ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ໂຈມ​ຕີ​ ທາງ​ອາກາດ​ ຂອງ​ກຳລັງ​ປະສົມ ສັງຫານ ພົນລະ​ເຮືອນ 56 ຄົນ


ພວກ​ນັກ​ຕໍ່ສູ້​ຂອງກຳລັງປະຊາທິປະໄຕ​ຊີ​ເຣຍ (SDF) ​ເດີນກ​ວດ​ເບິ່ງ​ເມືອງ Manbij.
ພວກ​ນັກ​ຕໍ່ສູ້​ຂອງກຳລັງປະຊາທິປະໄຕ​ຊີ​ເຣຍ (SDF) ​ເດີນກ​ວດ​ເບິ່ງ​ເມືອງ Manbij.

ພວກ​ນັກ​ເຄື່ອນ​ໄຫວ​ວາງ​ແຜນ​ທີ່​ຈະ​ປະ​ທ້ວງ​ທົ່ວ​ຊີ​ເຣຍ ​ແລະ​ບັນດາ​ຜູ້ນຳຝ່າຍຄ້ານ​ຕໍ່ຕ້ານ​ລັດ ຖະບານ​ກໍຮຽກຮ້ອງ​ໃຫ້ປະ​ເທດ​ຕາ​ເວັນ​ຕົກ ຍຸຕິ​ການ​ໂຈມ​ຕີ​ທາງ​ອາກາດ ຫຼັງ​ຈາກທີ່​ໄດ້​ມີ​ພົນລະເຮືອນ ຫລາຍ​ສິບ​ຄົນ​ຖືກ​ຂ້າ​ຕາຍ ​ໂດຍ​ການ​ໂຈມ​ຕີ​ຂອງແນວ​ໂຮມ ​ໃນ​ວັນ​ອັງຄານ​ຜ່ານ​ມາ​ນີ້.

ການ​ໂຈມ​ຕີ​ທາງ​ອາກາດ ​ໃກ້ໆ​ກັບ​ເຂດ​ທີ່​ໝັ້ນ​ຂອງ​ກຸ່ມ​ລັດ​ອິສລາມ ທີ່​ເມືອງ Manbij ​ໄດ້​ສັງ ຫານ​ພົນລະ​ເຮືອນ​ຢ່າງ​ນ້ອຍ 56 ຄົນ ທີ່​ຮວມທັງ ພວກ​ເດັກນ້ອຍ ອິງ​ຕາມ​ກຸ່ມ​ສິ້ງຊອມສິດ ທິ​ມະນຸດ​ໃນ​ຊີ​ເຣຍ.

​ພໍ​ມາ​ຮອດ​ວັນ​ພະ​ຫັດ​ມື້​ນີ້ ພວກ​ນັກ​ເຄື່ອນ​ໄຫວ​ ​ໄດ້​ວາງ​ແຜນການ​ປະ​ທ້ວງໂດຍການ​ຕິດ​ຕໍ່​ທາງ​ສື່​ສັງຄົມ ​ແລະ​ໄດ້​ຮຽກຮ້ອງ​ໃຫ້​ຜູ້​ຄົນ​ໃນ​ທົ່ວ​ໂລກ​ໃຫ້​ລົງ​ສູ່​ຖະໜົນ​ຫົນທາງ​ເພື່ອ​ປະ​ທ້ວງ ​ແລະ​ຫັນ​ຄວາມ​ສົນ​ໃຈ​ໄປ​ໃສ່​ພວກ​ທີ່​ປະສົບ​ເຄາະ. ນຶ່ງ​ໃນ​ໜ້າຂ່າວຊີ​ເຣຍທາງ Facebook ​ຂໍ​ຮ້ອງໃຫ້ພວກສະໜັບສະ​ໜຸນທີ່​ຕິດຕາມ​ເຫັນ​ພ້ອມນັ້ນ ອອກ​ມາ​ປະ​ທ້ວງ ຄັດຄ້ານ ຕໍ່ການ​“ສັງຫານ​ໝູ່​ທີ່​ໄດ້​ມີ​ຂຶ້ນ​ໂດຍເຮືອບິນ​ລົບ​ຂອງກຳລັງ​ປະສົມ.”

ພວກ​ນັກ​ຕໍ່ສູ້​ຂອງກອງ​ກຳລັງ​ຊີ​ເຣຍ (SDF) ກຳລັງ​ລາດຕະ​ເວນ ທີ່ຢູ່​ໃນ​ລົດ​ປິກ​ອັບ​ຈາກ​ເມືອງ Manbij ຫຼັງຈາກ​ທີ່ ກອງ​ກຳລັງ​ດັ່ງກ່າວໄດ້​ເຂົ້າ​ຍຶດ​ເອົາ​ເມືອງ Aleppo, ຊີ​ເຣຍ, 1 ກໍລະກົດ, 2016.
ພວກ​ນັກ​ຕໍ່ສູ້​ຂອງກອງ​ກຳລັງ​ຊີ​ເຣຍ (SDF) ກຳລັງ​ລາດຕະ​ເວນ ທີ່ຢູ່​ໃນ​ລົດ​ປິກ​ອັບ​ຈາກ​ເມືອງ Manbij ຫຼັງຈາກ​ທີ່ ກອງ​ກຳລັງ​ດັ່ງກ່າວໄດ້​ເຂົ້າ​ຍຶດ​ເອົາ​ເມືອງ Aleppo, ຊີ​ເຣຍ, 1 ກໍລະກົດ, 2016.

.“ພວກ​ເຮົາ​ຮຽກຮ້ອງ​ໃຫ້​ຊາວ​ຊີ​ເຣຍທັງ​ໝົດ ບໍ່​ວ່າ​ພວກ​ເຂົາ​ເຈົ້າ​ຈະ​ເຂົ້າ​ກັບ​ພັກ​ຝ່າຍ​ໃດ ຫຼືສາ​ສະໜາ​ໃດກໍ​ຕາມ ​ແລະ​ພວກ​ທີ່​ມີ​ສິ​ດ​ເສ​ລິ​ພາບ​ໃນ​ທົ່ວ​ໂລກ ​ໂດຍ​ສະ​ເພາະ​ຜູ້​ຄົນ​ທີ່ຢູ່​ໃນ​ເມືອງ Manbij ​ໃຫ້​ລຸກຂຶ້ນ​ເປັນ​ນ້ຳ​ນຶ່ງ​ໃຈ​ດຽວ​ກັນ ກັບ​ເມືອງ​ທີ່​ໄດ້​ຮັບ​ຜົນ​ກະທົບຮ້າຍ​ແຮງຂອງ​ພວກ ​ເຮົາ​ ​ໃນ​ວັນ​ອາທິດ ທີ 24 ກໍລະ​ກົດ ທີ່​ຈະ​ມາ​ເຖິງ​ນີ້” ຊຶ່ງ​ນີ້​ແມ່ນ​ຂໍ້ຄວາມ​ທີ່​ຂຽນ​ລົງໃນຂ່າວ​ທ້ອງ​ຖິ່ນ ກ່ຽວ​ກັບ​ເມືອງ Manbij.

ມີຫຼາຍໆໜ້າ​ຂອງ​ແຫຼ່ງຂ່າວທ້ອງ​ຖິ່ນ ຈາກ​ເມືອງ Manbij ​ໄດ້​ພິມ​ເຜີຍ​ແຜ່​ຮູບ​ພາບຂອງ​ການ​ປະ​ທ້ວງໃນ​ວັນ​ພຸດ​ວານ​ນີ້.

​ໃນ​ຂະນະ​ດຽວ​ກັນ​ນັ້ນ ຜູ້ນຳຂອງ​ພັກ​ຝ່າຍ​ຄ້ານ​ທີ່​ໃຫຍ່​ສຸດ​ຂອງ​ຊີ​ເຣຍ ​ກໍໄດ້​ຮຽກຮ້ອງ​ໃຫ້ຍຸຕິ​ການ​ໂຈມ​ຕີ​ທາງ​ອາກາດ ຈົນ​ກວ່າຈະໄດ້​ມີ​ການ​ສືບສວນ​ສອບ​ສວນທັງ​ໝົດ ກ່ຽວ​ກັບ​ການ​ເສຍ​ຊີວິດ​ຂອງ​ພົນລະ​ເຮືອນໃນ​ວັນ​ອັງຄານ​ຜ່ານ​ມາ​ນີ້ ​ເສຍ​ກ່ອນ.

“ມັນ​ມີ​ຄວາມ​ຈຳ​ເປັນ​ທີ່​ຈະ​ມີ​ການ​ສືບສວນ​ສອບ​ສວນ ຊຶ່ງ​ນັ້ນ​ບໍ່​ແມ່ນ​ພຽງ​ແຕ່ ​ເພື່ອ​ຜົນ​ຂອງ​ການ​ປະຕິບັດງານ ຈະ​ມີ​ການ​ປ່ຽນ​ແປງ​ໃນ​ກົດ​ລະບຽບ​ການປະຕິບັດ​ງານ​ໃນ​ອະນາ​ຄົດ, ​ແຕ່​ວ່າ ມັນ​ຍັງ​ຈະ​ນຳ​ມາ​ຊຶ່ງ​ຄວາມ​ຮັບຜິດຊອບ ຕໍ່​ພວກ​ທີ່​ລະ​ເມີດ​ກົດ​ລະບຽບ​ຢ່າງ​ໃຫຍ່​ຫຼວງ,” ນັ້ນ​ແມ່ນຄຳ​ເວົ້າ​ຂອງ​ປະທານແນວ​ໂຮມ​ແຫ່ງ​ຊາດ ທ່ານ Anas al-Abdah ​ຂຽນຢູ່ໃນ​ຈົດໝາຍ ທີ່​ສົ່ງ​ໄປ​ຫາ​ບັນດາ​ຜູ້ນຳຕ່າງປະ​ເທດ.

ອົງການ​ສະຫະ​ປະຊາ​ຊາດ ກໍ​ໄດ້​ອອກ​ມາ​ຕຳ​ນິຕິ​ຕຽນ​ການ​ໂຈມ​ຕີ​ຄັ້ງ​ນີ້ ​ທີ່​ພາ​ໃຫ້​ມີ​ການ​ເສຍ ຊີວິດຂອງພວກ​ເດັກນ້ອຍ ຫຼາຍ​ກວ່າ 20 ຄົນ​ນັ້ນ.


Activists are planning protests across Syria and opposition government leaders are calling on Western countries to halt airstrikes after dozens of civilians were killed by coalition raids Tuesday.

Air raids near the Islamic State stronghold of Manbij killed at least 56 civilians, including children, according to the Syrian Observatory for Human Rights.

By Thursday, activists had taken to social media to organize protests and ask people from around the world to take to the streets to call attention to the casualties. One Syrian news page on Facebook encouraged its followers to demonstrate in opposition to "the massacres carried out by coalition warplanes."

"We ask all Syrians, whatever their affiliations or sects, and all free people of the world and especially the people of Manbij to stand in solidarity with our devastated city on Sunday, July 24," wrote one page that publishes local news about Manbij.

Several other local news pages from Manbij posted photos from protests that took place Wednesday.

Meanwhile, Syria's main opposition leader has called for the air strikes to be halted until a full investigation can be conducted into Tuesday's civilian deaths.

"It is essential that such investigation not only result in revised rules of procedure for future operations, but also inform accountability for those responsible for such major violations," Syrian National Coalition President Anas al-Abdah wrote in a letter to foreign leaders.

The UN has also condemned the raids, which it said caused the deaths of more than 20 children.

"Such horrific incidents confront parties to this conflict with their shared responsibility to respect international humanitarian laws that protect children in war," said UNICEF's Syria representative, Hanaa Singer.

In a statement, the U.S.-led coalition said that it had conducted the air strikes and it was gathering information about the reports of civilian casualties.

XS
SM
MD
LG