນ
ຖ້າພວກ ເຮົາມີຫຼັກຖານພຽງພໍ ໃນການທົດສອບ ດ້ວຍວິທີຕ່າງໆ ຊຶ່ງພວກນັກວິ ສະວະກອນຈະ ສາ ມາດຍຶດຖືໄດ້ ພວກເຮົາກໍຈະໄດ້ນຳເອົາວັດຖຸດັ່ງກ່າວ ເຂົ້າມາສູ່ວົງກວ້າງໄດ້.”

ທ່ານ Harries ກ່າວວ່າ ການຈັດສັນໃຫ້ລຳໄມ້ໄຜ່ມີມາດຕະຖານ ຈະສາມາດນຳເອົາ ມັນມາໃຊ້ໄດ້ຢ່າງມາກມາຍກ່າຍກອງ ທັງໃຊ້ເປັນທາງຕັ້ງ ແລະທາງນອນ ສຳຫຼັບໃຊ້ ເຮັດພື້ນເຮືອນ ແລະຫຼັງຄາ. ຢູ່ໃນຫຼາຍໆປະເທດ ກໍແມ່ນໄດ້ໃຊ້ມັນ ເອົາເຮັດຝາ ເຮືອນມາແລ້ວ.

XS
SM
MD
LG