ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ອອສເຕຣເລຍ ພວມຊອກຄົ້ນຫາ ຜົນລະປູກ ທີ່ປັບໂຕ ເຂົ້າກັບດິນຟ້າອາດໄດ້


ຮ່ອງຮອຍຕ່າງໆ ທີ່ຝູງແກະເຮັດຂຶ້ນແລະປະຖິ້ມໄວ້ຈະເຫັນໄດ້ ຢູ່ບ່ອນແຫ້ງແລ້ງ ຢູ່ໃນດິນຟາມ ຢູ່ທາງພາກກາງ ຂອງລັດ
New South Wales, ປະເທດອອສເຕຣເລຍ ວັນທີ 17 ກັນຍາ ປີ 2018.
ຮ່ອງຮອຍຕ່າງໆ ທີ່ຝູງແກະເຮັດຂຶ້ນແລະປະຖິ້ມໄວ້ຈະເຫັນໄດ້ ຢູ່ບ່ອນແຫ້ງແລ້ງ ຢູ່ໃນດິນຟາມ ຢູ່ທາງພາກກາງ ຂອງລັດ New South Wales, ປະເທດອອສເຕຣເລຍ ວັນທີ 17 ກັນຍາ ປີ 2018.

ພວກນັກຄົ້ນຄວ້າອອສເຕຣເລຍ ພວມຊອກຫາຄວາມຮູ້ ຈາກອາຟຣິກາ ແລະພາກ
ຕາເວັນອອກກາງ ເພື່ອເບິ່ງວ່າມີຜົນລະປູກແນວໃດແດ່ທີ່ທົນຕໍ່ຄວາມ ແຫ້ງແລ້ງ
ແລະຄວາມຮ້ອນອົບເອົ້າ ໃນຂະນະທີ່ພວກຊາວສວນພືດເມັດຫຼາຍຄົນ ພວມພາກັນ
ປະເຊີນໜ້າ ກັບລະດູແຫ້ງແລ້ງ ອີກເທື່ອນຶ່ງ ຢູ່ນີ້. ຟຽລ ເມີເຊີ້ ສົ່ງ ລາຍງານເລື້ອງນີ້
ມາຈາກ ຊິດນີ ຊຶ່ງ ສາລີຈະນຳລາຍລະອຽດ ມາສະເໜີທ່ານ ໃນອັນດັບຕໍ່ໄປ.

ການເບິ່ງໄປລ່ວງໜ້າຫາຜົນເກັບກ່ຽວພືດຜົນທີ່ເປັນເມັດ ໃນລະດູໜາວປີ 2019 ໃນ
ບາງພາກສ່ວນ ຂອງອອສເຕຣເລຍ ແມ່ນບໍ່ມີທ່າທາງວ່າ ຈະດີເລີຍ. ການທຳນາຍດັ່ງ
ກ່າວ ແມ່ນສຳລັບຂົງເຂດການປູກຝັງ ທີ່ສຳຄັນ ຢູ່ Queens-land ທາງພາກໃຕ້ຂອງ​
ປະ​ເທດ ທີ່ຜົນລະປູກຂອງພວກເຂົາເຈົ້າ ຈະບໍ່ໄດ້ຮັບ ຜົນດີເປັນເທື່ອທີສາມລຽນຕິດ. ມີການຄາດໝາຍກັນວ່າ ຜົນລະປູກແຫ່ງຊາດ ໃນປີນີ້ຈະມີປະມານ 10% ຕໍ່າກວ່າອັດ
ຕາສະເລ່ຍ ໃນຮອບ10 ປີ.

ພວກນັກຄົ້ນຄວ້າຈຳພວກພືດເມັດແລະບໍລິສັດພັດທະນາຂອງອອສເຕຣເລຍ ຫຼື
GRDC ພວມຊອກຄົ້ນຫາຢູ່ທົ່ວໂລກ ເມັດພືດທີ່ທົນທານ ຕໍ່ດິນຟ້າອາກາດ. ມີ
ການເຊື່ອກັນວ່າ ພືດພັນໃນປະເທດຊີເຣຍແລະແຫ່ງອື່ນໆໃນພາກຕາເວັນອອກ ກາງ ແລະອາຟຣິກາ ອາດສາມາດປັບໂຕໄດ້ ເພື່ອຊ່ອຍຊາວສວນ ໃຫ້ຫັນປ່ຽນ ແລະໃຫ້ໄດ້
ຮັບຜົນດີຂຶ້ນ ຕໍ່ໜ້າສະພາບອາກາດທີ່ອົບເອົ້າ ແລະບໍ່ມີຝົນພຽງພໍ.

ພວກນັກຄົ້ນຄວ້າກ່າວວ່າ ການພົບເຫັນແລະການພັດທະນາພວກພືດ ທີ່ປັບໂຕ ເຂົ້າ
ແລະທົນທານ ຕໍ່ຄວາມຮ້ອນ ຈະກິນເວລາຫລາຍປີ ກ່ອນຈະເປັນໄປໄດ້. ທ່ານ ຈອນ
ມີໂນກ ປະທານຂອງ GRDC ປະຈຳເຂດເໜືອກ່າວວ່າ ອົງການ ຄົ້ນຄວ້າຂອງເພິ່ນ ພວມຊອກຄົ້ນຫາຈຳພວກພືດ ທີ່ໃຫ້ໝາກຜົນ ເຖິງແມ່ນຈະ ຢູ່ໃນສະພາບທີ່ລຳບາກ
ກໍຕາມ ຊຶ່ງເພິ່ນກ່າວວ່າ:

“ພວກເຮົາມີຄົນຢູ່ໃນປະ​ເທດຊີເຣຍ ຢູ່ອາຟຣິກາ ແລະຢູ່ທຸກຫົນທຸກແຫ່ງ ທົ່ວ ໂລກ ຊຶ່ງຕາມປະຫວັດສາດແລ້ວ ໄດ້ມີພວກພືດເຫຼົ່ານີ້ ທີ່ໄດ້ປູກມາ ນັບເປັນ ພັນໆປີແລ້ວ. ພວກເຮົາໄດ້ມີການລົງທຶນ ຕາງໜ້າພວກປູກພືດທີ່ເປັນເມັດ ທີ່ ກຳລັງຄົ້ນຄວ້າຢູ່ທົ່ວ
ໂລກ ສຳລັບຕົ້ນໄມ້ທີ່ທົນຕໍ່ຄວາມແຫ້ງແລ້ງແລະສາມາດ ຕໍ່ສູ້ກັບສະພາບທີ່ອັດຕະ
ຄັດແລະຄວາມຮ້ອນ ແລະບົ່ງບອກໄດ້ເຖິງພັນທຸກຳທີ່ ພວກເຮົາຈະນຳມາປະກອບ
ເຂົ້າໃສ່ພືດພັນອອສເຕຣເລຍຂອງພວກເຮົາ.”

ເຂດສ່ວນໃຫຍ່ທາງພາກຕາເວັນອອກຂອງອອສເຕຣເລຍໄດ້ແຫ້ງແລ້ງມາ ເປັນ
ຫລາຍໄລຍະຈາກ 12 ເດືອນ ຫາເຈັດປີ. ລັດນິວຊາວສ໌ເວລ ຫຼາຍກວ່າ 95% ຊຶ່ງ
ເປັນລັດທີ່ມີປະຊາກອນຫລາຍທີ່ສຸດ ແມ່ນເປັນລັດທີ່ແຫ້ງແລ້ງຢ່າງເປັນທາງ ການ.

ການເບິ່ງເຫດການລ່ວງໜ້າແຫ່ງຊາດ ເລື້ອງດິນຟ້າອາກາດ ສຳລັບເດືອນສິງ ຫາ ຫາເດືອນຕຸລາ ໄດ້ສະເໜີແນະວ່າ ຈະມີສະພາບແຫ້ງແລ້ງ ຫລາຍກວ່າ ສະພາບສະ
ເລ່ຍຢູ່ໃນຫຼາຍໆພາກສ່ວນຂອງອອສເຕຣເລຍ. ການພະຍາກອນ ອາກາດຍາມກາງ
ເວັນເຫັນວ່າ ຈະຮ້ອນກວ່າອັດຕາສະເລ່ຍ ຢູ່ເກືອບວ່າຢູ່ທົ່ວ ທະວີບ.

ໃນສັບປະດານີ້ ສະພາແຫ່ງຊາດເຫັນດີວ່າ ຈະໃຫ້ມີເງິນທຶນກ້ອນໃໝ່ ເພື່ອຊ່ອຍ ເຫລືອ ໃນການຮັບມືສູ້​ຊົນຂອງປະຊາຄົມ. ເງິນກ້ອນດັ່ງກ່າວຈະແມ່ນ 70 ລ້ານ ໂດລາເພື່ອໃຊ້
ໃນແຕ່ລະປີ ໃນສອງປີຂ້າງໜ້າ.

ອອສເຕຣເລຍ ແມ່ນເປັນປະເທດທີ່ແຫ້ງແລ້ງທີ່ສຸດ ຢູ່ໃນໂລກ ໃນທະວີບທີ່ມີຜູ້ ຄົນອາ
ໄສຢູ່. ລະດູແລ້ງປີກາຍນີ້ ເປັນລະດູທີ່ຮ້ອນທີ່ສຸດ ຢ່າງເປັນປະວັດການ.

Australian researchers are looking to Africa and the Middle East for drought- and heat-resistant crops as many grain farmers face another failed season.

Key farming regions in southern Queensland are forecast to miss their third winter grain crop in a row. The national crop this year is expected to be about 10 percent below the 10-year average.

Australia's Grains Research and Development Corporation, the GRDC, is carrying out a global search for climate-proof grains. GRDC's northern panel chairman, John Minogue, says crops in Syria and elsewhere in the Middle East and Africa could be adapted to help farmers become more resilient in the face of a warming climate and less rainfall.

"We have got people in Syria, in Africa, in all of the parts of the world, which have historically had these crops grown for thousands of years," he said. "We have a lot of investments in people on behalf of the grain growers searching the world for plants that are resistant to drought and also that are able to handle stress conditions and heat, and identifying the germplasm [genetic material] that we can then integrate into the Australian crops."

Large areas of eastern Australia have been in drought for periods ranging from one to seven years. More than 95 percent of New South Wales, Australia's most populous state, is officially in drought.

The national climate outlook for August to October suggests drier-than-average conditions for large parts of Australia, with higher-than-average daytime temperatures across the entire continent.

XS
SM
MD
LG