ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາ​ເຈີ​ບາຍ​ຈານ ຮັບຮອງເອົາຮ່າງກົດໝາຍ ສື່ມວນຊົນສະບັບໃໝ່ ເຖິງ​ແມ່​ນ​ຈະ​ມີການ​ປະທ້​ວງ ​ຈາກ​ພວກ​ນັກ​ຂ່າວ​ກໍ​ຕາມ

ຕຳ​ຫລວດ​ກັນ​ຜູ້​ປະ​ທ້ວງ​ຄົນ​ນຶ່ງ​ໄວ້ໃນ​ຂະ​ນະ​ທີ່​ມີ​ການ​ໂຮມ​ຊຸມ​ນຸມຂອງ​ພວກ​ນັກຂ່າວເພື່ອຄັດ​ຄ້ານ​ຕໍ່​ຮ່າງ​ກົດ​ໝາຍ​ສື່ມວນ​ຊົນ​ສະ​ບັບ​ໃໝ່ ຢູ່​ໜ້າ​ຫ້ອງການ​ສະ​ພາໃນ​ນະ​ຄອນ​ຫລ​ວງ​ບາ​ກູຂອງ Azerbaijan, ວັນ​ທີ 28 ທັນ​ວາ, 2021

ສະພາຂອງອາ​ເຈີ​ບາຍ​ຈານ ໃນວັນພະຫັດວານນີ້ ໄດ້ຮັບຮອງເອົາກົດໝາຍສື່ ມວນຊົນສະບັບໃໝ່ ເຖິງແມ່ນຈະມີຄວາມກັງວົນຈາກ​ພວກນັກຂ່າວທີ່ເວົ້າວ່າ ມັນສາ​ມາດ​ທີ່ຈະຈຳກັດການລາຍ​ງານຂ່າວຢ່າງ​ເປັນ​ອິດ​ສະ​ຫລະເພີ້ມ​ອີກກໍ​ຕາມ.

ກົດໝາຍ​ສະບັບ​ນີ້​ ​ມີ​ກຳນົດ​ຈະ​ມີ​ຜົນ​ບັງຄັບ​ໃຊ້​ໃນ​ວັນ​ທີ 1 ມັງກອນ​ພາຍຫຼັງ​ໄດ້​ລົງ​ນາມ​ໂດຍ​ປະທານາທິບໍດີ​ອາ​ເຈີ​ບາຍ​ຈານຊຶ່ງລວມມີ​ການ​ລົງທະບຽນ​ນັກ​ຂ່າວ​ແລະ​ຈະ​ນຳ​ໃຊ້​ກັບອົງ​ການ​ສື່​ມວນ​ຊົນ​ໃນ​ທົ່ວ​ປະ​ເທດ​ພ້ອມທັງ​ຜູ້​ອອກ​ອາກາດ​ ຫຼື​ເຜີຍ​ແຜ່​ຂ່າວຕໍ່​ຜູ້​ຟັງຜູ້​ຊົມ​ຊາວອາ​ເຈີ​ບາຍ​ຈານ.

ຕຳ​ຫລວດ​ຊຸກ​ພວກ​ປະ​ທ້ວງ​ໃຫ້​ຖອຍ​ອອກ​ໄປໃນ​ຂະ​ນະ​ທີ່​ມີ​ການ​ໂຮມ​ຊຸມ​ນຸມພວກ​ປະ​ທ້ວງຄັດ​ຄ້ານ​ຕໍ່​ຮ່າງ​ກົດ​ໝາຍ​ສື່ມວນ​ຊົນ​ສະ​ບັບ​ໃໝ່ຢູ່​ໜ້າ​ຕຶກ​ຫ້ອງ​ການ​ສະ​ພາໃນ​ບາ​ກູ, Azerbaijan, ວັນ​ທີ 28 ທັນ​ວາ, 2021
ຕຳ​ຫລວດ​ຊຸກ​ພວກ​ປະ​ທ້ວງ​ໃຫ້​ຖອຍ​ອອກ​ໄປໃນ​ຂະ​ນະ​ທີ່​ມີ​ການ​ໂຮມ​ຊຸມ​ນຸມພວກ​ປະ​ທ້ວງຄັດ​ຄ້ານ​ຕໍ່​ຮ່າງ​ກົດ​ໝາຍ​ສື່ມວນ​ຊົນ​ສະ​ບັບ​ໃໝ່ຢູ່​ໜ້າ​ຕຶກ​ຫ້ອງ​ການ​ສະ​ພາໃນ​ບາ​ກູ, Azerbaijan, ວັນ​ທີ 28 ທັນ​ວາ, 2021

ນັກ​ຂ່າວ​ຫຼາຍ​ສິບ​ຄົນ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ນະຄອນຫຼວງ​ບາ​ກູ​ໃນ​ອາທິດ​ນີ້ ​ເພື່ອ​ປະ​ທ້ວງ​ກົດໝາຍດັ່ງ​ກ່າວ. ຢ່າງ​ໜ້ອຍ​ມີ​ນັກ​ຂ່າວ​ຄົນ​ນຶ່ງ​ໄດ້​ຮັບ​ບາດ​ເຈັບ​ໃນ​ລະ​ຫວ່າງ​ການ​ໂຮມ​ຊຸມ​ນຸມກັນ​ຢູ່ນັ້ນ, ອີງ​ຕາມ​ອົງການ​ນັກ​ຂ່າວ​ບໍ່​ມີ​ພົມ​ແດນ ຫລື RSF.

ສື່ມວນຊົນທ້ອງຖິ່ນແລະກຸ່ມສິດທິມະ​ນຸດ ກ່າວວ່າກົດຫມາຍນີ້ສາມາດອະນຸ ຍາດໃຫ້ລັດຖະບານກໍານົດຜູ້ທີ່ຖືກຮັບຮູ້ຢ່າງເປັນທາງການວ່າເປັນນັກຂ່າວ, ແລະເຮັດໃຫ້ເກີດຄວາມກັງວົນວ່າ ການລົງທະບຽນຈະປະກອບມີລາຍລະອຽດ ກ່ຽວກັບນັກຂ່າວ ແລະຂໍ້​ມູນ​ເພື່ອການຕິດຕໍ່ໃນບ່ອນ​ເຮັດ​ວຽກຂອງພວກເຂົາເຈົ້າ.

ກົດໝາຍດັ່ງກ່າວຍັງຈະເຮັດໃຫ້ມັນຍາກຂຶ້ນສໍາລັບສື່ມວນຊົນທີ່ເຮັດວຽກຢູ່ຕ່າງ ປະເທດທີ່ຈະສືບຕໍ່ລາຍງານໂດຍບໍ່ມີການລົງທະບຽນຢູ່ໃນປະເທດ, ແລະປະກອບມີຂໍ້ກໍານົດທີ່ຫ້າມການເຜີຍແຜ່ຂໍ້ມູນຈາກແຫຼ່ງທີ່ບໍ່ເປັນທາງການ, ອີງ​ຕາມກຸ່ມສິດທິມະ​ນຸດ ແລະ RSF.

ທ່ານອາ​ລາ​ສ​ກາ ແມມ​ແມດ​ລີ (Alasgar Mammadli) ຜູ້ຊ່ຽວຊານດ້ານກົດ ໝາຍວ່າດ້ວຍສື່ມວນຊົນຢູ່ໃນນະ​ຄອນ​ຫລວງບາ​ກູກ່າວຕໍ່ວີໂອເອວ່າ ເຖິງແມ່ນ ຈະມີການຄັດຄ້ານຢ່າງຈິງຈັງຈາກສື່ມວນຊົນກໍຕາມ ແຕ່ກົດໝາຍດັ່ງກ່າວກໍ​ຍັງໄດ້ຖືກຮັບຮອງເອົາໂດຍບໍ່ມີ​ການດັດແປງແນວໃດ, ຍົກເວັ້ນລາຍລະອຽດ ເລັກນ້ອຍສອງ​ຢ່າງ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG