ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາຍຄົນໜຶ່ງ ຂັບລົດ ດ້ວຍຄວາມໄວສູງ ຕຳຄົນ ຕາຍ 3 ເຈັບ 34 ຢູ່ Austria


Austrian rampage
please wait
Embed

No media source currently available

0:00 0:01:26 0:00

ຊົມວິດີໂອ ກ່ຽວກັບຂ່າວນີ້ ຈາກ Reuters

ລາຍ​ງານ​ຂ່າວ​ຂອງ Reuters ກ່າວ​ວ່າ ຊາຍ​ຄົນ​ໜຶ່ງໄດ້ເຮັດ​ໃຫ້​ 3 ຄົນເສຍ​ຊີວິດ ​ແ​ລະ 34 ຄົນ ບາດ​ເຈັບ ​ໃນ​ວັນ​ເສົາ​ວານ​ນີ້​ ໃນ​ເມືອງ Graz ຂອງ​ປ​ະ​ເທດ Austria ເວລາ​ຜູ້ກ່ຽວໄດ້​ຂັບ​ລົດ​ຂອງ​ລາວ​ດ້ວຍ​ຄວາມ​ໄວ​ສູງ ພຸ້ງ​ເຂົ້າ​ໃສ່​ຝຸງ​ຊົນ​ທີ່​ເລາະຊື້​ເຄື່ອງຂອງ​ຢູ່​.

ຕຳຫຼວດ​ກ່າວວ່າ ຊາຍ​ຄົນນັ້ນຍັງ​ໄດ້​ແທງ​ອີກ​ສອງ​ຄົນ ຫຼັງ​ຈາກ​ທີ່​ໄດ້​ໂດດ​ລົງ​ມາ​ຈາກ SUV ສະ​ປອດ ຂອງ​ຕົນ ​ແລະໄດ້​ຍອມ​ຈຳນົນ​ຕໍ່​ຕຳຫຼວດ ​ໃນ​ເວລາ​ຕໍ່​ມາ.

ສາມ​ຄົນ​ໃນ​ບັນ​ດາ​ຜູ້​ໄດ້​ຮັບ​ບາດ​ເຈັບ​ແມ່ນເດັກນ້ອຍ​, ໜ່ວຍ​ບໍລິການ​ສຸກ​ເສີນ​ຂອງ Austria ​ ກ່າວ​ວ່າ ຫົກ​ຄົນ​ ມີ​ອາການ​ທີ່​ໜ້າ​ເປັນ​ຫ່ວງ.

ຕຳຫຼວດ​ຫຼາຍ​ກວ່າ 60 ຄົນ​, ລົດ​ພະຍາ​ບານປະມານ 80 ຄັນ ​ແລະ ​ ເ​ຮື​ອບິນ​ເຮ​ລິ​ຄັອບ​ເຕີ​ກູ້​ໄພລຳ​ໜຶ່ງ ​ໄດ້​ໄປ​ຍັງຈຸ​ດ​ເກີ​ດ​ເຫດ.

ຄົນ​ຂັບ​ລົດທີ່​ຖືກ​ຈັບ​ກຸມ​ ແມ່ນ​ຊາຍ​ອາຍຸ 26 ປີ ​ເປັນຊາ​ວ Austrian ເຊື້ອສາຍ ບອສເນຍ. ຕຳຫຼວດຍັງໄດ້ກ່າວວ່າ ລາວເຄີຍພົວພັນກັບ ເຫດການກໍ່​ຄວາມຮຸນແຮງ ພາຍໃນຄອບຄົວ ໃນອະດີດອີກດ້ວຍ.

ເຖິງຢ່າງໃດກໍ່ຕາມ, ຕຳຫຼວດ​ເວົ້າ​ວ່າ ບໍ່ມີເຫດຜົນ​ໃດໆ​ທີ່​ຈະສົງໃສວ່າ ການ​ກໍ່​ຄວາມ​ຮຸນແຮງຄັ້ງ​ນີ້ ມີແຮງຈູງໃຈ ຈາກຄວາມ​ປະສົງ​ກໍ່ການ ຮ້າຍແຕ່ຢ່າງໃດ. ແລະພວກເຂົາ ກໍເຊື່ອວ່າ “ບັນຫາຄອບຄົວ” ແມ່ນສາ​ເຫດ​ຫລັກ ຂອງເຫດການດັ່ງກ່າວ ທີ່​ເກີດ​ຂຶ້ນໃນວັນເສົາ ວານນີ້.

VIENNA, June 20 (Reuters) - A driver killed three people and
injured 34 on Saturday in the Austrian city of Graz when he
drove his vehicle at high speed into a crowd of shoppers, police said.

The man also stabbed two people after jumping out of his sport-
utility vehicle (SUV), police said. He then surrendered to police.

Three children were among the injured, and Austrian emergency services
said six people were in critical condition.

More than 60 police, about 80 ambulances and a rescue helicopter
were at the crash scene.

The driver, who is under arrest, was identified as a 26-year-old
Austrian of Bosnian origin, and police said he has been involved in
domestic-violence incidents in the past.

Police said there was no reason to suspect any terrorist
motive, however, and that they believe "family problems"
were at the center of Saturday's incident.

XS
SM
MD
LG